ປັບປຸງນ້ຳໃຈສາມັກຄີ, ມິດຕະພາບຫວຽດນາມ - ກຳປູເຈຍ

ປັບປຸງນ້ຳໃຈສາມັກຄີ, ມິດຕະພາບຫວຽດນາມ - ກຳປູເຈຍ - ảnh 1

​ໂດຍ​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ ພະ​ບາດ​ສົມ​ເດັດ ພະ​ບໍລົມ ມະ​ນຽດ ​ໂນ​ໂຮ​ດົມ ສີ​ຫາ​ໂມ​ນີ, ພະ​ມະຫາ​ກະສັດ​ແຫ່ງ​ລາຊະ​ອານາຈັກ ກຳປູ​ເຈຍ ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ໄປຢ້ຽມຢາມສັນທະ​ວະ​ໄມຕີ​ລາຊະ​ອານາຈັກ​ກຳປູ​ເຈຍ​ທາງ​ລັດຖະກິດ ນັບ​ແຕ່​ວັນ​ທີ 6 – 8/12. ການ​ຢ້ຽມຢາມ​​ໄດ້​ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ພັດທະນາ​ນ້ຳ​ໃຈ​ສາມັກ​ຄີ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານກັບ ກຳປູ​ເຈຍ, ຊຸກຍູ້​ການ​ປະຕິບັດ​ສຳ​ເລັດ​ບັນດາສັນຍາ, ຂໍ້​ຕົກລົງ​ຮ່ວມ​ມື​​ລະຫວ່າງ​ສອງ​ປະ​ເທດ. ​ເນື່ອງ​ໃນ​ໂອກາດ​ນີ້, ບັນນາທິການ​ວິທະຍຸ​ກະຈາຍສຽງ​ ຫວຽດນາມ​ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ: ”ປັບປຸງ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ​ລະຫວ່າງ ຫວຽດນາມ - ກຳປູ​ເຈຍ”.

    ສາຍ​ພົວພັນ​ລະຫວ່າງ ຫວຽດນາມ - ກຳປູ​ເຈຍ​ ແມ່ນ​ມີ​ປະຫວັດ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ, ​ໄດ້​ຮັບ​ການ​ທົດ​ສອບ​ຜ່ານ​ການ​ເວລາ​ອັນ​ຍາວ​ນານ ​ແລະ ປະຈຸ​ບັນ​ພວມ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ ​ແລະ ພັດທະນາ. ຄວາມ​ໄກ້​ສິດທາ​ງດ້ານ​ພູມ​ສາດ, ປະຫວັດສາດ, ວັດທະນະທຳ ກໍ່​ຄື​ຄວາມ​ຄ້າຍຄື​ກັນ​ໃນ​ການ​ເລືອກ​ເຝັ້ນ​ເສັ້ນທາງ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ​ໃນ​ເມື່ອ​ກ່ອນ ​ແລະ ຈຸດໝາຍ​ພັດທະນາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ ​ແມ່ນ​ປັດ​ໃຈ​ສຳຄັນ ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ຊາດ. ຮອງ​ລັດຖະມົນຕີ ກຳປູ​ເຈຍ, ທ່ານ ​ເຈົາພະລີ, ຢືນຢັນ​ວ່າ:

     ”ປະຊາຊົນ ກຳປູ​ເຈຍ ບໍ່​ສາມາດ​ລືມການ​ຊ່ວຍ​ເຫຼືອ​ຂອງ​ຫວຽດນາມ​ໄດ້ ​ແລະ ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຄວາມ​ສາມັກຄີ​ລະຫວ່າງ​ສອງ​ຊາດ ​ແມ່ນ​ອະມະຕະ. ​ເຖິງ​ວ່າ ກຳປູ​ເຈຍ ​ໄດ້​ຮັບ​ການ​ປົດ​ປ່ອຍ​ມາ​ເປັນ​ເວລາ 30 ປີ ​ແລ້ວ​ກໍ່ຕາມ, ​ແຕ່​ ຫວຽດນາມ ຍາມ​ໃດ​ກໍ່​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອກຳປູ​ເຈຍ​ຢູ່. ມາ​ຮອດ​ປະຈຸ​ບັນ, ສອງ​ປະ​ເທດ​ໄດ້​ມີ​ການ​ຮ່ວມ​ມື​ນຳ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ທຸກຂະ​ແໜງ​ການ, ທຸກ​ຂົງ​ເຂດ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ສາຍ​ພົວພັນ​ສາມັກ​ຄີ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດທະນາ”.

