ປຶກສາຫາລືບັນຫາ ນິວເຄຼຍຂອງອີຣານ : ຄວາມປະເອີບໃຈໃນຄວາມລະມັດລະວັງ

ປຶກສາຫາລືບັນຫາ ນິວເຄຼຍຂອງອີຣານ : ຄວາມປະເອີບໃຈໃນຄວາມລະມັດລະວັງ - ảnh 1
ບັນດາຜູ້ແທນທີ່ເຂົ້າຮ່ວມການເຈລະຈາກ່ຽວກັບບັນຫານິວເຄຼຍ ຂອງອີຣານ ຖ່າຍຮູບເປັນທີ່ລະນຶກຢູ່​ເຊີ​ແນວ ປະ​ເທດ​ສະ​ວິດ
 ເມື່ອວັນທີ 23/11/2013

ບໍ່ອາດປະຕິເສດຄວາມໝາຍປະຫວັດສາດຂອງສັນຍານິວເຄຼຍຊົ່ວຄາວທີ່​ຫາ​ກໍ​ບັນລຸ​ມາ​ໄດ້​ລະຫວ່າງກຸ່ມ P5+1 ກັບ​ອີຣານ​ເມື່ອ​ທ້າ​ຍອາທິດ​ທີ່​ຜ່ານ​ມາ​ພາຍຫຼັງ​ໄລຍະ​ເກືອບ 1 ທົດ​ສະ​ວັດ. ​ແຕ່​ວ່າ ນີ້​ພຽງ​ແຕ່​ແມ່ນ​ສັນຍາ​ຊົ່ວຄາວ​ເທົ່າ​ນັ້ນ. ​ເພື່ອ​ກ້າວ​ໄປ​ເຖິງສັນຍານິວເຄຼຍນັ້ນ, ບັນດາ​ຝ່າຍ​ຕ້ອງ​ຜ່ານ​ຜ່າ​ຄວາມ​ທ້າ​ທາຍ​ ​ແລະ ສິ່ງ​ກີດຂວາງຫຼາຍ​ຢ່າງ ​ແລະ ທ່ວງ​ໃຫ້​ທັງອີຣານ ​ແລະ ກຸ່ມ P5+1 ຕ້ອງ​ມານະ​ພະຍາຍາມ​ເດີນ​ຕາມ​ມາດຕະ​ການ​ແກ້​ໄຂ​ໂດຍ​ສັນຕິ​ພາບ.

      ຕາມ​ສັນຍາ​ທີ່​ບັນລຸ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 24/11 ຢູ່​ເຊີ​ແນວ ປະ​ເທດ​ສະ​ວິດ, ອີຣານ ​ແລະ ກຸ່ມ P5+1​ໄດ້​ເປັນ​ເອກະສັນ​ກັນ​ວ່າ ອີຣາຍ ຈະ​ຢຸດ​ການ​ເສີມ​ທາດ ຢູ​ເຣນຽມ​ສູງ​ກ່ວາລະ​ດັບ 5% ​ໃນ 6 ​ເດືອນ, ທຳລາຍ​ສາງ ຢູ​ເຣນຽມ ທີ່​ໄດ້​ເສີມ​ໃນ​ລະດັບ 20%, ຢຸດ​ການ​ເຄື່ອນ​ໄຫວຂອງ​ເຕົານິວເຄຼຍປະ​ເພດ​ນ້ຳໜັກ Arak . ​ແທນ​ທີ່ ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຈະ​ຢຸດຕິ​ບາງ​ມາດ​ຕະການ​ລົງ​ໂທດ​ທີ່​ມີ​ຕໍ່ ອີຣານ ລວ​ມມູນ​ຄ່າ 8 ຕື້ USD ​ແລະ ຈະ​ບໍ່​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່​ອີກ.

