ຢູແກຼນຕາເວັນອອກ: ສະໜາມຮົບຕໍ່ໄປໃນການ ສູ້ຢັນກັນລະຫວ່າງຝ່າຍຕາເວັນອອກ-ຕາເວັນຕົກ

(vovworld)-  ສະພາບ​ການ​ຢູ່ ຢູ​ແກຼນ ພວມ​ມີ​ບັນດາ​ການ​ຜັນແປ​ອັນ​ສັບສົນ​, ໜ້າ​ວິຕົກ​ກັງວົນທີ່​ສຸດ, ​ໃນຂະນະ​ທີ່​ໃນ​ຊຸມມື້​ມໍ່​ໆມາ​ນີ້, ບັນດາ​ແຂວງ, ນະຄອນ​ທາງ​ທິດຕາ​ເວັນ​ອອກ​ຢູ​ແກຼນ ​ໄດ້​ຈັດການ​ແຫ່​ຂະ​ບວນປະ​ທ້ວງ​ຢ່າງ​ລຽນຕິດ​, ທວງ​​ໃຫ້ແຍກ​ຕົວ ​ແລະ ປະກາດ​ເອກະລາດ. ​ໃນ​ສະພາບ​ການ​ທີ່​ການ​ໂຕ້​ຖຽງ​ກັນ​ລະຫວ່າງ​ລັດ​ເຊຍ ​ກັບ ອາ​ເມ​ລິ​ກາ ແລະ ຝ່າຍ​ຕາ​ເວັນ​ຕົກ​ພວມ​ມີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ນັບ​ແຕ່ Crimea ​ໄດ້​ໂອນ​ເຂົ້າສະຫະພັນ​ລັດ​ເຊຍ, ບັນດາ​ການ​ຜັນ​ແປ​ໃໝ່​ນີ້​ຍິ່ງ​ເຮັດ​ໃຫ້​ຢູ​​ແກຼນ ອາດ​ຈະ​ຕົກ​ເຂົ້າສູ່​ວິ​ກິດ​ການ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະຫວັດສາດ ຖ້າ​ຫາກ​ວ່າ​ຝ່າຍ​ຕ່າງໆ​ບໍ່​ຊອກ​ຫາ​ມາດ​ຕະການ​ເຈລະຈາ​ໄດ້​.

​  ​ໃນ​ຊຸມ​ມື້​ທີ່​ຜ່ານ​ມາ, ນະ​ຄອນ Donetsk ບໍ່​ມີ​ຄວາມ​ສະ​ຫງົບງຽບ​ຍ້ອນ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ຍຶດຄອງ, ຄຸ້ມ​ຄອງ​ຕຶກ​ອາຄານ​ຕົ້ນຕໍ່​ຂອງ​ນະຄອນ​ເພື່ອ​ປະກາດ​ສ້າງຕັ້ງປະ​ເທດສາທາລະນະ​ລັດ ປຊຊ Donetsk. ການ​ລົງ​ປະຊາ​ມະຕິ​ເພື່ອ​ພິຈາລະນາ​ກ່ຽວກັບ​ເລື່ອງ​ສົ່ງ​ໃບ​ຄຳ​ຮ້ອງ​ຂໍ​ໂອນ​ເຂົ້າລັດ​ເຊຍ​ຖືກກຳນົດ​ໃນ​ວັນ​ທີ 11/5 ຈະ​ມາ​ເຖິງ. ສະພາບ​ການ​ຄື​ດັ່ງກ່າວ​ກໍ​ໄດ້​ເກີດ​ຂຶ້ນ​ຢູ່​ສອງ​ນະຄອນ Kharkov​ ແລະ Lugansk ​ໃນຂະນະ​ທີ່​ບັນດາ​ຜູ້​ນິຍົມ ​ລັດ​ເຊຍ ປະກາດ​ສ້າງຕັ້ງປະ​ເທດ​ສາທາລະນະ​ລັດ​ມີ​ອະທິປະ​ໄຕ ​ແລະ ຈະ​ຈັດການ​ລົງ​ປະຊາ​ມະຕິຕາມ​ແບບ Crimea ​ເພື່ອຕັດສິນ​ເລື່ອງ​ໂອນ​ເຂົ້າລັດ​ເຊຍ

