ຍູ້ແຮງການຫນູນຊ່ວຍວິສາຫະກິດ

(vovworld)- ສະພາບ​ເສດຖະກິດ​ໃນ 2 ​ເດືອນ​ຕົ້ນ​ປີ​ຂອງ ຫວຽດນາມ ພວມ​ມີ​ສັນຍານ​ດີ​ພໍ​ສົມຄວນ ​​ເມື່ອດັດຊະນີ​ລາຄາ​ໃຊ້​ສອຍ​ໃນ​ເດືອນ 2 ​ເພີ່ມ​ຂຶ້ນ​ບໍ່​ຫລາຍ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ທຸກ​ປີ ​ແລະ ອັດຕາ​ສ່ວນ​ຫນີ້​ເສຍ​ຂອງ​ທົ່ວ​ຂະ​ແຫນງ​ທະນາຄານ​ໄດ້​ຫລຸດ​ລົງ​ແຕ່ 8% ລົງ​ເຫລືອ​ພຽງ 6%. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ບັນລຸ​ໄດ້​ຄາດໝາຍ​ຊ້ອນ ຊື່ງລັດຖະບານ​ໄດ້​ວາງ​ອອກ​ນັ້ນ​ແມ່ນ ການ​ເຕີບ​ໂຕ​ສູງ​ກວ່າ, ​ລະດັບ​ໄພ​ເງິນ​ເຟີ້​ຕຳ່​ກວ່າ​ປີ​ກ່ອນ, ​ໃນ 10 ​ເດ​ືອນຍັງ​ເຫລືອ​ຂອງ​ປີ 2013, ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຄວນ​ຂ້ຽວຂາດ​ກວ່າ​ໃນ​ການ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ​ຂອງ​ລັດຖະບານ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ມາດ​ຕະການ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ຟື້ນ​ຟູ​ການ​ຜະລິດ.

ຍູ້ແຮງການຫນູນຊ່ວຍວິສາຫະກິດ - ảnh 1
ການພົບປະສົນທະນາຫນູນຊ່ວຍວິສາຫະກິດແກ້ໄຂຄວາມຫຍຸ້ງຍາກ
ພາບປະກອບ:internet

        ​ເຖິງ​ວ່າ​ສະພາບ​ເສດຖະກິດ​ລວມຂອງ ຫວຽດນາມ ​ໃນ​ 2 ​ເດ​ືອນຕົ້ນ​ປີ​ມີ​ສັນຍານ​ດີ​ພໍ​ສົມຄວນກໍ​ຕາມ ​ແຕ່​ສະພາບ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ ຍັງ​ຄົງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ. ລະອຽດແມ່ນ ຈຳນວນ​ວິ​ສາ​ຫະກິດ​ຕ້ອງ​ຢຸດຕິ​ການ​ເຄື່ອນ​ໄຫວ​ໃນ 2 ​ເດືອນຜ່ານ​ມາ ​ແມ່ນ​ກວ່າ 8.600 ​ແຫ່ງ, ​ໃນ​ນັ້ນ ຈຳນວນ​ວິ​ສາ​ຫະກິດ​ຫາ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃຫມ່​ພຽງ 8000 ​ແຫ່ງ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ບັນດາ​ມາດ​ຕະການ​ເພື່ອ​ຊ່ວຍ​ວິ​ສາ​ຫະກິດ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ບໍ່​ພຽງ​ແຕ່​ຕ້ອງສືບ​ຕໍ່​​ການ​ປະຕິບັດ​ເທົ່າ​ນັ້ນ ຫາກ​ຕ້ອງ​ຊີ້​ນຳ​ຢ່າງ​ຂ້ຽວຂາດ​ກວ່າ​ອີກ. ​ແລະ ສິ່ງ​ສຳຄັນ ຕ້ອງ​ລະອຽດ​ກວ່າ, ​ເຮັດ​ແນວ​ໃດ​ບໍ່​ປະ​​ໃຫ້​​ເກີດຊ່ອງ​ຫວ່າງ​ລະຫວ່າງ​ແຜນ​ນະ​ໂຍບາຍ​​ ​ແລະ ພຶດຕິ​ກຳ​ຕົວ​ຈິງ.  ທ່ານ ຫວູດືກດາມ ລັດຖະມົນຕີ, ຫົວຫນ້າ​ຫ້ອງ​ວ່າການ​ລັດຖະບານ ຊີ້​ແຈງ​ວ່າ:

        “ມະຕິ​ກ່ຽວກັບ​ການ​ບໍລິຫານ​ເສດຖະກິດ​ສັງຄົມ​ກໍ​ຄື​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ​ໄດ້​ກຳນົດ​ໃນ​ບັນດາ​ແຜນການ​ຈັດ​ແບ່ງ ​ແລະ ປະຕິບັດ​ຢ່າງໄວ​ກວ່າ​ເມື່ອ​ທຽບ​ກັບ​ທຸກ​ປີ. ລັດຖະບານ​ກໍ​ຊາບ​ຊືມ​ໃຫ້​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທຸກ​ແຂວງ ຕ້ອງ​ສຸມ​ໃສ່​​ແກ້​ໄຂ​ຄວາມ​ຫຍຸຸ້ງຍາກ, ຂໍ້​ຕິດ​ຂັດ. ”

        ​ແລະ ​ກໍ​ຕາມ​ທ່ານ ຫວູດືກດາມ ​ແລ້ວ, ສະ​ເພາະ​ບັນດາ​ໂຄງການ​ໃຫຍ່​ກ່ຽວ​ກັບ​ການ​ສ້າງໂຄງ​ປະກອບພື້ນຖານ​ເສດຖະກິດ, ທະນາຄານ, ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່, ກ່ຽວ​ກັບ​ການ​ລົງທຶນ​ຊື່​ງນາຍົກລັດຖະມົນຕີ​ໄດ້​ອະ​ນຸມັດ, ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ ຕ້ອງ​ຊີ້​ນຳ​ຜັນ​ຂະຫຍາຍ ​ແຕ່​ກ່ອນ​ອື່ນ​ໝົດ​ຕ້ອງ​ສ້າງ​ກົດໝາຍ​ໃຫ້​ຄົບ​ຖ້ວນ ​ເພື່ອ​ປະຕິບັດ​ບັນດາ​ໂຄງການ​ນີ້.

