ທີ່ຕັ້ງບົດບາດຂອງຫວຽດນາມພາຍຫຼັງເຂົ້າເປັນ ສະມາຊິກສະຫະປະຊາຊາດເປັນເວລາ 39 ປີ

ກ່ອນນີ້ 39 ປີ(20/9/1977 – 20/9/2016), ຫວຽດ​ນາມໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ເຫດ​ການ​ເປີດ​ໄລ​ຍະ​ໃໝ່​ໃຫ້​ແກ່​ນະ​ໂຍ​ບາຍ​ຫັນ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ເປັນຫຼາຍ​ຮູບ​ຫຼາຍ​ແບບ ແລະ ຫຼາຍ​ຝ່າຍ​ຂອງ​ຫວຽດ​ນາມ. ໂດຍ​ຜ່ານ​ໄລ​ຍະ​ທາງ​ເກືອບ 4 ທົດ​ສະ​ວັດ, ພ້ອມ​ກັບ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້ານັ້ນ, ຫວຽດ​ນາມ​ກໍ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ອັນ​ສຳ​ຄັນ​ຈາກ​ອົງ​ການນີ້, ພ້ອມ​ກັນ​ນັ້ນ, ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ​ກໍ​ນັບ​ມື້​ນັບ​ຖືກ​ຍົກ​ສູງ​ຂຶ້ນ​ບົນ​ເວ​ທີ​ສາ​ກົນ.

ທີ່ຕັ້ງບົດບາດຂອງຫວຽດນາມພາຍຫຼັງເຂົ້າເປັນ ສະມາຊິກສະຫະປະຊາຊາດເປັນເວລາ 39 ປີ - ảnh 1
ສຳ​ນັກ​ງານ ສ.ປ.ຊ ທີ່​ນິວຢອກ, ສະ​ຫະ​ລັດ​ອາ​ເມ​ລິ​ກາ

       ໃນ​ຕະຫຼອດ 39 ປີ​ທີ່​ຜ່ານ​ມາ, ຫວຽດ​ນາມ​ຍາມ​ໃດ​ກໍ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ​ ເປັນ​ເຈົ້າ​ຕົນ​ເອງ, ສັນ​ຕິ​ພາບ, ເປີ​ດ​ກ້​ວາງ, ຫັນ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ເປັນຫຼາຍ​ຮູບ​ຫຼາຍ​ແບບ ແລະ ຫຼາຍ​ຝ່າຍ; ເພື່ອນ​ມິດ​ສາ​ກົນ​ໄດ້​ເຫັນ​ວ່າ ຫວຽດ​ນາມ​ໄດ້​ກາຍເປັນ​ເພື່ອນ, ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ປະ​ຊາ​ຄົມ​ໂລກ.

       ສະ​ມາ​ຊິກ​ອັນ​ຕັ້ງ​ໜ້າ, ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ

   39 ປີ​ທີ່​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ, ຫວຽດ​ນາມ​ຍາມ​ໃດ​ກໍ​ພະ​ຍາ​ຍາມ​ເຮັດ​ສຳ​ເລັດ​ໜ້າ​ທີ່​ຂອງ​ຕົນ, ເປ​ັນເຈົ້າ​ການຍົກ​ອອກ​ຂໍ້​ລິ​ເລີ່ມຫຼາຍ​ຂໍ້​ທີ່​ແທດ​ຈິງ. ຫວຽດ​ນາມຍ​າມໃດ​ກໍ​ສະ​ໜັບ​ສະ​ໜູນ​ບັນ​ດາ​ເປົ້າ​ໝາຍ​ແຖວ​ໜ້າ​ຂອງສະ​ຫະ​ປະ​ຊາ​ຊາດເຊັ່ນ: ການ​ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ, ຕ້ານ​ການ​ຊວງ​ເສັງ​ປະ​ກອບ​ອາ​ວຸດ, ຫຼຸດ​ກຳ​ລັງ​ທັບ, ສະ​ກັດ​ກັ້ນ ແລະ ແກ້​ໄຂ​ການ​ຂັດ​ແຍ້ງ, ການ​ປະ​ທະ​ກັນ​ໂດຍ​ວັນ​ຕິ​ວິ​ທີ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ບັນ​ດາ​ປະ​ຊາ​ຊາດ. ຫວຽດ​ນາມ​ກໍ​ແມ່ນ​ປະ​ເທດ​ທີ່​ໄດ້​ເຂົ້າຮ່ວມ, ເຊັນ​ສົນ​ທິ​ສັນ​ຍາ​ສາ​ກົນຫຼາຍ​ສະ​ບັບ​ໂດຍ​ສະ​ຫະ​ປະ​ຊາ​ຊາດຈັດ​ຕັ້ງ.

