ລວບລວມໜັງສືພິມສະບັບປີໃໝ່ ປີມະໂຣງ 2012

ສານ​ຕົ້ນປີ​ໃໝ່ຂອງ​ການ​ນຳ​ພັກ, ລັດ, ຜົນງານ​ດ້ານ​ເສດຖະກິດ​ສັງຄົມ​ປີ 2011 ​ແລະ​ແງ່​ຫວັງ​ເສດຖະກິດ​ສັງຄົມ​ປີ 2012 ​ແມ່ນ​ບັນດາ​ຫົວ​ຂໍ້ທີ່​ພົ້ນ​ເດັ່ນ​ ຊື່​ງລົງ​ພິມ​ໃນ​ໜັງ​ສຶພິມ​ສະບັບ​ປີໃໝ່ ປີ​ມະ​ໂຣງ 2012. “ອວຍພອນ​ພັກ, ອວຍພອນ​ລະດູບານ​ໃໝ່”, ບັນຍາກາດ​ຕ້ອນຮັບ​ລະດູບານ​ໃໝ່​ທີ່​ເບີກບານ​ມ່ວນ​ຊື່ນ, ມີ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ ກໍ​ຄື​ບັນຍາກາດ​ອອກ​​ແຮງທຳ​ການ​ຜະລິດ​ໃນຕົ້ນປີ​ໃໝ່​ຢູ່​ທ້ອງ​ຖິ່ນ​ຕ່າງໆ ​ແລະ​ບັນດາ​ງານ​ບຸນ​ໃນ​ລະດູບານ​ໃໝ່ ກໍ​ແມ່ນ​ບັນດາຫົວ​ຂໍ້​ທີ່​ລົງພິມໃນ​ໜ້າ​ໜັງສືພິມ​ສະບັບ​ປີ​ໃໝ່.

ລວບລວມໜັງສືພິມສະບັບປີໃໝ່ ປີມະໂຣງ 2012 - ảnh 1

ໜັງສີພິມຊາວໜຸ່ມສະບັບປີໃໝ່ 2012

ພາບ: Http//:thanhnien.com.vn

    ຕອບ​ສຳພາດຕໍ່​ວົງ​ການ​ນັກ​ຂ່າວ​ໃນ​ໂອກາດ​ຕົ້ນລະດູບານ​ໃໝ່, ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ເຈືອງ​ເຕີນ​ຊາງ​ໄດ້​ຢືນຢັນ​ວ່າ, ປີ 2011 ​ແມ່ນ​ປີ​ໄດ້​ຮັບ​ໄຊຊະນະ​ທາງ​ດ້ານ​ເສດຖະກິດ-ສັງຄົມ. ​ໃນ​ຂົງ​ເຂດ​ການ​ຕ່າງປະ​ເທດ, ອິດ​ທິພົນ​ຊື່​ສຽງ​ຂອງ​ຫວຽດນາມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຮັບ​ຮູ້ ​ແລະ ຍົກ​ສູງ​ຈາກ​ສາກົນ. ​ໃນ​ສະພາບ​​ເສດຖະກິດ​ໂລກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ຍ້ອນ​ວິ​ກິດ​ການ​ການ​ເງິນ ​ແລະ​ການ​ຊຸດ​ໂຊມທາງ​ດ້ານ​​ເສດຖະກິດ​ທົ່ວ​ໂລກນັ້ນ, ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ຍັງ​ສືບ​ຕໍ່​ເລືອກ​ເຟັ້ນຫວຽດນາມ​ແມ່ນ​ຈຸດ​ນັດ​ພົບ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ເງິ​ນລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ ຫລື FDI, ທຶນ​ອຸປະຖຳ​ພັດທະນາ​ທາງ​ການ ຫລື ODA ທີ່ສະຫງວນ​ໃຫ້​ຫວຽດນາມ​ຍັງ​ຢູ່​ໃນ​ລະດັບ​ສູງ. ທ່ານ​ປະທານ​ປະ​ເທດ​ຊີ້​ແຈ້ງວ່າ, ປີ 2012, ​ເຖິງ​ວ່າ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ຫລາຍ​ຢ່າງ​ກໍ​ຕາມ, ​ແຕ່​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ​ທົ່ວກອງທັບ ຈົ່ງ​ສືບ​ຕໍ່​ສາມັກຄີ​ກັນ, ​ເປັນ​ເຈົ້າການ​ຮັບ​ມື​ກັບ​ບັນດາ​ການ​ຜັນ​ແປອັນ​ສັບສົນ​ຂອງ​ເສດຖະກິດ​ໂລກ, ຕັດສິນ​​ໃຈ​ຮັກສາ​ຄວາມ​ມີ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ-ສັງຄົມ, ການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ຕັດສິນ​ໃຈ​ສຳເລັດ​ບັນດາ​ຈຸດໝາຍ, ໜ້າ​ທີ່ປີ 2012, ສ້າງ​ປະຖົມ​ປັດ​ໃຈ​ອັນຕັ້ງໜ້າ ​ເພື່ອ​ປະຕິບັດ​ແຜນການ 5 ປີ (2011-2015) ຊື່​ງກອງ​ປະຊຸມ​ໃຫ່ຍທົ່ວ​ປະ​ເທດ​ຄັ້ງທີ 11 ຂອງ​ພັກ​ໄດ້​ວາງ​ອອກ​ຢ່າງ​ມີ​ໄຊ.

