ທີ່ປຶກສາການຄ້າ- ຂົວຕໍ່ຊຸກຍູ້ການສົ່ງອອກ

(vovworld)- ໃນ​ສະ​ພາບ ຫວຽດ​ນາມ ໄດ້ ແລະ ພວມ​ເຂົ້າ​ຮ່ວມ​​ຫລາຍສັ​ນ​ຍາ​ການ​ຄ້າ​ເສ​ລີ​ສອງ​ຝ່າຍ ແລະ ຫລາຍ​ຝ່າຍນັ້ນ, ຂະ​ແຫນງ​ສົ່ງ​ອອກ​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ​ໃນ​ອະ​ນາ​ຄົດ. ແລະ ເພື່ອ​ບັນ​ລຸ​ໄດ້​ບັນ​ດາ​ຜົນ​ສຳ​ເລັດ​ນັ້ນ ຕ້ອງ​ມີ​ການ​ປະ​ກອບ​ສ່ວນ​ຂອ​ງ​ບັນ​ດາ​ທີ່​ປຶກ​ສາ​ການ​ຄ້າ, ຊື່ງ​ແມ່ນ​ຜູ້​ທີ່​ເປັນ​ຂົວ​ຕໍ່​ເພື່ອ​ໃຫ້​ສິນ​ຄ້າ​ຫວຽດ​ນາມ ອອກ​ສູ່​ທົ່ວ​ໂລກ.
ທີ່ປຶກສາການຄ້າ- ຂົວຕໍ່ຊຸກຍູ້ການສົ່ງອອກ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູງ​ກ່າວ​ຄຳ​ເຫັນ​ທີ່
ກອງ​ປະ​ຊຸມ​ທີ່​ປຶ​ກ​ສາ​ດ້ານ​ການ​ຄ້າ
ພາບ:bnews.vn

        ໃນ 2 ປີ ຄື​ແຕ່​ປີ 2014-2015, ບັນ​ດາ​ທູດ​ການ​ຄ້າ​ຫວຽດ​ນາມ ຢູ່​ໃນ​ໂລກ ໄດ້​ຜັນ​ຂະ​ຫຍາຍກວ່າ 600 ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ. ໃນ​ນັ້ນ ມີ​ເລື່ອງ​ປ່ຽນ​ໃຫມ່​ວຽກ​ງານ​ສົ່ງ​ເສີມ​ການ​ຄ້າ ເມື່ອ​ສຸ​ມ​ໃສ່​ສົ່ງ​ເສີມ​ການ​ຄ້າ​ຢູ່​ຂະ​ແຫນງ​ສິນ​ຄ້າ​ຈຳ​ນວນ​ຫນຶ່ງ​ຊື່ງ​ຫວຽດ​ນາມ ມີ​ທ່າ​ແຮງ.

        ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ ແລະ ທູດ​ການ​ຄ້າ​ຫວຽດ​ນາມ ຢູ່ ຕ່າງ​ປະ​ເທດ

