ທ່ານນາງ Angela Merkel ສິ້ນສຸດພາລະກິດດ້ານການເມືອງ: ປະເທດ ເຢຍລະມັນ ຕໍ່ໜ້າສິ່ງທ້າທາຍຫລາຍຢ່າງໃນອະນາຄົດ

(VOVWORLD) -ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ຕັດສິນໃຈລາອອກຈາກຕຳແໜ່ງນີ້ ແລະ ບໍ່ອອກຮັບສະໝັກເລືອກຕັ້ງເປັນປະທານພັກນີ້ຄືນໃໝ່ໃນເດືອນ ທັນວາ ຈະມາເຖິງ, 

ພາຍຫລັງເປັນການນຳຂອງພັກຝ່າຍຂວາກາງສຳພັນທະມິດປະຊາທິປະໄຕສາສະໜາຄຼິດ CDU ເປັນເວລາເກືອບ 2 ທົດສະວັດ, ວັນທີ 29 ຕຸລາ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ຕັດສິນໃຈລາອອກຈາກຕຳແໜ່ງນີ້ ແລະ ບໍ່ອອກຮັບສະໝັກເລືອກຕັ້ງເປັນປະທານພັກນີ້ຄືນໃໝ່ໃນເດືອນ ທັນວາ ຈະມາເຖິງ, ເຊິ່ງມີຄວາມໝາຍຄ້າຍດຽວກັນກັບເລື່ອງ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ ສິ້ນສຸດອາຍຸການໃນປີ 2021 ຈະມາເຖິງຢ່າງເປັນທາງການ. ເວທີການເມືອງ ເຢຍລະມັນ ຈະເປັນຄືແນວໃດ ເມື່ອຂາດທ່ານນາງມີສິດອຳນາດຜູ້ນີ້ ຈະແມ່ນຄຳຖາມທີ່ຍັງຊັ່ງຊາຢູ່.

ທ່ານນາງ Angela Merkel ສິ້ນສຸດພາລະກິດດ້ານການເມືອງ: ປະເທດ ເຢຍລະມັນ ຕໍ່ໜ້າສິ່ງທ້າທາຍຫລາຍຢ່າງໃນອະນາຄົດ - ảnh 1 ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel (ພາບ: Getty)

ຖະແຫຼງການລາອອກຈາກຕຳແໜ່ງຂອງທ່ານນາງ Angela Merkel ຖືກຍົກອອກມາ  ພາຍຫລັງພັກສຳພັນທະມິດປະຊາທິປະໄຕສາສະໜາຄຼິດ (CDU) ແລະ ພັກສັງຄົມສາສະໜາຄຼິດ (CSU) ຖືກປະລາໄຊໃນການເລືອກຕັ້ງຂັ້ນທ້ອງຖິ່ນຢູ່ 2 ລັດ Hessen ແລະ Bavaris ຕາມລຳດັບ.

ຜົນສຸດທ້າຍໄດ້ຖືກກ່າວເຕືອນລ່ວງໜ້າ

ການຖອນຕົວຂອງທ່ານນາງ Angela Merkel ແມ່ນການສະຫລຸບທີ່ບໍ່ປະຫລາດໃຈ ແລະ ແຕກຕ່າງຫຍັງກັບເວທີການເມືອງ ເຢຍລະມັນ ແລະ ໃນນາມສ່ວນຕົວຂອງທ່ານນາງນາຍົກລັດຖະມົນຕີ Angela Merkel ເອງ. ຍ້ອນໃນສະພາບຕົວຈິງນັ້ນ, ອິດທິພົນຊື່ສຽງຂອງທ່ານນາງ Angela Merkel ກໍ່ຄືພັກຂອງທ່ານນາງ ຖືກຫລຸດລົງຢ່າງຮ້າຍແຮງ ນັບແຕ່ການເລືອກຕັ້ງທົ່ວສະຫະພັນ ຊຶ່ງດຳເນີນໃນເດືອນ ກັນຍາ ປີ 2017. ຄາວນັ້ນ, ເຖິງວ່າ ທ່ານນາງ Angela Merkel ຍັງຮັກສາຕຳແໜ່ງເປັນນາຍົກລັດຖະມົນຕີ ອາຍຸການທີ 4 ແລະ ສຳພັນທະມິດກຳອຳນາດພັກປະຊາທິປະໄຕສາສະໜາເຢຊູ/ສັງຄົມສາສະໜາຄຼິດ (CDU/CSU) ຂອງທ່ານນາງ ຍັງຍາດໄດ້ທີ່ນັ່ງຫລາຍສຸດໃນສະພາແຫ່ງຊາດກໍ່ຕາມ, ແຕ່ໝາກຜົນແຫ່ງການເລືອກຕັ້ງໃນຄາວນັ້ນ ແມ່ນຊົ່ວຮ້າຍທີ່ສຸດໃນຮອບ 70 ປີຜ່ານມາຂອງພັກສຳພັນທະມິດນີ້. ໃນຂະນະນັ້ນ, ບັນດາພັກຊົນຊາດລັດທິ ພັດຍາດໄດ້ທີ່ນັ່ງທີ່ບໍ່ເຄີຍມີມາກ່ອນ. ສິ່ງທີ່ເປັນໜ້າສົນໃຈນັ້ນ, ແມ່ນພັກເລືອກເຟັ້ນເພື່ອປະເທດ ເຢຍລະມັນ (AfD) ຝ່າຍຂວາເປັນຄັ້ງທຳອິດທີ່ຍາດໄດ້ທີ່ນັ່ງໃນສະພາແຫ່ງຊາດ.

