ຍູ້ແຮງການປະຕິບັດມະຕິສູນກາງພັກຄັ້ງທີ 4 ກ່ຽວກັບການກໍ່ສ້າງພັກ

(vovworld)- ມະຕິ​ສູນກາງ​ພັກ​ຄັ້ງທີ 4 ຊຸດ​ທີ 11 ກ່ຽວ​ກັບ “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ“ ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍຢ່າງ​ເປັນ​ທາງ​ການ​ມາ​ເປັນ​ເວລາ 1 ປີ​ແລ້ວ. ​ໃນ​ຊຸມ​ມື້​ນີ້, ບັນດາ​ການ​ນຳ​ພັກ​ໄດ້, ພວມ​ກວດກາ ​ແລະ ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ມະຕິ​ໃນ​ແຕ່ລະ​ຂັ້ນ, ຄະນະ, ຂະ​ແໜງ​ການ, ອົງການ​ຈັດຕັ້ງມະຫາຊົນ. ທ້ອງ​ຖິ່ນ​ຕ່າງໆ…​ດ້ວຍ​ຈຸດປະສົງ​ສະຫລຸບ​ບັນດາ​ວຽກ​ງານ​ທີ່​ປະຕິບັດ​ໄດ້​ເພື່ອ​ສືບ​ຕໍ່​ຜັນ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ມະຕິ​ດັ່ງ​ກ່າວ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

ຍູ້ແຮງການປະຕິບັດມະຕິສູນກາງພັກຄັ້ງທີ 4 ກ່ຽວກັບການກໍ່ສ້າງພັກ - ảnh 1

ປັບປຸງພັກຕາມມະຕິສູນກາງພັກຕັ້ງທີ 4 ຊຸດທີ 11

(ພາບປະກອບ: wru.edu.vn)

  ເນື້ອ​ໃນ​ມະຕິ​ສູງ​ກາງ​ພັກ​ຄັ້ງທີ 4 ຊຸດ​ທີ 11    ​ມີ​ລັກສະນະ​ຕໍ່ສູ້, ຕອບ​ສະໜອງ​ຄວາມ​ມຸ້ງ​ມາດ​ປາດ​ຖະໜາ, ຄວາມລໍຄອຍຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ດ້ວຍ​ບັນດາ​ມາດ​ຕະການ​ລະອຽດ ຊື່​ງຈຸດ​ສຸມ​ແມ່ນ​ປັບປຸງ​ພັກ​ຈາກ​ຂັ້ນ​ເທິງ​ລົງ​ຮອດ​ຂັ້ນລຸ່ມ. ວິ​ວັດ​ແຫ່ງ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ​ໄດ້​ກາຍ​ເປັນ​ບັ້ນດຳ​ເນີນ​ຊີວິດ​ການ​ເມືອງ​ອັນ​ເລິກ​ເຊິ່ງກ້ວາງ​ຂວາງ, ປະກອບສ່ວນ​ປັບປຸງ ​ແລະ ສ້າງ​ຄວາມ​ເປັນ​ເອກະ​ພາບ​ດ້ານ​ແນວ​ຄິດ, ​ເພີ່ມ​ທະວີ​ນ້ຳ​ໃຈ​ສາ​ມັກ​ຄີ​ໃນ​ພັກ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງທີ 7 ຊຸດ​ທີ 11 ຈັດ​ຂຶ້ນ​ໃນ​ເດືອນ 5/2013 ຜ່ານ​ມາ ກ່ຽວ​ກັບ​ການ​ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ປະຕິບັດມະຕິ​ສູນກາງ​ພັກ​ຄັ້ງທີ 4 ​ໃນ​ພັກ, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ຕີ​ລາຄາ​ວ່າ:    