 ຢູແກຼນຕາເວັນອອກ: ສະໜາມຮົບຕໍ່ໄປໃນການ ສູ້ຢັນກັນລະຫວ່າງຝ່າຍຕາເວັນອອກ-ຕາເວັນຕົກ - ảnh 1

(ພາບ: http://dantri.com.vn)

​ສະພາບ​ການ​ເໝືອນ​ກັບ Crimea ຖືກ​​ເກີດ​ຂຶ້ນ?

   ​ເກືອບຄື​ວ່າ, ການ​ຜັນ​ແປ​ຢູ່ ຢູ​ແກຼນຕາ​ເວັນ​ອອກ ພວມ​ເຮັດ​ໃຫ້ ກີ​ແອບ ​ແລະ ຝ່າຍ​ຕາ​ເວັນ​ຕົກ ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ການ​ກະທຳ​ດ້ານ​ການທະຫານ​ຂອງ​ລັດ​ເຊຍ ​ໃນ​ສະພາບ​ການ​ທີ່​ Crimea ຫາ​ກໍ່ຖືກ​ໂອນ​ເຂົ້າລັດ​ເຊຍ ບໍ່ຮອດ​ໜຶ່ງ​ເດືອນ.

  ອາ​ເມ​ລິ​ກາ ​ກ່າວ​ເຕືອນ​ວ່າ “ຈະ​ມີ​ຄວາມ​ເສຍ​ຫາຍ​​ຕື່ມ​ອີກ“ ຖ້າ​ຫາກ​ວ່າ​ມົດ​ສະ​ກູ ດຳ​ເນີນບັນດາ​ບາດກ້າວ​ຕ່າງໆ​ເພື່ອ​ແນ​ໃສ່​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບຢູ່ ຢູ​ແກຼນ ສ່ວນ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ກ່າວ​ຫາ​ມົດ​ສະ​ກູ ​ໄດ້​ຢືນ​ຢູ່​ເບື້ອງ​ຫຼັງ​ບັນດາ​ຄວາມ​ຂາດ​ສະຖຽນ​ລະ​ພາບ​ຢູ່ ຢູ​ແກຼນຕາ​ເວັນ​ອອກ ​ແລະ ກ່າວ​ເຕືອນ​ວ່າ​ຈະ​ໂຕ້​ຕອບ​ຄືນ ​ດ້ວຍ​ບັນດາ​ມາດ​ຕະການ​ລົງ​ໂທດ. ອີ​ຢູ ​ໄດ້​ສ້າງ “ບັນຊີ​ລາຍ​ຊື່​ດຳ​ເປີດ​ກ້ວາງ“ ລວມມີ​ບັນດາ​ສ່ວນ​ບຸກຄົນ ​ແລະ ອົງການ​ຈັດຕັ້ງຂອງ​ລັດ​ເຊຍ ຊື່​ງ​ໄດ້ “​ເຂົ້າຮ່ວມ​ບັນດາ​ການ​ກະທຳ​ນາບ​ຂູ່ຜືນ​ແຜ່ນດິນ ​ແລະ ອະທິປະ​ໄຕ​ຂອງ​ຢູ​ແກຼນ“. ​ໃນ​ຂະນະ​ນັ້ນ, ຢູ​ແກຼນ ພວມ​ພິຈາລະນາ​ກະກຽມ​ສຳເນົາ​ເອກະສານ​ເພື່ອ​ຟ້ອງ​ຮອ້ງ ລັດ​ເຊຍ ຂຶ້ນ​ສານ​ສາກົນ.

