ປະຕິບັດແຜນນະໂຍບາຍສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່

(vovwordl)- ຫນ້າ​ທີ່​ຈຸດ​ສຸມ​ຫນຶ່ງ​ຊຶ່ງ​ລັດຖະບານ ຫວຽດນາມ ​ໄດ້ກຳນົດ​ໃນ​ປີ 2012 ​ແມ່ນ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຊຸກຍູ້​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ພັດທະນາ, ພ້ອມ​ທັງ​ສືບ​ຕໍ່​ປະຕິບັດ​ແຜນ​ນະ​ໂຍບາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​ເທື່ອ​ລະ​ກ້າວ. ​ເນື້ອ​ໃນ​ນີ້​ກໍ​ແມ່ນ​ຫົວ​ເລື່ອງ​ທີ່​ຮ້ອນເຮັ່ງ​ ​ພວມ​ໄດ້​ຮັບ​ການສຸມ​ໃສ່​ປຶກສາ​ຫາລື ​ແລະ ຍື່ນ​ສະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ​ພິຈາລະນາ​ຢູ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13. ນີ້​ກໍ​ແມ່ນ​ເນື້ອ​ໃນ​ຊຶ່ງ​ບັນດາ​ນັກ​ອຸປະຖຳ​ສາກົນ​ສົນ​ໃຈ ​ໃນ​ກອງ​ປະຊຸມ​ກາງ​ສະ​ໄຫມ​ຂອງ​ກຸ່ມ​ທີ່​ປຶກສາ​ບັນດາ​ນັກ​ອຸປະຖຳ​ໃຫ້​ແກ່ ຫວຽດນາມ (GD) ທີ່ດຳ​ເນີນ​ໄປ​ໃນ​ວັນ​ທີ 4 ​ແລະ 5/6 ຢູ່ ​ແຂວງ Quang Tri.

ປະຕິບັດແຜນນະໂຍບາຍສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ - ảnh 1
ບັນດາວິສາຫະກິດຈະໄດ້ຮັບການແກ້ໄຂຄວາມຫຍຸ້ງຍາກ
ພາບປະກອບ:dtv.vn