    ຜ່ານ​ການ​ປະ​ກອບ​ສ່ວນ​ຢ່າງ​ເປັນ​ເຈົ້າ​ການ, ຕັ້ງ​ໜ້ານັ້ນ, ​ອິດ​ທິ​ພົນ​ຊື່​ສຽງ​ຂອງ​ຫວຽດ​ນາມ​ໃນ​ອົງ​ການຫຼາຍ​ຝ່າຍ​ໃຫຍ່ກວ່າ​ໝູ່​ໃນ​ໂລກນີ້ ນັບ​ມື້​ນັບ​ຖືກ​ຍົກ​ສູງ​ຂຶ້ນ. ສິ່ງນີ້​ໄດ້​ສະ​ແດງ​ອອກ​ຜ່ານ​ເລື່ອງ​ຫວຽດ​ນາມ​ໄດ້​ດຳ​ລົງ​ຕຳ​ແໜ່ງຕ່າງໆ​ທີ່​ສຳ​ຄັນ​ໃນສະ​ຫະ​ປະ​ຊາ​ຊາດເຊັ່ນ: ໄດ້​ຮັບ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ໝູນ​ວຽນ​ກອງ​ປະ​ຊຸມຫຼຸດ​ກຳ​ລັງ​ທັບ, ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບ​, ເປັນ​ກຳ​ມະ​ການບໍ່​ປະ​ຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງສະ​ຫະ​ປະ​ຊາ​ຊາດ ແລະ ໄດ້​ຮັບ​ແຕ່ງ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງສະ​ຫະ​ປະ​ຊາ​ຊາດ​ອາ​ຍຸ​ການ 2014-2016 ດ້ວຍ​ຈຳ​ນວນ​ບັດ​ເຫັນ​ດີຫຼາຍ​ທີ່​ສຸດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າຫວຽດ​ນາມ​ປະ​ຈຳສະ​ຫະ​ປະ​ຊາ​ຊາດ ຫງວຽນ​ຈຸງ​ແທ່ງ ຢືນ​ຢັນ​ວ່າ : 

     “ ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ ແລະ ໄດ້​ແບ່ງ​ປັນ, ຊຸກ​ຍູ້ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສະ​ດຸ້ງ​ໄວ, ພວກ​ເຮົາ​ໄດ້​ປະ​ຕິ​ບັດ​ບົດ​ບາດ​ເປັນ​ສະ​ມາ​ຊິກທີ່​ດີ. ມັນ​ໄດ້​ນຳ​ບົດ​ຮຽນ​ທີ່​ດີ​ທີ່​ສຸດ​ມາ​ສູ່​ພວກ​ເຮົາ, ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​, ປ່ຽນ​ແປງ​ໃໝ່, ເພີ່ມ​ທະ​ວີ​ການ​ຊຸກ​ຍູ້ ແລະ ປົກ​ປັກ​ຮັກ​ສາ​ສິດ​ທິ​ມະ​ນຸດ​ຢູ່​ພາຍ​ໃນ​ປະ​ເທດເທົ່າ​ນັ້ນ, ຫາກຍັງປະ​ກອບ​ສ່ວນ​ບົດ​ບາດ​ເປັນ​ເຈົ້າ​ການ ແລະ ຕັ້ງໜ້າຄື​ດັ່ງ​ຈິດ​ໃຈຫວຽດ​ນາມ​ເປັນ​ເພື່ອນ, ເປັນ​ມະ​ມາ​ຊິກ​ທີີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ໂລກ ”