ໃນຈຸດເວລານັ້ນ, ນັກການເມືອງ, ນັກໄຈ້ແຍກສາກົນຫລາຍທ່ານ ໄດ້ຄາດຄະເນກ່ຽວກັບໄລຍະຂາດສະຖຽນລະພາບໃໝ່ໃນເວທີການເມືອງ ເຢຍລະມັນ ໄດ້ເລີ່ມຂຶ້ນ. ທ່ານນາງ Angela Merkel ຮັກສາຕຳແໜ່ງເປັນປະທານພັກ CDU ນັບແຕ່ປີ 2000 ແລະ ເປັນນາຍົກລັດຖະມົນຕີມາແຕ່ປີ 2005, ທ່ານນາງ Angela Merkel ຍາມໃດກໍ່ຮັກສາຕຳແໜ່ງທີ 1 ໃນບັນຊີລາຍຊື່ແມ່ຍິງທີ່ມີສິດອຳນາດໃຫຍ່ທີ່ສຸດໃນໂລກ. ແມ່ນການນຳຂອງພື້ນຖານເສດຖະກິດໃຫຍ່ສຸດໃນກຸ່ມ ອີຢູ, ທ່ານນາງ Angela Merkel ໄດ້ຮັບຖືວ່າ ເປັນການນຳແທ້ຈິງຂອງສະຫະພາບ ເອີຣົບ ແລະ ສ້າງບັນດາຂີດໝາຍສຳຄັນກ່ຽວກັບດ້ານເສດຖະກິດ ແລະ ການທູດ, ພົ້ນເດັ່ນຄື ວິທີການແກ້ໄຂວິກິດການ Eurozone ຂອງທ່ານນາງ.

ເຖິງຢ່າງໃດກໍ່ຕາມ, ນະໂຍບາຍເປີດປະຕູຂອງທ່ານນາງ Angela Merkel ຕໍ່ວິກິດການຊາວອົບພະຍົບເຂົ້າ ເອີຣົບ ໃນປີ 2015, ເຖິງວ່າມັນໄດ້ຊ່ວຍໃຫ້ທ່ານນາງກາຍເປັນບຸກຄົນແຫ່ງປີ ໂດຍວາລະສານ Time ເລືອກຕັ້ງກໍ່ຕາມ, ແຕ່ກໍ່ຍ້ອນມັນ ແມ່ນປັດໄຈສຳຄັນທີ່ພາໃຫ້ເກີດການປະລາໄຊດ້ານການເມືອງຂອງທ່ານນາງຢູ່ ເຢຍລະມັນ ໃນຈຸດເວລານີ້. ຊາວອົບພະຍົບເຂົ້າ ເຢຍລະມັນ ນັບແຕ່ປີ 2014 ແມ່ນ ກ່ວາ 1,5 ລ້ານຄົນ ແລະ ສິ່ງນີ້ໄດ້ເຮັດໃຫ້ພັກ CDU ບໍ່ໄດ້ຮັບການສະໜັບສະໜູນຈາກບັນດາຜູ້ມີສິດເລືອກຕັ້ງນິຍົມຮັກສາເດີມ.

ເຢຍລະມັນ ແລະ ອີຢູ ຈະມີອະນາຄົດເປັນຄືແນວໃດ ?

      ເຖິງວ່າສ່ວນຕົວທ່ານນາງນາຍົກລັດຖະມົນຕີ Angela Merkel ຖືການຕັດສິນຂອງຕົນແມ່ນໂອກາດ ເພື່ອ “ເປີດໜ້າປະຫວັດສາດໃໝ່” ໃຫ້ປະເທດ ເຢຍລະມັນ, ແຕ່ໃນອະນາຄົດເວທີການເມືອງຂອງປະເທດ ເຢຍລະມັນ ໄດ້ຮັບການຄາດຄະເນຈາກບັນດານັກຊ່ຽວຊານ ວ່າຈະປະສົບກັບສິ່ງທ້າທາຍຫລາຍຢ່າງ.

