ສິ່ງທ້າທາຍຂອງເວເນຊູເອລາບົນເສັ້ນທາງປະຕິບັດ ຈຸດໝາຍປະຊາທິປະໄຕ, ຄວາມກ້າວໜ້າສັງຄົມ


(vovworld)-  ພາຍຫຼັງ 1 ປີ​ທີ່​ອະດີດ​ປະທານາທິບໍດີ Hugo Chavez ​ເຖິງ​ແກ່​ມໍລະນະ​ກຳ, ປະ​ເທດ​ເວ​ເນ​ຊູ​ເອລາ​ ໄດ້​ຜ່ານ​ຜ່າ​ໄລຍະ​ເກີດ​ຄວາມສັບສົນ​ວຸນວາຍ, ຄວາມ​ຫຍຸ້ງຍາກ ຂະນະ​ທີ່​ການ​ແຫ່​ຂະ​ບວນປະ​ທ້ວງ ​ແລະ ຂາດ​ສະຖຽນ​ລະ​ພາບ​ພວມ​ແຜ່​ຂະຫຍາຍ​ອອກ​ສູ່​ລວງ​ກ້ວາງ​ໃນ​ທົ່ວ​ປະ​ເທດ. ​ໃນ​ສະພາບ​ການ​ທີ່​ພື້ນຖານ​ເສດຖະກິດ​ປະ​ເທດ​ນີ້​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ນັ້ນ, ໜ້າ​ທີ່​ສ້າງ​ສະຖຽນ​ລະ​ພາບ​​ໃຫ້​ແກ່​ປະ​ເທດ​ຊາດຂອງ​ອຳນາດ​ການ​ປົກຄອງ​ປະທານາທິບໍດີ Nicolas Maduro ຈະ​ແມ່ນ​ສິ່ງ​ທ້າ​ທາ​ຍອັນ​ໃຫ່ຍຫຼວງ.

  ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ດ້ວຍ​ຂອບ​ຂະໜາດ​ໃຫ່ຍກ່ວາ​ໝູ່​ນັບ​ແຕ່​ຫຼັງ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ໝາກຜົນ​ການ​ເລືອກ​ຕັ້ງປະທານາ ທິບໍດີ​ເມື່ອ​ປີ 2011 ທີ່​ແກ່ຍາວ​ໃນ​ເກືອບ 1 ​ເດືອນ​ຜ່ານ​ມາ​ຢູ່​ນະຄອນຫຼວງ Caracas ​ແລະ ບັນດາ​ນະຄອນ​ໃຫ່ຍຂອງ​ເວ​​ເນ​ຊູ​ເອລາ. ໜ້າ​ວິຕົກ​ກັງວົນ​ແມ່ນກຳລັງ​ນັກ​ສຶກສາ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້ເຂົ້າ ຮ່ວມການ​ແຫ່​ຂະ​ບວນປະ​ທ້ວງຄັ້ງຕ່າງໆ ຊື່​ງ​ແມ່ນ​ສິ່ງທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ຢູ່​ປະ​ເທດ​ອາ​ເມ​ລິ​ກາ​​ໃຕ້ນີ້. ໜ້າ​ອັນຕະລາຍ​ແມ່ນ​ບັນດາ​ການແຫ່​ຂະ​ບວນປະ​ທ້ວງ ​ໄດ້ກາຍ​ເປັນ​ການ​ໃຊ້​ຄວາມ​ຮຸນ​ແຮງ, ກໍ່​ໃຫ້​ເກີດ​ຄວາມ​ບາດ​​ເຈັບ​ລົ້ມຕາຍ.

