ບັນ​ດາ​ສິ່ງ​ທ້າ​ທາຍ​ສຳ​ລັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ອີ​ຣານ ຄົນ​ໃໝ່

(VOVWORLD) -    ທ່ານ Masoud Pezeshkian ປະທານາບໍດີ ອີຣານ ຜູ້ທີ່ຫາກໍ່ໄດ້ຮັບໄຊຊະນະໃນເລືອກຕັ້ງ, ໄດ້ຮັບດຳລົງຕຳແໜ່ງຢ່າງເປັນທາງການໃນວັນທີ 30 ກໍລະກົດ. ໂດຍແມ່ນນັກການເມືອງທີ່ມີແນວທາງການເມືອງກ້າວໜ້າພໍສົມຄວນ, ທ່ານປະທານາທິບໍດີ ອີຣານ ຄົນໃໝ່ ໄດ້ນຳມາເຊິ່ງຄວາມຫວັງ ຈະປະຕິບັດບັນດາການປ່ຽນແປງຢ່າງຕັ້ງໜ້າໃຫ້ແກ່ ອີຣານ. ເຖິງຢ່າງໃດກໍຕາມ, ທ່ານ Masound Pezeshkhian ປະສົບກັບສິ່ງທ້າທາຍໃຫຍ່ຫຼາຍຢ່າງນັບທັງວຽກງານພາຍໃນ ແລະ ການພົວພັນຕ່າງປະເທດ.
ບັນ​ດາ​ສິ່ງ​ທ້າ​ທາຍ​ສຳ​ລັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ອີ​ຣານ ຄົນ​ໃໝ່ - ảnh 1ທ່ານ Masoud Pezeshkian ປະທານາທິບໍດີ ອີຣານ ຄົນໃໝ່ (ພາບ: TTXVN)

ທ່ານ Masoud Pezeshkian, ອາຍຸ 69 ປີ, ໄດ້ກາຍເປັນປະທານາທິບໍດີ ອີຣານ ພາຍຫຼັງທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຮອບທີ 2 ຂອງໃນວັນທີ 05 ກໍລະກົດ. ວັນທີ 30 ກໍລະກົດ, ທ່ານຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ອີຣານ ຢ່າງເປັນທາງການ ແທນທ່ານ Ebrahim Raisi ເຊິ່ງເຖິງແກ່ມໍລະນະກຳໃນອຸບັດຕິເຫດເຮືອບິນ ໃນວັນທີ 19 ພຶດສະພາ.

