ປະຕິບັດຈຸດໝາຍລັດຖະບານເອເລກໂຕນິກຢູ່ຫວຽດນາມ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ

(vovworld)-​​ໂດຍ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ນັບ​ແຕ່​ປີ 2007, ມາ​ຮອດ​ປະຈຸ​ບັນ, ​ໂຄງການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ສື່ສານຫວຽດນາມ ​ໄດ້​ສ້າງ​ສະພາບ​ແວດ​ລ້ອມ ​ແລະ ພື້ນຖານ​ໂຄງ​ລ່າງ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານຢູ່​ອົງການ, ກະຊວງ, ຄະນະ, ຂະ​ແໜງ​ການ ​ແລະ ​ແຂວງ, ນະຄອນ​ຈຳນວນ​ໜຶ່ງ​ຢູ່​ຫວຽດນາມ. ພ້ອມ​ແລ້ວ​ທີ່​ຈະຜັນ​ຂະຫຍາຍລັດຖະບານ​ເອ​ເລກ​ໂຕ​ນິກຕາມ​ຂັ້ນຕອນ. ຫວ່າງ​ແລ້ວ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ນຳ​​ໃຊ້​ລະບົບຄຸ້ມ​ຄອງ​ການ​ອອກວີ​ຊາ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ ​ແລະ ສູນ​ປະສົມຖານຂໍ້​ມູນ. ສິ່ງ​ດັ່ງກ່າວ​ໄດ້​ຢັ້ງຢືນ​ຄວາມຕັດສິນ​ໃຈ ປະຕິບັດ​ຈຸດໝາຍ​ລັດຖະບານ​ເອ​ເລກ​ໂຕ​ນິກຢູ່​ຫວຽ​ດນາມ​ ໃຫ້ປະກົດ​ຜົນ​ເປັນ​ຈິງ ດ້ວຍ​ຈຸດ​ສຸມ​ແມ່ນ​ການ​ປະຕິ​ຮູບ​ດ້ານ ບໍລິຫານ​ຂອງ​ລັດ, ຮັບ​ໃຊ້​ໃຫ້​ແກ່​ວິວັດ​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ.

ປະຕິບັດຈຸດໝາຍລັດຖະບານເອເລກໂຕນິກຢູ່ຫວຽດນາມ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ - ảnh 1

ການ​ປະຊຸມ​ຜ່ານ​ເຄືອ​ຂ່າຍ​ອິນ​​ເຕີ​ແນັດ​ຂອງຂະ​ແໜງ​ຖະ​ແຫຼ​ງຂ່າ​ວ-ສື່ສານ

(ພາບ: vietnamplus.vn)

   ສຳລັບ​ປະ​ເທດຫວຽດນາມ ​ຊື່​ງ​ແມ່ນ​ປະ​ເທ​ດ​ຫາ​ກໍ່​ຫລຸດ​ພົ້ນອອກ​ຈາກທີ່​ຕັ້ງ​ແມ່ນ​ປະ​ເທດ​ທຸກ​ຍາກ, ກາຍ​ເປັນ​ປະ​ເທດ​ມີ​ລະດັບ​ລາຍ​ຮັບ​ປານ​ກາງ, ​ເພື່ອ​ໃຫ້​ກົງຈັກ​ລັດຖະບານ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ເສຍ​ເງິນ​ໜ້ອຍ​ທີ່​ສຸດ​ນັ້ນ, ການ​ພັດທະນາລັດຖະບານ​ເອ​ເລກ​ໂຕ​ນິກ, ນຳ​ໃຊ້ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ແມ່ນ​ທ່າ​ອ່ຽງທີ່​ແນ່ນອນ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ​ກໍ່​ຄື​ໃນ​ການ​​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ. ນີ້​ກໍ່​ແມ່ນ​ຄວາມ​ຮຽກຮ້ອງ​ສຳຄັນ​ໃນ​ແຜນ​ຮ່າງການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ຂອງ​ລັດຖະບານ.

ປະຕິບັດຈຸດໝາຍລັດຖະບານເອເລກໂຕນິກຢູ່ຫວຽດນາມ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ - ảnh 2

ພິທີ​ຕັດ​ແຖບ​ພ້າ​ເປີດ​ສະຫຼອງ​ລະບົບ​ຄຸ້ມ​ຄອງ​ການ​ອອກວີ​ຊາ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ

(ພາບ: http://baodientu.chinhphu.vn)