   ​ເພື່ອ​ໂຕ້​ຕອບ​ບັນດາ​ຄຳ​ກ່າວ​ຫາ​ດັ່ງກ່າວ, ລັດ​ເຊຍ ຮຽກຮ້ອງ​ໃຫ້ ກີ​ແອບ ຢຸດຕິການ​ຕຳ​ນິຕິ​ຕຽນ​ລັດ​ເຊຍ ຢືນ​ຢູ່​ເບື້ອງ​ຫຼັງ​ບັນດາ​ບັນຫາ​ຂອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ພ້ອມ​ທັງ​ກ່າວ​ເຕືອນ​ເລື່ອງ ຢູ​ແກຼນ ນຳ​ໃຊ້​ກຳລັງ​ອາວຸດ​ເພື່ອ​ຍຸບ​ເລິກ​ການ​ແຫ່​ຂະ​ບວນປະ​ທ້ວງ​ທີ່​ອາດ​ຈະ​ກໍ່​ໃຫ້​ເກີດ​ເສິກ​ກາງ​ເມືອງ. ລັດ​ເຊຍ ປະກາດ​ວ່າ​ບໍ່​ມີ​ເຈດ​ຕະນາ​ຮຸກ​ຮານ ຢູ​ແກຼນ ​ແຕ່​ຢັ້ງຢືນ​ວ່າ​ຍັງ​ກຳ​ສິດ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ຊາວ​ລັດ​ເຊຍ ຢູ່​ທີ່​ນີ້.

 ຢູແກຼນຕາເວັນອອກ: ສະໜາມຮົບຕໍ່ໄປໃນການ ສູ້ຢັນກັນລະຫວ່າງຝ່າຍຕາເວັນອອກ-ຕາເວັນຕົກ - ảnh 2

(ພາບ: Reuters)

​​ທາງ​ອອກ​ໃຫ້​ແກ່​ວິ​ກິດ​ການ

   ພາຍຫຼັງ​ບັນດາ​ການ​ຜັນ​ແປ​ດັ່ງ​ກ່າວ, ວົງ​ການ​ນັກ​ໄຈ້​ແຍກ​ໃຫ້​ຂໍ້​ສັງ​ເກດ​ວ່າ: ການ​ສູ້​ຢັນກັນ​ລະຫວ່າງ​ລັດ​ເຊຍ ​ແລະ ຝ່າຍ​ຕາ​ເວັນ​ຕົກ ຍັງ​ຈະ​ສືບ​ຕໍ່​ເກີດ​ຂຶ້ນ​ໃນ​ຊຸມ​ວັນ​ຈະ​ມາ​ເຖິງ. ຫຼັກໝັ້ນສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ​ລັດ​ເຊຍ ​ແມ່ນ​ບໍ່​ຮັບຮອງ​ລັກສະນະ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ອຳນາດ​ການ​ປົກຄອງ ຢູ​ແກຼນ ​ໃນປະຈຸ​ບັນ. ສ່ວນ​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກພັດ ຖື​ວ່າ: ການ​ແຊກ​ແຊງ​ຂອງ​ລັດ​ເຊຍ ​ເຂົ້າ Crimea ​ເໝືອນ​ກັບການ​ຮຸກ​ຮານ. ​ເລື່ອງ​ຊຸກຍູ້ ຢູ​ແກຼນ ​ເຂົ້າ​ເປັນ​ສະມາຊິກ​ອົງການ ນາ​ໂຕ ​ໂດຍ​ໄວ ຫຼື​ນຳ​ໃຊ້​ບັນດາ​ມາດ​ຕະການ​ລົງ​ໂທດ​ແຮງ​ກ່ວາ​ຕໍ່​ມົດ​ສະ​ກູ ອາດ​ຈະ​ເຮັດ​ໃຫ້​ສະພາບ​ການ​ຊົ່ວ​ຮ້າຍ​ລົງ. ການ​ບັງຄັບ​ໃຫ້​ຊາວ ຢູ​ແກຼນ ຕ້ອງ​ເລືອກ​ເຟັ້ນລັດ​ເຊຍ ຫຼື​ຝ່າຍ​ຕາ​ເວັນ​ຕົກ ​ໄດ້​ພາ​ໄປ​ເຖິງ​ວິ​ກິດ​ການ​ປະຈຸ​ບັນ.

