ລັດຖະທຳມະນູນຫວຽດນາມຕາງຫນ້າໃຫ້ເຈດຈຳນົງ, ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນຫວຽດນາມ

(vovworld)- ບັນຫາ​ສຳຄັນ​ຍິ່ງ​ຂອງ​ປະ​ເທດ​ຊາດ​ຈະ​​ຖືກ​ຕັດສິນ​ທີ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ພວມ​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ ນັ້ນ​ແມ່ນ​ຮັບ​ຮອງ​ເອົາ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ເພື່ອ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ການ​ປ່ຽນ​ແປງ​ໃຫມ່​ຂອງ​ປະ​ເທດ​ຊາດ ຕາມ​ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ທົ່ວ​ປວງ​ຊົນ. ​ແຕ່​ພັດ​ປະກົດ​ມີ​ບັນດາ​ຄຳ​ຮຽກຮ້ອງ, ບົດ​ຖະ​ແຫລ​ງ, ຂໍ້ສະ​ເຫ​ນີຂອງ​ກຸ່ມ​ຄົນຈຳນວນ​ຫນຶ່ງ ທີ່ສະ​ເຫ​ນີ​ໃຫ້ສະພາ​ແຫ່ງ​ຊາດ​ຢຸດ​ຕິ​ຊົ່ວຄາວ​ການ​ຮັບຮອງ​ເອົາ​​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ນອກ​ນັ້ນ ຍັງ​ມີ​ບຸກຄົນ​ຈຳນວນ​ຫນຶ່ງ​ບໍ່​ມີ​ເຈດ​ຕະນາ​ດີ​ກັບ​ຫວຽດນາມ​ກໍ​ຄື​ອົງການ​ສາກົນ​ຈຳນວນ​ຫນຶ່ງ​ທີ່ອ້າງ​ຊື່​ສິດທິ​ມະນຸດ​ກໍ​ຍົກ​ອອກ​ບັນດາ​ຄຳ​ຮຽກຮ້ອງ​ທີ່​ໄຮ້​ເຫດຜົນ​ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ​ຂອງ​ຫວຽດນາມ.

        ບັນດາ​ຖ້ອຍ​ທຳນອງ​ເກົ່າ​

        ຂໍ​ຍົກຕົວຢ່າງ​  ​ມີກຸ່ມ​ຄົນ​ຫນຶ່ງ ​ທີ່​ເອີ້ນ​ວ່າ “ຖະ​ແຫລ​ງການ​ສັງຄົມ​ພົນລະ​ເຮືອນ” ສະ​ເຫ​ນີສະ​ພາ​ແຫ່ງ​ຊາດ​ຢຸດຕິ​ການ​ ຮັບ​ຮອງ​ເອົາ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ​ແກ່ຍາວ​​ເວລາ​ປຶກສາ​ຫາລື​ກ່ຽວ​ກັບ​ລັດຖະທຳ​ມະນູນ​ເພື່ອ​ສືບ​ຕໍ່​ຄົ້ນ​ຄ້ວາ,​​ເພີ່ມ​ເຕີມ​ເນື້ອ​​ໃນ​ຈິດ​ໃຈ​ ຮ່າງ​ລັດຖະທຳ​ມະນູນ​ ອື່ນ ​ໂດຍ​ “ບັນດາ​ນັກ​ປະຊາທິປະ​ໄຕ, ນິຍົມ​ຄວາມ​ກ້າວຫນ້າ”ຮຽບຮຽງ.