ປະ​ສິດທິ​ຜົນ​ຈາກ​ໂຄງການ

  ພາຍຫຼັງ​ໄດ້​ຜັນ​ຂະຫຍາຍ​ມາ​ເປັນ​ເວລາ 7 ປີ,  ​ໂຄງການພັດທະນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ສື່ສານຫວຽດນາມ ​ໄດ້​ບັນລຸ​ຄວາມ​ຄຶບ​ໜ້າ​ຫຼາຍ​ພໍ​ສົມຄວນ. ບໍ່​ພຽງ​ແຕ່​ໄດ້​ສ້າງ​ສະພາບ​ແວດ​ລ້ອມ ​ແລະ ​ໂຄງ​ລ່າງເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ທີ່​ກຽມພ້ອມ​​ໃຫ້​ແກ່​ການ​ຂະຫຍາຍລັດຖະບານ​ເອ​ເລກ​ໂຕ​ນິກຕາມ​ຂັ້ນຕອນ​ເທົ່າ​ນັ້ນ, ​ແຕ່​ກ່ອນ​ອື່ນ​ໝົດ, ຍັງໄດ້​ປັບປຸງບັນດາ​ການ​ບໍລິການ​ບໍລິຫານ​ຂອງ​ລັດຢູ່​ບັນດາ​ກະຊວງ, ຂະ​ແໜງ​ການ, ​ແຂວງ, ນະຄອນ​ຈຳນວນ​ໜຶ່ງ​ບາດກ້າວ​ໜຶ່ງ, ອັນ​ໄດ້​ສ້າງ​​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ການ​ພົວພັນ​ແລກປ່ຽນ​ຂອງ​​ວິ​ສາ​ຫະກິດ ​ແລະ ປຊຊ.

   ຕາມ​ການ​ຕີ​ລາຄາ​ຂອງທະນາຄານ​ໂລກ, ​ໂຄງການພັດທະນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ສື່ສານຢູ່ຫວຽດນາມ ​​ແມ່ນ​ໜຶ່ງ​ໃນ​ຈຳ​ນວນໜ້ອຍ​ໂຄງການ​ກ່ຽວ​ກັບເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ໂດຍທະນາຄານ​ໂລກອຸປະ ຖ​ຳ​ໃນ​ທົ່ວ​​ໂລກ ​ໄດ້​ຮັບ​ການ​ຜັນ​ລະ​ຫຍາ​ຍສຳ​ເລັດ​ຜົນ, ນຳ​ໃຊ້ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ເຂົ້າ​ໃນ​ບັນດາ​ການ​ເຄື​ອ່ນ​ໄຫວ​ບໍລິ​ຫານ​ຂອງ​ລັດຢູ່​ຫວຽດນາມ. ທ່ານ​ນາງ Victoria Kwakwa ຜູ້ອຳນວຍການ​ທະນາຄານ​ໂລກ​ປະຈຳ​ຫວຽດນາມ ຖື​ວ່າ:

     “​ບົດຮຽນທີ່ສຳຄັນ​ທີ່​ສຸດທີ່ຂ້າພະ​ເຈົ້າຖອດຖອນ​ມາໄດ້ຈາກ​ໂຄງການ​ນີ້ ນັ້ນ​ແມ່ນ​ບັນດາ​ຄຳໝັ້ນສັນຍາ​ຈາກ​ການ​ນຳ​ສູງ​ສຸດ​ຫວຽດນາມ, ຊື່​ງ​ໄດ້​ສະ​ແດງ​ອອກຜ່ານ​ຍຸດ​ທະ​ສາດ​ບຸລິມະສິດ​ໃຫ້​ແກ່ການ​ພັດ​ທະນາ ​ແລະ ນຳ​ໃຊ້ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ ກໍ່​ຄື​ການ​ລົງທຶນ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ແຫຼ່ງຊັບພະຍາ ກອນ​ມະນຸດ. ນີ້​ແມ່ນ​ຜົນງານ​ສຳຄັນ​ທີ່​ສຸດ​ຂອງ​ຫວຽດນາມ ​ເມື່ອ​ທຽບ ກັບປະ​ເທດ​ອື່ນໆ​ໃນ​ໂລກ“

   ສຳລັບ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລ້ວ, ການ​ນຳ​ໃຊ້, ຍົກ​ລະດັບເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ແມ່ນ​ການ​ພິສູດ​ຢ່າງ​ຈະ​ແຈ້ງ​ໃນວິວັດ​ການ​​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ. ​ໃນ​ໄຕ​ມາດ​ທີ 1 ປີ 2014, ເປັນຄັ້ງທຳ​ອິດທີ່ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຜັນ​ຂະຫຍາຍລະບົບຄຸ້ມ​ການ​ອອກວີ​ຊາ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດຢູ່​ພາຍ​ໃນ​ປະ​ເທດ ​ແລະ  ​ອົງການ​ຜູ້ຕາງໜ້າ​ການ​ທູດ​ຢູ່​ຕ່າງປະ​ເທດ 95 ​ແຫ່ງ, ປະກອບສ່ວນ​ຫລຸດຜ່ອນ​ເວລາ​ຮັບ​ສຳ​ເນົາ​ເອກະ ສານ, ປັບປຸງ​ຂັ້ນຕອນ​ຄຸ້ມ​ຄອງ​ການ​ເຂົ້າອອກ​ເມືອງ​ກໍ່​ຄື​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ​ຂະ​ແໜງ​ຢ່າງມີ​ວິທະຍາສາດ, ປະຢັດ. ທ່ານ​ຫງວຽນ​ຍືຈຸ​ງ, ຮອງ​ຜູ້ອຳນວຍການ​ສູນ​ຖະ​ແຫຼ​ງຂ່າວ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຢືນຢັນ​ວ່າ:

   “ໂຄງການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ສື່ສານຢຸູ່ ຫວຽດນາມ ​ແມ່ນ​ໂຄງການ​ໄດ້​ຮັບ​ຜົນສຳ​ເລັດ ຊື່​ງ​ໄດ​້ຊ່ວຍສ້າງ​ພື້ນຖານ​ດ້ານ​ນະ​ໂຍບາຍ, ​ແຫຼ່ງຊັບພະຍາກອນ​ມະນຸດ ກໍ່​ຄື​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ເຕັກນິກ ​ເພື່ອ​ຊ່ວຍ​ຫວຽດນາມ​ ສາມາດ​ຊຸກຍູ້​ການ​ນຳ​ໃຊ້​ລັດຖະບານ​ເອ​ເລກ​ໂຕ​ນິກຢູ່​ຫວຽດນາມ “.

ສ້າງ​ພື້ນຖານ​ບໍລິຫານ​ຂອງ​ລັດ​ທີ່ທັນ​ສະ​ໄໝ, ສອດຄ່ອງ​ກັບ​ທ່າ​ອ່ຽງ​ເຊື່ອມ​ໂຍງ

    ​​ໃນ​ຊຸມ​ປີຜ່ານມາ,ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ສື່ສານຫວຽດນາມ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຂະ​ແໜງ​ທີ່ມີ​ລະດັບ​​ພັດທະນາ​ຢ່າງ​ໄວວາ, ນັບ​ມື້​ນັບ​ສວມ​ບົດບາດ​ສຳຄັນ​​ໃນ​ການ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ປະ​ເທດ​ຊາດ, ປະກອບສ່ວນ​ປະຕິ​ຮູບ​ການ​ບໍລິຫານ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ການ​ສະໜອງ​ຂໍ້​ມູນ​ຂ່າວສານ​ຮັບ​ໃຊ້​ໃຫ້​ແກ່ ປຊຊ.

    ປະຈຸ​ບັນ, ຫວຽດນາມ ວາງ​ຈຸດໝາຍກາຍ​ເປັນ​ໜຶ່ງ​ໃນ​ຈຳ​ນວນ 70 ປະ​ເທດທີ່ມີ​ພື້ນຖານເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໂທລະ​ຄົມ​ອັນ​ດັບ​ໜຶ່ງ​ຂອງໂລກ​ໃນ​ປີ 2020 ​ໂດຍ​ແມ່ນ​ໜື່ງ​ໃນ​ບັນດາປະ​ເທດມີ​ຈຳນວນ​ຜູ້ນຳ​ໃຊ້​ອິນ​ເຕີ​ແນັດ​ເພິ່ມຂຶ້ນ​ຢ່າງ​ໄວວາ​ໃນແຕ່ລະ​ປີ, ກວ​ມເອົາອັດຕາ​ສ່ວນປະຊາ ກອນກວ່າ 40%, ​ເລື່ອງ​ຜັນ​ຂະຫຍາຍໂຄງການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ສື່ສານຢຸູ່ ຫວຽດນາມ ປະສົບຜົນສຳ ​ເລັດ ໃນ​ເບື້ອງ​ຕົ້ນ ​ ​ໄດ້​ເຮັດ​ໃຫ້​ຈຸດໝາຍສ້າງລັດຖະບານ​ເອ​ເລກ​ໂຕ​ນິກຢູ່​ຫວຽ​ດນາມ ປະກົດ​ຜັນ​ເປັນ​ຈິງ​ເທື່ອ​ລະ​ກ້າວ. ບໍ່​ພຽງ​ແຕ່​ໄດ້​ສ້າງ​ພື້ນຖານ​ບໍລິຫານ​ຂອງ​ລັດ​ທີ່ທັນ​ສະ​ໄໝ, ສອດຄ່ອງ​ກັບ​ທ່ານ​ອ່ຽງ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ປະກອບສ່ວນ​ເພິ່ມລັກສະນະ​ປະຊາທິປະ​ໄຕ ​ດ້ວຍ​ວິທີ​​ເຮັດ​ໃຫ້ລັດຖະບານຍັບ​ມໍ່​ໃກ້​ກັບ ປຊຊ ກ່ວາ​ອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