ລັດ​ຖະ​ສະ​ພາ ເອີ​ລົບ ຊຸດ​ໃໝ່ ບຸ​ລິ​ມະ​ສິດ​ຍຸດ​ທະ​ສາດ​ເປັກ​ປົກ​ກະ​ຕິ​ຂອງ​ກຸ່ມ

(VOVWORLD) - ວາລະປະຊຸມຄົບຄະນະຄັ້ງປະຖົມມະເລິກຂອງລັດຖະສະພາ ເອີລົບ ຊຸດໃໝ່ ດຳເນີນແຕ່ວັນທີ 16-19 ກໍລະກົດ ຢູ່ສຳນັກງານທີ່ນະຄອນ Strasbourg ປະເທດ ຝະລັ່ງ ໄດ້ປ່ອນບັດຮັບຮອງເອົາເລື່ອງໃຫ້ສັດຕະຍາບັນ ບັນດາຕຳໜ່າງການນຳຫຼັກແຫຼ່ງຂອງສະຫະພາບ ເອີລົບ ພ້ອມທັງສົ່ງສັນຍານບຸລິມະສິດກ່ຽວກັບການກະທຳໃໝ່ຂອງ ອີຢູ ໃນ 5 ປີທີ່ຈະມາເຖິງ.
ລັດ​ຖະ​ສະ​ພາ ເອີ​ລົບ ຊຸດ​ໃໝ່ ບຸ​ລິ​ມະ​ສິດ​ຍຸດ​ທະ​ສາດ​ເປັກ​ປົກ​ກະ​ຕິ​ຂອງ​ກຸ່ມ - ảnh 1

ທ່ານນາງ Roberta Metsola (ພາບ: Reuters/TTXVN)

     ໃນວາລະປະຊຸມຄັ້ງປະຖົມມະເລິກຂອງລັດຖະສະພາເອີລົບ (EP) ຊຸດໃໝ່ (2024-2029), ສະມາຊິກລັດຖະສະພາ ເອີລົບ 720 ທ່ານ ໄດ້ປ່ອນບັດເລືອກຕັ້ງທ່ານນາງ Roberta Metsola ເປັນປະທານ EP ໃນເຄິ່ງອາຍຸການ (2.5 ປີ) ແລະ ສະໜັບສະໜູນທ່ານນາງ Ursula von der Leyen ດຳລົງຕຳແໜ່ງປະທານຄະນະກຳມະການ ເອີລົບ  (EC) ໃນອາຍຸການທີ 2.

ລັດ​ຖະ​ສະ​ພາ ເອີ​ລົບ ຊຸດ​ໃໝ່ ບຸ​ລິ​ມະ​ສິດ​ຍຸດ​ທະ​ສາດ​ເປັກ​ປົກ​ກະ​ຕິ​ຂອງ​ກຸ່ມ - ảnh 2

ປະທານຄະນະກຳມະການ ເອີລົບ (EC) Ursula von der Leyen ກ່າວຄຳເຫັນທີ່ Bucharest, Romania ວັນທີ 7/3/2024. (ພາບ: THX/TTXVN)

 ສິ່ງທ້າທາຍສຳລັບທ່ານນາງ Ursula von der Leyen

    ໃນມື້ປະຊຸມທຳອິດ (ວັນທີ 16 ກໍລະກົດ) ຂອງ EP ອາຍຸການໃໝ່, ສະມາຊິກລັດຖະສະພາ ເອີລົບ 562 ທ່ານ ໄດ້ສະໜັບສະໜູນທ່ານນາງ Roberta Metsola, ນັກການເມືອງທີ່ມີອາຍຸ 45 ປີ, ຊາວ Malta ແລະ ແມ່ນສະມາຊິກກຸ່ມພັກ ປຊຊ ເອີລົບ (EPP),  ເປັນປະທານ EP ໃນ 2.5 ປີຕໍ່ໄປ. ນີ້ແມ່ນໝາກຜົນນອນໃນການຄາດຄະເນກ່ອນນັ້ນ ຍ້ອນວ່າ, ວົງການນັກໄຈ້ແຍກເກືອບທັງໝົດລ້ວນແຕ່ໄດ້ໃຫ້ຂໍ້ສັງເກດວ່າ ທ່ານນາງ Roberta Metsola ຈະບໍ່ປະສົບກັບສິ່ງກີດຂວາງໃດໆໃນການຮັບກຳລົງຕຳແໜ່ງຄືນໃໝ່.