   ໜັງສືພິມ​ສະບັບ​ປີໃໝ່​ 2012 ​ໄດ້​ວິ​ເຄາະ​ບັນດາ​ຜົນງານ​ດ້ານ​ເສດຖະກິດ​ສັງຄົມ​ປີ 2011 ​ແລະ​ຄາດ​ຄະ​ເນ​ແງ່​ຫວັງ​ປີ 2012. ໜັງສືພິ​ມ ເສດຖະກິດ​ທາມ​ຫວຽດນາມ ມີ​ບັນດາ​ບົດ​ຂຽນ​ຕີ​ລາຄາ​ການ​ຜັນ​ແປທາງ​ດ້ານເສດຖະກິດ​ມະຫາ​ພາກ, 10 ຜົນງານ​ດີ​ເດັ່ນດ້ານ​ເສດຖະກິດ​ຫວຽດນາມ​ປີ 2011. ໜັງສືພິມ​ລົງທຶນ​ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້: “ຄວາມ​ມຸ້ງ​ຫວັງ​ໃນ​ປີ 2012” ຊື່​ງ​ໄດ້​ຄາດ​ຄະ​ເນ​ເສດຖະກິດ​ຫວຽດນາມ​​ໃນປີ 2012​​ແມ່ນ​ມີ​ລະດັບ​ເຕີ​ບໂຕ​ຈີ​ດີ​ພີ​ແຕ່ 6-6,5%, ຄວບ​ຄຸມ​ໄພ​ເງິນ​ເຟີ້ຢູ່​ໃນ​ລະດັບ 9%. ສ່ວນໜັງສືພິມ​​ເຍີນ​ເຢີ​ນ ​ແປ່​ວ່າປະຊາຊົນ, ກວນ​ໂດ້ຍ​ເຍີ​ນ​ເຢີ​ນ ​ແປ່​ວ່າກອງທັບ​ປະຊາຊົນ, ​ໄຊ​ງ່ອນ​ປົດ​ປ່ອຍ, ຮ່າ​ໂນ້ຍ​ໃໝ່…​ກໍ​ໄດ້​ລົງ​ພິມ​ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ບັນດາ​ຄາດໝາຍ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2012 ​ເມື່ອ​ທຽບ​ກັບ​ປີ 2011, ​ໃນ​ນັ້ນຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ​ເພີ່ມ​ຂຶ້ນ​ແຕ່ 6-6,5%, ດັດຊະນີ​ລາຄາ​ໃຊ້​ສອຍ CPI ຕ່ຳ​ກ່ວາ 10%, ວົງ​ເງິນ​ສົ່ງອອກ​ເພີ່ມ​ຂຶ້ນ 13%, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ໄດ້ 1,6 ລ້ານ​ຄົນ, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຫລຸດ​ລົງ 2%...

