ຊຸກຍູ້ການຮ່ວມມືເພື່ອປະຊາຄົມເສດຖະກິດອາຊຽນພັດທະນາ

(vovworld) - ​ກ່​ວາ​ໜຶ່ງ​ປ​ີ​ນັບ​ແຕ່​ເມື່ອ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽ​ນ (AEC) ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ຄວາມ​ສະ​ດວກ​ທີ່​ສຸດ​ທີ່ປະ​ຊາ​ຄົມ​ໄດ້​ນຳ​ມາ​ໃຫ້ ຫວຽດ​ນາມ ນັ້ນ​ແມ່ນ​ສ້າງ​ສະ​ພາບ​ແວດ​ລ້ອ​ມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ສ້າງ​ພາກ​ພື້ນ​ເສດ​ຖະ​ກິດ, ການ​ຄ້າ​ລວມ ແລະ ພື້ນ​ຖານ​ການ​ຜະ​ລິດ​ຮ່ວມ. ປີ​ທຳ​ອິດ​ຂອງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽ​ນ (AEC) ໄດ້​ຜ່ານ​ໄປ​ດ້ວຍ​ຂີດ​ໝາຍບໍ່​ໜ້ອຍ ແລະ AEC ຈະ​ສືບ​ຕໍ່​ແມ່ນ​ກຳ​ລັງ​ໜູນ​ເພື່ອ​ໃຫ້ ຫວຽດ​ນາມ ປ່ຽນໃໝ່, ຮັບ​ມື ແລະ ກ້າວ​ຂຶ້ນ, ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ ກ້​ວາງ​ຂ​ວາງ​ເຂົ້າ AEC ໃນ​ໄລ​ຍະ​ໃໝ່. ບົດ​ຂຽນ​ຂອງ ແອ໋ງ​ຮ່ຽນ “ຊຸກ​ຍູ້​ການ​ຮ່ວມ​ມື​ເພື່ອ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ​ພັດ​ທະ​ນາ”.

        AEC ໄດ້​ຮັບ​ການ​ກຳ​ເນີດ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ທ້າຍ​ເດືອນ 12/2015. AEC ໄດ້​ເປີດ​ກາ​ລະ​ໂອ​ກາດ​ສ​ຳ​ພັດ ແລະ ເປີດ​ກ້​ວາງ​ຕະຫຼາດ​ພາຍ​ໃນ​ກຸ່ມດ້ວຍ​ປະ​ຊາ​ກອນ​ປະ​ມານ 625 ລ້ານຄົນ ແລະ GDP ບັນ​ລຸ​ເກືອບ 3.000 ຕື້ USD ໃນ​ແຕ່​ລະ​ປີ. ກ່​ວາ​ໜຶ່ງ​ປີ​ທີ່​ຜ່ານ​ມາ, AEC ໄດ້​ສ້າງ​ຂີດ​ໝາຍ​ການ​ຮ່ວມ​ມື​ຢ່າງ​ຟົດ​ຟື້ນ, ພິ​ເສດ​​ແມ່ນລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ພາຍ​ໃນ​ກຸ່ມ ແລະ ກັບ​ບັນ​ດາ​ພາກ​ພື້ນ​ອື່ນໆ​ຢູ່​ໃນ​ໂລກ. ສຳ​ລັບ ຫວຽດ​ນາມ ແລ້ວ, AEC ໄດ້​​ຂີດ​ໝາຍບາດ​ກ້າວ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ພາກ​ພື້ນ, ເຂົ້າ​ຮ່ວມ​​ລະ​ບົບສະ​ໜອງ​​ໃນພາກ​ພື້ນ ແລະ ​ທົ່ວ​ໂລ​ກ​ເທື່ອ​ລະ​ກ້າວ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ຄາດ​ໝາຍ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ ແລະ ຫັນ​​ເປັນປະ​ເທດ​ອຸດ​ສາ​ຫະ​ກຳ, ທັນ​ສະ​ໄໝ.