ບັນ​ດາ​ທູດ​ການ​ຄ້າ​ຫວຽດ​ນາມ ຢູ່ ເອີ​ລົບ, ຍີ່​ປຸ່ນ, ສ​ເກົາ​ຫລີ ໄດ້​ຕັ້ງ​ຫນ້າ​ສົມ​ທົບ​ກັບ​ບັນ​ດາ​ກົມ​ພາກ​ພື້ນ​ໃນ​ການ​ຍູ້​ແຮງ​ສົ່ງ​ສິນ​ຄ້າ ຫວຽດ​ນາມ ສຳ​ຜັດ​ກັບ​ບັນ​ດາ​ລະ​ບົບ​ຈຳ​ຫນ່າ​ຍ​ສິນ​ຄ້າ​ຢູ່​ບັນ​ດາ​ປະ​ເທດ​ປະ​ຈຳ​ຖິ່ນ ແລະ​ຈັດ​ຕັ້ງ​ມື້​ຂາຍ​ສິນ​ຄ້າ, ສັບ​ປະ​ດາ​ຂາຍ​ສິນ​ຄ້າ​ຫວຽດ​ນາມ​ຢູ່​ບັນ​ດາ​ລະ​ບົບ​ຈຳ​ຫນ່າຍ​ສິນ​ຄ້ານັ້ນ​ເປັນ​ປະ​ຈຳ​ໄລ​ຍະ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ເມື່ອ​ເຊື່ອມ​ໂຍງ, ວິ​ສາ​ຫະ​ກິດ​ຫວຽດ​ນາມ ຄວນ​ມີ​ການ​ເຊື່ອມ​ຕໍ່​ກັບ​ທູດ​ການ​ຄ້າ​ຫວຽດ​ນາມ​ຢູ່ ຕ່າງ​ປະ​ເທດ ກວ່າ​ອີກ, ພ້ອມ​ທັງ​ຄວນ​ມີ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ຕະ​ຫລາດ​ສົ່ງ​ອອກ, ພິ​ເສດ ແມ່ນ​ບັນ​ດາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ລາ​ຄາ, ຄວາມ​ຕ້ອງ​ການ, ວັດ​ທະ​ນະ​ທຳ, ຄວາມ​ນິ​ຍົມ​ໃນ​ການ​ໃຊ້​ສອຍ… ທ່ານ ເທີນ​ດືກ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ບໍ​ລິ​ສັດ​ຕັດ​ຫຍິບ 10 ຖື​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ເຄີຍ​ເຮັດ​ວຽກ​ສະ​ເພາະ​ກັບ​ທູດ​ກາ​ນ​ຄ້າ ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ, ເອີ​ລົບ, ຍີ່​ປຸ່​ນ, ຊື່ງ​ແມ່ນ​ບັນ​ດາ​ປະ​ເທດ​ທີ່​​ກ່ອນນີ້ພວກ​ຂ້າ​ພະ​ເຈົ້າ​​ໄດ້ສົ່ງ​ອອກ​ສິນ​ຄ້າ​ແລ້ວ, ສຳ​ລັບ​ຕະ​ຫລາດ ສ​ເກົາ​ຫລີ ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສະ​ເພາະ​. ບັນ​ດາ​ທູດ​ການ​ຄ້າ ຄວນ​ຈັດ​ຕັ້ງ​ບັນ​ດາ​ຂະ​ແຫນງ​ສິ​ນ​ຄ້າ​ສະ​ເພາະ, ຄວນ​ມີ​ກາ​ນ​ພົບ​ປະ, ການ​ສຳ​ມະ​ນາ​ຫລື​ ຈັດ​ແບ່ງ​ໄລ​ຍະ​ເວ​ລາ, ຊັບ​ຊ້ອນ​ພະ​ນັກ​ງານ​ຮັບ​ຜິດ​ຊອບ​ແຕ່​ລະ​ຂະ​ແຫນງ​ລະ​ອຽດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ມີ​ຂໍ້​ມ​ູນ​ຂ່າວ​ກ່ຽວ​ກັບ​ຕະ​ຫລາດ​ຕື່ມ​ອີກ.”

        ຕາມ​ທ່ານ ຫງວຽນ​ຈູງ​ຢູງ, ທີ່​ປືກ​ສາ, ຫົວ​ຫນ້າ​ທູດ​ການ​ຄ້າ​ຫວຽດ​ນາມ ຢູ່ ຍີ່​ປຸ່ນ ແລ້ວ, ໄລ​ຍະ​ຈະ​ມາ​ເຖິງ, ບັນ​ດາ​ທູດ​ການ​ຄ້າ ຈະ​ເປັນ​ເຈົ້າ​ການ​ໃນ​ການ​ຄົ້ນ​ຄ້​ວາ, ເຈ​ລະ​ຈາ, ຊຸກ​ຍູ້​ວຽກ​ງານ​ສົ່ງ​ເສີມ​ການ​ຄ້າ. ສະ​ເພາະ​ບັນ​ດາ​ທູດ​ການ​ຄ້າ ຈະ​ມາ​ນະ​ພະ​ຍາ​ຍາມ, ເປັນ​ເຈົ້າ​ການກວ່າ​ອີກ ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຂໍ​້​ມູນ​ຂ່າວ, ​ການຫນູນ​ຊ່ວຍ​​ຂອງ ວິ​ສາ​ຫະ​ກິດ​ຫວຽດ​ນາມ.