        ອົງການ Human Right Watch (HRW) ກໍ​ສົ່ງ​ຈົດໝາຍ​ເປີດ​ເຖິງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ເລັ່ງລັດ​ຫວຽດນາມ ຮັບປະກັນ​ມາດຖານ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ​ໃນ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, HRW ​ໄດ້​ຢ້ຳຄືນ​ຖ້ອຍ​ທຳນອງ​ທີ່​ເກົ່າ​​ຂອງ​ບັນດາ​ອິດ​ທິກຳລັງ​ທີ່ເປັນ​ປໍ​ລະ​ປັກ ​ແລະ ຂາດ​ເຈດ​ຕະນາ​ດີ​ກັບ​ຫວຽດນາມ, ຈາກ​ນັ້ນ ຕຳ​ນິຕິ​ຕຽນ​ການ​ປັບປຸງ​ໃນຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ແລະ ຖື​ວ່າ ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງຂາດ​ຄວາມ​​ເຄັ່ງ​ຄັດ, ​ເພີ່ມ​ຄວາມ​ສາມາດ​ຈຳກັດ​ຫລາຍ​ສິດ​ພື້ນ​ຖານ.

        ຈາກ​ບັນດາ​ການ​ສັງ​ເກ​ດທີ່​ຜິດພາດ​ຄື​ແນວ​ນັ້ນ, HRW ຍົກ​ອັນ​ທີ່​ເອີ້ນ​ວ່າ: “ຄຳ​ສະ​ເຫ​ນີສຳຄັນ” ຕໍ່ສະພາ​ແຫ່ງ​ຊາດ​ຫວຽດນາມ, ​ແຕ່​ຄວາມ​ຈິງ​ນັ້ນ​ແມ່ນ​ທ່າ​ທີ່ດູ​ຫມີ່​ນ ​ແລະ ຖື​ວ່າຕົນ​ເອງ ​ມີ​ສິດຮຽກຮ້ອງ​ສະພາ​ແຫ່​ງຊາດ​ຂອງ​ປະ​ເທດ​ເອກະລາດ​ມີ​ອະທິປະ​ໄຕ ຕ້ອງ​ປະຕິບັດ​ຕາມ​ສິ່ງ​ທີ່​ເຂົາ​ເຈົ້າ​ປາດ​ຖະຫນາ.

        ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ​ແມ່ນ​​ເຈດ​ຈຳນົງ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ​ຫວຽດນາມ

        ມາດຕາ 6 ​ໃນລັດຖະທຳ​ມະນູນ​ປີ 1992 ຂອງ​ຫວຽດນາມ ​ໄດ້​ລະບຸ​ “ປະຊາຊົນ​ນຳ​ໃຊ້​ສິດ​ອຳນາດ​ແຫ່ງ​ລັດ​ຜ່ານ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ ຊື່​ງ​ແມ່ນ​ອົງການ​ຕາງຫນ້າ​ໃຫ້​ເຈດ​ຈຳນົງ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ ​ແລະ ຮັບຜິດຊອບ​ຕໍ່​ປະຊາຊົນ”, ສະ​ນັ້ນ ຂັ້ນ​ຕອນ, ລະບຽບ​ການ​ສ້າງ​ລັດຖະທຳ​ມະນູນ​ທີ່​ໄດ້​ລະບຸ​ໃນ​ລັດຖະທຳ​ມະນູນ​ປີ 1992 ນັ້ນ​ແມ່ນ:“ສະພາ​ແຫ່ງ​ຊາດ​ແມ່ນ​ອົງການ​ຫນຶ່ງ​ດຽວ​ມີ​ສິດ​ສ້າງ​ລັດຖະທຳ​ມະນູນ ​ແລະ  ສ້າງ​ກົດໝາຍ”. ມາດຕາ 84 ຂອງ​ລັດຖະທ​ຳມະນູນ​ຍັງ​ຊີ້​ແຈງ​ວ່າ: ພຽງ​ແຕ່​ສະພາ​ແຫ່​ງຊາດ​ຈື່ງມີ​ສິດ​ປັບ​ປຸງ​ລັດຖະທຳ​ມະນູນ”

