ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດຮັບໃຊ້ໃຫ້ແກ່ການ ຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ

​  ຫວຽດນາມ​ ພວມ​ໃນ​ວິວັດ​ການຫັນ​​ປະ​ເທດ​ຊາດເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ໜຶ່ງ​​ໃນ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວິວັດ​ການ​ດັ່ງກ່າວ​ແມ່ນ​ແຫຼ່ງຊັບພະຍາກອນ​ມະນຸດ​ຕ້ອງ​ມີ​ສຸຂະພາບ ​ແລະ ຮັບ​​ເອົາຄວາມ​ຮູ້​ດ້ານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ໃໝ່​ຢ່າງ​ວ່ອງ​ໄວ. ການ​ພັດທະນາແຫຼ່ງຊັບພະຍາກອນ​ມະນຸດ​​ແມ່ນ 1 ​ໃນຈຳນວນ 3 ມາດ​ຕະການ​ບຸກທະລຸ​ຍຸດ​ທະ​ສາດ, ປະກອບສ່ວນ​ສຳຄັນ​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງແຫຼ່ງຊັບພະຍາກອນ​ມະນຸດ​ ​ແລະ ພັດທະນາ​ເສດຖະກິດ​ສັງຄົມ. ​ເນື່ອງ​ໃນ​ໂອກາດ​ວັນ​ແຮງ​ງານ​ສາກົນ (1/5), ນັກ​ຂ່າວ​​​ເລ​ເຟືອງ​ມີ​ບົດດ້ວຍ​ຫົວ​ຂໍ້​ວ່າ: ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ​ຮັບ​ໃຊ້​ໃຫ້​ແກ່​ການ​ຫັນ​​ປະ​ເທດ​ຊາດເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ຊື່​ງໄດ້​ເຕື້ອງ​ເຖິງ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ຂະ​ແໜງ​ການ, ຂັ້ນຕ່າງໆ​ໃນ​ການ​ບຳລຸງ​ສ້າງ​ຖັນ​ແຖວ​ຜູ້​ອອ​ແຮງ​ງານ​ຫວຽດນາມ. ​

ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດຮັບໃຊ້ໃຫ້ແກ່ການ ຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ - ảnh 1

​ໂຄງການ​ພັດທະນາແຫຼ່ງຊັບພະຍາກອນ​ມະນຸດຫວຽດນາມ

(ພາບ:baogialai.com.vn)

  ຂະ​ແໜງ​ອຸດ​ສະຫະ​ກຳ​ຖ່ານຫີນ​ຫວຽດນາມ ຖືກ​ຖື​ວ່າ​ແມ່ນ​ຂະ​ແໜງ​ປາຍ​ແຫຼມ​ໃນ​ການ​ກຳນົດ​ທິດ​ພັດທະນາ​ອຸດສາຫະກຳ​ຂອງ​ຫວຽດນາມ. ປະຈຸ​ບັນ, ກຸ່ມ​ບໍລິສັດ​ຖ່ານຫີນ ​ແລະ ​​ແຮ່​ທາດ​ຫວຽດນາມ ມີ​ກຳມະກອນບໍ່​ແຮ່​ເຮັດ​ວຽກ​ຢູ່ກວາງ​ນິງ ປະມານ 113.000 ຄົນ ​ແລະ ​ໃນ​ອະນາຄົດ, ຂະ​ແໜງ​ຖ່ານຫີນຫວຽດນາມ ມີ​ແຜນການ​ເປີດ​ກ້ວາງ​ຕາມ​ທິດຜະລິດ, ຂຸດ​ຄົ້ນຖ່ານ​ຫີນ…​ຊື່​ງ​ໄດ້​ຮຽກຮ້ອງ​ໃຫ້​ມີ​ຖັນ​ແຖວ​ກຳມະກອນ​ມີ​ລະດັບ​ຄວາມ​ຮູ້​ສູງ​ກ່ວາ​ອີກ​ເພື່ອ​ຮັບ​​ເອົາບັນດາ​ເຕັກ​ໂນ​ໂລ​ຊີ​ໃໝ່, ຮັບ​ໃຊ້​ໃຫ້​ແກ່​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ຂອງ​ຂະ​ແໜງ. ທ່ານ​ດຣ ​ເລ​ແທ່ງ​ຮ່າ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ກຳມະກອນ-​ກຳມະບານ, ສັງກັດ​ສະຫະພັນ​ໃຫ່ຍ​ແຮງ​ງານ​ຫວຽດນາມ ຖື​ວ່າ:

   “ຢາກ​ກໍ່ສ້າງ​ຖັນ​ແຖວ​ກຳມະກອນ​ບໍ່​ແຮ່​ທີ່​ສາ​ມາດຕອບ​ສະ​ຫນອງ​ໄດ້​ຕາ​ມຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ, ຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບບັນດາ​ໂຮງຮຽນ​ສອນ​ວິຊາ​ຊີບ​ຂອງ​ຂະ​ແໜງ​ຖ່ານ​ຫີນ-​​ແຮ່​ທາດ. ຢາກ​ຍົກ​ສູງ​ລະດັບ​ຄວາມ​ຮູ້​ຂອງ​ກຳມະກອນ ຕ້ອງ​ຍົກ​ສູງ​ລະດັບ​ຄວາມ​ຮູ້​ຂອງ​ຖັນ​ແຖວ​ຄູ​ອາຈານ​ສອນ​ວິຊາ​ຊີບ. ​ເມື່ອ​ມີ​ເຄື່ອງ​ຈັກ​ໃໝ່​ໃຫ້​ສະມັດ​ຕະພາຍ​ສູງ, ທັນ​ສະ​ໄໝ​ກ່ວາ, ຕ້ອງ​ມີ​ສີມື​ການ​ຊ່າງ, ມີ​ລະດັບ​ຄວາມ​ຮູ້ ​ແລະ ​ເຕັກນິກ​ນຳ​ໃຊ້​ບັນດາ​ເຄື່ອງ​ຈັກ​ໃໝ່​ນັ້ນ. ສະນັ້ນບົດບາດ​ຂອງ​ກຳມະກອນ​ເຕັກນິກ​ຂັ້ນສູງ​ແມ່ນ​ສຳຄັນ​ທີ່​ສຸດ

ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດຮັບໃຊ້ໃຫ້ແກ່ການ ຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ - ảnh 2

ມະຫາວິທະຍາ​ໄລ FPT

(ພາບ:nguyentandung.org)

  ໜຶ່ງ​ໃນ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ສຳຄັນ​ໃນ​ວິວັດ​ການ​ນຳ​ຫວຽດນາມ ​ເຊື່ອມ​ຕົວ​ເຂົ້າກັບ​ການ​ພັດທະນາ​ລວມຂອງ​ໂລກ​ແມ່ນ​ສ້າງ​ຖັນ​ແຖວກຳມະກອນ​ໜຸ່ມ​ມີ​ລະດັບ​ຄວາມ​ຮູ້​ດ້ານ​ວິຊາ​ສະ​ເພາະ ​ແລະ ​ເຕັກນິກ​ສູງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກນິກ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ. ຢູ່​ຫວຽ​ດນາມ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ກຸ່ມ​ຂະ​ແໜງ​ນີ້​ໄດ້​ຮັບ​ການ​ລົງທຶນ​ຈາກ​ລັດ ​ແລະ ລັດຖະບານ​ເປັນ​ຈຳນວນ​ຫຼາຍ. ​ໃນ​ນັ້ນມີ​ການ​ສ້າງຕັ້ງມະຫາວິທະຍາ​ໄລ FPT. ທ່ານປະ​ລີ​ນຍາ​ໂທ​ຫງວຽນ​ຊວນ​ຟອງ ຮອງ​ອະທິການ​ບໍດີມະຫາວິທະຍາ​ໄລ FPT ​ໃຫ້​ຮູ້​ວ່າ:

  “ມະຫາວິທະຍາ​ໄລ FPT ມີຄວາມ​ແຕກ​ຕ່າງ​ກັບມະຫາວິທະຍາ​ໄລ​ອື່ນໆ​ແມ່ນ​ໄດ້​ບຳລຸງ​ສ້າງ​ນັກ​ວິ​ສາວະ​ກອນ​ອຸດສາຫະກຳ, ໝາຍ​ຄວາມ​ວ່າ ​ໄດ້​ບຳລຸງ​ສ້າງ​ຕາມ​ຮູບ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ການ​ບຳລຸງ​ສ້າງ​ກັບ​ຕົວ​ຈິງ, ກັບ​ການຄົ້ນຄ້ວາ-​ຜັນ​ຂະຫຍາຍ ​ແລະ ບັນດາ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ທີ່​ສຸດ

ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດຮັບໃຊ້ໃຫ້ແກ່ການ ຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ - ảnh 3

(ພາບ:dantri.com.vn)