      ທີ່​ບັນ​ດາ​ເວ​ທີ​ປາ​ໄສສະ​ຫະ​ປະ​ຊາ​ຊາດ, ຫວຽດ​ນາມ​ຍາມ​ໃດ​ກໍ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ປຶກ​ສາ​ຫາ​ລື​ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທາງ​ດ້ານ​ເສດ​ຖະ​ກິດ, ສັງ​ຄົມ, ວັດ​ທະ​ນະ​ທຳ, ມະ​ນຸດ​ສະ​ທຳ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ, ພ້ອມ​ທັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​ບັນ​ດາ​ອົງ​ການ​ຂອງສະ​ຫະ​ປະ​ຊາ​ຊາດ​ຕາມ​ທິດ​ເປີດ​ກ້​ວາງ, ກະ​ຈ່າງ​ແຈ້ງ, ປະ​ຊາ​ທິ​ປະ​ໄຕ ແລະ ມີ​ປະ​ສິດ​ທິ​ຜົນ.

      ສິດ ແລະ ຜົນ​ປະ​ໂຫຍດ​ໃນ​​ຂະ​ບວນວິ​ວັດ​​ພັດ​ທະ​ນາ

   ໄລ​ຍະ​ທຳ​ອິດເມ່ືອຫ​າ​ກໍ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ, ຫວຽດ​ນາມ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຢ່າງ​ໃຫຍ່ຫຼວງ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ. ໃນ​ໄລ​ຍະ​ພາຍຫຼັງ​ດຳ​ເນີນ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່, ການເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຊ່ວຍ​ຫວຽດ​ນາມ​ສາ​ມາດ​ຍາດ​ແຍ່ງ​ໄດ້​ບັນ​ດາ​ແຫຼ່ງກຳ​ລັງ​ໃຫ້​ແກ່​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ໃນ​ໄລ​ຍະ​ປະ​ຈຸ​ບັນ, ຫວຽດ​ນາມ ແລະ ສະ​ຫະ​ປະ​ຊາ​ຊາດໄດ້​ມຸ່ງ​ໄປ​ສູ່​ການ​ຍົກ​ສູງ​ຄຸ​ນະ​ພາບ​ການ​ພັດ​ທະ​ນາ​ດ້ວຍ​ການ​ໃຫ້​ບຸ​ລິ​ມະ​ສິດ​ໃນ 3 ຂົງ​ເຂດ​ຈຸດ​ສຸມ​ຄື : ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ເພີ່ມ​ທະ​ວີ​ບັນ​ດາ​ການ​ບໍ​ລິ​ການ​ໂດຍ​ຈຳ​ເປັນ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ການ​ຊ່ວຍ​ເຫຼືອ​ສັງ​ຄົມ, ຊຸກ​ຍູ້​ການ​ບໍ​ລິ​ຫານ​ສາ​ທາ​ລະ​ນະ​ແນ​ໃ​ສ່​ໜູນ​ຊ່ວຍ​ຫວຽດ​ນາມປະ​ຕິ​ບັດ​ບັນ​ດາ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ເຖິງວ່າ ຈຳ​ນວນ​ເງິນ​ຊ່ວຍ​ເຫຼືອ​ຂອງສະ​ຫະ​ປະ​ຊາ​ຊາດ​ໃນ 39 ປີ​ທີ່​ຜ່ານ​ມາ​ມີ​ພຽງ​ແຕ່ 2 ຕື້ກວ່າ​ USD ກໍ​ຕາມ, ແຕ່​ພັດ​ມີ​ຄວາມ​ໝາຍ​ເພາະສະ​ຫະ​ປະ​ຊາ​ຊາດ​ໄດ້​ເລັ່ງ​ໃສ່​ໜູນ​ຊ່ວຍ​ໃນຫຼາຍ​ຂົງ​ເຂດ​ທີ່​ຈຳ​ເປັນ​ຄື​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ກໍ່​ສ້າງ, ກົດ​ໝາຍ, ສາ​ມາດ​ແກ້​ໄຂຫຼາຍ​ບັນ​ຫາ​ສັງ​ຄົມ​ທີິ​ຮີບ​ດ່ວນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າຫວຽດ​ນາມ​ປະ​ຈຳສະ​ຫະ​ປະ​ຊາ​ຊາດ ຫງວຽນ​ຈຸງ​ແທ່ງ ຖືວ່າ :