ສິ່ງທ້າທາຍໃນວຽກງານພາຍໃນ

ເສດຖະກິດແມ່ນສິ່ງທ້າທາຍໃຫຍ່ອັນທຳອິດ ເຊິ່ງທ່ານປະທານາທິບໍດີ ຄົນໃໝ່ ອີຣານ ຕ້ອງແກ້ໄຂ. ພາຍຫຼັງທີ່ຖືກບັນດາປະເທດຝ່າຍຕາເວັນຕົກຂວ້ຳບາດ ແລະ ລົງໂທດມາເປັນເວລາຫຼາຍປີ ຍ້ອນກ່ຽວຂ້ອງເຖິງໂຄງການນິວເຄຼຍ ແລະ ລູກສອນໄຟນຳວິຖີ, ພື້ນຖານເສດຖະກິດ ອີຣານ ໄດ້ຕົກເຂົ້າສູ່ສະພາບປະສົບກັບຄວາມຫຍຸ້ງຍາກຢ່າງຕໍ່ເນື່ອງ. ເຖິງວ່າ ການເຕີບໂຕ GDP ຂອງ ອີຣານ ໃນປີ 2023 ບັນລຸລະດັບ 5,3% ອີງຕາມບັນດາຕົວເລກຂອງກອງທຶນເງິນຕາສາກົນ (IMF) ກໍຕາມ, ແຕ່ມີຫຼາຍດັດຊະນີອື່ນຂອງພື້ນຖານເສດຖະກິດ ບໍ່ຄ່ອຍມີສັນຍານຕັ້ງໜ້າພໍປານໃດ. ຕາມບົດລາຍງານຂອງສູນສະຖິຕິ ອີຣານ ທີ່ໄດ້ປະກາດໃນວັນທີ 29 ກໍລະກົດ ແລ້ວ, ອັດຕາໄພເງິນເຟີ້ຂອງ ອີຣານ ໃນປັດຈຸບັນ ຢູ່ໃນລະດັບ 32,2% ເຮັດໃຫ້ກຳລັງຊື້ຂອງປະຊາຊົນສືບຕໍ່ຫຼຸດລົງຢ່າງວ່ອງໄວ. ສະພາບໄພເງິນເຟີ້ສູງ ໄດ້ແກ່ຍາວ ຢູ່ອີຣານ ໃນໄລຍະກວ່າ 2 ທົດສະວັດຜ່ານມາ, ເຮັດໃຫ້ຊີວິດປະຈຳວັນຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກ ແລະ ໄດ້ຮັບຖືວ່າ ແມ່ນປັດໄຈກໍ່ໃຫ້ເກີດຂາດສະຖຽນລະພາບໃນສັງຄົມ. ດັ່ງນັ້ນ, ພາຍຫຼັງທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ, ທ່ານ Pezeshkian ໄດ້ຖະແຫຼງວ່າ ການຕ້ານໄພເງິນເຟີ້ ແມ່ນໜຶ່ງໃນບັນດາໜ້າທີ່ຮີບດ່ວນທີ່ສຸດ ແລະ ມາດຕະການທີ່ສາມາດປະຕິບັດໄວທີ່ສຸດແມ່ນການເພີ່ມທະວີການໜູນຊ່ວຍດ້ານພະລັງງານໃຫ້ແກ່ບັນດາຄອບຄົວທຸກຍາກ, ບັນດາເປົ້າໝາຍທີ່ຖືກຜົນກະທົບຫຼາຍທີ່ສຸດ ຈາກໄພເງິນເຟີ້.

ບັນ​ດາ​ສິ່ງ​ທ້າ​ທາຍ​ສຳ​ລັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ອີ​ຣານ ຄົນ​ໃໝ່ - ảnh 2ສາດສະດາ Khamenei ມອບຂໍ້ຕົກລົງຮັບດຳລົງຕຳແໜ່ງ (ພາບ: WANA/Reuters)

ຄວາມວິຕົກກັງວົນໃຫຍ່ໜຶ່ງອີກ ນັ້ນແມ່ນ ຍ້ອນຖືກຂວ້ຳບາດ ສະນັ້ນ, ອີຣານ ຖືກສູນເສຍແຫຼ່ງລາຍຮັບເປັນຈຳນວນຫຼວງຫຼາຍຈາກນ້ຳມັນບໍ່, ຈຶ່ງເຮັດໃຫ້ ອີຣານ ປະສົບກັບຫຼາຍຄວາມຫຍຸ້ງຍາກຫຼາຍຢ່າງໃນການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ປົວແປງການຮັບປະກັນຊີວິດສັງຄົມ, ເຂົ້າເຖິງບັນດາແຫຼ່ງການເງິນ, ເຕັກໂນໂລຢີ ແລະ ທັກສະການຄຸ້ມຄອງທີ່ກ້າວໜ້າຈາກພາຍນອກ.  ສະນັ້ນ, ທ່ານ Masoud Pezeshkian ຖືວ່າ ອຳນາດການປົກຄອງໃໝ່ຂອງ ອີຣານ ຕ້ອງມີບັນດານະໂຍບາຍເສດຖະກິດທີ່ແທດເໝາະ ແລະ ຕອບສະໜອງໄດ້ສະພາບການຕົວຈິງໃນປັດຈຸບັນ.