  ປະຈຸ​ບັນ, ຢູ່​ຫວຽດນາມ ​ມີ​ໂຮງຮຽນ​ສອນ​ວິຊາ​ຊີບ​ກ່ວາ 1300 ​ແຫ່ງ. ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ໃນ​ໄລຍະ​ໃໝ່, ຄຸນ​ນະພາ​ບການ​ບຳລຸງ​ສ້າງ​ວິຊາ​ຊີບ​ຢູ່​ບັນດາ​ຮາກ​ຖານ​ສອນ​ວິຊາຊີບ​ນັບ​ມື້​ນັບ​ໄດ້​ຮັບ​ຖື​ເປັນ​ສຳຄັນ. ສະນັ້ນ, ຈຸດໝາຍ​ສັງ​ລວມ​ໃນ​ຍຸດ​ທະ​ສາດ​ພັດທະນາ​ການ​ສອນ​ວິຊາ​ຊີບ​ໄລຍະ 2011-2020 ຊື່​ງນອນ​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສັງຄົມ ​​ໂດຍ​ທ່ານ​ນາຍົກລັດຖະມົນຕີຫວຽນ​ເຕີນ​ຢູງ ​ໄດ້​ເຊັນ​ອະນຸມັດ​ເມື່ອ​ປີ 2012 ​ໄດ້​ຊີ້​ແຈ້ງວ່າ: “ຮອດປີ 2020, ການ​ສອນ​ວິຊາ​ຊີບ​ຈະ​ຕອບ​ສະໜອງຄວາມ​ຮຽກຮ້ອງຕ້ອງການ​ຂອງ​ຕະ​ຫຼາດ​ແຮງ​ງານ​ທັງ​ດ້ານ​ຈຳນວນ ​ແລະ ຄຸນ​ນະພາ​ບ, ​ໂຄງ​ປະກອບ​ວິຊາ​ຊີບ ​ແລະ ລະດັບ​ການ​ບຳລຸງ​ສ້າງ; ຄຸນ​ນະພາ​ບການ​ບຳລຸງ​ສ້າງ​ຂອງ​ວິຊາ​ຊີບ​ຈຳນວນ​ໜຶ່ງ​ບັນລຸ​ລະດັບ​ເທົ່າ​ທຽມ​ກັບລະດັບ​ຂອງ​ບັນດາ​ປະ​ເທດ​ພັດທະນາ​ໃນ​ພາກ​ພື້ນ​ອາ​ຊຽນ ​ແລະ ​ໂລກ; ສ້າງ​ຖັນ​ແຖວ​ຜູ້​ອອກ​ແຮງ​ງານ​ມີ​ສີມື​ດີ, ປະກອບສ່ວນ​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ແຫ່ງ​ຊາດ“. ທ່ານ​ນາງ​ຟ້າ​ມທິຫາຍ​ຈ່ວຽນ ລັດຖະມົນຕີກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ​ໃຫ້​ຮູ້​ວ່າ:

    “ຫວຽດນາມ​ ມີ​ຈຳນວນ​ຄົນ​ງານ​ໜຸ່ມ​ຫຼາຍ​ແຕ່​ຍັງ​ບໍ່​ທັນມີ​ຫຼາຍ​ຄົນ​ມີລະດັບ​ຄວາ​ມຮູ້​ສູງ​ເທື່ອ. ສະນັ້ນ, ລັດຖະບານ​​ໄດ້ສ້າງ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ສອນ​ວິຊາ​ຊີບ, ​ໃນ​ນັ້ນມີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ການ​ສອນ​ວິຊາ​ຊີບ​ໃຫ້​ແກ່​ຊາວ​ໜຸ່ມ ​ເພື່ອ​ສ້າງ​ເງື່ອ​ນໄຂ​ໃຫ້​ຊາວ​ໜຸ່ມ​ສາມາດ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳໄດ້​ຢ່າງ​ງ່າຍດາຍ​ ​ແລະ ມີ​ວຽກ​ເຮັດ​ງານ​ທຳ​ມີ​ຄຸນ​ນະພາ​ບສູງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ບັນດາ​ວິ​ສາ​ຫະກິດ​ພັດທະນາ​ໃນ​ໄລຍະ​ປະຈຸ​ບັນ

   ປະຈຸ​ບັນ, ກຳລັງ​ແຮງ​ງານ​ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ຈາກ​ບັນດາ​ຜູ້​ຊ່ຽວຊານ​ສາກົນ ​ແລະ ພາກ​ພື້ນ​ວ່າມີ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ຮັບ​ເອົາ​ຄວາມ​ຮູ້​ຢ່າງ​ວ່ອງ​ໄວ, ມີ​ຄວາມ​ສາມາດ​ໄປ​ທັນ​ກັບລະດັບ​ຄວາມ​ຮູ້​ຂອງ​ໂລກ​ຢູ່​ບາງ​ຂົງ​ເຂດ​ວິຊາ​ຊີບ. ນີ້​ແມ່ນ​ເງື່ອນ​ໄຂ​ສະດວກ ​ແລະ ກໍ່​ແມ່ນ​ຈຸດ​ດີ​ຊື່​ງຖັນ​ແຖວ​ກຳມະກອນ​ຫວຽດນາມ ​ໄລຍະ​ໃໝ່ ຈະ​ສືບ​ຕໍ່​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ເພື່ອ​ຮັບປະກັນ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ຂອງ​ປະ​ເທດ​ຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