ລົງທຶນຢ່າງທັນການເພື່ອພັດທະນາວິທະຍາສາດ ແລະ ເຕັດໂນໂລຊີ

(vovworld)- ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 6 ​ໄດ້​ກຳນົດ​ວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ ​ແລະ ພັດທະນາ​ແບບ​ຍືນ​ຍົງ. ​ເພື່ອ​ປະຕິບັດ​ຈຸດໝາຍ​ດັ່ງກ່າວ, ມາດ​ຕະການ​ສຳຄັນ ​ແລະ ມີ​ລັກສະນະ​ບຸກທະລຸ​ແມ່ນ​ເພີ່ມ​ທະວີ​ການ​ລົງທຶນ, ສະຫນອງ​ງົບປະມານ​ຢ່າງ​ທັນ​ການ​ໃຫ້​ແກ່​ບັນດາ​ຫົວ​ເລື່ອງ​ວິທະຍາສາດ.

        ບົດບາດ​ຂອງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ໄດ້​ຮັບ​ການ​ກຳນົດ​ຢ່າງ​ຈະ​ແຈ້ງ​ໃນ​ມະຕິ​ຫລາຍ​ສະບັບ​ທີ່​ບັນດາກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ຕາມ​ນັ້ນ​ແລ້ວ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແມ່ນ​ຂອດ​ສຳຄັນ, ​ແມ່ນ​ກຳລັງ​ຫນູນ​ເພື່ອ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ. ​ເພື່ອ​ປະຕິບັດ​ຈຸດໝາຍ​ດັ່ງກ່າວ​ໃຫ້​ໄດ້, ທ່ານ ຫງວຽນ​ກວນ, ລັດຖະມົນຕີ​ກະຊວງວິທະຍາສາດ​ເຕັກ​ໂນ​ໂລ​ຊີ ຫວຽດນາມ ຖື​ວ່າ: ຄຽງ​ຄູ່​ກັບ​ການ​ຮັກສາ 2% ຍອດ​ລາຍ​ຈ່າຍ​ງົບປະມານ, ຕ້ອງ​ມີ​ມາດ​ຕະການ​ລະດົມ​ການ​ປະກອບ​ຈາກ​ສັງຄົມ, ວິ​ສາ​ຫະກິດ. ນອກ​ນັ້ນ ຕ້ອງ​ມີ​ຫລາຍ​ມາດ​ຕະການ​ຢ່າງ​ຄົບ​ຊຸດ, ​ໃນ​ນັ້ນ​ມີ​ນະ​ໂຍບາຍ​ສົ່ງ​ເສີມ, ຂໍ້​ກຳນົດ​ກົດ​ລະບຽບ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ​ຕ່າງໆ​ຫັກ​ກຳ​ໄລ​ສ່ວນ​ຫນຶ່ງ​ໃຫ​້​ແກ່​ກອງ​ທຶນ​ພັດທະນາ​ວິ​ທະຍາ​ສາດ​ຂອງ​ວິ​ສາ​ຫະກິດ​ ຫລື​ຂອງ​ທ້ອງ​ຖິ່ນ. ຄຽງ​ຄູ່​ກັນ​ນັ້ນ ຕ້ອງ​ປະ​ຕິ​ຮູບ​ກົນ​ໄກ​ສະຫນອງ​ການ​ເງິນ​ເພື່ອ​ແກ້​ໄຂ​ບັນດາ​ຂໍ້ຄົງຄ​້າງ​ໃນ​ການ​ສະຫນອງ​ງົບປະມານ​​ໃຫ້​ບັນດາ​ຫນ້າ​ທີ່​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ຕອບ​ສະຫນອງ​ລັກສະນະ​ທັນ​ການ​ຂອງ​ວຽກ​ງານ​ຄົ້ນຄວ້າ. ທ່ານ​ລັດຖະມົນຕີ ຫງວຽນ​ກວນ ຊີ້​ແຈ້ງ​ວ່າ:

        “ມະຕິ​ເລກທີ 20 ຂອງ​ກອງປະຊຸມ​ສູນ​ກາງ​ພັກ​ຄັ້ງ 6 ຊຸດ​ທີ 11 ກ່ຽວ​ກັບ​ການ​ພັດທະນາ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ​ໃນ​ນັ້ນ ມີ​ເນື້ອ​ໃນ​ສຳຄັນ ​ແມ່ນ​ອຸປະຖຳ​ການ​ເງິນຈາກ​ງົບປະມານ​ແຫ່ງ​ລັດ​ໃຫ້​ແກ່​ບັນດາ​ຫນ້າ​ທີ່ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ຕ້ອງ​ສອດ​ຄອ່ງກັບ​ຄວາມ​ຄືບ​ຫນ້າ​ທີ່​​ໄດ້​ເຊັ່ນອະນຸມັດ​ບັນດາ​ຫນ້າ​ທີ່​ດັ່ງກ່າວ. ທີ​ສອງ ສູນ​ກາງ​ກໍ​ເຫັນ​ດີ​ຢ່າງ​ສູງ ​ແມ່ນຕ້ອງ​ເປີດ​ກວ້າງ​ການ​ນຳ​​ໃຊ້​ກົນ​ໄກ​ການ​ເງິນ​ຂອງ​ກອງ​ທຶນ​ພັດທະນາ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ໃຫ້​ແກ່​ການ​ປະຕິບັດ​ຫນ້າ​ທີ່ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ. ນີ້​ແມ່ນ 2 ບັນຫາ​ຕົ້ນ​ຕໍ​ເພື່ອ​ແກ້​ໄຂ​ຂໍ້​ຄົງ​ຄ​້າງ. ”

ລົງທຶນຢ່າງທັນການເພື່ອພັດທະນາວິທະຍາສາດ ແລະ ເຕັດໂນໂລຊີ - ảnh 1
ພາບປະກອບ:internet

        ທ່ານ​ລັດຖະມົນຕີ ກະຊວງ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ຫງວຽນ​ກວນ ກໍ​ໃຫ້​ຮູ້​ວ່າ: ​ໄລຍະ​ຈະ​ມາ​ເຖິງ ທາງ​ກະຊວງ​ຈະ​ຫັນ​ກົດໝາຍ​ວ່າ​ດ້ວຍວິທະຍາສາດ​ເຕັກ​ໂນ​ໂລ​ຊີ ສະບັບ​ປັບປຸງ​ເປັນ​ລະບົບ, ປະກອບສ່ວນ​ແກ້​ໄຂ​ສະພາບ​ທີ່​ຍັງ​ຄົງ​ຄ້າງ​ນີ້. ນອກ​ນັ້ນ ທ່ານ​ລັດຖະມົນຕີ​ ຫງວຽນກວນ ຍັງ​ຖື​ວ່າ: ​ເພື່ອ​​ໃຫ້​ສອດ​ຄອ່ງກັບ​ພຶດຕິ​ກຳ​ຕົວ​ຈິງ​ຂອງການ​ເຄື່ອນ​​ໄຫວວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ໃນ​ປະຈຸ​ບັນ​ກໍ​ຄື​ສອດ​ຄອ່ງກັບ​ທຳນຽມ​ສາກົນ, ຕ້ອງ​ມີ​ກົນ​ໄກ​ພິ​ເສດສະ​ເພາະ​​ໃຫ້​ແກ່​ຫນ້າ​ທີ່​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ. ຫວຽດນາມ ​ໄດ້​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ ສະ​ນັ້ນ​ຄວນ​​ປ່ຽນ​ແປງການ​ປະພຶດ​ກັບ​ວິທະຍາສາດ​ຕາມ​ທຳນຽມ​ສາກົນ. ທ່ານ​ຫງວຽກ​ວນ ກ່າວ​ວ່າ:

        “ຂ້າພະ​ເຈົ້າ​ຖື​ວ່າ, ການ​ຄົ້ນ​ຄ້ວາ​ວິທະຍາສາດ​ຕ້ອງ​ມີ​ກົນ​ໄກ​ພິ​ເສດສະ​ເພາະ. ພາຍຫລັງ​ສູນ​ກາງ​ໄດ້​ປະກາດ​​ໃຊ້​ມະຕິ​ເລກທີ 20, ລັດຖະບານ​ກໍໄດ້​ປະກາດ​ໃຊ້​ມະຕິ​ເລກທີ 36, ອະນຸມັດ​ຜ່ານໂຄງການ​ດຳ​ເນີນ​ງານ​ຂອງ​ລັດຖະບານ​ເພື່ອ​ປະຕິບັດ​ມະຕິ​ສູນ​ກາງ, ​ໃນ​ນັ້ນ ມີ​ຫລາຍ​ຫນ້າ​ທີ່​ໄດ້​ມອບ​ໃຫ້​ບັນດາ​ກະຊວງ, ຂະ​ແຫນງ​ການ ປັບປຸງ​ກົດໝາຍ​ພວມ​ປະກາດ​ໃຊ້ໃນ​ປະຈຸ​ບັນ, ນັບ​ທັງ​ກົດໝາຍ​ວ່າ​ດ້ວຍ​ງົບປະມານ​ແຫ່ງ​ລັດ, ກົດໝາຍ​ວ່າ​ດ້ວຍ​ອາກອນ​ລາຍ​ຮັບ ​ແລະ ກົດໝາຍ​ບາງ​ສະບັບໃນ​ວິຊາ​ສະ​ເພາະ​ຂອງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ຖ້າ​ຫາກ​ບັນດາ​ກະຊວງ, ຂະ​ແຫນງ​ການ​ສົມທົບ​ກັນ​​ເປັນ​ຢ່າງ​ດີ ຈະ​ມີ​ການ​ກຳນົດ​ໃຫມ່​ສຳລັບ​ເສດຖະກິດ​ການ​ຕະຫລາດ, ດ້ວຍ​ຈຸດ​ພິ​ເສດສະ​ເພາະ​ຂອງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ. ສິ່ງ​ດັ່ງກ່າວ​ຮຽກຮ້ອງ​ບັນດາ​ນັກ​ບໍລິຫານ​ລັດ, ພິ​ເສດ​ແມ່ນ​ການ​ນຳ​ບັນດາ​ກະຊວງ, ຂະ​ແຫນງ​ການ ຕ້ອງ​ປ່ຽນ​ໃຫມ່​ຈີນ​ຕະນາ​ການ.”

ລົງທຶນຢ່າງທັນການເພື່ອພັດທະນາວິທະຍາສາດ ແລະ ເຕັດໂນໂລຊີ - ảnh 2
ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ກ່າວຄຳເຫັນທີ່ກອງປະຊຸມ
ຜັນຂະຫຍາຍຍຸດທະສາດພັດທະນາວິທະຍາສາດເຕັກໂນໂລຊີ
ພາບ:internet

        ຫວຽດນາມ ພວມ​ຢູ່ໃນ​ໄລຍະ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ ​ແລະ ຍັງ​ມີ​ເວລາພຽງ​ອີກ 7 ປີ ​ເພື່ອ​ສຳ​ເລັດ​ຈຸດໝາຍການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳຕາມ​ທິດທັນ​ສະ​ໄຫມໂດຍ​ພື້ນຖານ.​ ສະ​ນັ້ນ ​ເລື່ອງ​ສຸ​ມ​ໃສ່​ແຫ່ລງກຳລັງ​ແຮງ ​ແລະ ສ້າງ​ກົນ​ໄກ​ດ້ານ​ການ​ເງິນ​ໃຫ​້​ເພື່ອ​ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ປະກອບສ່ວນ​ເຮັດ​ໃຫ້​ແຜນ​ນະ​ໂຍບາຍ​ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ແມ່ນ​ລັດຖະນະ​ໂຍບາຍ​ຕົ້ນຕໍ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ​ແມ່ນ​ກຳລັງ​ຫນູນ​ສຳຄັນ​ທີ່​ສຸດ​ເພື່ອ​ພັດທະນາ​ປະ​ເທດ​ຊາດ​ຂອງ​ພັກ ​ແລະ ລັດ.

ຕອບກັບ

ຂ່າວ/ບົດ​ອື່ນ