ວິກິດການການເມືອງຢູ່ ຊີຣີ : ໃກ້ຈະຮອດຈຸດສຸດຍອດ

ວິກິດການການເມືອງຢູ່ ຊີຣີ : ໃກ້ຈະຮອດຈຸດສຸດຍອດ - ảnh 1

ນາຍພົນ Daoud Rajha ທີ່ການພົບປະກັບ
ປະທານາທິບໍດີຊີຣີ Bashar al-Assad ( ພາບ: Reuters)


  ສະຖານະ​ການຢູ່ຊີຣີໄດ້ກ້າວສູ່ບາດລ້ຽວໃໝ່ດ້ວຍການຜັນແປ ແມ່ນຍາກ ທີ່ຈະ ຄາດຄະເນໄດ້ລວງໜ້າ. ຮອດມື້ນີ້ແມ່ນມື້ທີ່ 5 ຢ່າງລຽນຕິດ, ການໃຊ້ຄວາມ ຮຸນແຮງໄດ້ ປີນຂັ້ນ​​ໄດຢ່າງ​ຮ້າຍ​ແຮງ​ຢູ່​ນະຄອນຫຼວງ Damascus ​ແລະ​ຈຸດ​ຍອດ​ສູງ​ແມ່ນ​ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ​ທີ່​ແນ​ໃສ່​ສຳນັກງານ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ເມື່ອ​ວັນ​ທີ 18/7 ອັນ​ໄດ້​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຫຼາຍ​ທ່ານ​ຂອງ​ປະ​ເທດ​ນີ້​ຖືກ​ເສຍ​ຊີວິດ. ການ​ຜັນ​ແປ​ເຫຼົ່າ​ນີ້​ໄດ້​ເຮັດ​ໃຫ້ຫາ​ງສຽງ​ມີ​ຄວາມ​ວິຕົກ​ກັງວົນ​ທີ່​ສຸດ​ຕໍ່​ໄພ​ອັນ​ຕາລາ​ຍ​ເກີດ​ສົງຄາມ​ກາງ​ເມືອງ​ທີ່ີອາດ​ຈະ​ເປັນ​ໄປ​ໄດ້.    ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ຊີຣີ​ໄດ້​ລະ​ເບີດ​ຂຶ້ນ​ຂະນະ​ທີ່​ກອງທັບ​ເສລີ​​ຊີຣີ ( FSA) ຂອງ​ກຳລັງ​ລຸກ​ຮື້​ຂຶ້ນ​ໄດ້​ເປີດ​ບັ້ນ​ຮົບ​ບຸກ​ໂຈມ​ຕີ​ຂະໜາດ​ໃຫຍ່​ທີ່​ມີ​ຊື່ວ່າ “ ພູ​ເຂົາ​ໄຟ Damascus  ​ແລະ ​ແຜ່ນດິນ​ໄຫວ​ຊີຣີ ” ​ແລະ ຖະ​ແຫຼ​ງວ່າ “ ການ​ສູ້​ຮົບ​ປົດ​ປ່ອຍ Damascus ​ໄດ້​ເລີ່​ມຕົ້ນ ”. ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ​ທີ່​ແນ​ໃສ່​ສຳນັກງານ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດຊີຣີ ຊຶ່ງ​ແມ່ນ​ສຳນັກງານ​ສູນ​ກາງຂອງ​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Bashar Al-Assad ຊຶ່ງ ໄດ້​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຫຼາຍ​ທ່ານ​ໃນ​ອຳ​ນາດ​ການ​ປົກຄອງ​ຊີຣີ​ຖືກ​ເສຍ​ຊີວິດ, ​ໃນ​ນັ້ນ​ມີ​ນາຍ​ພົນ Daoud Rajiha ລັດຖະມົນຕີ​ກະຊວງ​ປ້ອງ​ກັນຊາ​ດຊີຣີ, ທ່ານລັດຖະມົນຕີ​ກະຊວງ​ພາຍ​ໃນ Mohammad Shaar , ທ່ານຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນຊາ​ດ Assef Shawkat ຊຶ່ງ​ເປັນ​ອ້າຍ​ເຂີຍ​ຂອງ ປະທານາທິບໍດີ Bashar Al-Assad. ​ເຫດ​ວາງ​ລະ​ເບີ​ດນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ແຊກ​ແຊງ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ຂອງ​ກຳລັງ​ຝ່າຍ​ຄ້ານ​ເຂົ້າ​ໃນ​ກົງຈັກ​ອຳນາດ​ການ​ປົກຄອງ​ຂອງ​ລະບອບ Damascus . ​ເພາະວ່າ​ມັນ​ໄດ້​ເກີດ​ຂຶ້ນ​ຢູ່​ທີ່​ເມືອງ Rawda ຊຶ່ງ​ແມ່ນ​ແຫ່ງ​ທີ່​ລະບົບ​ປ້ອງ​ກັນ​ຄວາມ​ສະຫງົບ​ຖືກ​ປະຕິບັດ​ຢ່າງ​ເຄັ່ງ​ຄັດ​ທີ່​ສຸດ ​ແລະ​ ຕົວ​ການຂອງ​ເຫດ​ວາງລະ​ເບີດ​ສະຫຼະ​ຊີບ​ກໍ​ແມ່ນ​ຜູ້​ອາລັກຂາ​ໃກ້​ຊິດ​ຂອງ ປະທານາທິບໍດີ Bashar Al-Assad. ພາຍຫຼັງ​ໄດ້​ເກີດ​ເຫດ​ວາງ​ລະ​ເບີດ, ກຸ່ມ​ກຳລັງ​ກະບົດ​ອິດສະ​ລາມ​ທີ່​ມີ​ຊື່ວ່າ Liwa al-Islam ​ໃຫ້​ຮູ້​ວ່າ ​ເຫດການ​ບຸກ​ໂຈມ​ຕີ​ດັ່ງກ່າວ ​ແມ່ນ​ແນ​ໃສ່​ຫ້ອງການ​ຄວບ​ຄຸມ​ວິ​ກິດ​ການ​ຢູ່ Damascus. ​ໃນ​ຂະນະ​ນັ້ນ, ​ໂຄສົກ​ຂອງ FSA ພັດ​ເວົ້າ​ວ່າ ນີ້​ແມ່ນ​ເຫດການ “ ພູ​ເຂົາ​ໄຟ ” ຊຶ່ງ FSA ​ໄດ້​ເຄີຍ​ເອີຍ​ເຖິງ ​ແລະ ນັ້ນ​ພຽງ​ແຕ່​ແມ່ນ​ຈຸດ​ເລີ່​ມຕົ້ນ.