ສິ່ງທ້າທາຍຂອງເວເນຊູເອລາບົນເສັ້ນທາງປະຕິບັດ ຈຸດໝາຍປະຊາທິປະໄຕ, ຄວາມກ້າວໜ້າສັງຄົມ - ảnh 1

ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ເວ​ເນ​ຊູ​ເອລາ

(ພາບ: . http://baonghean.vn)

​ຄວາມ​ຂາດ​ສະ​ຖຽນລະ​ພາບ​ພາບ​ເລີ່​ມຈາກ​ບັນດາ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ

​   ຕາມ​ຕົວ​ຈິງ​ແລ້ວ, ສາຍ​ເຫດ​ຂອງ​ບັນດາ​ການແຫ່​ຂະ​ບວນປະ​ທ້ວງ​ດັ່ງກ່າວ​ສ່ວນ​ໜຶ່ງ​ແມ່ນ​ເລີ່​ມຈາກ​ການ​ຊຸດ​ໂຊມ​ຂອງ​ພື້ນຖານ​ເສດຖະກິດ​ ​ເວ​ເນ​ຊູ​ເອລາ. ປະ​ເທດ​ອາ​ເມ​ລິ​ກາ​​ໃຕ້ນີ້ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ​ຂະນະ​ທີ່​ໄພ​ເງິນ​ເຟີ້​ເພີ່ມ​ຂຶ້ນ​ສູງ​ກ່ວາ 56% ​ໃນ​ປີ 2013, ສະກຸນ​ເງິນຢູ່​ພາຍ​ໃນ​ອ່ອນຕົວລົງ, ການ​ສະ​ສົມ​ເງິນຕາ​ຕ່າງປະ​ເທດ​ຖືກ​ຫລຸ​ດລົງ. ຂະ​ແໜ​ງ​ຂຸດ​ຄົ້ນບໍ່​ນ້ຳມັນທີ່​ເປັນ​ປາຍ​ແຫຼມ​ຂອງ​ປະ​ເທດ​ນີ້​ບໍ່​ສາມາດ​ສ້າງ​ລາຍ​ຮັບ​ພຽງພໍ​ເພື່ອ​ຮັບ​ໃຊ້​ບັນດາ​ໂຄງການ​ໜູນ​ຊ່ວຍ​ລາຄາ​ຂອງ​ລັດຖະບານ​ໄດ້.

ສິ່ງທ້າທາຍຂອງເວເນຊູເອລາບົນເສັ້ນທາງປະຕິບັດ ຈຸດໝາຍປະຊາທິປະໄຕ, ຄວາມກ້າວໜ້າສັງຄົມ - ảnh 2

ອະດີດ​ປະທານາທິບໍດີ Hugo Chavez ​

(ພາບ: http://m.nguoiduatin.vn)

ສິ່ງ​ທ້າ​ທາຍ​ສຳລັບປະທານາທິບໍດີ Nicolas Maduro

​ ຫວນ​ຄືນ​ໄລຍະຕະຫຼອດ​ເວລາກຳ​ອຳນາດ​ຂອງ​ອະດີດປະທານາທິບໍດີ Hugo Chavez ​ເປັນ​ເວລາ 14 ປີ, ອາດ​ເຫັນ​ໄດ້​ວ່າ, ປະ​ເທດ​ເວ​ເນ​ຊູ​ເອລາ ​ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫ່ຍຫຼວງ, ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ ປຊຊ ​ໄດ້. ອັດຕາ​ສ່ວນ​ຜູ້​ທຸກ​ຍາກ​ອຶດຫິວ​ຫລຸດ​ລົງ​ເຫຼືອ​ພຽງ 6% ​ໃນ​ປີ 2012 ​ແລະ ​ເວ​ເນ​ຊູ​ເອລາ​ ຢືນ​ອັນ​ດັບ​ທີ 71 ​ໃນ​ຈະ​ນວນທົງ​ໝົດ 187 ປະ​ເທດ​ກ່ຽວ​ກັບ​ດັດຊະນີ​ພັດທະນາ​​ມະນຸດ​ໃນ​ໂລກ. ​ເພື່ອ​ບັນລຸ​ໄດ້​ບັນດາ​ໝາກຜົນ​ນີ້, ​ແມ່ນ​ຍ້ອນ​ເວ​ເນ​ຊູ​ເອລາ ມີ​ນະ​ໂຍບາຍ​ນຳ​ໃຊ້​ຜົນກຳ​ໄລ​ຈາກ​ນ້ຳມັນ​​ ເພື່ອ​ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ ປຊຊ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເມື່ອ​ປະລິມານ​ການ​ຜະລິດ​ນ້ຳມັນ​ບໍ່​ນັບ​ມື້​ນັບ​ຫລຸດ​ລົງ, ​ເວ​ເນ​ຊູ​ເອລາ ຕ້ອງ​ມີ​ບັນດາ​ການ​ປະຕິ​ຮູບ​ເພື່ອ​ແນ​ໃສ່​ພັດທະນາ​ເສດຖະກິດ​ທົດແທນ​ໃຫ້​ແຫຼ່ງພະລັງງານ​ນີ້. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ນີ້​ແມ່ນ​ສິ່ງ​ທ້າ​ທາຍ​ທີ່​ລັດຖະບານ​ປະຈຸ​ບັນຕ້ອງ​​ແບກ​ຫາບ.

