ຕ້ານການສໍ້ລາດບັງຫລວງບໍ່ກີດຂວາງການພັດທະນາເສດຖະກິດ - ສັງຄົມ

(VOVWORLD) - ທີ່ກອງປະຊຸມຄັ້ງທີ 26 ຂອງຄະນະຊີ້ນຳຂອງສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ໄດ້ຈັດຂຶ້ນໃນກາງອາທິດຜ່ານມາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ຢືນຢັນຄວາມຕັດສິນໃຈໃນການ ຕ້ານການສໍ້ລາດບັງຫລວງ ໂດຍ “ບໍ່ຢຸດ”, “ບໍ່ເຊົາ” “ບໍ່ມີເຂດຫ້າມ”, “ບໍ່ມີການຍົກເວັ້ນ”, ບໍ່ວ່າຜູ້ນັ້ນແມ່ນໃຜ. ຜູ້ນຳຫນ້າພັກກອມມູນິດ ຫວຽດນາມ ກໍ່ເນັ້ນຫນັກຢ່າງແຮງເຖິງຄວາມຮຽກຮ້ອງຕ້ອງການ “ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ, ບໍ່ແມ່ນເພື່ອຍູ້ແຮງການຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ຊື່ງສົ່ງຜົນສະທ້ອນ, ກີດຂວາງການພັດທະນາເສດຖະກິດ -ສັງຄົມ.

ຕ້ານການສໍ້ລາດບັງຫລວງບໍ່ກີດຂວາງການພັດທະນາເສດຖະກິດ - ສັງຄົມ - ảnh 1ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ກ່າວຄຳເຫັນຊີ້ນຳກອງປະຊຸມ. ພາບ:Trí Dũng/TTXVN

ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ຫົວຫນ້າ ຄະນະຊີ້ນຳ ໄດ້ເນັ້ນຫນັກຄວາມຮຽກຮ້ອງຕ້ອງການ: ການຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ຕ້ອງຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ, ບໍ່ແມ່ນເພື່ອ ຍູ້ແຮງການຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ຊື່ງສົ່ງຜົນສະທ້ອນ, ກີດຂວາງການພັດທະນາເສດຖະກິດ -ສັງຄົມ, ຫາກການປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ຕ້ອງໄດ້ຮັບການຜັນຂະຫຍາຍເຖິງຮາກຖານພັກ, ຫນ່ວຍພັກ, ຕ້ອງໄດ້ຮັບການຕິດຕາມກວດກາຂອງພະນັກງານ,ສະມາຊິກພັກ ແລະປະຊາຊົນ.

ບໍ່ສົ່ງຜົນສະທ້ອນເຖິງການພັດທະນາເສດຖະກິດ ສັງຄົມ

ຕາມຄະນະຊີ້ນຳ, 6 ເດືອນຕົ້ນປີ 2024, ຫວຽດນາມໄດ້ປະຕິບັດວິໄນ 308 ອົງການພັກ, ສະມາຊິກພັກ 11.005 ຄົນ. ຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາທິການ, ຄະນະກຳມະການກວດກາສູນກາງ ໄດ້ປະຕິບັດວິໄນພະນັກງານ 47 ຄົນທີ່ຂຶ້ນກັບສູນກາງຄຸ້ມຄອງ. ຂະແຫນງກວດກາ, ກວດສອບ ໄດ້ສຸມໃສ່ກວດກາ, ກວດສອບ ບັນດາຂົງເຂດ, ບໍລິເວນທີ່ເຄີຍເກີດການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ແລະບັນດາຫົວເລື່ອງສະເພາະ, ເຫດການນີ້ແມ່ນປະຕິບັດຕາມການຊີ້ນຳ. ຜ່ານການກວດກາ, ກວດສອບ ໄດ້ສະເຫນີແນະການເກັບຄືນ, ຈັດການດ້ານການເງິນເປັນເງິນນັບພັນໆຕື້ດົ່ງ. ຂັ້ນມີສິດອຳນາດໄດ້ພິຈາລະນາຍົກເລີກຕຳແຫນ່ງ, ເຊົາວຽກງານ, ຈັດສົ່ງໄປເຮັດຫນ້າທີ່ອື່ນສຳລັບບາງພະນັກງານໂດຍສູນກາງຄຸ້ມຄອງ ແລະ ຄະນະພັກຂັ້ນທ້ອງຖິ່ນຄຸ້ມຄອງ ກ່ຽວກັບຄວາມຮັບຜິດຊອບຂອງຜູ້ນຳຫນ້າຫລືກ່ຽວຂ້ອງເຖິງບັນດາຄະດີ, ກໍລະນີສໍ້ລາດບັງຫລວງ,ປະກົດການຫຍໍ້ທໍ້.

ມີຫລາຍຄະດີສໍ້ລາດບັງຫລວງກ່ຽວຂ້ອງເຖິງຫລາຍກະຊວງ, ຂະແຫນງການ, ທ້ອງຖິ່ນ ໂດຍໄດ້ຮັບການຊີ້ນຳປະຕິບັດຢ່າງເຂັ້ມງວດຕາມທິດນຳ “ບໍ່ມີເຂດຫ້າມ, ບໍ່ມີການຍົກເວັ້ນ”.ທີ່ກອງປະຊຸມນັດສາມັນເດືອນ ກໍລະກົດ ຜ່ານມາ, ລັດຖະບານໄດ້ໃຫ້ຂໍ້ສັງເກດວ່າ:ເສດຖະກິດ - ສັງຄົມ 7 ເດືອນຂອງປີ 2024 ແມ່ນດີກວ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍໃນຂົງເຂດສ່ວນຫລາຍ. ການເຕີບໂຕໄດ້ຮັບການຊຸກຍູ້ຢູ່ທັງ 3 ຂົງເຂດ ອຸດສາຫະກຳ, ກະສິກຳ, ການບໍລິການ. 60/63 ແຂວງ, ນະຄອນມີດັດຊະນີການຜະລິດອຸດສາຫະກຳເພີ່ມຂຶ້ນ. ທ່ານນາງ ຟານທີທັງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ໃຫ້ຮູ້ວ່າ:

“ການຜະລິດອຸດສາຫະກຳ ພວມຟື້ນຕົວຢ່າງແຮງເມື່ອທຽບໃສ່ປີ 2023 ແລະ ພວມມີທ່າເຕີບໂຕ ສືບຕໍ່ຮັກສາທ່າຕັ້ງຫນ້າ. ສຳລັບຂະແຫນງອຸດສາຫະກຳປຸງແຕ່ງ, ການຜະລິດເຄື່ອງອຸດສາຫະກຳ ໄດ້ກັບຄືນສວມບົດບາດນຳພາການເຕີບໂຕ.ການຜະລິດອຸດສາຫະກຳສ່ວນຫລາຍແມ່ນເຕີບໂຕໃນວົງກວ້າງຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດ, ພິເສດ ແມ່ນບັນດາທ້ອງຖິ່ນສວມບົດບາດຈຸດສຸມໃນການພັດທະນາອຸດສາຫະກຳ. ກຳລັງຄວາມສາມາດການຜະລິດຂອງບັນດາວິສາຫະກິດອຸດສາຫະກຳຢູ່ພາຍໃນປະເທດ ໄດ້ຟື້ນຕົວຢ່າງຕັ້ງຫນ້າ ແລະກຽມພ້ອມເພື່ອຍາດແຍ່ງບັນດາກາລະໂອກາດຕະຫລາດໃຫມ່ໃນໄລຍະຈະມາເຖິງ”

ຮັບປະກັນການແກ້ງແຍ່ງຢ່າງປອດໄສ, ເພື່ອຜົນປະໂຫຍດຂອງປະເທດຊາດ

ກ່າວຄຳເຫັນທີ່ການຖະແຫລງຂ່າວສາກົນໃນວັນທີ 3 ສິງຫາ  ຢູ່ ຮ່າໂນ້ຍ, ພາຍຫລັງເຂົ້າພິທີສາບານຕົວຮັບດຳລົງຕຳແຫນ່ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢືນຢັນວ່າ:

“ວຽກງານກໍ່ສ້າງ ແລະປັບປຸງພັກ, ການ ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ຈະໄດ້ຮັບການຜັນຂະຫຍາຍຢ່າງແຮງ ດ້ວຍບັນດາເປົ້າໝາຍ, ທັດສະນະ, ທິດນຳ, ມາດຕະການແກ້ໄຂຄືໃນໄລຍະຜ່ານມາ. ໃນນັ້ນ ຈະຍູ້ແຮງການປ້ອງກັນ ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ຕາມທິດນຳບໍ່ຢຸດ,ບໍ່ເຊົາ, ບໍ່ມີເຂດຫ້າມ, ບໍ່ມີການຍົກເວັ້ນ, ບໍ່ວ່າຜູ້ນັ້ນແມ່ນໃຜ. ເປີດກວ້າງການ ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ຢູ່ນອກພາກລັດ ປະກອບສ່ວນເຮັດໃຫ້ສະພາບການພາຍໃນພັກ, ກົງຈັກລັດ ປອດໄສ. ວຽກງານນີ້ ຕ້ອງປະຕິບັດຢ່າງຂ້ຽວຂາດ, ເຖິງຖອງ ເພື່ອເຮັດແນວໃດຈະຊະນະສັດຕູພາຍໃນ”

ຕາມຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ຕ້ານການສໍ້ລາດບັງຫລວງ ແລ້ວ, ແຕ່ນີ້ຮອດທ້າຍປີ 2024 ຫວຽດນາມ ຈະສຸມໃສ່ສະຫລຸບການສືບສວນສອບສວນ, ການສັ່ງຟ້ອງ, ພິພາກສາ 30 ຄະດີ. ສິ້ນສຸດການກວດກາຢັ້ງຢືນ, ແກ້ໄຂ 6 ຄະດີທີ່ຂຶ້ນກັບການຕິດຕາມ, ຊີ້ນຳຈາກຄະນະຊີ້ນຳ. ຍູ້ແຮງການກໍ່ສ້າງ, ປັບປຸງລະບອບລະບຽບການປ້ອງກັນ ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ຢ່າງສຳເລັດຄົບຊຸດ.

ການຕໍ່ສູ້ ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ຢູ່ ຫວຽດນາມ ບໍ່ກີດຂວາງເຖິງການພັດທະນາເສດຖະກິດ - ສັງຄົມ ຫາກສ້າງກຳລັງຫນູນແກ່ການລົງທຶ, ພັດທະນາ, ຮັບປະກັນການແກ້ງແຍ່ງປອດໄສລະຫວ່າງບັນດານັກລົງທຶນເຂົ້າມາ ຫວຽດນາມ. ການປ້ອງກັນ ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ກໍ່ແມ່ນເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ເຂົ້າໃນການຊີ້ນຳຂອງພັກ, ປັບປຸງສະຖຽນລະພາບດ້ານການເມືອງສັງຄົມຕື່ມອີກ, ປະຕິບັດເປົ້າໝາຍກໍ່ສ້າງ ສັງຄົມຢ່າງປອດໃສ, ເພື່ອສິດຜົນປະໂຫຍດຂອງປະຊາຊົນທຸກຄົນ, ເພື່ອຜົນປະໂຫຍດຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