ຊຸກ​ຍູ້​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ ສອງ​ຝ່າຍ ຫວຽດ​ນາມ - ຕີ​ມໍ​ແລັດສະ​​ແຕ

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ໂຕເລິມ, ທ່ານ Jose Ramos-Horta ປະທານາທິບໍດີ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະແຕ ຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມໃນລະຫວ່າງວັນທີ 31 ກໍລະກົດ ຫາວັນທີ 3 ສິງຫາ. ການຢ້ຽມຢາມແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມື, ເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມ.

ຊຸກ​ຍູ້​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ ສອງ​ຝ່າຍ ຫວຽດ​ນາມ - ຕີ​ມໍ​ແລັດສະ​​ແຕ - ảnh 1ທ່ານ Jose Ramos-Horta ປະທານາທິບໍດີ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະແຕ
(ພາບ: Reuters)

ນີ້ແມ່ນການຢ້ຽມຢາມ ຫວຽດນາມຄັ້ງທີສອງ ຂອງທ່ານ ປະທານາທິບໍດີ Jose Ramos-Horta ນັບແຕ່ປີ 2010. ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຄັ້ງນີ້ຂອງທ່ານ ປະທານາທິບໍດີ Jose Ramos-Horta ໄດ້ດຳເນີນບົນພື້ນຖານການພົວພັນ ຫວຽດນາມ - ຕີມໍແລັດສະແຕ ຮັກສາທ່າພັດທະນາຢ່າງຕັ້ງໜ້ານັບແຕ່ເວລາສ້າງຕັ້ງການພົວພັນທາງການທູດ (28 ກໍລະກົດ 2002).

ບັນດາບາດກ້າວພັດທະນາໃນການພົວພັນສອງຝ່າຍ

ຕີມໍແລັດສະແຕ ໄດ້ເປີດສະຖານທູດ ປະຈຳຮ່າໂນ້ຍຢ່າງເປັນທາງການນັບແຕ່ເດືອນເມສາ 2012. ຫວ່າງມໍ່ໆມານີ້, ການພົວພັນສອງປະເທດບັນລຸໄດ້ຫຼາຍບາດກ້າວພັດທະນາ. ພົ້ນເດັ່ນແມ່ນບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ, ພົບປະກັນ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂອງ ສະມາຄົມ ປະຊາຊາດອາຊີຕາເວັນອອກສ່ຽງໃຕ້  (ອາຊຽນ). ໃນການພົບປະຄັ້ງຕ່າງໆ, ການນຳ ຕີມໍແລັດສະແຕ ຍາມໃດກໍ່ສະແດງຄວາມເຄົາລົບນັບຖືຕໍ່ພາລະກິດປະຕິວັດຂອງປະຊາຊົນ ຫວຽດນາມ ກໍ່ຄືວິວັດການສ້າງສາ, ພັດທະນາປະເທດຊາດ, ຖື ຫວຽດນາມແມ່ນແບບຢ່າງໃນການພັດທະນາ.

ປັດຈຸບັນ, ການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງສອງປະເທດຍັງບໍ່ສົມກັບຄວາມສາມາດບົ່ມຊ້ອນ. ວົງເງິນການຄ້າສອງຝ່າຍໃນປີ 2023 ບັນລຸ 15,9 ລ້ານ USD. ໃນ 5 ເດືອນຕົ້ນປີ2024 ບັນລຸກວ່າ 6,1 ລ້ານ USD, ເພີ່ມຂຶ້ນ 29,4%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ສອງຝ່າຍໄດ້ເຊັ່ນສັນຍາແມ່ກ່ຽວກັບການຮ່ວມມືດ້ານເສດຖະກິດ - ເຕັກນິກ (4/2010), ສັນຍາການຄ້າສອງຝ່າຍ (9/2013), ບົດບັນທຶກຊ່ວຍຈຳວ່າດ້ວຍການຄ້າຂາຍເຂົ້າສານ (12/2015). ປີ 2023, ຫວຽດນາມສົ່ງອອກເຂົ້າສານ 15.320 ໂຕນໄປຍັງ ຕີມໍແລັດສະແຕ, ມູນຄ່າເກືອບ 8,8 ລ້ານ USD. ໄລ່ຮອດເດືອນເມສາ ປີ 2024, ຫວຽດນາມ ສົ່ງອອກເຂົ້າສານ 3.866 ໂຕນໄປຍັງຕີມໍແລັດສະເຕີ ທີ່ມີມູນຄ່າເກືອບ 2,6 ລ້ານ USD.