        “ເລື່ອງ​ເຊື່ອມ​ຕໍ່​ຕ້ອງ​ມີ​ການ​ປ່ຽນ​ແປງ​ເພື່ອ​ຫລຸ​ດ​ຜ່ອນ​ວຽກ​ງານ​ຂອງທູດ​ການ​ຄ້າ​ກັບ​ວິ​ສາ​ຫະ​ກິດ​ແຕ່​ລະ​ແຫ່ງ. ໃນ​ປີ​ຜ່ານ​ມາ ພວກ​ຂ້າ​ພ​ະ​ເຈົ້າ​ໄດ້​ວາງ​ບັນ​ດາ​ຈຸດ​ສຸມ​ໃນ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ ກັບ​ບັນ​ດາ​ທ້ອ​ງ​ຖິ່ນ​ຂອງ ຍີ່​ປຸ່ນ ເພື່ອ​ຍາດ​ແຍ່ງ​ການ​ປະ​ກອບ​ສ່ວນ​ຂອງວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ​ຍີ່​ປຸ່ນ. ບັນ​ຫາ​ທີ​ສອງ ແມ່​ນ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ທ​ອ້ງ​ຖິ່ນ​ຂອງ​ສອງ​ປະ​ເທດ​ນຳ​ກັນ​ເພື່ອ​ໃຫ້​ມີ​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າ​ງ​ບັນ​ດາ​ສະ​ຫະ​ສະ​ມາ​ຄົມ​ກໍ​ຄື​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ມີ​ວິ​ທີ​ສຳ​ຜັດຢ່າງ​ມີ​ປະ​ສິດ​ທິ​ຜົນ.”