​ເດັດ​ດຽວປົກ​ປັກ​ຮັກສາ​ໝາກຜົນ​ການ​ປະຕິວັດ Bolivar

​  ໂດຍ​ບໍ່​ຫົວຊາ​ຕໍ່ສະພາບ​ຄວາມ​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ, ວົງ​ການ​ນັກ​ໄຈ້​ແຍກ ​​ໃນ​ພາກ​ພື້ນ ແລະ ຝ່າຍ​ຕາ​ເວັນ​ຕົກ​ລ້ວນ​ແຕ່​ຖື​ວ່າ: ​​ເຖິງ​ວ່າໄດ້​ຈັດຕັ້ງບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງຂະໜາດ​ໃຫ່ຍ​ໃນ​ຕະຫຼອດ 1 ​ເດືອນ​ຜ່ານ​ມາກໍ່ຕາມ, ​ແຕ່​ຝ່າຍ​ຄ້ານ​ຢູ່​ເວ​ເນ​ຊູ​ເອລາ ຍາກ​ທີ່​ຈະ​ສ້າງ​ການ​ປະຕິວັດ​ໄດ້ ຍ້ອນ​ວ່າ​,  ຝ່າຍ​ນີ້​ຍັງ​ບໍ່​ທັນ​ສ້າງ​ໃຫ້​ມີ​ການ​ສະໜັບສະໜູນ​ຢ່າງກ້ວາ​ງຂວາງ​ໃນ​ໝູ່ ປຊຊ ​ໄດ້.

   ​ເຖິງ​ວ່າ​ບໍ່​ສາມາດ​ສະກັດ​ກັ້ນບັນດານ​ການ​ແຫ່ຂະ​ບວນປະ​ທ້ວງ​ຕາມ​ການ​ກຳນົດ​ຂອງ​ກົດໝາຍ​ໄດ້​ກໍ່ຕາມ, ​ແຕ່​ປະທານາທິບໍດີ​ຄົນ​ປະຈຸ​ບັນ Nicolas Maduro ​ຢັ້ງຢືນ​ວ່າ: ການ​ປະຕິວັດ Bolivar ຍັງກ້າວ​ຂຶ້ນ​ ເຖິງ​ວ່າການ​ນຳ​ຝ່າຍ​ຄ້ານ​ພັດ​ຮຽກຮ້ອງ ປຊຊ ນັບ​ພັນ​ຄົນຈົ່ງ​ສືບ​ຕໍ່​ຈັດການ​ແຫ່​ຂະ​ບວນປະ​ທ້ວງ ຈົນ​ເຖິງ​ເວລາ​ທ່ານ​ລາ​ອອກ​ຈາກ​ຕຳ​ແໜ່​ງ. ປະທານາທິບໍດີ​ Nicolas Maduro ສະ​ເໜີ​ສະພາ​ແຫ່ງ​ຊາດຈັດການ​ສືບສວນກ່ຽວ​ກັບ​ກົນອຸບາຍ​ໂຄ່ນ​ລົ້ມອຳນາດ​ການ​ປົກ​ຄອງ. ​ໄປ​ຄຽງ​ຄູ່​ກັບ​ບັນດາ​ມາດ​ຕະການ​ສະກັດ​ກັ້ນສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ປິນຂັ້ນ​ໄດນັ້ນ, ລັດຖະບານ​ເວ​ເນ​ຊູ​ເອລາ ສືບ​ຕໍ່​ຜັນ​ຂະ​ຫຍາ​ຍບັນດາ​ນະ​ໂຍບາຍ​​ໃໝ່​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ສະພາບ​ເສດຖະກິດ​ຫຍຸ້ງຍາກ​ພາຍ​ໃນ​ປະ​ເທດ, ຄື​ດັ່ງ​ການ​ບຸລິມະສິດ​ຮັບປະກັນ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຜູ້​ໃຊ້​ສອຍ, ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ສະບຽງ​ອາຫານ, ຢຸກຢາ​ໃຫ້​ແກ່ ປຊຊ ​ໃນ​ໄລຍະ​ຈະ​ມາ​ເຖິງ.