“ເປັນເວລາຫຼາຍປີແລ້ວ ນັບແຕ່ເມື່ອປະຕິບັດການປະຕິວັດ ອິດສະລາມ, ພວກເຮົາຍົກອອກບັນດາຄຳໝັ້ນໝາຍ ແຕ່ຫຼັງຈາກນັ້ນກໍ່ບໍ່ສາມາດປະຕິບັດ. ນັ້ນແມ່ນບັນຫາໃຫຍ່ສຸດຂອງພວກເຮົາ. ສຳລັບສ່ວນຕົວຂ້າພະເຈົ້າ ກໍບໍ່ໄດ້ຍົກອອກຄຳໝັ້ນໝາຍຫຼ້າໆ. ຂ້າພະເຈົ້າຈະບໍ່ເວົ້າສິ່ງທີ່ຂ້າພະເຈົ້າເຮັດບໍ່ໄດ້”.

ມີສິ່ງທ້າທາຍໃຫຍ່ອີກອັນໜຶ່ງກ່ຽວກັບວຽກງານພາຍໃນ ສຳລັບທ່ານປະທານາທິບໍດີ ອີຣານ ນັ້ນແມ່ນເລື່ອງປ່ຽນໃໝ່ກົງຈັກລັດຖະກອນ, ຜ່ານນັ້ນ ກໍ່ຍູ້ຖອຍໄພສໍ້ລາດບັງຫຼວງ ແລະ ການຄຸ້ມຄອງທີ່ອ່ອນແອ, ບັນດາປັດໄຈທີ່ໄດ້ຮັບຖືວ່າ ແມ່ນສາຍເຫດຕົ້ນຕໍ ທີ່ເຮັດໃຫ້ສະພາບການຂາດດຸນງົບປະມານຖືກແກ່ຍາວ ແລະ ປະສິດທິຜົນຕ່ຳຂອງບັນດານະໂຍບາຍເສດຖະກິດ.

ສະພາບແວດລ້ອມການພົວພັນຕ່າງປະເທດນັບມື້ນັບສັບສົນ

ບັນດາຮົ້ວກີດຂວາງສຳລັບຄວາມມານະພະຍາຍາມປະຕິຮູບເສດຖະກິດຂອງທ່ານປະທານາທິບໍດີ Masoud Pezeshkian ນັບມື້ນັບໃຫຍ່ກວ່າ ເມື່ອ ອີຣານ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍດ້ານການພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງ ອັນໃຫຍ່ຫຼວງ . ຄວາມສາມາດເຊື່ອມຕໍ່ບັນດາການເຈລະຈາກ່ຽວກັບຂໍ້ຕົກລົງນິວເຄຼຍ ອີຣານ ປີ 2015 (ຂໍ້ຕົກລົງ P5+1) ລະຫວ່າງ ອີຣານ ແລະ ອາເມລິກາ ກໍ່ບໍ່ຄ່ອຍມີຄວາມເປັນໄປໄດ້ ເມື່ອ ອຳນາດການປົກຄອງ ອາເມລິກາ ບໍ່ມີເຈດຈຳນົງຢາກກັບຄືນໂຕະເຈລະຈາກັບ ອີຣານ ກ່ຽວກັບຂໍ້ຕົກລົງດັ່ງກ່າວ.