   ສ່ວນ​ຢູ່​ເຂດ​ຊານ​ນະຄອນຫຼວງ Damascus ຂອງ​ຊີຣີ, ການໃຊ້ຄວາມຮຸນແຮງ ສືບ​ຕໍ່ປີນຂັ້ນ​​ໄດຢ່າງ​ຮ້າຍ​ແຮງ​. ພ້ອມ​ກັບ ເຫດການ​ບຸກ​ໂຈມ​ຕີ​ໃນ​ສຳນັກງານ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດຊີຣີ, ກຳລັງ​ລຸກ​ຮື້​ຂຶ້ນ​ຍັງ​ໄດ້​ດຳ​ເນີນ​ການວາງ​ລະ​ເບີດ 5 ຄັ້ງ​ຢູ່​ເມືອງ Muhajireen ທາງ​ກ້ຳ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ Damascus . ​ເຮືອບິນ​ເອລິ​ກອບ​ເຕີ​ຂອງ​ກອງທັບ​ຊີຣີ​ໄດ້​ຍິງ​ປືນ​ກົນ​ ​ແລະ ລູກ​ຈະ​ຫຼວດ​ໃສ່​ບາງ​ເຂດ​ຊຸມ​ຊົນ​ຢູ່​ນະຄອນຫຼວງ Damascus ​ໃນ​ຂະນະ​ທີ່ ບັນດາ​ກຳລັງ​ຂອງປະທານາທິບໍດີ Bashar Al-Assad ພວມ​ຍິງ​ປະ​ທະ​ກັນ​ກັບ​ບັນດາ​ກຳລັງ​ກະບົດ​ໃນ​ທົ່ວ​ບໍລິ​​ເວນ​ນະ​ຄອນ​ຫຼວງ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 17/7 ພົນ​ຈັດຕະວາ Aviv Kochavi ຜູ້ອຳ​ນວຍ​ການ​ອົງການ​ສືບ​ລາ​ຊະການ​ລັບກອງທັບ​ອິດສະຣາ​ແອນ ​ໃຫ້​ຮູ້​ວ່າ ການ​ຄວບ​ຄຸມນະຄອນຫຼວງ Damascus ຂອງ​ລັດຖະບານ​ຊີຣີພວມຄ່ອຍ​ອ່ອນ​​ຕົວລົງ ​ແລະ ປະທານາທິບໍດີ Bashar Al-Assad ​ຕ້ອງ​ໄດ້​ຈັດ​ສົ່ງ​ກຳລັງ​ທະຫານ​ຈາກ​ບັນດາ​ເຂດ​ມໍ່​ກັບ​ຊາຍ​ແດນ ອິດສະຣາ​ແອນ ມາ​ເພື່​ອປັບປຸງ​ກຳລັງ​ຢູ່​ອ້ອມ​ຂ້າງນະຄອນຫຼວງ Damascus. ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ສະຖານະ​ການ​ຢູ່​ຊີຣີ​ໃນ​ປະຈຸ​ບັນ, ວັນ​ທີ 18/7 ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ ທ່ານ Sergei Lavrov ຖື​ວ່າ ພວມ​ເກີດ​ການ​ສູ້​ຮົບ​ແບບ​ຕັດສິນ​ຊີ້​ຂາດ​ເພື່ອ​ຢຶດຄອງ ນະຄອນຫຼວງ Damascus.