ລວບລວມໜັງສືພິມສະບັບປີໃໝ່ ປີມະໂຣງ 2012 - ảnh 2
ໜັງສືພິມລົງທຶນການເງິນ ບະບັບປີໃໝ່ 2012
ພາບ: Http// saigondautu.com.vn

   ບັນດາ​ບົດ​ນຳທີ່​ມີ​ຫົວ​ຂໍ້: “ປີ​ໃໝ່, ຄວາມ​ມານະ​ພະຍາຍາມ​ໃໝ່” ຂອງ​ໜັງ​ສຶພິມ​​ປະຊາຊົນ; “ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ” ຂອງ​ໜັງ​ສຶພິມ​ກອງທັບ​ປະຊາຊົນ; “ຕ້ອນຮັບປີ​ໃໝ່, ຄວາມ​​ເຊື່ອໝັ້ນ​​ໃໝ່” ຂອງ​ໜັງສືພິມ​ໄຊ​ງ່ອນ​ປົດ​ປ່ອຍ; “ປີ​ໃໝ່​ບືນຕົວຂຶ້ນ​ລະດັບ​​ສູງ​ໃໝ່” ຂອງ​ໜັງສືພິມ​ຮ່າ​ໂນ້ຍ​ໃໝ່ ລ້ວນ​ແຕ່​ໄດ້​ຢັ້ງຢືນ​ວ່າ ​ໃນ​ປີ 2012, ປະ​ເທດ​ຊາດ ຢືນ​ຢູ່​ຕໍ່ໜ້າ​ບັນດາ​ກາລະ​ໂອກາດ ​ແລະ​ການ​ທ້າ​ທາຍຫຼາຍຢ່າງ. ​ແຕ່​ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ ​ແລະ​ຊາວ​ຫວຽດນາມ​ອາ​​ໄສ​ຢູ່​ຕ່າງປະ​ເທດ, ຫວຽດນາມ​ສາມາດ​ສຳ​ເລັດ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ​​ໃນປີ 2012 ຢ່າງ​ມີ​ໄຊ, ນຳ​ປະ​ເທດ​ຊາດ​ກ້າວ​ຂຶ້ນ.

  ປີ​ມະ​ໂຣງ 2012 ​ໝາຍ​ເຖິງ​ໂຕ​ມັງກອນ, ໜັງສື​ພິມ​ສະບັບ​ປີ​ໃໝ່​ ໄດ້​​ເຕື້ອງ​ເຖິງ​ສັດ​ມົງຄຸນ​ທີ່​ສັກກະ​ລະ​ບູຊາ​ນີ້. ບົດ​ໜັງສືພິມ​ຕ່າງໆ​ໄດ້​ລົງ​ພິມ​ຮູບ​ພາບ, ​ນິທານພື້ນ​ເມືອງກ່ຽວ​ກັບ​ໂຕ​ມັງກອນ. ໜັງສື​ພິມ​ສະບັບ​ປີໃໝ່​ຍັງ​ໄດ້​ເຕື້ອງ​ເຖິງ​ບັນຍາກາ​ດຕ້ອນຮັບ​ບຸນ​ເຕັດ, ຕ້ອນຮັບ​ລະດູບານ​ໃໝ່​ຂອງ​ປະ​ຊາ​ຊົນ​ທຸ​ກຄົນ. ໜັງສືພິມ​ແຮງ​ງານ​ມີ​ບົດ​ສາລະ​ຄະດີ “ວັນ​ບຸນ​ເຕັດ, ຊາວ​​ເຜົ່າກາ​ຢອງ​​ເຣັດພາເຂົ້າບູຊາລຸງ​ໂຮ່” ຊື່​ງ​ໃນ​ນັ້ນ​ໄດ້​ເວົ້າ​ເຖິງຮີດ​ຄອງ​ປະ​ເພນີ​ອັນ​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ກາ​ຢອງ ຢູ່​ເຂດ​ໄຕ​ງວຽນ, ນັ້​ນແມ່ນຮີດຄອງ​ປະ​ເພນີ​ຕັ້ງ​ແທ່ນບູຊາ​ລຸງ​ໂຮ່​ໃນ​ຄອບຄົວ ​ແລະ​ແຕ່ລະ​ປີ​ໄດ້​​ເຮັດ​ພາເຂົ້າບູຊາ​ລຸງ​ໂຮ່​ໃນ​ໂອກາດ​ບຸນ​ເຕັດ ​ແລະ​ວັນ​ເຖິງ​ແກ່​ມໍລະນະ​ກຳ​ຂອງ​ເພີ່ນ​ຄື​ວັນ​ທີ 2/9. ສ່ວນ​ໜັງສືພິມ​ເຍີນ​ເຢີນ​ໄດ້​ລົງ​ພິມ​ບົດ​ຂຽນ “​ເພື່ອ​ເຈື່ອງ​ຊາ​ທີ່​ຮັກ​ແພງ” ​ໃນ​ນັ້ນ​ໄດ້​ເນັ້ນໜັກ​ເຖິງ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ຂອງປະຊາຊົນ​ເຂດ​ດິນ​ຕໍ່​ແຜ່ນ ທີ່ສະຫງວນ​ໃຫ້​ທະຫານ ​ແລະ​ປະຊາຊົນ​ໃນ​ເຂດ​ໝູ່​ເກາະ​ເຈື່ອງ​ຊາ.

