(vovworld)- ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຫາກໍດຳເນີນການຢ້ຽມຢາມທາງລັດຖະກິດເຖິງ ຍີ່ປຸ່ນ ແຕ່ວັນທີ 17-20/3 ຕາມຄຳເຊີນຂອງພະເຈົ້າຈັກກະພັດ ຍີ່ປຸ່ນ Akihito ແລະ ພະລາຊານີ. ການຢ້ຽມຢາມຄັ້ງນີ້ບັນລຸໄດ້ຜົນສຳເລັດທີ່ສຳຄັນຫລາຍຢ່າງ, ວາງຂີດໝາຍປະຫວັດສາດໃຫມ່ ຍົກການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດຂຶ້ນສູ່ລະດັບເລິກເຊິ່ງ, ກວ້າງຂວາງ, ພ້ອມທັງຊຸກຍູ້ການຮ່ວມມືຮອບດ້ານໃນທຸກຂົງເຂດ.
ທ່ານປະທານເຈືອງເຕີນຊາງ ເຈລະຈາກັບທ່ານນາຍົກລັດຖະມົນຕີ
ຍີ່ປຸ່ນ Shinzo Abe
photo:internet
|
ການຢ້ຽມຢາມທາງລັດຖະກິດເຖິງ ຍີ່ປຸ່ນ ຄັ້ງນີ້ຂອງທ່ານປະທານປະເທດເຈືອງເຕີນຊາງ ແມ່ນການຢ້ຽມຢາມຄັ້ງທຳອິດໃນຖານະຜູ້ນຳລັດ ແລະ ແມ່ນການຢ້ຽມຢາມຍີ່ປຸ່ນ ທາງລັດຖະກິດຄັ້ງທີ 2 ຂອງປະທານປະເທດຫວຽດນາມ ໃນກວ່າ 40 ປີຜ່ານມາ, ນັບແຕ່ເມື່ອສອງປະເທດສ້າງສາຍພົວພັນທາງການທູດເມື່ອປີ 1973. ພິເສດ, ທ່ານປະທານປະເທດຫວຽດນາມເຈືອງເຕີນຊາງ ເປັນປະມຸກລັດຕ່າງປະເທດຜູ້ທຳອິດ ແມ່ນແຂກຖືກເຊີນຂອງພະເຈົ້າຈັກກະພັດຍີ່ປຸ່ນ ໃນປີ 2014.
ບັນລຸຄວາມໄວ້ເນື້ອເຊື່ອໃຈຢ່າງສູງກ່ຽວກັບດ້ານການເມືອງ
ພຽງໃນເວລາ 3 ມື້ ແຕ່ໄດ້ມີການເຄື່ອນໄຫວ 50 ຢ່າງຈາກ ໂຕກຽວ ເຖິງ ອີບາຣາກີ ແລະ ໂອຊາກາ, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ມີການພົບປະຫລາຍຄັ້ງກັບພະເຈົ້າຈັກກະພັດ, ລາຊະວົງ, ສະພາແຫ່ງຊາດ, ລັດຖະບານ ຕະຫລອດຮອດການນຳບັນດາກຸ່ມບໍລິສັດເສດຖະກິດໃຫຍ່, ສະຫະສະມາຄົມວິສາຫະກິດ, ການນຳທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນ, ບັນດາເພື່ອນມິດຍີ່ປຸ່ນທີ່ສະຫນິດສະຫນົມກັບ ຫວຽດນາມ ແລະ ນັບທັງຊາວກະສິກອນຍີ່ປຸ່ນ ເປັນຈຳນວນຫລວງຫລາຍ. ພົ້ນເດັ່ນແມ່ນ ຢູ່ສະພາແຫ່ງຊາດ ຍີ່ປຸ່ນ, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ມີບົດກ່າວປາໄສ ດ້ວຍຫົວຂໍ້ວ່າ: ການປ່ຽນໃຫມ່ ແລະ ຫົວຄິດປະດິດສ້າງເພື່ອຮັບມືກັບໂລກທີ່ພວມປ່ຽນແປງ”. ການມີຫນ້າ ແລະ ບົດກ່າວປາໄສຂອງທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຮັບຄວາມຊົມເຊີຍຈາກວົງການເຈົ້າຫນ້າທີ່ທັງໝົດ, ບັນດາພາກສ່ວນໃນສັງຄົມ.