ວິກິດການການເມືອງຢູ່ ຊີຣີ : ໃກ້ຈະຮອດຈຸດສຸດຍອດ - ảnh 2
ສະຖານທີເກີດເຫດວາງ​ລະ​ເບີດ​ສະຫຼະ​ຊີບ(ພາບ: AP)

        ພາຍຫຼັງເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ​ທີ່​ແນ​ໃສ່ ​ສຳນັກງານສູນ​ກາງຂອງ Damascus ນັ້ນ, ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ມີ​ປະຕິກິ​ລີ​ຍາ​ຂອງຕົນ.ວັນ​ທີ 18/7 ກອງທັບ​ຂອງ​ບາງ​ປະ​ເທດ​ຖືກ​ຕັ້ງ​ໃນ​ສະພາບລະວັງ​ໄພ​ສູງ. ບັນດາ​ກຳລັງ​ຂອງ​ອາ​ເມ​ລິ​ກາ​ໃນ​ພາກ​ພື້ນ, ອິດສະລາ​ແອນ, ຊາ​ອຸ​ດິອາຣາ​ເບຍ, ​ໂຮ​ດັງ, ອີຣັກ, ​ເຕິ​ກກີ ຖືກ​ຕັ້ງ​ຢູ່​ໃນ​ທ່າ​ກຽມພ້ອມ​ສູ້​ຮົບ ຍ້ອນ​ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ບັນດາ​ປະຕິກິ​ລີ​ຍາ​ຂອງ​ອຳນາດ​ການ​ປົກຄອງ​ຂອງປະທານາທິບໍດີ Bashar Al-Assad. ອາ​ເມ​ລິ​ກາ​ໄດ້​ດຳ​ເນີນ​ບັນດາ​ການທາ​ບທາມດ່ວນ​ເພື່ອ​ຕີ​ລາຄາ​ການ​ຜັນ​ແປ​ຂອງວິ​ກິດ​ການ​ຊີຣີ ​ແລະ ປະຕິກິ​ລີ​ຍາ​ຂອງທ່ານ Bashar Al-Assad , ​ໃນ​ຂະນະ​ທີ່​ລັດຖະມົນຕີ​ກະຊວງ​ປ້ອງ​ກັນຊາ​ດອິດສະຣາ​ແອນ Ehud Barak ​ໄດ້​ຮຽກ​ໂຮມ​ການ​ປະຊຸມ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່ ອົງການ​ສືບ​ລາຊະການ​ລັບ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ເພື່ອ​ປຶກສາ​ຫາລື​ສະ​ຖານະ​ການ​ຊີຣີ.