  ​ແຕ່​ເຖິງ​ຢ່າ​ງ​ໃດ​ກໍ່ຕາມ, ລັດ​ເຊຍ ​ໄດ້​ມີ​ບັນດາ​ການ​ກະທຳ​ໃໝ່​ສະ​ແດງ​ໃຫ້​ເຫັນ​ວ່າຄວາມ​ເຄັ່ງ​ຕຶງ​​ໃນ​ການ​ພົວພັນ​ລະຫວ່າງ ກີ​ແອບ-​ມົດ​ສະ​ກູ ​ໄດ້​ຫລຸດຜ່ອນ​ລົງ ​ເມື່ອ​ລັດ​ເຊຍ ຕົກລົງ​ໃຫ້ ຢູ​ແກຼນ ​ໂຈະ​ການ​ຊຳລະ​ບີນຊື້​ນ້ຳມັນ​ອາຍ​ແກ​ສ ຊື່​ງຢູ​ແກ​ຼນ ຊື້ຂອງ​ລັດ​ເຊຍ ນັບ​ແຕ່​ເດືອນ 10-12/2013 ​ເຖິງປີໜ້າ ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້ ກີ​ແອບ ມີ​ເວລາ​ຫຼາຍ​ກ່ວາ​ເພື່ອ​ແກ້​ໄຂ​ບັນດາ “ຄວາມ​ຫຍຸ້ງຍາກ ​ແລະ ບັນຫາ​ໃນ​ພາກ​ພື້ນ“. ບັນດາ​ນັກ​ໄຈ້​ແຍກ​ໃຫ້​ຂໍ້​ສັງ​ເກດ​ວ່າ: ນີ້​ແມ່ນບາດກ້າວ​ເດີນ​ທີ່ “ສະຫຼຽວ​ສະຫຼາດ“ ທີ່​ສຸດ​ຂອງ​ອຳນາດ​ການ​ປົກຄອງ ມົດ​ສະ​ກູ. ອີກ​ຢ່າງ​ໜຶ່ງ, ຫາງ​ສຽງ​ຫວັງ​ວ່າ, ການ​ເຈລະຈາ 4 ຝ່າຍລະຫວ່າງ​ອາ​ເມ​ລິ​ກາ, ລັດ​ເຊຍ, ຢູ​ແກຼນ ​ແລະ ອີ​ຢູ ຊື່​ງຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນຕົ້ນອາທິດ​ໜ້າ ຈະ​ນຳ​ມາ​ເຊິ່ງບາ​ດກ້າວ​ອັນຕັ້ງໜ້າ​ໃຫ້​ແກ່​ວິ​ກິດ​ການ​ຢູ່ ຢູ​ແກຼນ.

  ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ຝ່າຍ​ຕ່າງໆ​ພວມ​ຮັກສາ​ຄັນ​ຕະລາ​ບັດ​ຍຸດ​ທະ​ສາດ​ຂອງ​ຕົນ​ຢ່າງ​ຄ່ອງ​ແຄ້ວ. ການ​ເຈລະຈາ​ເພື່ອ​ຊອກ​ຫາ​ມາດ​ຕະການ​ດ້ານ​ການ​ເມືອງ​ແມ່ນ​ວິທີ​ທີ່​ດີ​ທີ່​ສຸດ​ຊື່​ງຝ່າຍ​ຕ່າງໆ​ຕ້ອງ​ປະຕິບັດ​ໃນ​ປະຈຸ​ບັນ​ເພື່ອ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ, ຫລີກ​​ເວັ້ນ​ໄພ​ເກີດ​ສົງຄາມ​ເຢັນ​ທີ່​ອາດ​ຈະ​ເກີດ​ຂຶ້ນ, ພິ​ເສດ, ​ໃນ​ສະພາບ​ການ​ທີ່​ຝ່າຍ​ຕ່າງໆ​ລ້ວນ​ແຕ່​ມີ​ການ​ຜູກ​ມັດ​ດ້ານ​ເສດຖະກິດ​ຢ່າງ​ແໜ້ນ​ແຟ້ນ./.

 

ຕອບກັບ

ຂ່າວ/ບົດ​ອື່ນ