ນະໂບບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມແມ່ນປົກປ້ອງ ແລະຊຸກຍູ້ສິດທິມະນຸດ

(vovworld) - ​ໃນ​ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​ວ່າ “ນະ​ໂບບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ​ຫວຽດນາມ​​ ແມ່ນ​ປົກ​ປ້ອງ​ແລະ​ຊຸກຍູ້​ສິດທິ​ມະນຸດ” ທີ່​ລົ​ງພິມ​ໃນ​ໜັງສືພິມ​ສຳຄັນ​ຕ່າງໆ ​ເນື່ອງ​ໃນ​ໂອກາດ​ວັນ​ສິດທິ​ມະນຸດ​ໂລກ (10/12/2013), ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ຢັ້ງຢືນ​ວ່າ: ມະນຸດ​ແມ່ນ​​ໃຈກາງ, ທັງ​ແມ່ນ​ຈຸດໝາຍ, ທັງ​ແມ່ນ​ກຳລັງ​ໜູນ​ໃນ​ວິວັດ​ການ​ພັດທະນາ​ຢູ່ຫວຽດນາມ. ​ເລື່ອງຫວຽດນາມ ​ເຂົ້າ​ຮ່ວມສະພາ​ສິດທິ​ມະນຸດ ສະຫະ​ປະຊາ​ຊາດ ດ້ວຍບັນດາຜົນງານ​ພົ້ນ​ເດັ່ນ​ໃນ​ຂົ​ງ​ເຂດ​ສິດທິ​ມະນຸດນັ້ນ ​ໄດ້ ປະກອບສ່ວນ​ຍົກສູງ​ທີ່​ຕັ້ງ​ບົດບາດ​ຂອງຫວຽດນາມ, ຍົກ​ສູງ​ປະສິດທິ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ສິດທິ​ມະນຸດ ​ແລະ ບັນດາ​ກົນ​ໄກ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ສິດທິ​ມະນຸດ.

        ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກວ່າ, ​ເລື່ອງຫວຽດນາມ ອອກ​ສະໝັກ​ເລືອກ​ຕັ້ງ​ເຂົ້າ​​ສະພາ​ສິດທິ​ມະນຸດ ສປຊ ​ແມ່ນ​ເລີ່​ມມາ​ຈາກ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງພັກ ​ແລະ ລັດ ຫວຽດນາມ ​ນັ້ນແມ່ນ​ປົກ​ປ້ອງ, ຊຸກຍູ້​ບັນດາ​ສິດທິ​ມະນຸດ ​ແລະ ຕັ້ງ​ໜ້າ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື​ສາກົນ​ໃນ​ຂົ​ງ​ເຂດນີ້. ​ເລື່ອງຫວຽດນາມ ​ໄດ້​ຮັບ​​ເລືອກ​ຕັ້ງ​ເຂົ້າ​ສະພາ​ສິດທິ​ມະນຸດ ສປຊ ດ້ວຍ​ບັດ​ສະໜັບສະໜູນ​ສູງ​ສຸດ​ໃນຈຳນວນ 14 ປະ​ເທດ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ຄັ້ງ​ນີ້ ​ແມ່ນ​ການ​ຮັບ​ຮູ້​ຢ່າງ​ກ້ວາງ​ຂວາງ ​ແລະ ການຕີ​ລາຄາ​ສູງຈາກ​ປະຊາ​ຄົມ​ໂລກ​ທີ່​ມີ​ຕໍ່​ບັນ​ດາ​ຜົ​ນງານ​ໃນ​ພາລະ​ກິດ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ, ນະ​ໂຍບາຍ, ຄວາມ​ມານະ​ພະຍາຍາມ ​ແລະ ຜົນງານ​​ທີ່ຫວຽດນາມ ບັນລຸ​ໄດ້ກ່ຽວ​ກັບ​ສິດທິ​ມະນຸດ​.

ນະໂບບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມແມ່ນປົກປ້ອງ ແລະຊຸກຍູ້ສິດທິມະນຸດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ

ສິດທິ​ມະນຸດ​ໄດ້​ຮັບປະກັນ​ໃນ​ສະພາບ​ການ​ຕົວ​ຈິງ

        ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ຢັ້ງຢືນ​ວ່າ: ມະນຸ​ດທັງ​ແມ່ນ​ໃຈກາງ, ທັງ​ແມ່ນ​ຈຸດໝາຍ, ທັງ​ແມ່ນ​ກຳລັງ​ໜູນ​ໃນ​ວິວັດ​ການ​ພັດທະນາ​ ​ແລະ ພາລະກິດ​ປ່ຽ​ນ​ໃໝ່​ຮອບດ້ານຢູ່ ຫວຽດນາມ. ບັນດາ​ສິດ ​ແລະ ຄວາມ​ເສລີ​​ໂດຍພື້ນຖານ​ຂອງ​ປະຊາຊົນຫວຽດນາມ ​ໄດ້​ຫັນ​ເປັນ​ລະບຽບ ກົດໝາຍ​ ດ້ວຍ​ລັດຖະທຳ​ມະນູນ, ກົດໝາຍ ​ແລະ ຮັບປະກັນ​ການ​ປະຕິບັດ​ດ້ວຍ​ຫຼາຍ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ ​ແລະ ກົນ​ໄກ. ບັນດາ​ສິດ​ທິມະນຸດ​ກ່ຽວ​ກັບ​ດ້ານ​ພົນລະ​ເຮືອນ, ການ​ເມືອງ ​ໄດ້​ຮັບ​ການສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນ​ຊີວິດ​ທາງ​ດ້ານ​ການ​ເມືອງ, ສັງຄົມ​ຂອງ​ປະ​ເທດ​ຊາດ. ສະພາ​ແຫ່ງ​ຊາດ​ໄດ້​ປະກາດ​ໃຊ້, ປັບປຸງ​ກົດໝາຍ​ຫຼາຍ​ສະບັບ, ສ້າງ​ພື້ນຖານ​ດ້ານ​ນິຕິ​ກຳ​ຢ່າງ​ໝັ້ນຄົງ​ໃຫ​້​ແກ່​ການ​ຮັບປະກັນ​ສິດທິ​ມະນຸດ​ໃນ​ທຸກ​ຂົງ​ເຂດ, ​ເພີ່ມ​ທະວີ​ບົດບາດ​ກວດກາ, ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​​ແຫ່ງ​ລັດ, ພິ​ເສດ​ແມ່ນ​ຜ່ານບັນດາວາລະ​ຊັກ​ຖາມ​ຢ່າງ​ເປີດ​ເຜີຍ. ສິດຂອງ​ປະຊາຊົນ​ກໍ່​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ ຜ່ານ​ການ​ປະຕິ​ຮູບ​ດ້ານ​ຕຸລາການ ​ແລະ ບໍລິຫານ. ສຽງ​ເວົ້າ​ຂອງ​ປະຊາຊົນ​ກ່ຽວ​ກັບ​ບັນດາ​ບັນຫາ​ຂອງ​ປະ​ເທດ​ຊາດ​ກໍ່​ໄດ້​ຮັບ​ການ​ເສີມ​ຂະ​ຫຍາ​ຍ ຜ່ານ​ປະມວນ​ກົດໝາຍ​ສຳຄັນ​ຕ່າງໆ​ກ່ຽວ​ກັບ​ສື່ສານ, ການ​ຮ້ອງຟ້ອງ, ຮ້ອງທຸກ, ລະບຽບ​ການ​ປະຊາທິປະ​ໄຕ​ຂັ້ນ​ຮາກ​ຖານ, ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ, ສັງຄົມ ​ແລະ ບັນດາ​ພາຫະນະ​ສື່​ມວນ​ຊົນ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ຫຼາຍ​ຮູບ​ຫຼາຍ​ແບບ.