ຊຸກຍູ້ການຮ່ວມມືເພື່ອປະຊາຄົມເສດຖະກິດອາຊຽນພັດທະນາ - ảnh 1
ພາບ​ປະ​ກອບ

AEC ສ້າງ​ກຳ​ລັງ​ໜູນ​ພັດ​ທະ​ນາ

        ໃນ 3 ເສົ້າ​ຄ້ຳ​ນັ້ນ, AEC ໄດ້​ຮັບ​ຖື​ວ່າ​ແມ່​ນ​ສຳ​ຄັນ​ທີ່​ສຸດ. ການ​ພັດ​ທະ​ນາ​ຂອງ AEC ໄດ້​ສ້າງ​ປະ​ຖົມ​ປັດ​ໄຈ​ເພື່ອ​ຊຸກ​ຍູ້​ການ​ປະ​ຕິ​ບັດ 2 ເສົາ​ຄ້ຳ​ທີ່​ຫຍັງ​ເຫຼືອ. ຄາດ​ໝາຍ​ຂອງ AEC ລວມ​ມີ​ການ​ສ້າງ​ຕະຫຼາດ​ແຫ່ງ​ໜຶ່ງ ແລະ​ ຮາ​ກ​ຖານ​ການ​ຜະ​ລິດ​​ເປັນເອ​ກະ​ພາບ, ​ເປັນພາກ​ພື້ນ​ເສດ​ຖະ​ກິດ​ມີ​​ລັກ​ສະ​ນະ​ແກ່ງ​ແຍ້ງ, ພາກ​ພື້ນ​ພັດ​ທະ​ນາ​​ຢ່າງ​ສະ​ໝ່ຳ​ສະ​ເໝີ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ. ໜຶ່ງ​ປີ​ທີ່​ຜ່ານ​ມາ, ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ AEC ນັ້ນ, ບັນ​ດາ​ປະ​ເທດ ອາ​ຊຽນ ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຫັນ​ຂົງ​ເຂດ​ໃຫຍ່ເປັນ​ເສ​ລີ 3 ນັ້ນ​ແມ່ນ​ການ​ຫັນ​ເປັນ​ເສ​ລີ​ໃນ​ຂົງ​ເຂ​ດ​ການ​ຄ້າ, ການ​ບໍ​ລິ​ຫານ, ການ​ລົງ​ທຶນ, ການ​ເງິນ ແລະ ແຮງ​ງານ. ລະ​ອຽດ​ຄື, ບັນ​ດາ​ປະ​ເທດ ສະ​ມາ​ຊິກ ອາ​ຊຽນ ຍູ້​ໄວ​ວິ​ວັດ​ທະ​ນາ​ການ​ປະ​ຕິ​ບັດ​ການ​ຫລຸດ​ຜ່ອນ​ພາ​ສີ, ປະ​ຕິ​ຮູບ​ລະ​ບຽບ​ການ​ພາ​ສີ ແລະ ບັນ​ດາ​ມາດ​ຕະ​ການ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ດ້ານ​ການ​ຄ້າ. ທ່ານ ເລ​ຮ່​ວາຍ​ຈູງ, ຮອງລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ​ຫວຽດ​ນາມ ໄດ້​ຢືນ​ຢັນ​ວ່າ:

        “ຜົນ​ງານ​ໃຫ​ຍ່​ທີ່​ສຸດ​ຂອງ​ປະ​ຊາ​ຄົມເສດ​ຖະ​ກິດ ອາ​ຊຽນ ນັ້ນ​ແມ່ນ​ກ້າວ​ເຂົ້າ​ສູ່​ການ​ປະ​ຕິ​ບັດ​ບັນ​ດາ​ແຜນ​ການ​ທີ່ໄດ້​ວາງ​ອອກ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ຄື ສືບ​ຕໍ່​ຊຸກ​ຍູ້​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ (RECP) ລະ​ຫວ່າງ​ບັນ​ດາ​ປະ​ເທດ​ຢູ່ ອາ​ຊີ - ປາ​ຊີ​ຟິກ ແລະ ອາ​ຊຽນ ກ່ຽວ​ກັບ​ພາກ​ພື້ນ​ການ​ຄ້າ​ເສ​ລີ, ປະ​ຕິ​ບັດ​ຂໍ​້​ລິ​ເລີ່ມ​ເຊື່ອມ​ຕໍ່​ໃນ​ອາ​ຊຽນ ແລະ ອາ​ຊຽນ​ກັບ​ບັນ​ດາ​ປະ​ຊາ​ຄົມ​ອື່ນໆ. ບັນ​ດາ​ປະ​ເທດກໍ່​ຮ່ວມ​ມື​​ຢ່າງເລ​ິກ​ເຊິ່ງ​ກ່​ວາ​ໃນ​ຂົງ​ເຂດ​ວິ​ຊາ​ສະ​ເພາະ​ຄື: ການ​ເງິນ, ການ​ຄ້າ​ການ​ລົງ​ທຶນ, ແຮງ​ງານ, ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ, ພິ​ເສດ​ແມ່ນ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ພາຍນອກ ແລະ ປະ​ຕິ​ບັດ​ຂໍ​້​ຕົກ​ລົງ​ໃນ​ຂອບ​ເຂດ​ຂອງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ.”