ກ່ຽວກັບການລົງທຶນ, ປັດຈຸບັນ ກຸ່ມບໍລິສັດໂທລະຄົມທະນາຄົມ ກອງທັບ ຫວຽດນາມ (Viettel) ມີໂຄງການລົງທຶນສະໜອງການບໍລິການໂທລະຄົມມະນາຄົມ ຢູ່ ຕີມໍແລັດສະແຕ (ດ້ວຍຊື່ວ່າ Telemor) ແມ່ນວິສາຫະກິດ ຫວຽດນາມ ທີ່ເປັນຕົວແບບທີ່ດີກ່ຽວກັບການຮ່ວມມືລົງທຶນ, ດຳເນີນທຸລະກິດຢູ່ ຕີມໍແລັດສະແຕ, ພ້ອມກັນນັ້ນ ແມ່ນວິສາຫະກິດໃຫຍ່ທີ່ສຸດພວມມີການລົງທຶນ, ດຳເນີນທຸລະກິດຢູ່ທີ່ນີ້, ມີການປະກອບສ່ວນຫຼາຍພໍສົມຄວນ ໃຫ້ແກ່ຂະແໜງໂທລະຄົມມະນາຄົມ ຕີມໍແລັດສະແຕ.

ນອກຈາກນັ້ນ, ສອງປະເທດມີຄວາມສາມາດບົ່ມຊ້ອມ ຮ່ວມມືໃນບັນດາຂົງເຂດກະສິກຳ, ນ້ຳມັນອາຍແກັດ, ສິນໃນນ້ຳ, ກໍ່ສ້າງພື້ນຖານໂຄງລ່າງ, ແລກປ່ຽນຜະລິດຕະພັນກະເສດ, ຕຳແຜ່ນຕັດຫຍິບ, ເຄື່ອງໃຊ້ສອຍ, ເຄື່ອງຈັກອູດສາຫະກຳ, ເຄື່ອງອຸປະກອນໄຟຟ້າ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ… ຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດ, ທ່ານ ຕະວັນໂທງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ທັງຮັບຜິດຊອບ ຕີມໍແລັດສະແຕ ຢັ້ງຢືນວ່າ:

ການພົວພັນຮ່ວມມືລະຫວ່າງສອງປະເທດໄດ້ມີຢູ່ແລ້ວ ແຕ່ຍັງຢູ່ລະດັບບໍ່ສູງປານໃດ. ເຖິງຢ່າງໃດກໍຕາມ, ຫວຽດນາມມີບັນດາບໍລິສັດໃຫຍ່ມາລົງທຶນດຳເນີນທຸລະກິດຢູ່ ຕີມໍແລັດສະແຕ ຄືບໍລິສັດ Viettel. ໃນໄລຍະຈະມາເຖິງຂົງເຂດ ເຊິ່ງພວກເຮົາຕ້ອງໃຫ້ບຸລິມະສິດນັ້ນແມ່ນ ກະສິກຳ. ຕີມໍແລັດສະແຕ ກໍ່ຕ້ອງມີກຳລັງນັກຊ່ຽວຊານຈາກຫວຽດນາມ ມາຊ່ວຍເຫຼືອເພື່ອເຮັດໃຫ້ກະສິກຳບັນລຸສະມັດຕະພາບສູງກ່ວາ. ນອກຈາກນັ້ນ, ສອງປະເທດອາດຈະສືບຕໍ່ເພີ່ມທະວີການຮ່ວມມືຫຼາຍກ່ວາອີກໃນບັນດາຂົງເຂດຄື: ການສົ່ງອອກນຳເຂົ້າ, ການທ່ອງທ່ຽວ, ກໍ່ສ້າງພື້ນຖານໂຄງລ່າງ…

ກ່ຽວກັບການຮ່ວມມືຫຼາຍຝ່າຍ, ສອງຝ່າຍຮ່ວມມື ແລະ ສົມທົບດ້ານຫຼັກໝັ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. ຕີມໍແລດສະແຕ ຢັ້ງຢືນການສະໜັບສະໜູນ ຫວຽດນາມ ກາຍເປັນກຳມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.