ນັກຊ່ຽວຊານ Alex Vatanka, ຜູ້ອຳນວຍການໂຄງການອີຣານ ຢູ່ສະຖາບັນ ຕາເວັນອອກກາງ (ອາເມລິກາ) ໃຫ້ຮູ້ວ່າ, ຍາກທີ່ຈະມີບຸກທະລຸໃນນະໂຍບາຍພົວພັນຕ່າງປະເທດ ຂອງ ອີຣານ ພາຍໃຕ້ສະໄໝຂອງທ່ານປະທານາທິບໍດີ Masoud Pezeshkian. ສາຍເຫດແມ່ນຍ້ອນສະພາບແວດລ້ອມຄວາມໝັ້ນຄົງສາກົນໃນປັດຈຸບັນ ພວມນັບມື້ນັບສັບສົນຂຶ້ນຕື່ມ, ພິເສດຢູ່ພາກພື້ນຕາເວັນອອກກາງ. ນອກຈາກນັ້ນ, ສິ່ງສຳຄັນກວ່າ, ນັ້ນແມ່ນສິດອຳນາດອັນແທ້ຈິງຢູ່ ອີຣານ ໃນຫຼາຍຂົງເຂດຫຼັກແຫຼ່ງແມ່ນຂຶ້ນກັບສາດສະດາ Khamenei ແລະ ກຳລັງພິທັກປະຕິວັດອິດສະລາມ ອີຣານ ຫາກບໍ່ແມ່ນຂຶ້ນກັບທ່ານປະທານາທິບໍດີ.

“ໃນບັນດາຫົວຂໍ້ໃຫຍ່, ເຊັ່ນ: ການພົວພັນກັບ ອາເມລິກາ, ທັດສະນະກັບ ອິດສະຣາແອັນ ເປັນຄືແນວໃດ, ທັດສະນະກ່ຽວກັບໂຄງການນິວເຄຼຍ, ລູກສອນໄຟ ແລະ ບັນດາການກະທຳຂອງ ອີຣານ ໃນພາກພື້ນເປັນຄືແນວໃດ  ທ່ານ Masoud Pezeshkian ລ້ວນແຕ່ຊີ້ໃຫ້ເຫັນຢ່າງຈະແຈ້ງພໍສົມຄວນວ່າ ບັນດາຫົວຂໍ້ນີ້ ຈະຕ້ອງມີການເຂົ້າຮ່ວມຂອງຫຼາຍຝ່າຍເພື່ອພ້ອມກັນແກ້ໄຂ.”

ຕາມວົງການນັກສັງເກດການແລ້ວ, ໃນບັນດາຄຳກ່າວປາໄສທຳອິດພາຍຫຼັງໄດ້ຮັບໄຊຊະນະນັ້ນ, ທ່ານ Masoud Pezeshkian ລ້ວນແຕ່ຍົກອອກບັນດາທັດສະນະພົວພັນຕ່າງປະເທດທີ່ຄ້າຍຄືກັນກັບທ່ານອະດີດປະທານາທິບໍດີ Ebrahim Raisi, ພິເສດ ສຳລັບການປະທະກັນລະຫວ່າງ ອິດສະຣາແອັນ - ຮາມາດສ ໃນປັດຈຸບັນ ຢູ່ເຂດ ກາຊາ, ກໍຄືຄວາມສ່ຽງເກີດການປະທະກັນໃນວົງກວ້າງລະຫວ່າງ ອິດສະຣາແອັນ ກັບ ກຳລັງ ເຮໂບລາ ຢູ່ ລີບັງ. ສຳລັບຄວາມຫວັງຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ ຄືນໃໝ່, ຕາມທ່ານ Alex Vatanka  ແລ້ວ, ຄະນະການນຳໃໝ່ຂອງ ອີຣານ ຍັງມີເວລາບໍ່ຫຼາຍ ເພາະວ່າ ຂໍ້ຕົກລົງສະບັບນີ້ ຈະໝົດຜົນສັກສິດໃນເດືອນ ຕຸລາ ປີ 2025 ແລະ ອີຣານ ກໍ່ຍາກທີ່ຫວັງຈະແກ້ໄຂໄດ້ຈຸດອຸດຕັນ ຈົນຮອດເມື່ອໃດທີ່ ປະເທດ ອາເມລິກາ ສິ້ນສຸດການເລືອກຕັ້ງປະທານາທິບໍດີ ໃນເດືອນ ພະຈິກ ຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