        ຢູ່​ຫວຽ​ດນາມ ​ທຸກ​ການ​ກະທຳ​ໝີ່​ນປະໝາດ, ​ແບ່ງ​ແຍກ​ປະ​ເທດ ລ້ວນ​ແຕ່​ຖືກ​ເກືອດ​ຫ້າມ. ຊີວິດ​ທາງດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ. ຊີວິດ​ທາງ​ສາສະໜາ, ການ​ເຫຼື້ອມ​ໄສ​ຂອງ​ປະຊາຊົນ​ອຸດົມສົມ​ບຸນ​ທີ່​ສຸດ ດ້ວຍ​ບັນດາສາສະໜາ​ສຳຄັນ​ຢູ່​ໃນ​ໂລກ. ບັນດາ​ສິດ​ກ່ຽວ​ກັບ​ເສດຖະກິດ, ສັງຄົມ, ວັດທະນະທຳ, ພິ​ເສດ​ແມ່ນ​ສະ​ແດງ​ອອກ​ໃນ​ສິດ​ກຳມະສິດ, ສິດ​ເສລີ​ໃນ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ຮັບປະກັນ​ຊີວິດ​ສັງຄົມ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ, ສິດ​ຂອງ​ເດັກ, ຂອງ​ຜູ້​ອາຍຸ​ສູງ, ຄົນ​ພິການ, ກ່ຽວ​ກັບ​ການ​ສຶກສາ, ສາທາລະນະ​ສຸກ​ຂອງ​ປະຊາຊົນ​ກໍ່​ນັບ​ມື້​ນັບ​ດີກ​ວ່າ. ບັນດາ​ຜົນງານ​ເຫຼົ່າ​ນັ້ນ​​ໄດ້ສ້າງ​ແຫຼ່ງກຳລັງ ​ແລະ ​ເງື່ອນ​ໄຂ​ຕົວ​ຈິງ​ໃຫ້​ແກ່ການ​ຊົມ​ໃຊ້ບັນດາ​ສິດ​ກ່ຽວ​ກັບ​ພົນລະ​ເຮືອນ, ການ​ເມືອງ. ປະຊາ​ຄົມ​ໂລກ​ໄດ້​ຕີ​ລາຄາ​ສູງ ​ແລະ ຖື​ຫວຽດນາມ ​ແມ່ນ​​ແບບຢ່າງ​ທີ່​ດີ​ເດັ່ນ​ໃນ​ຫຼາຍ​ບັນຫາ​ທີ່​ຂຶ້ນ​ກັບ​ໂຄງການ​ດຳ​ເນີນ​ງານ​ຂອງ​ສະພາ​ສິດ​ທິມະນຸດ ສປຊ ຄື: ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ການຮັບປະກັນດ້ານ​ທັນ​ຍາ​ຫານ, ຍົກ​ສູງ​ດັດຊະນີ​ພັດທະນາ​ຂອງ​ມະນຸດ ​ແລະ ການປະຕິບັດ​ສຳ​ເລັດ​ຄາດໝາຍ​ສະຫັດ​ສະ​ວັດ​ກ່ຽວ​ກັບ​ການ​ພັດທະນາ​ກ່ອນ​ກຳນົດ​ເວລາ.

        ຄວາມ​ມານະ​ພະຍາຍາມ​ຮ່ວມ​ມື​ກັບ​ສາກົນ​ກ່ຽວ​ກັບ​ການ​ປົກ​ປ້ອງ ​ແລະ ຍູ້​ແຮງ​ສິດທິ​ມະນຸດ

        ປະຈຸ​ບັນ, ຫວຽດນາມ​ ແມ່ນ​ສະມາຊິກ​ຂອງ​ບັນດາສົນທິສັນຍາ​ສາກົນ​ທີ່​ສຳຄັນ​ກ່ຽວ​ກັບ​ສິດທິ​ມະນຸດເກືອບ​ທັງ​ໝົດ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ກ່ຽວ​ກັບ​ສິດ​ພົນລະ​ເຮືອນ, ການ​ເມືອງ, ສົນທິສັນຍາ​ກ່ຽວ​ກັບ​ບັນດາ​ສິດທາ​ງດ້ານ​ເສດຖະກິດ, ສັງຄົມ, ວັດທະນະທຳ, ສົນທິສັນຍາ​ກ່ຽວ​ກັບ​ສິດ​ຂອງ​ເດັກ… ​ໃນ 7 ປີຜ່ານມາ, ນັບ​ແຕ່​ສະພາ​ສິດທິ​ມະນຸດ ສປຊ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ​ໃນ​ຖານະ​ເປັນ​ນັກ​ສັງ​ເກດ​ການ, ຫວຽດນາມ​ ໄດ້​ຕັ້ງໜ້າ​ປະກອບ​ຄວາມ​ເຫັນ​ໃນ​ຫຼາຍ​ຂົງ​ເຂດ​ທີ່​ຂຶ້ນ​ກັບ​ໂຄງການ​ດຳ​ເນີນ​ງານ ​ແລະ ​ເຂົ້າຮ່ວມ​ການ​ສ້າງ​ມະຕິ, ຂໍ້​ຕົກລົງ​ຕ່າງໆ​ຂອງ​ສະພາ. ​ໃນ​ຂອບ​ເຂດ​ພາກ​ພື້ນ, ຫວຽດນາມ ​ໄດ້​ມີການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ການ​ສ້າງ​ຕັ້ງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ອາ​ຊຽນ ກ່ຽວ​ກັບ​ສິດ​ທິມະນຸດ… ຫວຽດນາມ ​ກໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ການ​ເຈລະຈາ​ສອງ​ຝ່າຍ​ກັບ​ຫຼາຍ​ປະ​ເທດ​ກ່ຽວ​ກັບ​ສິດທິ​ມະນຸດ ​ເພື່ອ​ແບ່ງປັນ​ຂໍ້​ມູນ, ບົດຮຽນ ​​ແນ​ໃສ່​ຮັບປະກັນ​ບັນດາ​ສິດທິ​ມະນຸດ​ຢູ່​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ກ່ຽວຂ້ອງ​ໃຫ້​ດີກ​ວ່າ.