        ຄວາມ​ຈິງ, ​ເລື່ອງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ຂອງ​ຫວຽດນາມ ​ໄດ້ ​ແລະ ພວມ​ປະຕິບັດ​ຖືກຕ້ອງ​ຕາມຂັ້ນ​ຕອນນີ້. ກ່ອນ​ທີ່​ຍື່ນ​ສະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ, ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໄດ້​ຮັບ​ເອົາ​ຄຳ​ເຫັນປະກອບ​ຂອງ​ທົ່ວ​ປວງ​ຊົນ. ​ນັບ​ແຕ່​ວັນ​ທີ 1/1/2013 ຮອດ​ວັນ​ທີ 30/9/2013 ​ໄດ້​ມີ​ຄຳ​ເຫັນ​ປະກອບ​ຂອງບັນດາ​ອົງການ, ​ສ່ວນ​ບຸກຄົນ​, ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ກວ່າ 26 ລ້ານ​ເທ່ືອ​ຄົນ ກ່ຽວ​ກັບ​ການ​ປັບປຸງ​ຮ່າງ​ລັດ​ຖະທຳ​ມະນູນ​ປີ 1992. ​ແລະ​ກໍ​ໃນ​ໄລຍະ​ດັ່ງກ່າວ, ​ໄດ້​ຈັດ​ກອງ​ປະຊຸມ,​ ການ​ສຳ​ມະ​ນາ, ການ​ພົບ​ປະ​ສົນທະນາ 28.149 ຄັ້ງ ​ເພື່ອ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ບັນດາ​ຄຳ​ເຫັນ​ຂອງ​ປະຊາຊົນ​ໄດ້​​​ຮັບ​ການເຕົ້າໂຮມຢ່າງ​ຄົບ​ຖ້ວນ​ໃນ​ບັນດາ​ບົດ​ລາຍ​ງານ​ນັບ​ຮ້ອຍ​ຫນ້າ​ທີ່​ສົ່ງ​ເຖິງ ສສຊ ທີ່​ບັນດາ​ສະ​ໄຫມ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ.

ລັດຖະທຳມະນູນຫວຽດນາມຕາງຫນ້າໃຫ້ເຈດຈຳນົງ, ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນຫວຽດນາມ - ảnh 1
ລັດຖະທຳ​ມະນູນ​ປີ 1992

        ​ອາດ​ຈະ​ຢືນຢັນ​ໄດ້​ວ່າ ກ່ອນ​ທີ່​ຍື່ນ​ສະ​ເຫ​ນີຕໍ່​ສະ​ໄຫມ​ປະຊຸມ​​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດຫວຽດນາມ​ຊຸດ​ທີ 13 ຄັ້ງ​ນີ້ ​ເນື້ອ​ໃນ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​​ເຈດ​ຈຳນົງ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ ​ແລະ ທົ່ວ​ປວງ​ຊົນ​ທັງ​ຊາດ ສະ​ແດງ​ໃຫ້​ເຫັນ​​ເນື້ອ​ແທ້​ປະຊາ​ທິປະ​ໄຕ, ຄວາມ​ກ້າວຫນ້າ​ຂອງ​ລັດ ​ແລະ ລະບອບ​ໃນ​ໄລຍະ​ຂ້າ​ມຜ່ານ​ກ້າວ​ຂຶ້ນ​ສັງຄົມ​ນິຍົມຢ່າງ​ຈະ​ແຈ້ງ ​ແລະ ຄົບ​ຖ້ວນ, ກຳນົດ​ລະບອບ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ ວິທະຍາ​ສາດ-​ເຕັກ​ໂນ​ໂລ​ຊີ, ສິດທິ​ມະນຸດ ​ແລະ ສິດ, ພັນທະ​ພື້ນຖານ​ຂອງ​ພົນລ​ະ​ເມືອງ, ອົງການ​ຈັດ​ຕັ້ງ​ກົງຈັກ​ລັດ​ຢູ່ຢ່າງ​ຈະ​ແຈ​້ງ, ຖືກຕ້ອງ.