        ເພື່ອ​ບັນ​ລຸ​​ໄດ້ຈຸ​ດ​ໝາຍ​ສ້າງ​​ພາກພື້ນ​​ເສດ​ຖະ​ກິດທີ່​ມີ​ລັກ​ສະ​ນະແກ່ງ​ແຍ້ງ, ໃນ​ໄລ​ຍະ​ຜ່ານ​ມາ, AEC ໄດ້​ມຸ່ງ​ໃສ່​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ 4 ຢ່າງ​ນັ້ນ​ແມ່ນ​ນະ​ໂຍ​ບາຍ​ແກ່ງ​ແຍ້ງ, ປົກ​ປ້ອງ​ຜູ້​ບໍ​ລິ​ໂພກ​ອ​ຸ​ປະ​ໂພກ, ປົກ​ປ້ອງ​ກຳ​ມະ​ສິດ​ທາງ​ປັນ​ຍາ ແລະ ພັດ​ທະ​ນາ​ພື້ນ​ຖານ​ສ້າງ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ເພື່ອ​ສ້າງ​ພາກ​ພື້ນ ອາ​ຊຽນ ​ໃຫ້ພັດ​ທະ​ນາ​​ຢ່າງ​ສະ​ໝ່ຳ​ສະ​ເໝີ, ອາ​ຊຽນ ໄດ​້​ພິ​ຈາ​ລະ​ນາ​​ສ້າງ​ຍຸດ​ທະ​ສາດ​​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ, ສ້າງ​ຮ່າງ​ລາຍ​ການ​ລວມ​ໃຫ້​ບັນ​ດາ​ນັກ​ທຸ​ລະ​ກິດ ອາ​ຊຽນ ແລະ ຜັນ​ຂະ​ຫຍາຍ​ຂໍ້​ລິ​ເລີ່ມ​ເຊື່ອມ​ໂຍງ ອາ​ຊຽນ. ອາ​ຊຽນ ກໍ່​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຊຸກ​ຍູ້​ການ​ເຈ​ລະ​ຈາບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ 2 ຝ່າຍ ແລະ ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ, ເຂົ້າ​ຮ່ວມ​ລະ​ບົບການ​ສະ​ໜອງ​ທົ່ວ​ໂລກ​ຢ່າງ​ແຮງ​ກ່​ວາ ເພື່ອ​ແນ​ໃສ່​ເຊື່ອມ​ໂຍງ​ຢ່າງ​ແຮງ​ກ່​ວາ​ເຂົ້າ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ.

AEC ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ອັນ​ໃຫຍ່ຫຼວງ​ໃຫ້​ແກ່ ຫວຽດ​ນາມ