  ໂດຍຕ່າງກັບເລື່ອງຮັບດຳລົງຕຳແໜ່ງຄືນໃໝ່ຢ່າງສະດວກຂອງທ່ານນາງ Roberta Metsola, ຄວາມານະພະຍາຍາມ ຮັບດຳລົງຕຳແໜ່ງຄືນໃໝ່ ອາຍຸການທີ 2 ເຂົ້າໃນຖານະເປັນປະທານ EC ຂອງທ່ານນາງ Ursula von der Leyen ພັດປະສົບກັບສິ່ງທ້າທາຍຫຼາຍຢ່າງ. ກຸ່ມພັກຈຳນວນໜຶ່ງໃນ EP ຄື: ພັກປ່ຽນໃໝ່ (Renew),  ຮັກເອີລົບ (Patriots) ໄດ້ປະກາດວ່າບໍ່ຈະແຈ້ງກ່ຽວກັບເລື່ອງສະໜັບສະໜູນທ່ານນາງ Ursula von der Leyen, ພ້ອມທັງໄດ້ຍົກອອກຫຼາຍເງື່ອນໄຂ ຮຽກຮ້ອງການປະນີປະນອມຈາກຜູ້ນຳ EC ໃນການຊັບຊ້ອນບັນດາບຸລິມະສິດຕົ້ນຕໍຂອງ ເອີລົບ ໃນ 5 ປີຕໍ່ໄປ. ໃນການປ່ອນບັດເມື່ອວັນທີ 18 ກໍລະກິດ, ດ້ວຍ 401 ບັດສະໜັບສະໜູນ, 284 ບັດຄ້ານຈາກກຸ່ມພັກ EPP, S&D, Renew ແລະ ພັກຂຽວ, ນັກການເມືອງຊາວ ເຢັຍລະມັນ ໄດ້ຮັບການເລືອກຕັ້ງຄືນໃໝ່ ເປັນການນຳທີ່ຖືກຖືວ່າ ມີສິດອຳນາດສູງສຸດຂອງສະຫະພາບ ເອີລົບ ອາຍຸການທີ 2. ທ່ານນາງ Valerie Hayer, ປະທານກຸ່ມພັກ Renew ຢູ່  EP, ອະທິບາຍວ່າ:

   ກຸ່ມພັກພວມຂ້າພະເຈົ້າ ຕົກລົງສະໜັບສະໜູນທ່ານນາງ Ursula von der Leyen ເພາະວ່າລາວໄດ້ວາງໂຄງການເຄື່ອນໄຫວດ້ວຍຄວາມມັກໃຫ່ຍໄຝ່ສູງ, ຕອບສະໜອງ ແລະ ສ່ອງແສງລັກສະນະດີເລີດ ຊື່ງພວກຂ້າພະເຈົ້າ ໄດ້ຮຽກຮ້ອງເພື່ອແລກເອົາການສະໜັບສະຫນູນທີ່ສະຫງວນໃຫ້ແກ່ທ່ານນາງ, ພິເສດ, ໃນບັນດາບັນຫາຄື: ຄວາມສາມາດແກ່ງແຍ້ງ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ.

     ໃນຂະນະນັ້ນ, ລັດຖະສະພາ ຫຼາຍທ່ານຂອງ EP ພັດຖືວ່າ ເລື່ອງສືບຕໍ່ສະໜັບສະໜູນທ່ານນາງ Ursula von der Leyen ເປັນປະທານ EC ໃນ 5 ປີຂ້າງໜ້າ ແມ່ນເພື່ອຜົນປະໂຫຍດຍຸດທະສາດຂອງ ອີຢູ ໃນເລື່ອງຮັກສາຄວາມສະຖຽນລະພາບ ໃນສະພາບການທີ່ຄວາມຂາດສະຖຽນລະພາບໄດ້ເພີ່ມຂຶ້ນ. ທ່ານ Dirk Gotink ສະມາຊິກລັດຖະສະພາຂອງກຸ່ມພັກ EPP ໃຫ້ຮູ້ວ່າ:

   ໂດຍບໍ່ຕ້ອງການເປັນຜູ້ສະໜັບສະໜູນທ່ານາງ Ursula von der Leyen ກໍ່ສາມາດເຂົາໃຈໄດ້ເຖິງຜົນຮ້າຍຢ້ອນຫຼັງ ຂອງການປ່ອນບັດເພື່ອປັດເຂ່ຍທ່ານນາງ. ຄວາມຂາດສະຖຽນລະພາບທາງດ້ານການເມືອງໃນປະຈຸບັນ ແມ່ນຈະແຈ້ງທີ່ສຸດ ບໍ່ວ່າຜູ້ໃດກໍ່ເຮັດໄດ້. ເພາະສະນັ້ນ, ການປ່ອນບັດນີ້ແມ່ນກ່ຽວກັບລາຍການ ແລະ ທິດກ້າວເດີນຊື່ງ ເອີລົບ ຢາກມຸ້ງໄປເຖິງ ຊື່ງເປັນການດີກ່ວາ ກ່ຽວກັບກະໂຕທ່ານນາງ Ursula von der Leyen ເອງ.