   “​​​ອົງຄະ​ນະ​ພັກ, ອົງການ​ຈັດຕັ້ງພັກຂັ້ນຕ່າງໆ ​ແລະ ຖັນ​ແຖວພະນັກງານ, ສະມາຊິກ​ພັກ​ ມີ​ຄວາມ​ຮັບຮູ້ຢ່າງ​ຄົບ​ຖ້ວນ, ​ເລິກ​ເຊິ່ງກ່ວາ​ ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ກໍ່ສ້າງ​ພັກ​ໃນ​ສະພາບ​ການ​ໃໝ່, ​ເຫັນ​ແຈ້ງ​ລັກສະນະ​ຮີບ​ດ່ວນ ​ແລະ ຄວາມ​ຈຳ​ເປັນ​ຕ້ອງ​ສືບ​ຕໍ່​ປ່ຽນ​ໃໝ່ ​ແລະ ປັບປຸງ​ພັກ, ​ເຮັດ​ໃຫ້​ພັກ​ຂອງ​ພວກ​ເຮົາ​ນັບ​ມື້​ນັບ​ປອດ​ໄສ​ແລະ ໝັ້ນຄົງ​ເຂັ້ມ​ແຂງ. ​ໃນ​ສະພາບ​ການ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ການຜັນ​ຂະຫຍາຍ​ການ​ປະຕິບັດມະຕິ​ສູນກາງ​ພັກ​ຄັ້ງທີ 4 ​ໄດ້​ປະກອບສ່ວນຊຸກຍູ້​ບັນດາ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2012, ສຳ​ເລັດ​ບັນດາ​ຈຸດໝາຍ, ໜ້າ​ທີ່​ໄດ້​ວາງ​ອອກ​ໂດຍ​ພື້ນຖານ, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້. ຮັບປະກັນ​ຊີວິດ​ສັງຄົມ…”

ຍູ້ແຮງການປະຕິບັດມະຕິສູນກາງພັກຄັ້ງທີ 4 ກ່ຽວກັບການກໍ່ສ້າງພັກ - ảnh 2

(ພາບ:qdnd.vn)

  ອາດ​ຈະ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງວ່າ: ​ໃນ​ເບື້ອງ​ຕົ້ນ, ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ​ໄດ້​ສະກັດ​ກັ້ນສະພາ​ບເສື່ອ​ມ​ເສຍ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​, ​ແບບ​ແຜນການ​ດຳລົງ​ຊີວິດ​ໃນ​ພັກ, ​ແກ້​ໄຂ​ບາງ​ຂໍ້​ຈຳກັດ, ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ໃນ​ວຽກ​ງານ​ພະນັກງານ ​ແລະ ​ໃນ​ການ​ປະຕິບັດ​ບັນດາ​ຫຼັກການ​ຈັດຕັ້ງການ​ດຳ​ເນີນ​ຊີວິດ​ພັກ, ​ໂດຍ​ສະ​ເພາະ​ແມ່ນ​ລັກ​ການ​ລວມສູນ​ປະຊາທິປະ​ໄຕ, ໝູ່​ຄະນະ​ນຳພາ, ສ່ວນ​ບຸກຄົນ​ຮັບຜິດຊອບ. ຜ່ານ​ການ​ສຳ​ຫຼວດກວດກາ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ, ຮັບ​ຟັງ​ຄຳ​ເຫັນ​ປະກອບ​ຂອງ​ພະນັກງານ, ສະມາຊິກ​ພັກ, ປຊຊ, ກົມ​ການ​ເມືອງ, ຄະນະ​ເລຂາ, ອົງຄະ​ນະ​ພັກ, ອົງການ​ຈັດຕັ້ງພັກ ​ແລະ ພະນັກງານ, ສະມາຊິກ​ພັກ​ແຕ່ລະ​ຄົນມີ​ຄວາມ​ຮັບ​ຮູ້​ຈຸດ​ດີ, ຈຸດ​ອ່ອນຢ່າງ​​ເລິກ​ເຊິ່ງກ້ວາງ​ຂວາງ ​ແລະ ມີ​ມາດ​ຕະການ​ແກ້​ໄຂ. ຍ້ອນ​ເຫ​ດນັ້ນ, ອິດ​ທິພົນ​ຊື່​ສຽງ​ຂອງສະມາຊິກ​ພັກ​ແຕ່ລະຄົນ ​ແລະ ຂອງ​ທົ່ວ​ພັກ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ເຫັນ​ໄດ້​ຊັດ. ທ່ານ​ ກຊໍ​ເຟືອ​ກ ກຳມະການ​ສູນ​ກາງ​ພັກ, ປະທານ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕີ​ລາຄາ​ວ່າ:

     “ຜ່ານ​ວຽກ​ງານ​ນີ້, ຂ້າພະ​ເຈົ້າ​ເຫັນ​ວ່າ ພັກ​ກ້າ​ປະ​ເຊີນ​ໜ້າ​ກັບ​ບັນດາ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ ​ແລະ ຕັດສິນ​ໃຈ​ແກ້​ໄຂ​ບັນດາ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ຂອງ​ຕົນ. ​ແລະ​ເພື່ອ​ແກ້ໄຂ​ບັນດາ​ຂໍ້​ຂາດ​ຕົກ​ບົກ​ຜ່ອງນີ້, ​ໃນ​ພັກ​ຕ້ອງ​ເພີ່ມ​ທະວີ​ການ​ເສີມ​ຂະຫຍາຍປະຊາທິປະ​ໄຕ, ​ເພີ່ມ​ທະວີການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອ​ນສະຫາຍ. ພິ​ເສດ, ຍາມ​ໃດພັກກໍ່​ຕ້ອງຕິດ​ພັນ​ກັບ ປຊຊ, ຮັບ​ຟັງ​ຄຳ​ເຫັນ​ຂອງ ປຊຊ ​ແລະ ອີງ​​ໃສ່ ປຊຊ ​ເພື່ອ​ກໍ່ສ້າງ​ພັກ​ໃຫ້​ດີ​ກ່ວາ​ອີກ“.

   ​ໃນ​ໄລຍະ​ຈະ​ມາ​ຖິງ, ບັນຫາ​ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ໃນ​ການ​ປະຕິບັດ​ມະຕິສູນ​ກາງ​ພັກ​ຄັ້ງທີ 4 ນັ້ນ​ແມ່ນ​ຖື​ເປັນ​ສຳຄັນ​ວິທີ​ການຈັດຕັ້ງ, ຜັນ​ຂະຫາຍການ​ປະຕິບັດມະຕິ​​ສຳຄັນ​ເປັນ​ພິ​ເສດ​ນີ້. ຕາມ​ນັ້ນ​ແລ້ວ, ການ​ກໍ່ສ້າງ​ພັກ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ສະມາຊິກ​ພັກ​ແຕ່ລະຄົນ ​ແຕ່​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ພະນັກງານ​ຫຼັກ​ແຫຼ່ງ, ຫົວ​ໜ້າ​ບັນດາ​ຫົວໜ່ວຍ ​ແລະ ຂັ້ນຕ່າງໆ​ແມ່ນ​ສຳຄັນ​ກ່ວາ​ໝູ່. ພະນັກງານ, ການນຳ​​ຕ້ອງ​ນຳ​ໜ້າ, ​ເປັນ​ແບບຢ່າງ​ໃນ​ການ​ປະຕິບັດມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ຢ່າງ​ເຂັ້ມງວດ​ເພື່ອ​ໃຫ້​ຂັ້ນລຸ່ມ​​ປະຕິບັດ​ຕາມ ​ເພື່ອ​ແນ​ໃສ່​ສ້າງ​ການ​ຫັນປ່ຽນ​ໃນ​ທົ່ວ​ພັກ ​ແລະ ທົ່ວ​ສັງຄົມ. ທ່ານ​ຟານ​ຢ້ຽນ, ອະດີດກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ ​ເນັ້ນໜັກ​ວ່າ:

 “​ພວກ​​ເຮົາ​ຕ້ອງ​ພິຈາລະນາ, ຕີ​ລາຄາ​ຄືນ​ບັນດາ​ສາຍ​ເຫດກ່ຽວ​ກັບ​ຂໍ້​ກຳນົດ​ກົດ​ລະບຽບຄື: ກ່ຽວ​ກັບ​ວຽກ​ງານ​ພະນັກງານ, ການ​ຄັດ​ເລືອກ, ​ແຕ່​ງຕັ້ງພະນັກງານ, ການ​ຄຸ້ມ​ຄອງ​ພະນັກງານ, ຕິດຕາມ​ກວດກາ​ພະນັກງານ​ຄື​ແນວ​ໃດ ​ເພື່ອ​ຊອກ​ຫາ​ບັນດາ​ຜູ້​ມີ​ຄວາມ​ສາມາດ, ມີຄຸນສົມບັດ​ໄດ້, ຈຳກັດ​ບັນດາ​ພາກສ່ວນ​ບໍ່​ດີ ຫລື​ຜູ້​ບໍ່​ສົມ​ເປັນ​ຜູ້ນຳ​ໃນ​ກົງຈັກ​ນຳພາ​ຂອງ​ພັກ ​ແລະ ລັດ. ​ເມື່ອ​ຄົ້ນພົບ​ຄວາມ​ຜິດ​ພາດ, ພະນັກງານ​ບໍ່​ເໝາະສົມ ພວກ​ເຮົາ​ຕ້ອງ​ມີ​ບັນດາ​ລະບຽບ​ການ​ເພື່ອ​ແກ້​ໄຂ​ໂດຍ​ທັນ​ທີ່“.

  ຍິ່ງ​ກ່ວາ​ເວລາ​ໃດ​ໝົດ, ການ​ກໍ່ສ້າງ​ພັກ​​ໃຫ້​ມີ​ຄວາມ​ສາມັກຄີ, ປອດ​​ໄສ, ໝັ້ນຄົງ​ເຂັ້ມ​ແຂງ​ແມ່ນ​ຄຳ​ຮຽກຮ້ອງ​ພາວະ​ວິ​ໄສ​ຂອງ​ພາລະກິດປະຕິວັດ​ທົ່ວ​ປວງ​ຊົນ, ​ແມ່ນ​ຄວາມ​ເປັນຕາ​ຍຂອງ​ພັກ, ລະບອບ, ຂອງ​ປະ​ເທດ​ຊາດ. ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ​ໄດ້​ຊີ້​ແຈ້ງ​ບັນດາ​ຄຳ​ຮຽກຮ້ອງ ​ແລະ ມາດ​ຕະການ​ຖືກຕ້ອງ. ສະມາຊິກ​ພັກ​ທຸກ​ຄົນ ​ໄດ້​ຕັ້ງຄວາມ​ຫວັງ​ຫຼາຍ​ເຂົ້າ​ໃນ​ບັ້ນຂົນຂວາຍ​ນີ້. ບັ້ນດຳ​ເນີນ​ຊີວິດ​ດ້ານ​ການ​ເມືອງ​ນີ້​ມີ​ຂອບ​ຂະໜາດ​ໃຫ່ຍ, ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ​ແລະ​ ຕ້ອງ​ເດັດດ່ຽວ, ປະຕິບັດໃນ​ໄລຍະ​ຍາວ​. ການ​ສະຫລຸບ, ຖອດ​ຖອນ​ບົດຮຽນ​ໃນ​ການ​ປະຕິບັດມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ​ໃນ​ປີຜ່ານມາ ​ແລະ ວາງ​​ມາດ​ຕະການ​ປະຕິບັດ​ຢ່າງ​​ເດັດດ່ຽວ​ກ່ວາອີກ ​ແມ່ນ​ສິ່ງ​ທີ່​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ມີ​ຄວາມ​ປາດ​ຖະໜາ ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ./.

ຕອບກັບ

ຂ່າວ/ບົດ​ອື່ນ