ບັນດາຄຳຖະແຫຼງຜິດພາດທີ່ຈຳເປັນຕ້ອງກ່າວປະນາມ

(vovworld) - ຫວຽດ​ນາມ ແລະ ກຳ​ປູ​ເຈຍ ແມ່ນ​ສອງ​ປະ​ເທດ​ບ້ານ​ໄກ້​ເຮືອນ​ຄຽງ, ຖານ​ອ້າຍ​ນ້ອ​ງ​ທີ່​ໃກ້​ຊິດສະ​ໜິດ​ຕິດ​ພັນນຳ​ກັນ. ໃນ​ປະ​ຫວັດ​ສາດ​ແຫ່ງ​ສົງ​ຄາມ, ຫວຽດ​ນາມ ແລະ ກຳ​ປູ​ເຈຍ ໄດ້​ຮ່ວມ​ຂູມ​ຄອງ​ດຽວ​ກັນ ເພື່ອ​ຕໍ່​ສູ້​ຕ້ານ​ລັດ​ທິ​ລ່າ​ເມືອງ​ຂຶ້ນ, ໂຄ່ນ​ລົ້ມ​ລະ​ບອບ​ດັບ​ສູນ​ເຊື້ອ​ຊາດ ແລະ ປະ​ຈຸ​ບັນ​ພວມ​ພ້ອມ​ກັນ​ຮ່ວມ​ມື​ເພື່ອ​ພັດ​ທະ​ນາ​. ແຕ່​​ພັດມີ​ບັນ​ດາຄຳ​ຖະ​ແຫຼງ​​ທີ່ຜິດ​ພາດ ເພື່ອ​ແນ​ໃສ່​ປຸກ​ປັ່ນ​, ກໍ່​ຄວາມ​ແບ່ງ​ແຍກ​​ຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ມາ​ແຕ່​ດົນ​ນານລະ​ຫວ່າງ​ຫວຽດ​ນາມ - ກຳ​ປູ​ເຈຍ. ສິ່ງ​ດັ່ງ​ກ່າວ​ໄປ​ຝືນກັບ​ຄວາມ​ມຸ້ງ​ມາດ​ຖາດ​ຖະ​ໜາ​ລວມ​ຂອງ​ສອງ​ປະ​ເທດ. ບັນ​ນາ​ທິ​ການ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ມີ​ບົດ​ວິ​ຈານ “ບັນ​ດາ​ຄຳ​ຖະ​ແຫຼງ​ຜິດ​ພາດ​ທີ່​ຈຳ​ເປັນ​ຕ້ອງ​​ກ່າວ​ປະ​ນາມ” ເຊີນ​ທ່ານ​ຮັບ​ຟັງ.

ບັນດາຄຳຖະແຫຼງຜິດພາດທີ່ຈຳເປັນຕ້ອງກ່າວປະນາມ - ảnh 1

ທ່ານ ຊາມ​ເຣນ​ຊີ, ຫົວ​ໜ້າ​ພັກ​ກູ້​ໄພ​ແຫ່ງ​ຊາດ​ກຳ​ປູ​ເຈຍ (CNPR)

(ພາບ​ອິນ​ເຕີ​ແນດ)

        ການ​ພົວ​ພັນ​ຫວຽດ​ນາມ - ກຳ​ປູ​ເຈຍ ໄດ້​ຮັບ​ການ​ສ້າງ​ຕັ້ງຂືຶ້ນ ແລະ ເພີ່ມ​ພູນ​ຄູນ​ສ້າງ​ດ້ວຍ​ເລືອດ​ເນື້ອ, ເຫື່ອ​ແຮງ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດຫຼາຍ​ລຸ້ນ​ຄົນ. ​ປະ​ຫວັດ​ແຫ່ງ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ, ເສ​ລີ​ພາບ ໄດ້​ສ້າງ​ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ເພື່ອ​ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ລວມ​ນັ້ນ​ແມ່ນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື, ພັດ​ທະ​ນາ ເພື່ອ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງຂອງ​ແຕ່​ລະ​ປະ​ເທດ, ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ. ຫວຽດ​ນາມ​ ຍາມ​ໃດ​ກໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ກຳ​ປູ​ເຈຍ​ ຢ່າງ​ສຸດ​ຈິດ​ສຸດ​ໃຈ. ໂດຍ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຂອງ​ແນວ​ໂຮມ​ສາ​ມັກ​ຄີ​ກູ້​ຊາດ​ກຳ​ປູ​ເຈຍ ແລະ ປະ​ຊາ​ຊົນ​ກຳ​ປູ​ເຈຍ, ຫວຽດ​ນາມ ໄດ້​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ຫຼຸດ​ພົ້ນ​ອອກ​ຈາກ​ໄພ​ດັບ​ສູນ​ເຊື້ອ​ຊາດ ແລະ ໃຫ້​ການ​ຊ່ວຍ​ເຫຼືອຫຼາຍ​ດ້ານເພື່ອ​ໃຫ້​ກຳ​ປູ​ເຈຍ​ ຟື້ນ​ຕົວ ແລະ ພັດ​ທະ​ນາ.

        ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ປາ​ຖະ​ໜາ​ຢາກ​ກໍ່​ສ້າງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຮອບ​ດ້ານ, ຍາວ​ນານ​ລະ​ຫວ່າງ​ສອງ​ປະ​ເທດ. ໃນ​ຊຸມ​ປີ​ຜ່ານ​ມາ, ການ​ພົວ​ພັນ​ນັ້ນ​ສືບ​ຕໍ່​ໄດ້​ຮັບ​ການ​ພັດ​ທະ​ນາ​ໃນ​ທຸກ​ຂົງ​ເຂດ. ສອງ​ປະ​ເທດ​ໄດ້​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສອງ​ປະ​ເທດ​ໄດ້ປະ​ຕິ​ບັດ​ສຳ​ເລັດ​ການ​ຂີດ​ເສັ້ນ​ຊາຍ​ແດນ, ປັກຫຼັກ​ໝາຍ​ຊາຍ​ແດນ, ກໍ່​ສ້າງ​ເສັ້ນ​ຊາຍ​ແດນ​ຫວຽດ​ນາມ - ກຳ​ປູ​ເຈຍ ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຮ່ວມ​ມື ແລະ ພັດ​ທະ​ນາ.

        ຫວຽດ​ນາມ ​ພາກ​ພູມ​ໃຈ​ທີ່​ສຸດ​ຕໍ່​ເລື່ອງ​ກຳ​ປູ​ເຈຍ ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 5 ໃນ​ວັນ​ທີ 28/7/2013. ພ້ອມ​ກັບ​ຜູ້​ນຳຫຼາຍ​ປະ​ເທດ​ຢູ່​ໃນ​ໂລກ, ຜູ້​ນຳ​ພັກ, ລັດຫວຽດ​ນາມ ໄດ້​ຝາກ​ຈົດ​ໝາຍ, ສານ​ຊົມ​ເຊີຍ ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ໝາກ​ຜົນ​ແຫ່ງ​ການ​ເລືອກ​ຕັ້ງ. ​ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ​ໃໝ່​ຢູ່​ກຳ​ປູ​ເຈຍ ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໂດຍ​ໄວ ເພື່ອ​ສະ​ຖຽນ​ລະ​ພາບ ແລະ ການພັດ​ທະ​ນາ​ປະ​ເທດ​ຊາດ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ປະ​ກອບ​ສ່ວນ​ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ແລະ ຢູ່​ໃນ​ໂລກ.

ແຕ່ໜ້າ​ເສຍ​ດາຍ, ພາຍຫຼັງ​ມີ​ຜົນ​ງານເບື້ອງ​ຕົ້ນ​ຂອງ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 5 ຢູ່​ກຳ​ປູ​ເຈຍ, ທ່ານ ຊາມ​ເຣນ​ຊີ, ຫົວ​ໜ້າ​ພັກ​ກູ້​ໄພ​ແຫ່ງ​ຊາດ​ກຳ​ປູ​ເຈຍ (CNPR) ຜູ້​ຢືນ​ອັນ​ດັບ 2 ໃນ​ການ​ເລືອກ​ຕັ້ງ​ນີ້ ໄດ້​ມີ​ຄຳ​ຖະ​ແຫຼງ​ທີ່​ມີ​ລັກ​ສະ​ນະ​ປຸກ​ປັ່ນ​ທາງ​ພາ​ຫະ​ນະ​ສື່​ສານ​ສາ​ກົນ, ສົ່ງ​ຜົນ​ສະ​ທ້ອນ​ບໍ​ດີ​ເຖິງ​ການ​ພົວ​ພັນ​ມິດ​ຕະ​ພາບ​ກຳ​ປູ​ເຈຍ - ຫວຽດ​ນາມ, ໄປ​ຝືນ​ກັບ​ຄວາມ​ຈິງ​ປະ​ຫວັດ​ສາດ.

ທ່ານ ຊາມ​ເຣັນ​ຊີ​ ໄດ້ເວົ້າ​ວ່າ: “ຮ່າ​ໂນ້ຍ​ ເຄີຍບຽດ​ຢືດ​ທີ່​ດິນ​ຂອງ​ກຳ​ປູ​ເຈຍ”. ນີ້​ແມ່ນ​ຄຳ​ຖະ​ແຫຼງ​ທີ່​ໄຮ້​ເຫດ​ຜົນ ບໍ່​ພຽງ​ແຕ່​ກໍ່​ຜົນ​ຮ້າຍ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ເທົ່າ​ນັ້ນ, ຫ​າກ​ຍັງແຕະ​ຕ້ອງເຖິງອາ​ລົມ​ຈິດ​ອັນ​ດີ​ງາມ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ອີກ​ດ້ວຍ.