    ​ໃນ​ສະພາບ​ການ​ໃໝ່, ທັງ​ສອງ​ປະ​ເທດ​ລ້ວນ​ແຕ່​ປະຕິບັດ​ນະ​ໂຍບາຍ​​ເປີດ​ກວ້າງ​ການ​ພົວພັນ​ກັບ​ຕ່າງປະ​ເທດ, ຫັນ​ການ​ພົວພັນ​ກັບ​ສາກົນ​ເປັນ​ຫຼາຍ​ຝ່າຍ, ຫຼາຍ​ຮູບ​ຫຼາຍ​ແບບ, ທັງ​ສອງ​ປະ​ເທດ​ກໍ່​ຖື​ເປັນ​ສຳຄັນ​ການ​ປັບປຸງ ​ແລະ​ເພີ່ມ​ທະວີ​ການ​ພົວພັນ​ສາມັກຄີ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ນຳ​ສອງ​ປະ​ເທດ​ໄດ້​ກຳນົດ​ຂອບ​ເຂດ​ການ​ພົວພັນ​ຮ່ວມ​ມື​ນັ້ນ​ແມ່ນ ”ບ້ານ​ໄກ້​ເຮືອນ​ຄຽງ​ທີ່​ດີງາມ, ຄວາມມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ ຍາວ​ນານ” ​ແລະ​ບັນດາ​ຫຼັກການ​ພົວພັນທີ່​ວ່າ: ​ເຄົາລົບ​ນັບຖື​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນ; ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ; ບໍ່​ນຳ​ໃຊ້​ອາວຸດ ​ແລະ ບໍ່​ໄດ້​ຂົ່ມຂູ່​ຈະ​ນຳ​ໃຊ້​ກຳລັງອາວຸດ; ບໍ່​ອະນຸຍາດ​ໃຫ້​ບໍ່​ວ່າ​ກຳລັງ​ການ​ເມືອງ, ທະຫານ​ໃດໆ​ນຳ​ໃຊ້ຜືນ​ແຜ່ນດິນ​ຂອງ​ຕົນ ​ເພື່ອ​ຕ້ານ​ຄືນ​ປະ​ເທດ​ອື່ນ; ຮ່ວມ​ມື​ຢ່າງ​ສະ​ເໝີ​ພາບ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເພື່ອ​ຜົນ​ປະ​ໂຫຍ​ດ ຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ ​ແລະ​ການ​ພັດທະນາ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ຢູ່​ໃນ​ໂລກ. ບົນ​ຈິດ​ໃຈ​ສາມັກຄີ​ມິດຕະພາບ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ​ກັນ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ສອງ​ຊາດ, ​ເໝາະ​ສົມ​ກັບ​ກົດໝາຍ​ຂອງ​ແຕ່ລະ​ປະ​ເທດ ກໍ່​ຄື​ທຳນຽມ​ສາກົນ, ທັງ​ສອງ​ປະ​ເທດ ​ໄດ້ ​ແລະ ພວມ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ກ່ຽວ​ກັບ​ຊາຍ​ແດນ, ຊາວ​ຫວຽດນາມ​ອາ​​ໄສ​ຢູ່ ກຳປູ​ເຈຍ, ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ ​ໄຕ​ງວຽນ ຂ້າມ​ຊາຍ​ແດນ​ໄປ ກຳປູ​ເຈຍ ​ເທື່ອ​ລະ​ກ້າວ​ໃຫ້​ດີ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຫຼັກການ​ແກ້​ໄຂສິ່ງ​ທີ່​ຍັງ​ຄົງ​ຄ້າງ​ກ່ຽວ​ກັບ​ການ​ຂີດ​ເສັ້ນ​ຊາຍ​ແດນ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ທາງບົກ ​ແລະ ສູ້​ຊົນ​ຈະ​ຂີດ​ເສັ້ນ​ຊາຍ​ແດນ ​ແລະ​ ປັກຫຼັກ​ໝາຍ​ຊາຍ​ແດນ​ໃຫ້​ສຳເລັດ​ກ່ອນ​ທ້າຍ​ປີ 2012. ​ໃນ​ການ​ຢ້ຽມຢາມ ລາຊະ​ອານາຈັກ ກຳປູ​ເຈຍ ຢ່າງ​ເປັນ​ທາງ​ການ ​ເມື່ອ​ເດືອນ 9 ຜ່ານ​ມາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ເນັ້ນ​ໜັກ​ວ່າ:

    ”ພວກ​ເຮົາ​ມີ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບຖານ​ບ້ານ​ໄກ້​ເຮືອນ​ຄຽງ​ລະຫວ່າງ​ສອງ​ຊາດ, ສອງ​ປະ​ເທດ​ຄວນ​ສ້າງສາ​ຍພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ນັກ​ລົງທຶນ​ຫວຽດນາມ ​ແລະ ​ກຳປູ​ເຈຍ ນຳ​ກັນ. ຖ້າ​ຫາກ​ການ​ຮ່ວມ​ມື​ລົງທຶນ​ໄດ້​ຮັບ​ການ​ພັດທະນາ​ເປັນ​ຢ່າງ​ດີ ມັນ​ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ພັດທະນາ​ຕະຫຼາດ​ຢູ່ ກຳປູ​ເຈຍ ກໍ່​ຄື​ຢູ່ ຫວຽດນາມ. ດັ່ງ​ນັ້ນ ບັນດາ​ນັກ​ລົງທຶນ​ຫວຽດນາມ ​ແລະ ກຳປູ​ເຈຍ ມີ​ບົດບາດ​ສຳຄັນ​ທີ່​ສຸດ ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ປະຈຸ​ບັນ.”

    ​ໄລ່​ມາ​ຮອດ​ປະຈຸ​ບັນ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ເອກະສານ​ນິຕິ​ກຳ 80 ກວ່າ​ສະບັບ ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ, ການ​ສ້າງ​ກົນ​ໄກ​ປະສານ​ສົມທົບ​ທີ່​ຈຳ​ເປັນ, ​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ. ​ໃນ​ແຕ່ລະ​ປີ, ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໄດ້​ໄປມາ​ຢ້ຽມຢາມ​ເປັນ​ປະຈຳ ອັນ​ໄດ້​ສ້າງ​ຄວາມ​ເຊື້ອ​ໝັ້ນ​ນຳ​ກັນ. ການ​ພົວພັນ​ທາງ​ດ້ານ​ການ​ເມືອງ​ນັບ​ມື້​ນັບ​ສະໜິດ​ຕິດ​ພັນນຳ​ກັນ. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ສອງ​ປະ​ເທດ ​ແມ່ນ​ພື້ນຖານ ​ເພື່ອ​ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ທາງ​ດ້ານ​ເສດຖະກິດ ການ​ຄ້າ, ການ​ລົງທຶນ, ຄົມມະນາຄົມ​ຂົນ​ສົ່ງ, ກະ​ສີ​ກຳ - ປ່າ​ໄມ້ - ການ​ປະມົງ, ການທ່ອງທ່ຽວ, ການບິນ, ພະລັງງານ, ການ​ສຶກສາ - ກໍ່ສ້າງ, ສາທາລະນະ​ສຸກ, ວັດທະນະທຳ, ກິລາ, ວິທະຍາສາດ - ​ເຕັກນິກ, ການ​ຕ່າງປະ​ເທດ, ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ…ຢ່າງ​ມີ​ປະສິດທິ​ຜົນ. ປະຈຸ​ບັນ, ຫວຽດນາມ ມີ 98 ​ໂຄງການ​ລົງທຶນ​ຢູ່ ກຳປູ​ເຈຍ ດ້ວຍ​ຍອດ​ຈຳນວນ​ທຶນ​ກວ່າ 2,2 ຕຶ້ USD. ມີ​ຫຼາຍ​ໂຄງການ​ພວມ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ລັດຖະບານ ​ແລະ ປະຊາຊົນ ກຳປູ​ເຈຍ ​ໂດຍ​ສະ​ເພາະ​ແມ່ນ​ໂຄງການກ່ຽວ​ກັບ​ຂົງ​ເຂດ​ໂທລະ​ຄົມມະ​ນາ​ຄົມ, ການບິນ, ປູກ​ຢາງພາລາ, ທະນາຄານ… ປີ 2010, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ບັນລຸ 1 ຕຶ້ USD ​ແລະ​ຄາດ​ວ່າ​ປີ​ນີ້​ຈະ​ບັນລຸ​ປະມານ 2.4 ຕຶ້ USD. ​ເດືອນ 4 ປີ​ນີ້, ຫວຽດນາມ ​ແລະ ກ​ຳປູ​ເຈຍ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ, ການ​ຄ້າ. ທີ່​ກອງ​ປະຊຸມ​ນີ້, ປະທານ​ຫ້ອງການ​ອຸດສາຫະກຳ ​ແລະ​ການ​ຄ້າ​ຫວຽດນາມ ຫວູຕ່ຽນ​ໂລກ ​ໄດ້​ສະ​ແດງ​ຄວາມ​ປາຖະໜາ​ວ່າ:

    ບົນ​ພື້ນຖານ​​ທິດກຳນົດ​ຂອງ​ສອງ​ລັດຖະບານ,ພວກ​ຂ້າພະ​ເຈົ້າ​ຈະ​ສູ​ມ​ໃສ່ ​ແລະ​ ຊ່ວຍ​ເຫຼືອ​ບັນດາ​ວິ​ສາ​ຫະກິດ​ທີ່​ສ້າງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນຳ​ກັນ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ບັນດາ​ວິ​ສາ​ຫະກິດ​ຊັ້ນ​ນຳ​ຂອງ​ສອງ​ປະ​ເທດ​ຕ້ອງ​ຮ່ວມ​ມື​ນຳ​ກັນ ກ່ອນ​ທີ່​ຈະ​ໄປ​ຊອກ​ຫາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢູ່​ປະ​ເທດ​ອື່ນໆ.

    ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ລາຊະ​ອານາຈັກ ກຳປູ​ເຈຍ ທາງ​ລັດຖະກິດ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ແມ່ນ​ໂອກາດ​ສຳຄັນ ​ເພື່ອ​ຊຸກຍູ້​ນ້ຳໃຈ​ສາມັກ​ຄີ, ນຳ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ພັດທະນາ​ຢ່າງ​ເລິກ​ເຊິ່ງ ​ແລະ​ມີ​ປະສິດທິ​ຜົນ​ກວ່າ​ອີກ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ສອງ​ປະ​ເທດ. ຄຽງ​ຂ້າງ​ນັ້ນ, ການ​ຢ້ຽມຢາມ​ກໍ່​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ກຳປູ​ເຈຍ ​ໃນ​ຂອບ​ເຂດ ອາ​ຊຽນ, ການ​ຮ່ວມ​ມື​ໃນ​ຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ, ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ, ​ໂຄງການ​ພັດທະນາ​ບັນດາ​ເຂດ​ທີ່​ທຸກ​ຍາກ​ລະຫວ່າງ​ຊາດ ທີ່​ລຽບ​ຕາມ​ແລວ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ, ພິ​ເສດ​ແມ່ນ​ໃນ​​ເຂດ​ສາມຫຼ່ຽມ​ພັດທະນາ​ຂອງ​ສາມ​ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ.
                                                                                                            ແອ໋ງຮ່ວຽນ

ຕອບກັບ

ຂ່າວ/ບົດ​ອື່ນ