        ປີ 2013, ຫວຽດນາມ ປະຕິ​ບັດ​ຄາດໝາຍ​ຊ້ອນ ທັງ​ຮັບປະກັນ​ການຈະ​ເລ​ີນ​ເຕີບ​ໂຕ ທັງ​ຄວບ​ຄຸມ​ໄພ​ເງິນ​ເຟີ້. ​ໃນ​ນັ້ນ ການ​ເຕີບ​ໂຕ​ສິນ​ເຊື່ອ​ແມ່ນ​ເຄື່ອງມື​ສຳຄັນ. ​ໄປ​ຄຽງ​ຄູ່​ກັບການ​ຊຸກຍູ້ການ​ເຕີບ​ໂຕ​ສິນ​ເຊື່ອ​ແມ່ນ​ວິວັດ​ການ​ດັດ​ປັບ​ອັດຕາ​ດອກ​ເບ້ຍ ​ແລະ ​ແກ້​ໄຂ​ຫນີ້​ສິນ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​​ໄດ້​ກູ້​ຢືມ​ທຶນ​ເພື່ອ​ຟື້ນ​ຟູ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ.  ລັດຖະບານ ​ໄດ້​ສະ​ເຫ​ນີຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ, ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ລັດຖະມົນຕີ​ກະຊວງ​ການ​ເງິນຕ້ອງ​ໃກ້ຊິດຕິດ​ແທດ​ກັບ​ຄາ​ດໝາຍ​ດັ່ງກ່າວ. ທ່ານ ຫວູດືກດາມ ​ໃຫ້​ຮູ້​ວ່າ:

        “ພ້ອມ​ກັບ​ການ​ດັດ​ປັບ​ອັດຕາ​ດອກ​ເບ້ຍ ​​ແມ່ນ​ບັນຫາ​ແກ້​ໄຂ​ຫນີ້​ສິນ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ໃດ​ຖ້າ​ມີ​ທຶນຮອນ​ສາມາດ​ຟື້ນ​ຟູ, ພັດທະນາ​ການ​ຜະລິດ ຈຶ່ງ​ມີ​ໂອກາດ​ໄດ້​ກູ້​ຢືມ​​ທຶນ. ນີ້​ແມ່ນ​ຫນ້າ​ທີ່​ສຳຄັນ​ຂອງ​ທັງ​ປີ ​ແລະ ພິ​ເສດ​ໃນ​ເດືອນ​ຕົ້ນປີ ລັດຖະບານ​ຊີ້​ນຳ​ໃຫ້​ຜູ້​ວ່າການ​ທະນາຄານ ​ແລະ ບັນດາ​ກະຊວງ, ຂະ​ແຫນງ​ການ​ຕ້ອງ​ຂ້ຽວ​ຂາດ​ກວ່າ​ເພື່ອ​ຈຸດປະສົງ​ສຸ​ດທ້າຍແມ່ນ​ວິ​ສາ​ຫະກິດ​​ໄດ້​ກູ້​ຢືມ​ທຶນ ​ເພື່ອ​ຟື້ນ​ຟູ​ການ​ຜະລິດ.”

ຍູ້ແຮງການຫນູນຊ່ວຍວິສາຫະກິດ - ảnh 2
ພາບປະກອບ: internet

        ການ​ຟື້ນ​ຟູ​ການ​ຜະລິດ, ​ໃນ​ນັ້ນ​ມີ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ​ແມ່ນ​ຫນ້າ​ທີ່​ສຳຄັນ​ຂອງ​ລັດຖະບານ​ກໍ​ຄື​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ ​ເປັນ​ຕົ້ນ​ໃນ​ສະພາບ​ເສດຖະກິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ການ​ຜັນ​ຂະຫຍາຍ​ແຜນ​ນະ​ໂຍບາຍ​ຢ່າງ​ຄົບ​ຊຸດ ​ເປັນ​ເອກະ​ພາບ ​ໃນ 10 ​ເດືອນ​ຍັງ​ເຫລືອ​ຂອງ​ປີ 2013 ​ແມ່ນ​ຫນ້າ​ທີ່ຊຶ່ງ​ບັນດາ​ກະຊວງ, ຂະ​​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ້ອງ​ສຳ​ເລັດ​ບັນດາ​ຄາດໝາຍຊຶ່ງ​ລັດຖະບານ​ໄດ້​ວາງ​ອອກ​ໃຫ້​ທັງ​ປີ 2013 ຕາມ​ມະ​ຕິ​ຂອງ​ສະພາ​ແຫ່ງ​ຊາດ ນັ້ນ​ແມ່ນ​ທັງ​ຮັກສາ​ການ​ເຕີບ​ໂຕ​ເສດຖະກິດ ທັງ​ຮັບປະກັນ​ຊີວິດ​ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