       ກ່ອນອື່ນໝົດ, ຖ້າຫາກທ່ານນາງ Angela Merkel ຍັງບໍ່ແມ່ນການນຳພັກ CDU, ໃນໄລຍະເວລາດຳລົງຕຳແໜ່ງທີ່ຍັງເຫຼືອ, ອິດທິພົນຊື່ສຽງກໍ່ຄືສຽງເວົ້າຂອງທ່ານນາງກ່ຽວກັບບັນດານະໂຍບາຍຂອງລັດຖະບານຈະຖືກຫລຸດລົງພໍສົມຄວນ. ນັ້ນຍັງບໍ່ທັນນັບເຖິງ ເມື່ອສຳພັນທະມິດພັກປັດຈຸບັນຖືກແຕກສະຫລາຍ, ຈະຕ້ອງດຳເນີນການເລືອກຕັ້ງໂດຍໄວ ແລະ ທ່ານນາງ Angela Merkel ອາດຈະສິ້ນສຸດອາຍຸການເປັນນາຍົກລັດຖະມົນຕີໂດຍໄວ.

       ສິ່ງທີ່ຫາງສຽງເອົາໃຈໃສ່ຫລາຍກ່ວານັ້ນ ແມ່ນໃຜຈະເປັນຜູ້ສືບທອດທ່ານນາງ Angela Merkel ດຳລົງຕຳແໜ່ງນາຍົກລັດຖະມົນຕີ. ການສິ້ນສຸດ “ສັງກາດ Merkel”, ຜູ້ທີ່ໄດ້ຮັບຖືວ່າແມ່ນ “ສັນຍາລັກແຫ່ງຄວາມໝັ້ນຄົງ” ຈະຕັ້ງປະເທດ ເຢຍລະມັນ ຢືນຢູ່ຕໍ່ໜ້າອະນາຄົດທີ່ເຕັມໄປດ້ວຍໄພອັນຕະລາຍຫລາຍຢ່າງ, ເປັນຕົ້ນແມ່ນໃນສະພາບທັງການພົວພັນພາຍໃນກັບການພົວພັນຕ່າງປະເທດມີບັນດາບັນຫາສັບສົນຄ້າງຄາຫລາຍຢ່າງ. ພາຍໃນປະເທດ, ໃນ 2,3 ປີຜ່ານມາ, ນະໂຍບາຍ “ເປີດປະຕູ” ຮັບຊາວລີ້ໄພກ່ວາ 1 ລ້ານຄົນ ໂດຍທ່ານນາງນາຍົກລັດຖະມົນຕີ Angela Merkel ລິເລີ່ມຖືກຕຳໜິຕິຕຽນຢ່າງໜັກໜ່ວງ. ເຂົາເຈົ້າຖືວ່າ: ນະໂຍບາຍນີ້ ໄດ້ທຳລາຍໂຄງປະກອບໃນສັງຄົມ ເຢຍລະມັນ, ກໍ່ໃຫ້ເກີດການຂັດແຍ້ງກ່ຽວກັບດ້ານວັດທະນະທຳກໍ່ຄືທາງສາສະໜາ. ນອກນັ້ນ, ນະໂຍບາຍ “ຮັດເຂັມຄັດ” ຂອງລັດຖະບານສະຫະພັນໃນຫລາຍປີຜ່ານມາ ກໍ່ເຮັດໃຫ້ຜູ້ມີສິດເລືອກຕັ້ງມີຄວາມບໍ່ພໍໃຈ. ໃນຂະນະນັ້ນ, ກ່ຽວກັບການພົວພັນຕ່າງປະເທດ, ນະໂຍບາຍອາລັກຂາການຄ້າຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, ນະໂຍບາຍຂວ້ຳບາດທີ່ແຂງກະດ້າງຕໍ່ ລັດເຊຍ, ການແບ່ງແຍກໃນສະຫະພາບ ເອີຣົບ…ລ້ວນແຕ່ແມ່ນບັນດາສິ່ງທ້າທາຍຕໍ່ປະເທດ ເຢຍລະມັນ ໃນບົດບາດ “ນຳໜ້າ ອີຢູ” ຕ້ອງປະເຊີນໜ້າ.

       ອາດເວົ້າໄດ້ວ່າ: ຄວາມໝັ້ນຄົງຂອງ ເຢຍລະມັນ ກໍ່ຄືຂອງກຸ່ມສະຫະພາບ ເອີຣົບ ພວມປະສົບກັບສິ່ງກີດຂວາງຫລາຍຢ່າງ ຕໍ່ແຜນການພັກກິນບຳນານຂອງທ່ານນາງ Angela Merkel. ການຖອນຕົວຂອງທ່ານນາງ Angela Merkel ເບິ່ງຄືວ່າ ພວມສ່ອງແສງວິວັດການແບ່ງແຍກດ້ານການເມືອງຢູ່ ເອີຣົບ ນັບມື້ນັບຮ້າຍແຮງ. ການຟື້ນຕົວຂອງລັດທິປະຊານິຍົມຢູ່ ເອີຣົບຕາເວັນອອກ ແລະ ບັນດາປະເທດຢູ່ອ້ອມແອ້ມເຂດທະເລ ເມດີແຕຣາເນ, ແລະ ໃໝ່ສຸດນີ້ແມ່ນການປະລາໄຊຂອງພັກປະຊາທິປະໄຕສັງຄົມຢູ່ ຊູແອັດ ອາດຈະນຳມາເຊິ່ງກະແສຟອງການປ່ຽນແປງໂສມໜ້າຂອງ ເອີຣົບ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