        ທູດ​ການ​ຄ້າ​ພ​້ອມກັບ​ວິ​ສາ​ຫະ​ກິດ​ໃນ​ການ​ເຊື່ອມ​ໂຍງ

        ເມື່ອ ​ຫວຽດ​ນາມ​ ເຂົ້າ​ຮ່ວມ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ TPP, ​ດ້ວຍ​ຕະ​ຫລາດ​ທີ່​ມີ​ພົນ​ລະ​ເມືອກວ່າ 750 ລ້ານ​ຄົນ​ຂອງ 12 ​ປະ​ເທດ, ການ​ຊ່ວຍ​ເຫລືອ​ຈາກ​ບັນ​ດາ​ທູດ​ການ​ຄ້າ​ຫວຽດ​ນາມ ຢູ່ ຕ່າງ​ປະ​ເທດ ນັບ​ມື້​ນັບ​ສຳ​ຄັນ. ສິ່ງ​ດັ່ງ​ກ່າວ​ຈະ​ຊ່ວຍ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ ​ໂດຍ TPP ນຳ​ມາ​ໃຫ້ຢ່າງ​ສູດ​ຂີດ​. ຕົວ​ຢ່າງ​ຄື ຢູ່ ຕະ​ຫລາດ​ອາ​ເມ​ລິ​ກາ, ແຕ່​ລະ​ປີ ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ໄປ​ຍັງ​ຕະ​ຫລາດນີ້​ບັນ​ລຸກວ່າ 11 ຕື້ USD. ໃນ​ນັ້ນ ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບກວມກວ່າ 50% ຍອດ​ວົ​ງ​ເງິນ​ສົ່ງ​ອອກ, ເກີບ​ຫນັງ​ບັນ​ລຸກວ່າ 4 ຕື້ USD. ປີ 2018, ແມ່ນ​ປີ​ທຳ​ອິດ​ປະ​ຕິ​ບັດ​ສັນ​ຍາ TPP, ຫວຽດ​ນາມ ອາດ​ຈະ​ປະ​ຢັດ​ຈຳ​ນວນ​ເງິນ 1,68 ຕື້ USD ຈາກ​ການ​ເສຍ​ພາ​ສີ​ສຳ​ລັບເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ​ແລະ​ເກີບ​ຫນັງ ແມ່ນ 445 ລ້ານ USD. ສະ​ນັ້ນ ຖ້າ​ຫາກ​ບັນ​ດາ​ທູດ​ການ​ຄ້າ, ທີ່​ປຶກ​ສາ​ກາ​ນ​ຄ້າ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຕົນ, ວິ​ສາ​ຫະ​ກິດ ຫວຽດ​ນາມ ຈະ​ມີ​ຫລາຍ​ຂໍ້​ມູນ​ຂ່າວກວ່າ​ໃນ​ການ​ຊອກ​ຫາ​ຕະ​ຫລາດ, ຊອກ​ຮູ້​ບັນ​ດາ​ກາ​ລະ​ໂອ​ກາດ, ສິ່ງ​ທ້າ​ທາຍ​ຂອງວິ​ສາ​ຫະ​ກິດ​ໃນ​ການ​ເຊື່ອ​ມ​ໂຍງ. ທ່ານ ດາວ​ເຈີນ​ເຍີນ ໃຫ້​ຮູ້​ວ່າ:

        “ໄລ​ຍະ​ຜ່ານ​ມາ, ທູດ​ການ​ຄ້າ​ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ ແລະ ບັນ​ດາ​ທູດ​ການ​ຄ້າ​​ຫວຽດ​ນາມ ອື່ນ​ຢູ່​ໃນ​ໂລກ ໄດ້​ມາ​ນະ​ພະ​ຍາ​ຍາມຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຊ່ວຍ​ເຫລືອ​ບັນ​ດາ​ວິ​ສາ​ຫະ​ກິດ. ບັນ​ດາ​ວິ​ສາ​ຫະ​ກິດ​ຢາກ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຈາກ​ທູດ​ການ​ຄ້າ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ໃຫ້​ດີກວ່າ​ແມ່ນຕ້ອງ​ຍົກ​ສູງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນກວ່າ​ອີກ ກ່ອນ​ທີ່​ພົວ​ພັນ​ຕິດ​ຕໍ່​ກັບ​ທູດ​ການ​ຄ້າ.”

        ເຂົ້າ​ຮ່ວມ​ບັນ​ດາ​ສັນ​ຍາ​ການ​ຄ້າ, ວິ​ສາ​ຫະ​ກິດ​ຫວຽດ​ນາມ ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ບັນ​ດາ​ຮົ້ວ​ກີດ​ຂວາງ, ບັນ​ດາ​ກໍ​ລະ​ນີ​ຮ້ອງ​ຟ້ອງ​ການ​ຕ້ານ​ການ​ຂາຍ​ບູບ​ລາ​ຄາ, ເພາະ​ສະ​ນັ້ນ ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ຕ້ອງ​ການ​​ໄດ້​ຮັບການ​ຫນູ​ນ​ຊ່ວຍ​ດ້ານ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ຕະ​ຫລາດ​ສົ່ງ​ອອກ, ບັນ​ດາ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ສຳ​ລັບ​ວິ​ສາ​ຫະ​ກິດ, ​ໃຫ້​ຄຳ​ປືກ​ສາ​ດ້ານ​ກົ​ດ​ໝາຍ​ ໃນ​ການ​ລົງ​ນາມ​ໃນ​ສັນ​ຍາ, ຮັບ​ຮູ້​ຂໍ້​ມູນ​ຂ່າວ​ຄູ່​ຮ່ວມ​ມືຈາກ​ບັນ​ດາ​ທູດ​ການ​ຄ້າ​ຫລາຍກວ່າ​ອີກ… ທ່ານ​ນາງ ຫງວຽນ​ທິ​ຮົ່ງ, ຮອ​ງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ ໂຮ່​ຈິ​ມີນ ຖື​ວ່າ:

        “ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫນູນ​ຊ​່ວຍ​ບັນ​ດາ​ທ້ອງ​ຖິ່ນ ແລະ ວິ​ສາ​ຫະ​ກິດ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ໃນ​ການ​ສົ່ງ​ເສີມ​ເປີດກວ້າງ​ການ​ສົ່ງ​ອອກ​ສິນ​ຄ້າ​ໄປ​ຍັງ​ຕ່າງ​ປະ​ເທດ ແລະ ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ. ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຕ້ອງ​ການ​ການ​ຊ່ວຍ​ເຫລືອ​ຈາ​ກ​ບັນ​ດາ​ທູດ​ການ​ຄ້າ​ກ່ຽວ​ກັບບັນ​ດາ​ກົນ​ໄກ​ສົ່ງ​ເສີມ​ຂອງ​ບັນ​ດາ​ທ້ອງ​ຖິ່ນ ​ບັນ​ດາ​ຂໍ້​ມູ​ນ​ຂ່າວ​ການ​ຄາດ​ຄະ​ເນ​ກ່ຽວ​ກັບ​ຕະ​ຫລາດ, ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ລົງ​ທຶນ​ຂອງ​ບັນ​ດາ​ປະ​ເທດ​ປະ​ຈຳ​ຖິ່ນ.

        ບືນ​ຕົວ​ຂຶ້ນ​ດ້ວຍ​ກຳ​ລັງ​ແຮງ​ພາຍ​ໃນ, ການ​ລົງ​ທຶນ​​ໃນ​ການ​ໂຄ​ສະ​ນາ, ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ, ການ​ເຊື່ອມ​ຕໍ່​ການ​ພົວ​ພັນ​ດ້ານ​ການ​ຄ້າ​ໃຫມ່​ຢູ່​ບັນ​ດາ​ປະ​ເທດ​ປະ​ຈຳ​ຖິ່ນ ເພື່ອ​ແນະ​ນຳ, ໂຄ​ສະ​ນາສິນ​ຄ້າ ເພື່ອ​ໃຫ້​ລູກ​ຄ້າ​ຕ່າງ​ປະ​ເທດ​ຮູ້​ຈັກ​ເຖິງ​ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ຂອງ​ຫວຽດ​ນາມ ນັ້ນ​ແມ່ນ​ບັນ​ດາ​ວຽກ​ງານ​ທີ່​ວິ​ສາ​ຫະ​ກິດ​ຕ້ອງ​ເຮັດ​ເມື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ​ຢ່າງ​ເລິກ​ເຊິ່ງ ກວ້າງ​ຂວາງ. ດ້ວຍ​ການ​ປະ​ກອບ​ກຳ​ລັງ​ເຫື່ອ​ແຮງ​ຂອງ​ບັນ​ດາ​ທູດ​ການ​ຄ້າ ແລະ ທີ່​ປຶກ​ສາ​ການ​ຄ້າ, ວິ​ສາ​ຫະ​ກິດ​ຫວຽດ​ນາມ ຈະ​ຊອກ​ຫາ​ໄດ້​ຕະ​ຫລາດ​ຫລາຍ​ແຫ່ງ, ທິດ​ທາງ​ການ​ພັດ​ທະ​ນາ​ໃຫ​ມ່​ໃຫ້​ແກ່​ສິນ​ຄ້າ​ຕໍ່​ຫນ້າ​​ບັນ​ດາການ​ແກ້ງ​ແຍ້ງ​ທົ່ວ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