   ຜົນ​ກະທົບ​ໃນ​ທັນ​ທີ

    ພາຍຫຼັງ​ທີ່ ອີຣານ ​ແລະ ກຸ່ມ P5+1 ບັນລຸ​ໄດ້​ສັນຍາ​ຄັ້ງ​ປະຫວັດສາດ​ເປັນ​ເວລາ 1 ວັນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝະລັ່ງ Laurrent Fabius ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ນັບ​ແຕ່​ເດືອນ 12/2013 ​ເປັນ​ຕົ້ນ​ໄປ, ສະຫະພາບ​ເອີ​ລົບຈະ​ຫຼຸດຜ່ອນ​ບາງ​ມາດ​ຕະການ​ລົງ​ໂທດ​ທີ່​ມີ​ຕໍ່ອີຣານ. ​ໃນ​ວັນ​ດຽວ​ກັນ, ​ໂຄສົກ​ລັດຖະບານ ອີຣານ ທ່ານ Mohammad Baqer Nobakht ​ໄດ້​ຮັບຮູ້​ວ່າ ອຳນາດ​ການ​ປົກຄອງ ອາ​ເມ​ລິ​ກາ​ໄດ້​ຍົກ​ເລີກ​ການ​ປິດ​ລ້ອມ​ຊັບ​ສົມບັດ​ລວມມູນ​ຄ່າ 8 ຕື້ USD, ດ້ວຍ​ທ່ວງທ່າ​ດັ່ງກ່າວ, ວົງ​ກາ​ນນັກ​ສັງ​ເກດ​ການ​ໃຫ້​ຂໍ້​ວັງ​ເກດ​ວ່າ ອາດ​ຈະ​ເປັນ​ໄປ​ໄດ້​ວ່າ ປະຊາ​ຄົມ​ໂລກ​ຈະ​ຍົກ​ເລີກ​ບັນດາ​ມາດ​ຕະການ​ຂວຳ້ບາດ​ດ້ານ​ນ້ຳມັນ​ຂອງ​ອີຣານ. ນີ້​ແມ່ນ​ສິ່ງ​ທີ່​ພາ​ໃຫ້​ນ້ຳມັນ​ດິບ​ໃນ​ທ້ອງ​ຕະຫຼາດ​ອາຊີ ​ແລະ ​ເອີ​ລົບ​ໃນ​ການ​ຕິດ​ຕໍ່​ຄ້າຂາຍ​ເມ່ືອ​ວັນ​ທີ 25/11 ຖືກ​ຕົກ​ລາຄາ. ຢູ່​ຕະຫຼາດ​ອະສັງຫາລິມະ​ຊັບ ອີຣານ, ສະ​ກຸນ​ເງິນ Rial ​ໄດ້​ຖີບ​ຕົວ​ຂຶ້ນ​ສູງ​ເມື່ອ​ທຽບ​ໃສ່​ເງິນ USD. ຫຸ້ນ​ສ່ວນ​ຂອງ​ບັນດາ​ຂະ​ແໜງ​ອຸດສາຫະກຳ​ຖືກ​ຜົນ​ສະທ້ອນ​ຢ່າງ​ໜັກ​ຍ້ອນ​ຖືກ​ຮັບ​ຄຳ​ສັ່ງ​ຂວ້ຳບາດ​ຄື ຂະ​ແໜງ​ກັ່ນ​ນ້ຳມັນ ​ແລະ ອຸດສາຫະກຳ​ໄດ້​ຂຶ້ນ​ລາຄາ​ຢ່່າງວອງ​ໄວ​ທີ່​ສຸດ.

     ສິ່ງ​ທ້າ​ທາຍ​ໃນ​ປະຈຸ​ບັນ

    ພ້ອມ​ກັບ​ຄວາມ​ປິ​ຕິ​ຊົມ​ຊືນ​ຕໍ່​ໝາກຜົນ​ແຫ່ງ​ການ​ເຈ​ລະ​ຈາ​ນັ້ນ, ບັນດາ​ຝ່າຍ​ກໍ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງກ່ຽວ​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ໂດຍ​ພາວະ​ວິ​ໄສ ​ແລະ ອັດຕະວິ​ໄສ ​ແມ່ນຈະ​ຕ້ອງ​ປະ​ເຊີນ​ໜ້າ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ຄື : ການ​ຍອມຮັບ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ທີ່​ວ່າ ສະພາບ​ການ​ໃນ​ປະຈຸ​ບັນ​ຍັງ​ຄົງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່, ດັ່ງ​ນັ້ນ​ບັນດາ​ປະ​ເທດ​ຄວນ​ຮັກສາ​ຄວາມ​ມານະ​ພະຍາຍາມ​ທາງ​ການ​ທູດ​ກໍ​ຄື​ສືບ​ຕໍ່​ເດີນ​ຕາມ ມາດຕະ​ການ​ແກ້​ໄຂ​ໂດຍ​ສັນຕິ​ພາບ​ໃຫ້​ແກ່​ບັນຫາ​ທີ່​ມີ​ລັກສະນະ​ສາກົນ​ນີ້.