  ກາຍ​ເປັນ​ຜູ້​ສືບ​ທອດ​ທ່ານ Hugo Chavez ພາຍ​ລັງ​ໄດ້​ຮັບ​ໄຊຊະນະຢ່າງ​ວຸດ​ວິດ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ເກືອ​ນ 4/2013 ຕໍ່​ທ່ານ Henrique Capriles, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງຝ່າຍ​ຄ້ານ, ປະທານາທິບໍດີ​ Nicolas Maduro ຍາມ​ໃດ​ກໍ່​ໃຫ້​ຄຳໝັ້ນສັນຍາຈະ​ຍູ້​ແຮງ​ບັນດາ​ໂຄງການ​ປະຕິ​ຮູບ​ສັງຄົມ, ຈົ່ງ​ຮັກ​ພັກດີ​​ເດີນ​ຕາມ​ເສັ້ນທາງ​ຂອງອະດີດປະທານາທິບໍດີ Hugo Chavez ​ກັບການ​ປະຕິວັດ Bolivar ​ແລະ ລັດທິ​ສັງຄົມ​ຢູ່​ເວ​ເນ​ຊູ​ເອລາ. ສະພາບ​ການ​ເສດຖະກິດ​ທີ່ປະ​ເທດ​ນ້ຳມັນ​​ນີ້​ພວມ​ຕ້ອງ​ປະ​ເຊີນ​ໜ້າ, ພ້ອມ​ກັບ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ໂດຍ​ຝ່າຍ​ຄ້ານ​ປຸກລະດົມ ພວມ​ແມ່ນ​ສິ່ງ​ທ້າ​ທາຍ​ສຳລັບ​ອຳນາດ​ການ​ປົກຄອງ​ຂອງປະທານາທິບໍດີ​ Nicolas Maduro, ບັງຄັບ​ໃຫ້ການ​ນຳ​ປະ​ເທດ​ອາ​ເມ​ລິ​ກາ​ໃຕ້​ນີ້ ມີ​ບັນດາ​ມາດ​ຕະການ​ປະຕິ​ຮູບພື້ນຖານ​ເສດຖະກິດ​ພາຍ​ໃນ​ຢ່າງ​ຮີ​ບດ່ວນ. ຍູ້​ກະ​ແສ​ຟອງ​ແຫ່​ຂະ​ບວນ​ປະ​ທ້ວງ​ໃຫ້​ຖອຍ​ໄປ, ສ້າງ​ສະພາບ​ແວດ​ລ້ອມ​ດ້ານ​ການ​ເມືອງ​ສະຖຽນ​ລະ​ພາບ, ການຟື້ນ​ຕົວ​ພື້ນຖານ​ເສດຖະກິດ ບໍ່​ພຽງ​ແຕ່​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່ ປຊຊ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້ປະທານາທິບໍດີ​ Nicolas Maduro ສືບ​ຕໍ່​ເດີນ​ຕາມ​ເສັ້ນທາງປະຕິບັດ​ຈຸດໝາຍ “ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າ​ສັງຄົມ“ ຊື່​ງທ່ານ​ອະດີດ ປະທານາທບໍດີ Hugo Chavez ປະ​ໄວ້​​ໃຫ້​ອີກ​ດ້ວຍ./.

 

 



ຕອບກັບ

ຂ່າວ/ບົດ​ອື່ນ