   ການກະທຳບຸລິມະສິດໃໝ່

   ຕາມທ່ານນາງ Ursula von der Leyen, ເຖິງເວລາແລ້ວທີ່ ອີຢູ ຕ້ອງສ້າງ “ສຳພັນທະມິດປ້ອງກັນຊາດ ເອີລົບ ທີ່ແທ້ຈິງ” ໂດຍຜ່ານບັນດາໂຄງການປ້ອງກັນຊາດຂະໜາດໃຫ່ຍ. ທ່ານນາງປະທານ EC ກໍ່ໃຫ້ຮູ້ວ່າ ຈະມີແຜນການແຕ່ງຕັ້ງຕຳແໜ່ງໃໝ່ ແມ່ນກຳມະການຮັບຜິດຊອບບັນດາຫາປ້ອງກັນຊາດ ພ້ອມທັງໃຫ້ຄຳໝັ້ນສັນຍາ ຈະປະກາດ “ປຶ້ມປົກຂາວກ່ຽວກັບອະນາຄົດຂະແໜງປ້ອງກັນຊາດ ເອີລົບ” ໃນ 100 ວັນທຳອິດຂອງອາຍຸການ, ຕໍ່ມາແມ່ນບັນດາບຸລິມະສິດກ່ຽວກັບການຫັນປ່ຽນພະລັງງານ ແລະ ການເພີ່ມຄວາມສາມາດແກ່ງແຍ້ງຂອງ ອີຢູ.

      ກ່ຽວກັບບັນຫາດິນຟ້າອາກາດ, ທ່ານນາງ Von der Leyen  ວາງເປົ້າໝາຍຫລຸດຜ່ອນ 90% ອາຍເສຍກໍ່ມົນລະພິດເຮືອນແກ້ວຢູ່ ອີຢູ ໃນປີ 2040. ຄຽງຂ້າງນັ້ນ, ທ່ານນາງປະທານ EC ກໍ່ໃຫ້ຮູ້ວ່າ ຍັງຮັກສາຄຳໝັ້ນສັນຍາ ທີ່ກໍ່ການໂຕ້ຖຽງກັນໃນໄລຍະຜ່ານມາ ນັ້ນແມ່ນເລື່ອງຮອດປີ 2035 ຈະຢຸດຕິການຂາຍລົດໂອໂຕ ທີ່ຂັບເຄື່ອນດ້ວຍການເຜົາຜານພາຍໃນຢູ່ ອີຢູ. ຕາມວົງການນັກສັງເກດການແລ້ວ, ດ້ວຍເລື່ອງຍາດໄດ້ຈຳນວນບັດສະໜັບສະໜູນສູງກ່ວາການຄາດຄະເນຢູ່ EP, ພ້ອມທັງສູງກ່ວາອາຍຸການກ່ອນ (33 ບັດ), ທ່ານນາງ Ursula von der Leyen ມີແຫ່ງກຳລັງການເມືອງສຳຄັນ ເພື່ອດຳເນີນບັນດາແຜນການໃໝ່. ເຖິງຢ່າງໃດກໍ່ຕາມ, ສິ່ງທ້າທາຍຕໍ່ໄປສຳລັບທ່ານນາງ Ursula von der Leyen ຈະແມ່ນການປຶກສາຫາລື ກັບບັນດາປະເທດສະມາຊິກ ອີຢູ ເພື່ອສ້າງຕັ້ງຄະນະກຳມະການ ເອີລົບ ຊຸດໃໝ່ ທີ່ຕອບສະໜອງໄດ້ການປ່ຽນແປງ ກ່ຽວກັບກຳລັງແຮງລະຫວ່າງບັນດາກຳລັງການເມືອງຢູ່ ເອີລົບ ພາຍຫຼັງການເລືອກຕັ້ງລັດຖະສະພາຫວ່າແລ້ວນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