ພ້ອມກັບບົດກ່າວປາໄສສຳຄັນຕໍ່ສະພາແຫ່ງຊາດຍີ່ປຸ່ນ, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ມີການເຈລະຈາສຳເລັດຜົນ. ຜູ້ນຳທັງສອງທ່ານ ໄດ້ອອກຖະແຫລງການຮ່ວມກ່ຽວກັບການສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ ກວ້າງຂວາງ ເພ່ືອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ ອາຊີ ລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ. ທ່ານປະທານປະເທດ ເຈືອງເຕີນຊາງ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ເຫັນດີຍົກການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບໃຫມ່ ແລະ ຂອບເຂດການຮ່ວມມືໃຫມ່, ສອ່ງແສງໃຫ້ເຫັນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ ໃນໄລຍະຜ່ານມາແມ່ນພັດທະນາຢ່າງແຂງແຮງ, ເລິກເຊິ່ງ ແລະ ກວ້າງຂວາງ ພ້ອມທັງ ວາງບັນດາທິດທາງໃຫຍ່ແຫ່ງການພົວພັນລະຫວ່າງສອງປະເທດໃນໄລຍະພັດທະນາໃຫມ່. ຂ້າພະເຈົ້າກໍຢືນຢັນກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ວ່າ: ຫວຽດນາມ ໄດ້ ແລະ ພວມສືບຕໍ່ຍູ້ແຮງກິດຈະການປ່ຽນໃຫມ່ຢ່າງຮອບດ້ານ, ສ້າງລັດແຫ່ງອຳນາດນິຕິບັນຍັດ, ເປີດກວ້າງປະຊາທິປະໄຕ, ເພີ່ມທະວີການປະຕິຮູບດ້ານບໍລິຫານ,ຕຸລາການ, ຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ ແລະ ປ່ຽນໃຫມ່ຮູບແບບການເຕີບໂຕຂອງຫວຽດນາມ.”
ວາງຂີດໝາຍປະຫວັດສາດໃນການພົວພັນລະຫວ່າງສອງປະເທດ
ໃນການຢ້ຽມຢາມຍ່ີປຸ່ນ, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ມີການພົບປະສົນທະນາກັບການນຳອົງການເສດຖະກິດ ແລະ ວິສາຫະກິດຊັ້ນນຳຂອງຍີ່ປຸ່ນ ນັບຮ້ອຍໆແຫ່ງ. ທີ່ການພົບປະຄັ້ງຕ່າງໆນັ້ນ, ຍີ່ປຸ່ນໃຫ້ຄຳໝັ້ນສັນຍາ ຜັນຂະຫຍາຍແຜນການດຳເນີນງານໃຫ້ແກ່ 6 ຂະແຫນງອຸດສາຫະກຳບຸລິມະສິດໃນຍຸດທະສາດຫັນເປັນອຸດສາຫະກຳຂອງຫວຽດນາມ , ຫນູນຊ່ວຍການພັດທະນາບັນດາເຂດອຸດສາຫະກຳລົງເລິກ, ພ້ອມທັງສືບຕໍ່ສະຫນອງບວ້ງກູ້ຢືມ 120 ຕື້ເຢັນໄລຍະ 2 ປີການເງິນ 2012 ໃຫ້ແກ່ 5 ໂຄງການໃຫຍ່ຂອງຫວຽດນາມ.