        ​ຕັ້ງໜ້າເຂົ້ນຮ່ວມ​ວຽກ​ງານ​ຂອງ​ສະພາ​ສິດ​ທິມະນຸດ ສະຫະປະຊາ​ຊາດ        ຫວຽດນາມ ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ກົນ​ໄກ, ລະບຽບ​ການ​ຂອງ​ສະພາ​ສິດທິ​ມະນຸດ, ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ ​ແລະ ຄູ່​ຮ່ວມ​ມື​ສາກົນ​ອື່ນໆ​ຍົກ​ອອກ​ຂໍ້​ລິ​ເລີ່​ມ, ຊຸກຍູ້​ບັນດາ​ບັນຫາ​ໃໝ່ ​ເພື່ອ​ຜົນ​ປະ​ໂຫຍ​ດລວມ, ຍົກ​ສູງ​ປະສິດທິ​ຜົນ​ການ​​ເຄື່ອນ​ໄຫວຂອງ​ສະພາ​ສິດທິ​ມະນຸດ ​ແລະ ບັນດາ​ກົນ​ໄກ​ອື່ນໆ​ຂອງ ສປຊ ກ່ຽວ​ກັບ​ສິດທິ​ມະນຸດ​ຕາມ​ທິດຊຸກ​ນູ້ການ​ເຈລະຈາ, ບໍ່​ປະ​ເຊີນ​ໜ້າ ​ແລະ ຫັນ​ເປັນ​ບັນຫາ​ການ​ເມືອງ, ​ເສີມ​ຂະຫຍາຍ​ວິທີ​ສຳ​ພັດ​ກັບ​ບັນດາ​ບັນຫາ​ທີ່​ໄດ້​ວາງ​ອອກຢ່າງ​ສະ​ເໝີ​ພາບ, ພາວະ​ວິ​ໄສ, ຮອບດ້ານ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າມບິ່ງ​ມິງ ຖື​ວ່າ​ ບັນດາ​ບົດຮຽນ​ຂອງ​ວິວັດ​ການ​ປ່ຽນ​ໃໝ່, ປົກ​ປ້ອງ ​ແລະ ຊຸກຍູ້​ສິດທິ​ມະນຸດ​ຢູ່​ຫວຽດນາມ ​ແລະ ທີ່​ຕັ້ງ​ຂອງ​ຫວຽດນາມ ​ແມ່ນ​ສະມາຊິກ​ຂອງ​ອາ​ຊຽນ, ຂະ​ບວນການ​ບໍ່​ຮ່ວມ​ກຸມ, ປະຊາ​ຄົມ​ໃຊ້​ພາສາ​ຝລັ່ງ ​ແລະ ຫຼາຍ​ອົງການ​ຈັດ​ຕັ້ງ​ສາກົນ, ພາກ​ພື້ນ​ອື່ນໆ ນັ້ນ ຈະ​ປະກອບສ່ວນ​ຢ່າງ​ມີ​ຄວາມ​ໝາຍເຂົ້າ​ໃນ​ການ​ຊຸກຍູ້​ວຽກ​ງານ​ຂອງ​ສະພາ​ສິດ​ທິມະນຸດ ສປຊ .

 

ຂ່າວ/ບົດ​ອື່ນ