     ສ່ວນ​ຢູ່​ນອກ​​ຜືນ​ແຜ່ນດິນ ຊີຣີ, ການ​ຂົນຂວາຍ​ຫາງ​ສຽງ​ແນ​ໃສ່​ປິດ​ລ້ອມ​ລະບອບ​ຂອງ ປະທານາທິບໍດີ Bashar Al-Assad ຢ່າງຮອບດ້ານ ພວມ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຮີບ​ເຮັ່ງ​. ​ໃນ​ຂະນະ​ທີ່ Damascus ພວມ​ກະວົນກະວາຍ​ຕໍ່ໜ້າເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ​ທີ່​ຫາ​ກໍ​ເກີດ​ຂຶ້ນ​ນັ້ນ, ອາ​ເມ​ລິ​ກາ​ໄດ້​ເພີ່ມ​ທະວີ​ການ​ລົງ​ໂທດ​ສຳລັບ​ລັດຖະມົນຕີ​ນັບ 10 ທ່ານ​ໃນ​ຄະນະ​ລັດຖະບານ​ຊີຣີ. ນີ້​ແມ່ນ​ສ່ວນ​ໜຶ່ງ​​ໃນ​ຄຳ​ໝັ້ນ​ສັນຍາ​ເພື່ອ​ແນ​ໃສ່​ກໍ່​ກຳລັງ​ດັນ​ບັງຄັບ​ໃຫ້​ລະບອບ​ຂອງ ປະທານາທິບໍດີ Bashar Al-Assad ຕ້ອງ​ຢຸດຕິ​ສະພາບ​ການ​ເຂັ່ນຂ້າ ​ແລະ ປະລະ​ສິດ​ອຳນາດ​ຂອງ​ຕົນ. ສ່ວນລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ William Hague ຖື​ວ່າ ​ເຫດການ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ສ.ປ.ຊ ຄວນ​ມີ​ການ​ກະທຳ​ຢ່າງ​ແຂງ​ແຮງ​ເພື່ອ​ຢຸດຕິ​ການ​ປະ​ທະ​ກັນ ​ແລະ ຮຽກຮ້ອງ​ໃຫ້​ລັດ​ເຊຍ ​ແລະ ຈີນ​ຈົ່ງ​ສະໜັບສະໜູນ​ມະຕິ​ສະບັບ​ໜຶ່ງ​ຢ່າງ​ແຂງ​ແຮງ​ກ່ວາ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ.

    ປະຈຸ​ບັນ, ຕາມ​ຂໍ້​ສະ​ເໜີ​ຂອງ​ທູດ​ພິ​ເສດ​ສາກົນ ທ່ານ Kofi Annan , ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ. ​ໄດ້​ຕົກລົງ​ເລື່ອນ​ເວລາ​ດຳ​ເນີນການ​ລົງມະຕິ​ສຳລັບ​ມະຕິ​ສະບັບ​ໜຶ່ງ​ໂດຍ​ຝ່າຍ​ຕາ​ເວັນ​ຕົກ​ຮຽບຮຽງ ຊຶ່ງ​ຮຽກຮ້ອງ​ໃຫ້​ລົງ​ໂທດ​ຊີຣີ​ໄປ​ຮອດ​ວັນ​ທີ 19/7(ຕາມ​ເວລາ​ທ້ອງ​ຖິ່ນ) ​ເພື່ອ​ໃຫ້​ຜູ້ຕາງໜ້າ​ບັນດາ​ປະ​ເທດ​ປະ​ຈຳ ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ. ມີ​ເວລາ​ ​ເພື່ອ​ດຳ​ເນີນ​ການ​ເຈ​ລະ​ຈາຕື່ມ​ອີກ. ທ່ານ Kofi Annan ​ໄດ້​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່ ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ​ອັນ​ນອງ​ເລືອດ​ຢູ່​ຊີຣີ, ພ້ອມ​ທັງ​ກະຕຸກ​ຊຸກຍູ້ ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ ຈົ່ງ​ມີ​ການ​ກະທຳ​ຢ່າງ​ເດັດ​ດຽວ ​ແລະ ລະອຽດ ​ເພື່ອ​ຢຸດຕິ​ການ​​ໃຊ້ຄວາມ​ຮຸນ​ແຮງ ​ແລະ ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ວິວັດ​ການ​ຂ້າມ​ຜ່ານ​ດ້ານ​ການ​ເມືອງ​ຢູ່​ຊີຣີ. ຄຳ​ຮຽກຮ້ອງ​ນີ້​ກໍ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ສະຫະພາບ​ເອີ​ລົບ, ອັງກິດ, ຝະລັ່ງ ​ແລະ ​ເຢັຍລະ​ມັນ. ຈາກ​ການ​ຜັນ​ແປ​ເຫຼົ່າ​ນັ້ນ, ຫາງ​ສຽງ​ຖື​ວ່າ ບົດ​ລະຄອນ​ຄື ລີ​ບີ ພວມ​ໄດ້​ຮັບ​ການ​ປະຕິບັດ​ຊ້ຳ​ອີກ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້ ​ແລະ ຈຸດ​ເວລາ​ແຫ່ງ​ຊາຕະ​ກຳຂອງ ລະບອບປະທານາທິບໍດີ Bashar Al-Assad ພວມຫຍັບເຂົ້າ​ໃກ້.

ຕອບກັບ

ຂ່າວ/ບົດ​ອື່ນ