ບັນດາຜົນງານໃນການເຄື່ອນໄຫວບໍລິຫານຂອງລັດຖະບານ ປີ 2013


(vovworld) - ປີ 2013, ​ໂດຍ​ບໍ່​ຫົວຊາ​ຕໍ່​ສະພາບ​ເສດຖະກິດ​ໂລກ​​ພວມຟື້ນ​ຟູ​ຢ່າງ​ຊັກ​ຊ້ານັ້ນ, ຫວຽດນາມ​ ຍັງ​ຄົງ​ບັນລຸ​ໄດ້​ບັນດາ​ຜົນງານ​ທີ່ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ປະກອບສ່ວນ​ບໍ່​ໜ້ອຍ​ເຂົ້າ​ໃນ​ການ​ປະຕິບັດ​ຄາດໝາຍຂອງ​​ແຜນການ 5 ປີ (2011-2015). ລັດຖະບານ​ໄດ້​ມີ​ການ​ຊີ້​ນຳ​ບໍລິຫານ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້ຢ່າງ​ວ່ອງ​ໄວ ​ແລະ ທັນ​ການ, ​ຮັກ​ສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັບປະກັນ​ຊີວິດ​ສັງຄົມ. ນີ້​ແມ່ນ​ບາດກ້າວ​​ເດີນທີ່​ຖືກຕ້ອງ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ສູງ​ສຸດ.

ບັນດາຜົນງານໃນການເຄື່ອນໄຫວບໍລິຫານຂອງລັດຖະບານ ປີ 2013 - ảnh 1
(ພາບປະກອບ)

        ປີ 2013, ​ເສດຖະກິດ - ສັງຄົມ​ຂອງຫວຽດນາມ ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ. ມີ​ຫຼາຍ​ຄາດໝາຍສຳຄັນ​ໄດ້​ຮັບ​ການ​ປະຕິບັດ​ສຳ​ເລັດ​ຄື: ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຊຸກຍູ້​ການ​ເຕີບ​ໂຕ, ການ​ຮັບປະກັນ​ຊີວິດ​ສັງຄົມ, ສະຫວັດດີ​ການ​ສັງຄົມ​ກໍ່​​ຮັບປະກັນ.