   ສິ່ງ​ທ້າ​ທາຍທຳ​ອິດ ​ແມ່ນ​ເກີດ​ມາ​ຈາກ​ພາຍ​ໃນ​ອີຣານ ​ແລະ ບັນດາ​ປະ​ເທດກຸ່ມ P5+1 ​ແລະ ຕົ້ນ​ຕໍ່​ແມ່ນ​ອາ​ເມ​ລິ​ກາ. ປະທານາທິບໍດີ​ອີຣານພົບ​ພໍ້​ກັບ​ການ​ຄັດ​ຄ້ານ​ຈາກ​ບັນດາ​ກຸ່ມ​ເດີນ​ຕາມ​ແນວທາງ​​ແຂງ​ກະດ້າງ​ຄື ກຳລັງ​ພິທັກສາ​ທາ​ລະນະ​ລັດ. ​ໃນ​ຂະນະ​ນັ້ນ, ຢູ່​ອາ​ເມ​ລິ​ກາ, ສະມາຊິກ​ສະພາ​ສູງ ທ່ານ Charles Schumer ຂອງ​ນິວຢອກ ຊຶ່ງ​ແມ່ນ​ບຸກຄົນ​ນິຍົມ​ປະຊາທິປະ​ໄຕ​ຜູ້ທີ 3 ​ໃນ​ສະພາ​ສູງ​ອາ​ເມ​ລິ​ກາ​ໃຫ້​ຄຳ​ວິຈານ​ວ່າ : ສັນຍາ​ສະ​ບັບໜຶ່ງ​ທີ່​ສົມ​ເຫດ​ສົມ​ຜົນ​ກ່ວາ ຈະ​ຕ້ອງ​ສົມທົບ​ລະຫວ່າງ​ການ​ຫຼຸດຜ່ອນ​ຂວ້ຳ​ບາດກັບ​ການ​ຫຼຸດຜ່ອນ​ກຳລັງຄວາມສາມາດ​ດ້ານ ນິວເຄຼຍ​ໂດຍ​ທຽບ​ເທົ່າ​. ກຸ່ມ ສສຊ ອາ​ເມ​ລິ​ກາ 15 ທ່ານ​ໄດ້​ໝັ້ນ​ໝາຍ​ຊຸກຍູ້​ແຜນການ​ປ່ອນ​ບັດ​ໂດຍ​ຜ່ານ​ຮ່າງ​ກົດໝາຍ​ເຮັ່ງ​ຮັດ​ຄຳ​ສັ່ງ​ລົງ​ໂທດຍິ່ງ​ກ່ວາ​ອີກ ​ແລະ ​ເຮັດ​ໃຫ້ອີຣານຕົກ​ຢູ່​ໂດດ​ດຽວ. ​ໃນ​ອາທິດ​ໜ້າ, ພວກ​ເຂົາ​ຈະ​ພ້ອມ​ກັນ​ຮຽບຮຽງ​ຂໍ້​ສະ​ເໜີ​​ໃຫ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຕື່ມ​ອີກ​ໂດຍ​ໄວ.

   ນັ້ນ​ແມ່ນ​ຍັງ​ບໍ່​ທັນ​​ເຕື້ອງ​ເຖິງການ​ຂາດ​ຄວາມ​ເຊື້ອ​ໝັ້ນ ​ແລະ ​ເຈດ​ຕະນາ​ດີ​ຂອງ​ອີຣານຂອງ​ສະມາຊິກ​ບາງ​ທ່ານ​ໃນກຸ່ມ  P5+1. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝະລັ່ງ Laurrent Fabius ​ໄດ້​ກ່າວ​ເຕືອນ​ໂດຍ​ທາງອ້ອມ​ວ່າ ຖ້າ​ຫາກ ອີຣານບໍ່​ເຄົາລົບ​ຕໍ່​ບັນດາ​ເງື່ອນ​ໄຂ​ທີ່​ໄດ້​ໝັ້ນ​ໝາຍ​ນັ້ນ, ສະ​ຫະພາບ​​ເອີ​ລົບ ຈະ​ມີ​ສິດ​ນຳ​ໃຊ້​ຮ່າງ​ກົດໝາຍ​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຄື​ປະຈຸ​ບັນ​ຄືນ​ໃໝ່.

   ສິ່ງ​ທ້າ​ທາຍ​ອີກ​ອັນ​ໜຶ່ງ​ທີ່​ເກີດ​ມາ​ຈາກ ອີ​ສະຣາ​ແອນ ຊຶ່ງ​ແມ່ນ​ປະ​ເທດ​ພັນທະ​ມິດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ, ​ມາ​ຮອດ​ປະຈຸ​ບັນຍັງ​ຄົງ​ກ່່າວຕຳ​ໜິຕິຕຽນ​ຢ່າງ​ຮຸນ​ແຮງ​ກ່ຽວ​ກັບ​ວິວັດທະນາ​ການ​ເຈລະຈາ​ກັບ​ອີຣານ. ທ່ານ​ນາຍົກລັດຖະມົນຕີ ອິດສະຣາ​ແອນ Benjamin Netanyahu ​ເຄີຍ​ຖະ​ແຫຼ​ງຕົງ​ວ່າ ສັນຍາ ​ເຊີ​ແນວ ​ແມ່ນ​ຄວາມ​ຜິດພາດ​ຄັ້ງ​ປະຫວັດສາດ, ​ເຮັດ​ໃຫ້​ໂລກ​ຕົກ​ເຂົ້າ​ສູ່​ຄວາມ​ອັນ​ຕະລາຍ​ຫຼາຍ​ກ່ວາ. ຫາງ​ສຽງ​ຖື​ວ່າ ອິດສະຣາ​ແອນ ຈະ​ສືບ​ຕໍ່​ສົມທົບ​ກັບ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຊຸກຍູ້​ການ​ຮັບຮອງ​ເອົາບັນດາ ມາດ​ຕະການ​ລົງ​ໂທດ​​ເພີ່ມ​ເຕີມທີ່​ມີ​ຕໍ່ອີຣານ.