        ບໍ່​ມີ​ຜູ້​ໃດສາມາດ​ສິດ​ຕັດສິນ​ກ່ຽວ​ກັບ​ລັດຖະທຳ​ມະນູນ​ແທນ​​ໃຫ້​ປະຊາຊົນ​

​ໃນ​ການ​ສ້າງ​ລັດຖະທ​ຳມະນູນ​ບໍ່​ວ່າ​ຢູ່​ປະ​ເທດ​ໃດ, ການ​ເລືອກ​ເຟັ້ນ​ແມ່ນ​ຂຶ້ນ​ກັບ​ປະຊາຊົນ. ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຊື່​ງປະຊາຊົນ​ຫວຽດນາມ ​ໄດ້ ​ແລະ ພວມ​ສ້າງ​ຂຶ້ນ, ຜ່ານ​ອົງການ​ຕາງຫນ້າ​ສູງ​ສຸດ​ນັ້ນ​ແມ່ນ ສະພາ​ແຫ່ງ​ຊາດ​ຫວຽດນາມ, ບໍ່​ພຽງ​ແຕ່​​​ເຕົ້າ​ໂຮມ​ໝາກຜົນການ​ປະຕິວັດ​ເທົ່າ​ນັ້ນ ຫາກ​ຍັງ​ວາງ​ອອກ​ທິດ​ທາງ, ຫນ້າ​ທີ່​ໃຫ້​ແກ່​ປະ​ເທດ​ຊາດ​ບົນ​ເສັ້ນທາງ​ຕໍ່​ໄປ​ອີກ​ດ້ວຍ.

        ​ຢູ່​ໃນ​ໂລກ ບໍ່​ມີ​ລັດຖະທຳ​ມະນູນ​ໃດ​ສາມ​າດຖື​ເປັນ​ແບບຢ່າງ​ລວມ​ໃຫ້​ແກ່​ທຸກ​ປະ​ເທດ, ທຸກ​ຊົນ​ຊາດ, ​ເພາະວ່າ ລັດຖະທຳ​ມະນູຸນ​ແມ່ນ​ພື້ນຖານ​ດ້ານ​ແນວຄິດ, ການ​ເມືອງ ​ແລະ ນິຕິ​ກຳ​ຂອງ​ການ​ຄົງ​ຕົວ ​ແລະ ພັດທະນາ​ຂອງ​ລັດ ທີ່​ຕິດ​ພັນ​ກັບ​ລະບອບ​ສັງຄົມ. ການ​ສ້າງ​ລັດຖະທຳ​ມະນູນ ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​​ແຕ່ລະ​ປະ​ເທດ, ​ແມ່ນ​ສິດ​ສູງ​ສຸດ​ຂອງ​ປະຊາຊົນ​ປະ​ເທດ​ນັ້ນ. ບໍ່​ສາມາດ​ນຳ​ເອົາ​ລັດຖະທຳ​ມະນູນ​ຂອງ​ປະ​ເທດ​ນີ້​ມາ​ນຳ​ໃຊ້​ໃຫ້​ແກ່​ລັດຖະທຳ​ມະນູນ​ຂອງປະ​ເທດ​ອື່ນ​. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວວ່າ ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ແມ່ນ​ຕາງຫນ້າ​ໃຫ້​ແກ່​ເຈດ​ຈຳນົດ ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ​ ຫວຽດນາມທຸກ​ຊັ້ນ​ວັນນະ. ສະ​ນັ້ນ ບໍ່ມີ​ຜູ້​ໃດ ​ແລະ ອົງການ​ໃດ​ສາມາດ​ມີ​ສິດ​ສວຍ​ໃຊ້​ບັນດາ​ບັນຫາ​ປະຊາທິປະ​ໄຕ, ສິດທິ​ມະນຸດ​ເພື່ອ​ເສກ​ສັນ​ປັ້ນ​ແຕ່ງ, ທຳລາຍ​ວິວັດ​ການ​ສ້າງ​ກົດໝາຍ​ສູງ​ສຸດ​ຢູ່​ຫວຽດນາມ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