ຊຸກ​ຍູ້​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ ສອງ​ຝ່າຍ ຫວຽດ​ນາມ - ຕີ​ມໍ​ແລັດສະ​​ແຕ - ảnh 2ທ່ານ ຕະວັນໂທງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ທັງຮັບຜິດຊອບ ຕີມໍແລັດສະແຕ

ຊຸກຍູ້ການພົວພັນ ຫວຽດນາມ - ຕີມໍແລັດສະແຕ

ປັດຈຸບັນ, ຕີມໍແລັດສະແຕ ພວມຢູ່ໃນວິວັດການເຂົ້າຮ່ວມສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ເຊິ່ງແມ່ນວິວັດການເພື່ອແນໃສ່ເປີດກວ້າງໂອກາດຮ່ວມມືດ້ານເສດຖະກິດ, ການເມືອງ ແລະ ວັດທະນະທຳກັບບັນດາປະເທດສະມາຊິກໃນປະຊາຄົມພາກພື້ນ. ເພື່ອບັນລຸໄດ້ຜົນສຳເລັດໃນການເຂົ້າຮ່ວມອາຊຽນ, ຕີມໍແລັດສະແຕ ຕ້ອງໄດ້ຮັບການໜູນຊ່ວຍ ແລະ ສະໜັບສະໜູນຈາກບັນດາປະເທດສະມາຊິກ, ໃນນັ້ນ ຫວຽດນາມ ມີບົດບາດສຳຄັນ. ທ່ານຕະວັນໂທງເນັ້ນໜັກວ່າ:

ຫວຽດນາມ ໄດ້ເຂົ້າຮ່ວມ ອາຊຽນແຕ່ປີ 1995 ແລະ ມີບົດຮຽນປະສົບການໃນການເຂົ້າຮ່ວມ ແລະເຊື່ອມໂຍງເຂົ້າອາຊຽນ. ນີ້ແມ່ນສິ່ງທີ່ຕີມໍແລັດສະແຕຕ້ອງການທີ່ສຸດ. ເລີ່ມຈາກການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຫວຽດນາມ ຍາມໃດກໍ່ສະໜັບສະໜູນວິວັດການເຂົ້າຮ່ວມ ອາຊຽນຂອງ ຕີມໍແລັດສະແຕ, ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊ່ວຍເຫຼືອຕີມໍແລັດສະແຕ, ພິເສດແມ່ນໃນຂົງເຂດຄື: ສ້າງກຳລັງຄວາມສາມາດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ບຳລຸງສ້າງພະນັກງານ ຍ້ອນວ່ານີ້ແມ່ນຂົງເຂດທີ່ຈຳເປັນໃນວິວັດການເຂົ້າຮ່ວມ ອາຊຽນ.

 ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານປະທານາທາບໍດີ ຕີມໍແລັດສະແຕ ແມ່ນຈຸດເວລາທີ່ມີລັກສະນະປະຫວັດສາດສຳລັບ ຕີມໍແລັດສະແຕ ເມື່ອປະເທດນີ້ພວມໃນວິວັດການເຂົ້າຮ່ວມ ອາຊຽນ. ການຢ້ຽມຢາມກໍ່ແມ່ນໂອກາດເພື່ອໃຫ້ສອງປະເທດສືບຕໍ່ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມື, ເຈລະຈາ ແລະ ແລກປ່ຽນບົດຮຽນປະສົບການໃນບັນດາຂົງເຂດເສດຖະກິດ, ການສຶກສາ, ກະສິກຳ ແລະ ສິນໃນນ້ຳ. ຜ່ານນັ້ນ ເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