        ຄວາມ​ຂະຫຍັນ​ຂັນ​ເຄື່ອນ ​​ແລະ ມີ​ໄຫວ​ພິບ​ໃນ​ການ​ບໍລິຫານ​ເສດຖະກິດ​ມະຫາ​ພາກ

        ຈຸດ​ພົ້ນ​ເດັ່ນ​ທີ່​ສຸດ​ຂອງ​ປີ 2013 ນັ້ນ​ແມ່ນ​, ພວກ​ເຮົາ​ໄດ້​ເພີ່ມ​ບັນດາ​ປັດ​ໃຈ​ຮັກສາ​ເສດຖະກິດ​ມະຫາ​ພາກ​ຕື່ມ​ອີກ, ອັນ​ໄດ້ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນ​ບັນ​ຫາ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ຕະຫຼາດ​ການ​ເງິນ​ເທື່ອ​ລະ​ກ້າວ​​ໂດຍຜ່ານ​ບັນດານະ​ໂຍບາຍ​ບໍລິຫານ​ເສດຖະກິດ​ມະຫາ​ພາກ, ຄວບ​ຄຸມ​ໄພ​ເງິນ​ເຟີ້​ຂອງ​ລັດຖະບານ, ພິ​ເສດ​ແມ່ນ​ນະ​ໂຍບາຍ​ບໍລິຫານ​ຕະຫຼາດ​ການ​ເງິນ, ​ເງິນຕາ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ. ​ໃນ​ປີ 2013, ຄວາມ​ສ່ຽງ​ຂອງ​ລະບົບ​ສິນ​ເຊື່ອ​ໄດ້​ຫຼຸດ​ລົງ, ອົງ​ປະກອບ​ສິນ​ເຊື່ອ​ກໍ່​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ ​ດ້ວຍ​ໂຄງ​ປະກອບ​ສະກຸນ​ເງິນ​ເໝາະ​ສົມ​ກວ່າ. ຕະຫຼາດ​ເງິນຕາ​ໂດຍ​ຕ່າງປະ​ເທດ​ຝາກ​ມາ​ກໍ່​ເປັນ​ປົກກະຕິ. ​ໃນ​ສະພາບ​ທີ່​ພື້ນຖານ​ເສດຖະກິດ​ໂລກ​ຍັງ​ຮັບ​ຜົນ​ສະທ້ອນຈາກ​ວິ​ກິດ​ການ​ການ​ເງິນ​ໂລກນັ້ນ, ​ແຕ່ການ​ດຶງ​ດູດ​ທຶນ FDI ຂອງ​ຫວຽດນາມ ​ໃນ​ປີ 2013 ຍັງ​ຄົງ​ບັນລຸ​ໄດ້​ກວ່າ 20 ຕື້ USD, ​ເພີ່ມ​ຂຶ້ນ 65% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່ອນ. ທ່ານ ຮວີ່ນ​ເຫງຍ (Huynh Nghia), ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ​ດ່າ​ນັ້ງ, ​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ລັດຖະບານ​ໄດ້​ມີ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ຊີ້​ນຳ, ນຳພາການ​ປະຕິບັດ ຄາດໝາຍຮັບ​ໃຊ້​ເສດຖະກິດ​ມະຫາ​ພາກ, ນຳ​ໃຊ້​ຫຼາຍ​ມາດ​ຕະການ​ເພື່ອ​ເພີ່ມ​ຄວາມ​ຕ້ອງການ, ຊຸກຍູ້​ການ​ເຕີບ​ໂຕ, ຜັນ​ຂະຫຍາຍ​ແຜນ​ຮ່າງ​ສັງ​ລວມກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດຄືນ​ໃໝ່ ​ແລະ ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ. ລັດຖະບານ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ​ໃນ​ການ​ແກ້​ໄຂ​ບັນຫາສິນ​ເຊື່ອ, ​ເພີ່ມ​ກຳລັງ​ຊື້​ຂອງ​ຕະຫຼາດ, ຫຼຸດຜ່ອນ​ອັດຕາກຳ​ໄລ​ເງິນ​ຝາກ… ​ເວົ້າ​ລວມ​ແລ້ວ, ອີງ​ຕາມ​ຄາດໝາຍ​ສັງ​ລວມ​ໃນ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ແລ້ວ, ໝາກຜົນ​ຂອງ​ປີ 2013 ​ແມ່ນ​ຕັ້ງໜ້າ“.

ປະລິຍາ​ເອກ​ດ້ານ​ເສດຖະກິດ ຟ້າ​ມຮູ​ຍຮຸ່ງ, ຖື​ວ່າ:

        “ພື້ນຖານ​ເສດຖະກິດ​ຫວຽດນາມ​ບັນລຸ​ໄດ້ຜົນ​ງານ​ຕັ້ງໜ້າ​ຫຼາຍ​ຢ່າງ​ຄື: ຮັບປະກັນ​ດ້ານ​ທັນ​ຍາ​ຫານ, ການ​ສົ່ງ​ອອກ​ທັນ​ຍາ​ຫານ​ໃນ​ແຕ່ລະ​ປີ​ເພີ່ມ​ຂຶ້ນ, ດູ​ນການ​ຄ້າ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ, ​ຕະຫຼາດ​ການ​ເງິນ​ເປັນ​ປົກກະຕິ, ເສດຖະກິດ​ໄດ້​ຮັບ​ການ​ຟື້ນຕົວ, ຕະຫຼາດ​ພາຍ​ໃນ​ປະ​ເທດ​ສືບ​ຕໍ່ພັດທະນາ, ສິນຄ້າ​ຄ້າງ​ສາງ​ຫຼຸດ​ລົງ​ຢ່າງ​ແຮງ, ຄຸນ​ນະພາ​ບການ​ເຕີບ​ໂຕ​ໄດ້​​ເພີ່ມ​ຂຶ້ນ, ອັດຕາ​ແລກປ່ຽນ​ເງິນຕາ​ເປັນ​ປົກກະຕິ. ນີ້​ແມ່ນ​ໝາກຜົນ​ຂອງ​ວິວັດ​ການ​ຫັນປ່ຽນ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຢ່າງ​ຖືກ​ທິດ, ອັນ​ໄດ້​ສ້າງ​ຄວາມ​ດູ​ນດຽງ​ໃນ​ເບື້ອງ​ຕົ້ນ​ລະຫວ່າງ​ບັນດາ​ຄາດ​ຫຼາຍ​ຂອງ​ພື້ນຖານ​ເສດຖະກິດ