       ການ​ເຕີບ​ໃຫຍ່​ຂອງ​ສະ​ຫະ​ສະ​ມາ​ຄົມ​ຜ່ານ​ການ​ກຳ​ເນີດ​ຂອງ AEC ໄດ້​ນຳ​​ເອົາ​ຜົນ​ປະ​ໂຫຍດ​​ມາໃຫ້​ທັງ​ພາກ​ພື້ນ​ໃນ​ນັ້ນ​ມີ ຫວຽດ​ນາມ. AEC ຍັງ​ສ້າງ​ກາ​ລະ​ໂອ​ກາດ​ສຳ​ພັດ​ກັບ​ຕະຫຼາດ​ກ້​ວາງ​ໃຫຍ່​ກ່​ວາ​ໃຫ້​ແກ່ ຫວຽດ​ນາມ. ບໍ່​ພຽງ​ແຕ່​ຕະຫຼ​າດ​ພາຍ​ໃນ​ກຸ່ມ ອາ​ຊຽນ​ເທົ່າ​ນັ້ນ ຫາກ​ຍັງ​ເປີດ​ກ້​ວາງ​ອອກ​ສູ່​ບັນ​ດາ​ຕະຫຼາດນອກ​ພາກ​ພື້ນ ອາ​ຊຽນ ອີກ​ດ້ວຍ, ຍ້ອນ​ວ່າ ​ປະ​ຈຸ​ບັນບັນ​ດາ​ປະ​ເທດ ອາ​ຊຽນ ລ້ວນ​ແຕ່​ມີ​ບັນ​ດາ​ສັນ​ຍາ​ຮ່ວມ​ມື, ພິ​ເສດ​ແມ່ນ​ບັນ​ດາ​ສັນ​ຍາ​ກ່ຽວ​ກັບ​ຄວາມ​ເສ​ລີ​ດ້ານ​ການ​ຄ້າ ສຳ​ລັບ​ບັນ​ດາ​ຄູ່​ຮ່ວ​ມື​ການ​ຄ້າ​ໃຫຍ່​ໃນ​ໂລກ​ອີກ​ດ້ວຍ. ແລະ​ກໍ່​ຜ່ານ AEC, ໄດ້​ສ້າງ​ເງື່ອນ​ໄຂ​ເພີ່ມ​ຄວາມ​ດ​ຶງ​ດູດ​ໃຫ້​ແກ່​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຂອງ ຫວຽດ​ນາມ. ຮອງ​ສາດ​ສະ​ດາ​ຈານ, ປອ ຈິ້ງ​ທິ​ທູ​ເຮືອງ, ຮອງ​ຫົວ​ໜ​້າ​ພະ​ແນກ​ເສດ​ຖະ​ກິດ ແລະ ດຳ​ເນີນ​ທຸ​ລະ​ກິດ​ສາ​ກົນ, ມະ​ຫາ​ວິ​ທະ​ຍາ​ໄລ​ການ​ຄ້າ​ຕ່າງ​ປະ​ເທດ ຮ່າ​ໂນ້ຍ, ຖື​ວ່າ:

        “ກາ​ລະ​ໂອ​ກາດ​ກ່ຽວ​ກັບ​ຕະຫຼາດ​ແມ່ນ​ຈະ​ແຈ້ງ​​ທີ່​ສຸດສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ. ຕະຫຼາດ​ຢູ່ນີ້​ແມ່ນ​ຕະຫຼາດ​ມີ​ປະ​ຊາ​ກອນກ່​ວາ 600 ລ້ານ​ຄົນ, ໃຫຍ່​ທີ່​ 3 ຢູ່​ໃນ​ໂລກ. ແລະ​ຕະຫຼາດ​ແຫ່ງນີ້​ຢູ່​ຄຽງ​ຂ້າງ​ພວກ​ເຮົາ, ໝາຍ​ຄວາມ​ວ່າ​ຊ່​ອງ​ຫວ່າງ​ດ້ານ​ພູມ​ສາດ​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນບໍ່​ຫ່າງ​ໄກ ຄື ຫວຽດ​ນາມ ກັບ ອີ​ຢູ, ອາ​ເມ​ລິ​ກາ ຫຼື ຍີ່​ປຸ່ນ. ດັ່ງ​ນັ້ນ, ວິ​ສາ​ຫະ​ກິດ​ຕ້ອງ​​ເຫັນໄດ້​​ຜົ​ນ​ປະ​ໂຫຍດ​ຢູ່​ທີ່ນີ້”