     “ ພວກ​ເຮົາ​ບໍ່​ປາດ​ຖະ​ໜາ​ເຂົ້າ​ຮ່ວມອາດ​ຈະ​ຍາດ​ເອົາ​ໂຄງ​ການ​ໃດ​ໜຶ່ງຫຼື​ຄອຍ​ຖ້າ​ທຶ​ນ ODA ນັ້ນ, ແຕ່​ພວກ​ເຮົາ​ໄດ້​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ເປີດ​ກ້​ວາງ, ຕັ້ງ​ໜ້າເພື່ອ​ໃຫ້​ແນວ​ຄວາມ​ຄິດກໍ່​ສ້າງ​ບັນ​ດາ​ໂຄງ​ການ, ແຜນ​ການ​ຮ່ວມ​ມື​ທີ່​ສອດ​ຄ່ອງ, ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຮ່ວມ​ຊຶ່ງ​ໂລກ​ໄດ້​ຮັບ​ຮອງ​ເອົາ. ລະ​ອຽດ​ແມ່ນ​ໂຄງ​ການ​ເປົ້າ​ໝາຍ​ພັດ​ທະ​ນ​າ​ແບບ​ຍືນ​ຍົງ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ການ​ເຂົ້າ​ຮ່ວມ​ຢ່າງຕັ້ງ​ໜ້າ ກໍ​ແມ່ນ​ພວກ​ເຮົາ​ຍາດ​ແຍ່ງ​ໄດ້​ການ​ສະ​ໜັບ​ສະຫ​ນູນຂອງ​ສາ​ກົນ​ກ່ຽວ​ກັບ​ການ​ຍົກ​ສູງ​ເຈດ​ຕະ​ນາ​ດີ, ຊຸກ​ຍູ້​ຄວາມ​ເຊື່ອ​ໝັ້ນ, ສ້າງ​ແນວ​ຄວາມ​ຄິດ​ໃໝ່​ເພື່ອ​ເດີນ​ຕາມ​ຈຸດ​ປະ​ສົງ​ລວມ​ຊຶ່ງ​ທຸກໆ​ຝ່າຍ​ໄດ້​ຮ່ວມ​ລົງ​ນາມ ”

        ໂດຍ​ໄດ້​ຫມູນ​ໃຊ້ແນ​ວ​ຄິດ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ ແລະ ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ​ພັກ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ນັ້ນ, ການ​ພົວ​ພັນ​ກັບ ສະ​ຫະ​ປະ​ຊາ​ຊາດ​ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ສາ​ກົນ​ຂອງ​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຕໍ່​ສູ້​ເພື່ອ​ປົກ​ປ້ອງ​ບັນ​ດາ​ຜົນ​ປະ​ໂຫຍດ​ທີ່​ແທດ​ຈິງ​ຂອງ​ຫວຽດ​ນາມອີກ​ດ້ວຍ.  ຜ່ານ​ໄລ​ຍະ 39 ປີ, ການ​ພົວ​ພັນ​ຫວຽດ​ນາມ- ສະ​ຫະ​ປະ​ຊາ​ຊາດພວມ​ພັດ​ທະ​ນາ​ຢ່າງ​ກ້າວ​ກະ​ໂດດ​ຂັ້ນ​ໃນ​ທຸກໆ​ດ້ານ ແລະ ໃນຫຼາຍ​ລະ​ດັບ​ທີ່​ແຕກ​ຕ່າງ​ກັນ, ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ໃນ​ໂລກ, ອັນ​ໄດ້​ມາ​ເຊິ່ງ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ໃຫ້​ແກ່​ປະ​ເທດ​ຊາດ​ຫວຽດ​ນາມ​ໃນ​ອົງ​ການ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່ກວ່າ​ໝູ່​ໃນ​ໂລກນີ້.

ຕອບກັບ

ຂ່າວ/ບົດ​ອື່ນ