        ຊີວິດ​ສັງຄົມ​ໄດ້​ຮັບປະກັນ

        ປີ 2013, ບັນດາ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ, ການ​ໃຫ້ບຸລິ​ມະ​ສິດ​ແກ່​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ, ການ​ໜູນ​ຊ່ວຍ​ສັງຄົມ, ການປະກັນ​ໄພ​ສັງຄົມ, ປະກັນ​ໄພ​ຫວ່າງ​ງານ​ໄດ້​ຮັບ​ການ​ຍູ້​ແຂງ. ຫວຽດນາມ ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ງານ​ກວ່າ 1 ລ້ານ​ຄົນ, ສົ່ງ​ຄົນ​ງານ 70.000 ຄົນ ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ, ​ເພີ່ມ 7,7% ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ລັດຖະບານ​ກໍ່​ຊີ້​ນຳ​ການ​ປະຕິບັດ​ວຽກ​ງານ​ຄາດ​ຄະ​ເນ​ເປັນ​ຢ່າງ​ດີ ​ແລະ ​ເປັນ​ເຈົ້າພາບ​ລະດົມ​ທຸກ​ກຳລັງ ​ເພື່ອ​ຫຼຸດຜ່ອນ​ຄວາມ​ເສຍ​ຫາຍ ​ໂດຍ​ພາຍຸ​ນ້ຳ​ຖ້ວມ​ກໍ່​ຂຶ້ນ, ໜູນ​ຊ່ວຍ​ທັນ​ຍາ​ຫານ, ​ເຮືອນ​ຢູ່, ຟື້ນ​ຟູ​ການ​ຜະລິດ, ​ເຮັດ​ໃຫ້​ຊີວິດ​ຂອງ​ປະຊາຊົນ​ກັບ​ຄືນ​ສູ່​ສະພາບ​ເປັນ​ປົກກະຕິ​ໂດຍ​ໄວ. ທ່ານ ​ເລ​ວັນ​ເຕິ​ນ, ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ແຂວງ ຮ່ານາມ​, ຕີ​ລາຄາ​ວ່າ:

“​ເຖິງວ່າ​ເສດຖະກິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກໍ່ຕາມ​ແຕ່​ຍາມ​ໃດ​ລັດ​ກໍ່​ໃຫ້ບຸລິມະສິດ​​ແກ່​ການຮັບປະກັນ​ຊີວິດ​ສັງຄົມ, ຮັບປະກັນ​ໃຫ້ລະບົບ​ປະກັນ​ສັງຄົມ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຄົບ​ຊຸດ, ​ເປົ້າ​ໝາຍຊົມ​ໃຊ້​ກໍ່​ເປີດ​ກ້ວາງ, ຮັບປະກັນ​ແຫຼ່ງກຳລັງ ​ແລະ ຈັດ​ຕັ້ງ​ການປະຕິບັດ​ນະ​ໂຍບາຍ​ບຸລິມະສິດ​​ແກ່ຜູ້​ມີ​ຄຸນງາມຄວາມດີ​ເປັນ​ຢ່າງ​ດີ, ອຸດໜູນ​ສັງຄົມ​ເປັນ​ປະຈຳ, ສະໜອງ​ບັດ​ປະກັນ​ສຸຂະພາບ​ໃຫ້​ຄົນ​ທຸກ​ຍາກ ​ແລະ ​ເປົ້າ​ໝາຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້​ຮັບ​ການ​ຕອບ​ສະໜອງ​ຈາກ​ປະຊາຊົນ ​ແລະ ສ້າງ​ການ​ຫັນປ່ຽນ​ຢ່າງຕັ້ງໜ້າ​ຢູ່​ຫຼາຍ​ທ້ອງ​ຖີ່​ນ.”

        ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ໄດ້​ຮັບ​ການ​ຍູ້​ແຮງ​ຢ່າງຮອບດ້ານ

        ປີ 2013, ວຽກ​ງານ​ພົວພັນ​ຕ່າງ​ປະ​ເທດ​ກໍ່​ບັນລຸ​ໄດ້​ຜົນງານ​ຢ່າງ​ຮອບດ້ານ. ທ່ານ ​ເລ​ວັນ​ເຕີນ, ສສຊ ​ແຂວງ ຮ່າ​ນາມ, ​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ວຽກ​ງານ​ພົວພັນ​ຕ່າງປ​ະ​ເທດ​ໄດ້​ຮັບ​ການ​ຍູ້​ແຮງ​ຢ່າງຮອບດ້ານ, ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ໄດ້​ຮັບ​ການ​ຮັກສາຢ່າງ​ໝັ້ນຄົງ. ລັດ ຍູ້​ແຮງ​ການ​ຮ່ວມ​ມື​ສາກົນ, ​ເພີ່ມ​ທະວີ​ການ​​ເຈລະຈາ​ຍຸດ​ທະ​ສາດ​ກັບ​ຫຼາຍ​ຄູ່​ຮ່ວມ​ມື​ສຳຄັນ. ນຳ​ການ​ພົວພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ພິ​ເສດ​ແມ່ນ​ຄູ່​ຮ່ວມ​ມື​ໃຫຍ່, ຄູ່​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ກ້າວ​ເຂົ້າ​ສູ່​ລວງ​ເລີກ. ສິ່ງ​ດັ່ງກ່າວ​ໄດ້​ປະກອບ​ສ່ວນ​ສຳຄັນ, ສ້າງ​ສະພາບ​ແວດ​ລ້ອມ ​ແລະ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ”

        ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຫວຽດນາມ ຍັງ​ຕ້ອງ​ປະ​ເຊີນ​ໜ້າກັບຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ຄື: ​ໄພ​ເງິນ​ເຟີ້ ອາດ​ສາມາ​ດ​ເກີດ​ຂຶ້ນ​ຄືນ​ໃໝ່, ໜີ້​ເສຍ​ຍັງ​ຢູ່​ໃນ​ລະດັບສູງ​ຢູ່, ​ເຫຼືອ​ໜີ້ສິນ​ເຊື່ອ​ເພີ່ມ​ຂຶ້ນ​ຢ່າງ​ຊັກ​ຊ້າ, ການ​ເຄື່ອນ​ໄຫວ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຍັງ​ປະສົມ​ກັບ​ຄວາມ​ຫຍຸ້ງຍາກ ​ແຕ່​ບັນດາ​ໝາກຜົນ​ຕັ້ງ​ໜ້າຂອງ​ປີ 2013 ຈະ​ແມ່ນ​ປະຖົມ​ປັດ​ໄຈ​ສຳຄັນ, ມີ​ການ​ກະທົບ​ທີ່​ດີ​​ໃຫ້ການ​ປະຕິບັ​ດ​ແຜນການ​ສົກ​ປີ 2014 – 2015./.

ຕອບກັບ

ຂ່າວ/ບົດ​ອື່ນ