ຄວາມ​ມາ​ນະ​ພະ​ຍາ​ຍາມ​ເຊື່ອມ​ໂຍງ​ຮອບ​ດ້ານ​ໃນ​ອາ​ຊຽນ

        ອາດ​ສາ​ມາດຢັ້ງ​ຢືນ​ໄດ້​ວ່າ, AEC ເຊິ່ງ​ແມ່ນ​ເສົາ​ຄ້ຳ​ໃນ ອາ​ຊຽນ ​ທີ່​ຮັບ​ການ​ກຳ​ເນີດ ແລະ ກ້າວ​ເຂົ້າ​ສ​ູ່​ການ​ເຄື່ອນ​ໄຫວ, ໄດ້​​ຍົກ​ການ​ຮ່ວມ​ມື ແລະ ຄວາມ​ສາ​ມັກ​ຄີ ອາ​ຊຽນ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່. ໃນ​ພາກ​ພື້ນ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ຂະ​ຫຍັນ​ຂັນ​ເຄື່ອນ, ເລື່ອງ​ປັບ​ປຸງ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ 10 ປະ​ເທດ​ສະ​ມາ​ຊິກ ແມ່ນ​ປັດ​ໄຈ​​ທີ່ມີ​ຄວາມ​ໝາຍ​ແຖວ​ໜ້າ​ສຳ​ລັບ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ສະ​ຖຽນ​ລະ​ພາບ​ພາຍ​ໃນ​ພາກ​ພື້ນ ກໍ່​ຄື​ເພີ່ມ​ທະ​ວີ​ທີ່​ຕັ້ງ​ບົດ​ບາດ​ຂອງ​ແຕ່​ລະ​ປະ​ເທດ. ອາ​ຊຽນ ພວມ​ກາຍ​ເປັນ​ພາກ​ພື້ນ​ສຳ​ຄັນ​ທີ່​ດຶງ​ດູດ​ຄວາມ​​ສົນໃຈ​​ຈາກ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື​ນອກ​ພາກ​ພື້ນ. ທ່ານ Haike Manning, ເອກ​ອັກ​ຄະ​ລັດ​ຖະທູດ ນິວ​ຢີ​ແລນ ປະ​ຈຳ ຫວຽດ​ນາມ ໄດ້​ເນັ້ນ​ໜັກ​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຖື​ການ​ພົວ​ພັນ​ລະ​ຫວ່າງ ນິວ​ຢີ​ແລນ ແລະ ອາ​ຊຽນ ເປັນ​ສຳ​ຄັນ, ໃນ​ນັ້ນ ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​​ທີ່ສຳ​ຄັນຫຼາຍ. ນີວ​ຢີ​ແລນ ແລະ ອາ​ຊຽນ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ສິ່ງ​ດັ່ງ​ກ່າວ​ໄດ້​ສະ​ແດງ​​ໃຫ້​ເຫັນຄຳ​ໝັ້ນ​ສັນ​ຍາ, ຖື​ເປັນ​ສຳ​ຄັນ​ຂອງ​ພ​ວກ​ຂ້າ​ພະ​ເຈົ້າ​ສຳ​ລັບ ອາ​ຊຽນ ໃນ​ການ​ກຳ​ນົດ​ທິດ​​ທາງພັດ​ທະ​ນາ​ວັດ​ທະ​ນາ​ຖາ​ວອນ.”

        AEC ເຊື່ອມ​ໂຍງ​ຮອບ​ດ້ານ​ຈະ​ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ປະ​ໂຫຍດບໍ່​ໜ້ອຍ​​ໃຫ້​ແກ່ ຫວຽດ​ນາມ. ປີ 2017, ຫ​ວຽດ​ນາມ ສືບ​ຕໍ່​ເປັນ​ເຈົ້າ​ການ​​ສະ​ເໜີ, ປະ​ກອບ​ຂໍ​້​ລິ​ເລີ່ມ​ພ້ອມ​ກັບ ອາ​ຊຽນ ຊຸກ​ຍູ້​ການ​ປະ​ຕິ​ບັດ​ແຜນ​ການ​ປະ​ຊາ​ຄົ​ມ​ເສດ​ຖະ​ກິດ ອາ​ຊຽນ, ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດ​ທະ​ນາ, ຮັບ​ໃຊ້​ຄາດ​ໝາຍ​ສ້າງໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດຄືນ​ໃໝ່ ແລະ ຫັນ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ, ທັ​ນ​ສະ​ໄໝ.


ຂ່າວ/ບົດ​ອື່ນ