ຄຽງຄູ່ກັນນັ້ນ, ສອງປະເທດ ກໍບັນລຸໄດ້ບັນດາຂໍ້ຕົກລົງຮ່ວມມື ໃນຂົງເຂດພັດທະນາແຫ່ລງຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຊີ, ສາທາລະນະສຸກ, ວັດທະນະທຳ, ສຶກສາ ຫລາຍສະບັບ, ໃນນັ້ນ ການຮ່ວມມືດ້ານກະສິກຳ ແມ່ນຂອດບຸກທະລຸ ເມື່ອຍີ່ປຸ່ນ ຈະພິຈາລະນາຫນູນຊ່ວຍຫວຽດນາມ ເພີ່ມສະມັດຕະພາບ, ຍົກສູງປະສິດທິຜົນການປຸງແຕ່ງ, ເພີ່ມທະວີການກວດກາ, ຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພດ້ານສະບຽງອາຫານໃນບັນດາຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ນຳອຸດສາຫະກຳເຂົ້າໃນການຜະລິດກະສິກຳ, ໝູນໃຊ້ເຕັກໂນໂລຊີສູງ, ເຕັກໂນໂລຊີຊີວະສາດໃນການປູກຝັງ ແລະ ລ້ຽງສັດ, ປະກອບສ່ວນເພີ່ມລາຍຮັບ, ຮັດແຄບຊ່ອງຫວ່າງ ແລະ ປັບປຸງຊີວິດການເປັນຢູ່ໃຫ້ແກ່ຊາວກະສິກອນ. ນີ້ແມ່ນບາດກ້າວຫັນປ່ຽນໃຫມ່ໃນການຮ່ວມມືລະຫວ່າງສອງປະເທດ. ດຣ ເຈີນດີງທຽນ, ຫົວຫນ້າສະຖາບັນຄົ້ນຄ້ວາເສດຖະກິດຫວຽດນາມ ຖືວ່າ:
“ບັນຫາຈຸດສຸມ ຊື່ງແຕ່ກອ່ນມາຮອດປະຈຸບັນບໍ່ທັນວາງອອກຫລາຍປານໃດ,ນັ້ນແມ່ນການຮ່ວມມືດ້ານກະສິກຳ. ການຮ່ວມມືໃນຂົງເຂດນີ້ ແມ່ນຫັນໄປສູ່ເຕັກໂນໂລຊີຜ່ານໂຄງການຮ່ວມມືຢ່າງກວ້າງຂວາງ.ສິ່ງນີ້ແມ່ນເໝາະສົມກັບຫວຽດນາມ,ເພາະປະຈຸບັນ ພວກເຮົາພວມຫັນໄປສູ່ພື້ນຖານກະສິກຳເຕັກໂນໂລຊີສູງ ແລະ ເລື່ອງເລືອກເຟັ້ນ ຍີ່ປຸ່ນ ເປັນຄູ່ຮ່ວມມືແມ່ນມີຄວາມໝາຍສຳຄັນ.”
ໄປຄຽງຄູ່ກັບຜົນສຳເລັດໃນການຮ່ວມມືດ້ານເສດຖະກິດ ແມ່ນຜົນສຳເລັດໃນການຊຸກຍູ້ຮ່ວມມືພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ. ທີ່ຍີ່ປຸ່ນ, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ມີການພົບປະກັບເພື່ອນມິດຍີ່ປຸ່ນ, ນັກການເມືອງ, ນັກທຸລະກິດ ແລະ ຜູ້ຕາງຫນ້າບັນດາອົງການມິດຕະພາບກັບຫວຽດນາມ ນັບຮ້ອຍຄົນ.
ເມື່ອຕີລາຄາກ່ຽວກັບການຢ້ຽມຢາມທາງລັດຖະກິດເຖິງຍີ່ປຸນ, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ຢືນຢັນວ່າ:
“ການຢ້ຽມຢາມຍີ່ປຸ່ນ ຄັ້ງນີ້ ຂອງ ທ່ານປະທານປະເທດເຈືອງເຕີນຊາງ ມີຄວາມໝາຍສຳຄັນ. ທ່ານປະທານປະເທດເຈືອງເຕີນຊາງໄດ້ມີການພົບປະຂັ້ນສູງກັບພະເຈົ້າຈັກກະພັດ ຍີ່ປຸ່່ນ, ການນຳສະພາສູງ, ສະພາຕຳ່ ແລະ ບັນດາກຸ່ມສະມາຊິກສະພາແຫ່ງຊາດ,ການນຳບັນດາພັກຝ່າຍ ການເມືອງຂອງຍີ່ປຸ່ນ. ການພົບປະຄັ້ງຕ່າງໆນັ້ນ ໄດ້ສະແດງໃຫ້ເຫັນລະດັບການພົວພັນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ, ແມ່ນລະດັບການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ໄດ້ຮັບການຍົກຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງ, ເພື່ອສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ.”
ການຢ້ຽມຢາມຍີ່ປຸ່ນຄັ້ງນີ້ຂອງ ທ່ານປະທານປະເທດເຈືອງເຕີນຊາງ ໄດ້ນຳມາເຊິ່ງບັນດາໝາກຜົນລະອຽດ. ບັນດາໝາກຜົນນີ້ໄດ້ສ້າງຂອບເຂດການຮ່ວມມືໃຫມ່ ແລະ ແນ່ນອນວ່າ ຈະແມ່ນກຳລັງຫນູນໃຫມ່ຮັດແຫນ້ນການພົວພັນລະຫວ່າງສອງປະເທດຢ່າງໝັ້ນຄົງ.