   ບັນ​ດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ຮີດຄອງ​ປະ​ເພນີ​ຕ້ອນຮັບ​ບຸນ​ເຕັດ, ງານ​ບຸນ​ລະດູບານ​ໃໝ່, ບັນ​ຍາ​ກາດ​ແຂ່ງຂັນ​ອອກ​ແຮງ​ງານ ທຳ​ການ​ຜະລິດ​ໃນຕົ້ນປີ​ຢູ່​ທົ່ວ​ທຸກ​ແຫ່ງຂອງ​ປະ​ເທດ​ຫວຽ​ດນາມ ກໍ​ແມ່ນ​ຫົວ​ເລື່ອງ​ໄດ້​ຮັບ​ການ​ເຕື້ອງ​ເຖິງ​ໃນ​ຫນັງສືພິມ​ສະບັບ​ປີ​ໃໝ່. ນອກຈາກ​ນັ້ນ, ຫນັງສືພິມ​ສະບັບ​ປີໃໝ່ຍັງ​ລົງ​ພິມ​ຄຳ​ກອນ​ວັນ​ບຸນ​ເຕັດ, ກະວີ​ລະດູບານ​ໃໝ່, ຄຳ​ທວຍ​ມ່ວນ….ຊື່​ງ​ແມ່ນ​ບັນດາ​ຜະລິດ​ຕະພັນ​​ວັດທະນະທຳ​ດ້ານຈິດ​ໃຈພິ​ເສດ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ. ຫນັງສືພິມ​ສະບັບ​ປີ​ໃໝ່ຍັງ​ໄດ້​ສ່ອງ​ແສງ​ບັນຍາ​ກາດ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ​ຊາວ​ຫວຽດນາມ​ອາ​​ໄສ​ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ ພ້ອມ​ທັງ​​ໄດ້ລົງ​ພິມຫລາຍ​ຂ່າວ ​ແລະ​ບົດ​ສ່ອງ​ແສງ​ເຖິງເລື່ອງພັກ, ລັດ​ໄດ້​ມີ​ຄວາມ​ເອົາ​​ໃຈ​ໃສ່​ເບີ່​ງແຍງ​ບຸນ​ເຕັດ​ໃຫ້​ແກ່​ຜູ້​ທຸກ​ຍາກ​, ຄອບຄົວ​​ໃນເປົ້າໝາຍ​ນະ​ໂຍບາຍ ​ແລະ​ບັນດາ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ.

   ຫນັງສືພິມ​ສະບັບ​ປີ​ໃໝ່ມີ​ເນື້ອ​ໃນ​ອຸດົມສົມບູນ, ດູດ​ດືມ​ໃຈ, ງາມ​ຕາ ​ແມ່ນ​​ອາ​ຫານ​ດ້ານ​ຈິດ​ໃຈ​ ທີ່​​​ຂາດ​ບໍ່ໄດ້ ​ຂອງ​ປະຊາຊົນ​ຫວຽດນາມ​ທຸກ​ຄົນ ​ເມື່ອ​ບຸນ​ເຕັດ​ວຽນມາ, ອັນ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ວັດທະນະທຳ​ຂອງ​ຊາ​ວຫວຽດນາມ​ອຸດົມສົມ​ບູນຂຶ້ນ​ຕື່ມ ​ແລະ​ເຂັ້ມຂົ້ນ​ໄປ​ດ້ວຍ​ສີສັນ​​ຊາດ.

                                                                                                                                    ຫງອກ​ແອ​ງ

ຕອບກັບ

ຂ່າວ/ບົດ​ອື່ນ