     ຄວາມ​ມານະ​ພະຍາຍາມ​ປົກ​ປ້ອງ​ສັນຍາ

     ທາງ​ດ້ານສາກົນ, ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ພັນທະ​ມິດ​ຝ່າຍ​ຕາ​ເວັນ​ຕົກ​ຕັ້ງໜ້າ​​ເຮັດ​ໃຫ້​ຄວາມ​ວິຕົກ​ກັ່ງ​ວົນ​ຈາກ​ອິດສະຣາ​ແອນຜ່ອນຄາຍ​ລົງ. ຄາດ​ວ່າ,​ບັນດາ​ເຈົ້າ​ໜ້າ​ທີ່ອາ​ເມ​ລິ​ກາ ​ແລະ ອິດສະຣາ​ແອນ ຈະ​ມີ​ການ​ຢ້ຽມຢາມ​ຊຶ່ງ​ກັນ ​ແລະ ກັນ​ໃນ 2-3 ມື້​ຂ້າງ​ໜ້າ. ກ່າວ​ຄຳ​ເຫັນ​ຢູ່ ​ເຢລູຊາ​ແລມ, ທ່ານ​ເອກ​ອັກຄະ​ລັດຖະທູດສະ​ຫະພາບ​​ເອີ​ລົບປະຈຳອິດສະຣາ​ແອນ Lars Faaborg-Andersen ຢືນຢັນ​ວ່າ 28 ປະ​ເທດສະ​ຫະພາບ​​ເອີ​ລົບ ຍາມ​ໃດ​ກໍ​ຖື​ຄວາມ​ສະຫງົບ​ປອດ​ໄພ​ຂອງອິດສະຣາ​ແອນ ​ແມ່ນ​ຜົນ​ປະ​ໂຫຍ​ດຈຸດ​ສຸມ. ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ William Hague ​ໄດ້​ກ່່າວ​ເຕືອນ​ວ່າ ອິດສະຣາ​ແອນ ຄວນ​ຫຼີກ​ລ້ຽງ​ບໍ່​ວ່າການ​ກະທຳ​ໃດໆ​ທີ່​ອາດ​ຈະ​ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່ສັນຍານິວເຄຼຍຊົ່ວຄາວ​ລະຫວ່າງອີຣານ ​ແລະ ກຸ່ມ P5+1.

    ສັນຍານິວເຄຼຍຊົ່ວຄາວ​ລະຫວ່າງອີຣານ ​ແລະ ກຸ່ມ P5+1 ທີ່​ບັນລຸ​ໄດ້​ຢູ່​ເຊ​ີແນວ ພວມ​ໄດ້​ຮັບ​ການຍ້ອງຍໍ​ຊົມ​ເຊີຍ ​ແມ່ນ​ສັນຍາ​ຄັ້ງ​ປະຫວັດສາດ ​ເພາະວ່າ ນີ້​​ເປັນ​ຄັ້ງ​ທຳ​ອິດ ທີ່​ມີ​ຄຳ​ໝັ້ນ​ສັນຍາ​ສາກົນ​ກ່ຽວ​ກັບ​ການ​ຢຸດ​ໂຄງການນິວເຄຼຍຂອງ​ອີຣານ ​ໄດ້​ຮັບ​ການ​ລົງ​ນາມ. ​ໄລຍະ 6 ​ເດືອນ​ທີ່ຈະ​ເຖິງ ບໍ່​ແມ່ນ​ໄລຍະ​ເວລາ​ທີ່​ຍາວ​ນານ ​ແຕ່​ກໍ​ມີ​ຄວາມ​ພຽງພໍ​ເພື່ອ​ໃຫ້​ບັນດາ​ຝ່າຍ​ມີ​ການ​ກະທຳ​ລະອຽດ ​ແລະ ​ເຈດ​ຕະນາ​ດີ ​ເພື່ອ​ແນ​ໃສ່​ນຳສັນຍາຊົ່ວຄາວ​ກ້າວ​ໄປ​ສູ່​ສົນທິສັນຍາ​ຮອບດ້ານ​ກ່ຽວ​ກັບນິວເຄຼຍຂອງ​ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