        ​ເຖິງ​ວ່າ​ໃນ​ຊຸມ​ເດ​ືອນຕົ້ນ​ປີ 2012, ພື້ນຖານ​ເສດຖະກິດ​ຂອງ ຫວຽດນາມ ມີ​ບັນດາ​ສັນຍານອັນ​ຕັ້ງຫນ້າ​ຄື: ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ອັດຕາ​ດອ​ກ​ເບ້ຍ​ຫລຸດ​ລົງ, ອັດຕາ​ແລກປ່ຽນ​​ເງິນ​ຕາຕ່າງປະ​ເທດເປັນ​ປົກກະຕິ, ການ​ສົ່ງ​ອອກ​ສິນຄ້າ​ບັນລຸ​ລະດັບ​ສູງ, ການ​ນຳ​ເຂົ້າ​ເກີນ​ດຸນ​ຫລຸດ​ລົງ​ຢ່າງ​ແຮງ ​ແຕ່​​ເຖິງ​ຢ່າງ​ໃດ​ກໍ​ຕາມ​ຍັງ​ຄົງ​ມີສິ່ງ​ທ້າ​ທາຍ​​ໃຫຍ່​ຫລາຍ​ຢ່າງ. ນັ້ນ​ແມ່ນ​ລະດັບເຕີບ​ໂຕ​ເສດຖະກິດ​ຖືກ​ຫລຸດ​ລົງ. ລະດັບ​ຈະ​ເລີ​ນ​ເຕີບ​ໂຕ GDP ​ໃນ​ໄຕ​ມາດ​ທີ 1 ປີ 2012 ບັນລຸ​ພຽງ 4% ​​ເຊິ່ວແມ່ນ​ລະດັບ​ຕຳ່​ກວ່າ​ຫລາຍ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2011. ເຖິງ​ວ່າ​ການ​ປະຕິບັດ​ນະ​ໂຍບາຍຮັດ​ກຸ່ມ​ງົບ​ປະມານ, ນະ​ໂຍບາຍ​ເງິນຕາ​ຢ່າງ​ແຫນ້ນ​ແຟ້ນ ​ ໄດ້​ປະກອບສ່ວນ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​​ໃຫ້​ເປັນ​ປົກກະຕິ​ກໍ​ຕາມ ​ແຕ່​ກໍ​ເຮັດ​ໃຫ້​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ຕ້ອງ​ຢຸດຕິ​ການ​ເຄື່ອນ​ໄຫວ ​ແລະ ລົ້ມ​ລະລາຍ, ຄົນ​ງານ​ຖືກ​ວ່າງ​ງານ​ເປັນ​ຈຳນວນ​ຫລວງຫລາຍ, ກໍ່​ກຳລັງ​ດັນ​ໃຫຍ່​ຫລວງ​ເຖິງ​ຄວາມ​ເປັນ​ປົກກະຕິ​ຂອງ​ສັງຄົມ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.  ​ໃນ​ສະພາບ​ການ​ນັ້ນ, ລັດຖະບານ ຫວຽດນາມ ກຳນົດ​ວ່າ ຄວນ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຊຸກຍູ້​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ພັດທະນາ ​ພ້ອມ​ກັນ​ນັ້ນ ຕ້ອງ​ປະຕິບັດ​ແຜນ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເຫມີ​ປາຍ ​ເພື່ອ​ສ້າງ​ທ່ວງທ່າ​ໃຫ້ການ​ການ​ເຕີບ​ໂຕ​ຢ່າງ​ໝັ້ນຄົງ. ມະຕິ​ກ່ຽວ​ກັບ​ບາງ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຫນູນ​ຊ່ວຍ​ຕະຫລາດ​ທີ່​ສ້າງ​ຂຶ້ນ​ໃນ​ເດ​ືອນ 5/2012 ຜ່ານ​ມາ ​ໄດ້​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ສ່ວນ​ໃດ​ສ່ວນ​ຫນຶ່ງ​ໃຫ້​ແກ່​ວິ​ສາ​ຫະກິດ. ຕາມ​ທ່ານ Vuong Dinh Hue ລັດຖະມົນຕີ​ກະຊວງ​ການ​ເງິນ ຫວຽດນາມ, ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ແຂວງ Binh Dinh ​ແລ້ວ, ການ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ຄັ້ງ​ນີ້ ​ແມ່ນ​ປະຕິບັດ​ໃນ​ສະພາ​ບຢືດໝັ້ນປະຕິບັດ​ຈຸດໝາຍ​ຮັກສາ​ເສດຖະກິ​ດມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້ ​ແລະ ນີ້​ແມ່ນ​ບ້ວງ​ງເງິນ​ຫນູນ​ຊ່ວຍ​ເທົ່າ​ນັ້ນ ຫາກ​ບໍ່​ແມ່ນ​ບ້ວງ​ເງິນ​ກະ​ຕຸ້ນ​ຄວາມ​ຕ້ອງການ. ​ເພາະສະ​ນັ້ນ ບັນດາ​ມາດ​ຕະການທີ່​ຍົກ​ອອກ​ມາ​ແມ່​ນອີງ​ໃສ່​ການ​ຄົ້ນ​ຄ້ວາ ການ​ສະຫລຸບ​ຕີ​ລາຄາ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ. ທ່ານ ລັດຖະມົນຕີ​ກະຊວງ​ການ​ເງິນ Vuong Dinh Hue ຢືນຢັນ​ວ່າ:

        “ການສຸມ​ໃສ່​ແກ້​ໄຂ, ຫນູນ​ຊ່ວຍ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ, ນັບທັງ​ລາຍ​ຈ່າຍ​ສົ້ນ​ເຂົ້າ ສົ້ນ​ອອກ ​ແລະ ນຳ​ໃຊ້​ທຶນຮອນ. ສຳ​ລັບ​ການ​ຫນູນ​ຊ່ວຍ​ສົ້ນ​ອອກ, ລັດຖະບານ​ໄດ້​ກຳນົດ​ວ່າ​ຕ້ອງ​ເພີ່ມ​ຍອດ​ຄວາມ​ຕ້ອງການ. ສຳລັບ​ສົ້ນ​​ເຂົ້າ, ຈຸດໝາຍ​ແມ່ນ​ເຮັດ​ແນວ​ໃດ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ ຫລຸດ​ຜ່ອຍລາຍ​ຈ່າຍ​ດ້ານ​ການ​ເງິນ, ລາຍ​ຈ່າຍ​ການ​ເຄື່ອນ​ໄຫວ. ລັດຖະບານ ​ໄດ້​ຍົກ​ອອກ​ບັນດາ​ມາດ​ຕະການ​ກ່ຽວ​ກັບ​ການ​ຕໍ່​ກຳ​ນົດ​ເວລາ​ເກັບ​ອາກອນ​ມູນ​ຄ່າ​ເພີ່ມ, ຍົກ​ເວັ້ນອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ, ຕໍ່​ກຳນົດ​ເວລາ​​ເສຍຄ່າ​ເຊົ່າ​ທີ່​ດິນ, ຊ້ຳ​ບໍ່​ໜຳ​ອະນຸຍາດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕໍ່​ກຳນົດ​ເວລາ​ເສຍ​ອາກອນ.”

        ສ່ວນ​ທ່ານ Cao Sy Kiem ສສຊ ​ແຂວງ Thai Binh ​​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ບ້ວງ​ເງິນ​ຫນູນ​ຊ່ວຍ​ດີ​ທີ່​ສຸ​ດນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ ນັບ​ທັງ​ຂອບ​ຂະຫນາດ​ກໍ​ຄື​ເນື້ອ​ໃນ ​​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ທັນ​ການ, ສະ​ແດງ​ໃຫ​້​ເຫັນ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດ​ຖະບານ​ທີ່​ໄດ້ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ວິ​ສາ​ຫະກິດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ.

        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຳ​ເຫັນ​ຈາກ ສສຊ ຫລາຍ​ທ່ານ​ຖື​ວ່າ: ​ເພື່ອ​ໃຫ້​ບັນດາ​ມາດ​ຕະການ​ຫນູ​ນຊ່ວຍ​ຂອງ​ລັດຖະບານ​ບັນລຸ​ປະສິດທິ​ຜົນນັ້ນ ນອກຈາກ​ການ​ຫນູນ​ຊ່ວຍ​ ​ຈາກ​ລັດຖະບານ, ບັນດາ​ກະຊວງ, ຂະ​ແຫນງ​ການ​​ແລ້ວ ​ບັນດາ​ວິ​ສາ​ຫະກິດ​ຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ​ອີກ​​ດ້ວຍ. ທ່ານ Nguyen Duc Kien  ຮອງ​ຫົວຫນ້າ​ກຳມາ​ທິການ​ເສດຖະກິດ, ສສຊ ​ແຂວງ Soc Trang ຖື​ວ່າ: ບັນດາວິ​ສາ​ຫະກິດ​ເອງຕ້ອງ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ທາງ​ສັງຄົມ​ຂອງ​ຕົນ​ເພື່ອ​ເຮັດ​ແນວ​ໃດ ​ໃຫ້ບັນດາ​ວິ​ສາ​ຫະກິດ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ນັ້ນ ປະກອບສ່ວນ​ເຂົ້າ​ໃນ​ຈຸດໝາຍ​ຮັບປະກັນ​ຊີວິດ​ສັງຄົມ. ທ່ານ Kien ກ່າວ​ວ່າ:

        “​ເມື່ອ​ຍົກ​ເວັ້ນ, ຫລຸດຜ່ອນອາກອນ​ຄື​ແນວ​ນັ້ນຈະ​ກະທົບ​ເຖິງ​ລາຍ​ຮັບ​ງົບປະມານ​ຂອງ​ປະ​ເທດ​ຊາດ​ຄື​ແນວ​ໃດ. ​ເວລາ​ນັ້ນ ນະ​ໂຍບາຍ​ສັງຄົມ ຊຶ່ງ​ວິ​ສາ​ຫະກິດ​ຕ້ອງ​ປະຕິບັດ,  ຄວາມ​ຮັບຜິດ​ຊອບ​ທາງ​ສັງຄົມ​ຂອງ​ວິ​ສາ​ຫະກິດ​ທີ່​ມີ​ຕໍ່ຄົນ​ງານ​ຕ້ອງ​ເພີ່ມ​ຂຶ້ນ. ”​ເມື່ອ​ລັດຖະບານ​ຫັກ​ງົບປະມານ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ, ລັດຖະບານ​ຈະມີ​ສິດ​ຮຽກຮ້ອງ​ໃຫ້ບັນດາວິ​ສາ​ຫະກິດ​​ນັ້ນ​ຕ້ອງ​ມີ​ນະ​ໂຍບາຍ​ແນວ​ໃດ​ສຳລັບ​ຄົນ​ງານ.”

        ຫວ່າງ​ແລ້ວ​ນີ້ ທີ່​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ, ທ່ານ​ນາງ Victoria Kwakwa ຜູ້ຕາງຫນ້າ​ທະນາຄານ​ໂລກ​ປະຈຳ​ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ: ບໍ່​ແມ່ນ​ວິ​ສາ​ຫະກິດ​​ໃດ​ກໍ​​ເອື້ອຍອີງ​​ໃສ່ບ້ວງ​ເງິນ​ຫນູນ​ຊ່ວຍ​ຈາກລັດຖະບານ​ຫວຽດນາມ ​ໃນ​ຄັ້ງ​ນີ້​ໄດ້. ​ເລື່ອງ​ກຳນົດ​ກຳລັງ​​ແຮງກໍ​ຄື​ຄວາມ​ສາມາດ​, ຂົງ​ເຂດ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ ​ເພື່ອ​ປະຕິບັດ​ການ​ຫນູນ​ຊ່ວຍ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ. ທ່ານ​ນາງ Victoria Kwakwa ກໍ​ຖື​ວ່າ: ​ເລື່ອງ​ປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ​, ຊຸກຍູ້​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ແລະ ການ​ລົງທຶນສຳ​ເລັດ​ຜົນ ຈະ​ແມ່ນ​ການ​ກະຕຸກ​ຊຸກຍູ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​​ໃນ​ໄລຍະຍາວ​ນານ​ຂອງ ຫວຽດນາມ.

ປະຕິບັດແຜນນະໂຍບາຍສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ - ảnh 2
ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ
ພາບ:baohaiquan.vn

        ຄວາມ​ຕັດສິນ​ໃຈ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ຄວາມ​ຮັບ​ຮູ້ ​ແລະ ການ​ກະທຳ​ຂອງ​ທັງ​ລະບົບ​ການ​ເມືອງ, ປະຊາ​ຄົມ​ວິ​ສາ​ຫະກິດຈະ​​ແມ່ນ​ປັດ​ໄຈ​ສຳຄັນ​ເພື່ອ​ປະຕິບັດ​ບັນດາ​ມາດ​ຕະການ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ,​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ການຜະລິດ​ດຳ​ເນີນ​ທຸລະ​ກິດ ພ້ອມ​ທັງ​ຮັບປະກັນ​ການ​ຄວບ​ຄຸ​ມ​ໄພ​ເງິນ​ເຟີ້ ທັງ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ທັງ​ຮັບປະກັນ​ການ​ເຕີບ​ໂຕ​ຢູ່​ໃນ​ລະດັບ 6%. ນີ້​ກໍ​ແມ່ນ​ຫນ້າ​ທີ່​ຫຍຸ້ງຍາກ ​ແຕ່​ຕ້ອງ​ປະຕິບັດ ​ເພາະວ່າ ​ແມ່ນ​ປັດ​ໄຈ​ສຳຄັນ​ເພື່ອ​ຮັບປະກັນ​ຄວາມ​​ໝັ້ນຄົງ ​ແລະ ພັດທະນາ​ແບບ​ຍືນ​ຍົງ.

ນັກ​ຂ່າວ Anh Huyen

ຂ່າວ/ບົດ​ອື່ນ