ສິ່ງ​ທີ່​ເຮັດ​ໃຫ້​ຫາງ​ສຽງ​​ຕົກສະ​ເງີ້​ນັ້ນ​ແມ່ນ ບັນ​ດາ​ຖ້ອຍ​ທຳ​ນອງ​ທີ່​ໄຣ້​ເຫດ​ຜົນ ເຊິ່ງ​ທ່ານ​ ຊາມ​ເຣັນ​ຊີ​ ໄດ້​ຕອບສຳ​ພາດ​ຕໍ່​ໜັງ​ສື​ພິມ​ພາ​ສາ​ຈີນ​ຢູ່​ກຳ​ປູ​ເຈຍ ເຊິ່ງ​ຖືກ​ຄັດ​ສະ​ເໜີ​ໃນ​ເວັບ​ໄຊ BBC ພາ​ສາ​ຫວຽດ ເມື່ອ​ວັນ​ທີ 4/8, ວ່າ: "ເກາະ​ທັງ​ໝົດ​ທີ່​ຈີນພວມ​ປົກ​ຄອງ​ນັ້ນ ແມ່ນ​ຜືນ​ແຜ່ນ​ດິນ​ຂອງ​ຈີນ". ກ່ຽວ​ກັບ​ສິ່ງ​ດັ່ງ​ກ່າວ, ຫວຽດ​ນາມ​ ມີ​ພື້ນ​ຖານ​ນິ​ຕິ​ກຳ ແລະ ຫຼັກ​ຖານ​ປະ​ຫວັດ​ສາດ​ຢ່າງ​ຄົບ​ຖ້ວນ ເພື່ອ​ພິ​ສູດ ແລະ ຢືນ​ຢັນ​ອະ​ທິ​ປະ​ໄ​ຕຂອງ​ຕົນ ເຊິ່ງ​ບໍ່​ອາດ​ໂຕ້​ຖຽງ​ກັນ​ໄດ້​ສຳ​ລັບ​ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ຫວຽດ​ນາມ ​ເດັດ​ດຽວ​ແກ້​ໄຂ​ການ​ພິ​ພາດ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ບັນ​ດາ​ມາດ​ຕະ​ການ​ສັນ​ຕິພາບ, ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ແລະ ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC). ຍາມ​ໃດ​ຫວຽດ​ນາມ​ ກໍ່​ປາດ​ຖະ​ໜາ​ຢາກ​ມີ​ສັນ​ຕິ​ພາບ ແລະ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ປະ​ກອບ​ສ່ວນ​ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ. ຄວາມ​ປາ​ຖະ​ໜາ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ ແລະ ການຮັບ​ຮູ້​ຈາກ​ປະ​ຊາ​ຄົມ​ໂລກ. ໂດຍ​ແມ່ນ​ນັກ​ການ​ເມືອງ​ຜູ້​ໜຶ່ງ, ແນ່ນອນ​ວ່າ​ທ່ານ​ ຊາມ​ເຣັນ​ຊີ ຈະ​ຮູ້​ແຈ້ງ​ຄວາມ​ຈິງດັ່ງ​ກ່າວ.

ທ່ານ ຊາມ​ເຣັນ​ຊີ ມີ​ສິດ​ຍົກ​ອອກ​​ທັດ​ສະ​ນະຂອງ​ຕົນ, ຂອງ​ພັກ​ກູ້​ໄພ​ແຫ່ງ​ຊາດ​ກຳ​ປູ​ເຈຍ, ແຕ່​ຖ້າ​ຫາກ​ບັນ​ດາ​ຄຳ​ຖະ​ແຫຼງ​ນັ້ນ​ໄປ​ຝືນ​ກັບ​ຄວາມ​ຈິງ​ປະ​ຫວັດ​ສາດ, ມີ​ລັກ​ສະ​ນະ​ປຸກ​ປັ່ນ, ແຕະ​ຕ້ອງ​ເຖິງ​ນ້ຳ​ໃຈ​ມິດ​ຕະ​ພາບ​ຫວຽດ​ນາມ - ກຳ​ປູ​ເຈຍ, ຈະ​ບໍ່​ສາ​ມາດ​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ຫາງ​ສຽງ​ສອງ​ປະ​ເທດ ແລະ ສາ​ກົນ​ໄດ້​ຢ່າງ​ແນ່ນອນ.

ຄຳ​ຖະ​ແຫຼງ​ທີ່​ຜິດ​ພາດ, ໄຣ້​ເຫດ​ຜົນ ແລະ ໂດດ​ດຽວ​ຂອງ​ທ່ານ ຊາມ​ເຣັນ​ຊີ ພຽງ​ແຕ່​ຮັບ​ໃຊ້​ຈຸດ​ປະ​ສົງ​ດ້ານ​ການ​ເມືອງເທົ່າ​ນັ້ນ ແລະ ຈຳ​ເປັນ​ຕ້ອງ​ກ່າວ​ປະ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