ສູ້ຊົນເພື່ອສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຜູ້ອອກແຮງງານ

(VOVWORLD) - 95 ປີຜ່ານມາ, ກຳມະບານ ຫວຽດນາມ ຍາມໃດກໍ່ສູ້ຊົນເພື່ອສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຜູ້ອອກແຮງງານ.

        ກຳມະບານ ຫວຽດນາມ ຫາກໍ່ຈັດພິທີສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງ (28 ກໍລະກົດ 1929 – 28 ກໍລະກົດ 2024). 95 ປີຜ່ານມາ, ກຳມະບານ ຫວຽດນາມ ຍາມໃດກໍ່ສູ້ຊົນເພື່ອສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຜູ້ອອກແຮງງານ. ຊົນຊັ້ນກຳມະກອນ, ອົງການຈັດຕັ້ງກຳມະບານຍາມໃດກໍ່ແມ່ນກຳລັງນຳໜ້າໃນພາລະກິດຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ.

        ໂດຍເສີມຂະຫຍາຍມູນເຊື້ອ, ກຳມະບານທຸກຂັ້ນໄດ້ມານະພະຍາຍາມສູ້ຊົນ, ປະຕິບັດວຽກງານເປັນຕົວແທນ, ເບິ່ງແຍງດູແລ, ປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານເປັນຢ່າງດີ, ປຸກລະດົມ ແລະ ຜັນຂະຫຍາຍບັນດາຂະບວນການແຂ່ງຂັນຮັກຊາດ, ເຂົ້າຮ່ວມການກໍ່ສ້າງພັກ, ລະບົບການເມືອງ ແລະ ຮັກສາບົດບາດແກ່ນສານໃນການສ້າງຊົນຊັ້ນກຳມະກອນ ຫວຽດນາມ.

ບັນດາຕົວເລກທີ່ມີຄວາມໝາຍ

        ກຳມະບານ ຫວຽດນາມ ໄດ້ຈັດການເຄື່ອນໄຫວດ້ວຍຫຼາຍຮູບແບບເບິ່ງແຍງດູແລ ນັບທັງທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ສະມາຊິກກຳມະບານ, ຜູ້ອອກແຮງງານ. ນັ້ນແມ່ນ “ບຸນເຕັດແຫ່ງການເຕົ້າໂຮມ”, “ເດືອນກຳມະກອນ”, “ຕະຫຼາດບຸນເຕັດກຳມະບານ”… ພ້ອມກັນນັ້ນ, ແມ່ນການເຄື່ອນໄຫວຢື້ຢາມຖາມຂ່າວ, ໜູນຊ່ວຍສະມາຊິກກຳມະບານ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ; ບັນດານະໂຍບາຍໜູນຊ່ວຍສະມາຊິກ, ຜູ້ອອກແຮງງານທີ່ຖືກຜົນສະທ້ອນຍ້ອນພະຍາດໂຄວິດ - 19… ໃນໂອກາດບຸນເຕັດປີມະໂລງທີ່ຜ່ານມາ, ມີສະມາຊິກກຳມະບານ, ຜູ້ອອກແຮງງານກວ່າ 10,5 ລ້ານເທື່ອຄົນໄດ້ຊົມໃຊ້ບັນດາການເຄື່ອນໄຫວເບິ່ງແຍງດູແລບຸນເຕັດ ໂດຍກຳມະບານຈັດຂຶ້ນ, ດ້ວຍຈຳນວນເງິນ 1 ພັນຕື້ກວ່າດົ່ງ (ເກືອບ 300 ລ້ານ USD), ເພີ່ມຂຶ້ນ 28% ກ່ຽວກັບຈຳນວນຄົນ, ເພີ່ມຂຶ້ນ 15% ດ້ານລາຍຈ່າຍເມື່ອທຽບໃສ່ປີ 2023.

        ພິເສດ, ປີ 2024 ເປັນຂີດໝາຍ 10 ປີແຫ່ງການຈັດລາຍການ “ບຸນເຕັດແຫ່ງການເຕົ້າໂຮມ”. ຜ່ານ 10 ປີແຫ່ງການຜັນຂະຫຍາຍ, ມີເກືອບ 170.000 ລາຍການໄດ້ຈັດຂຶ້ນ, ດ້ວຍຈຳນວນເງິນ 17 ພັນຕື້ກວ່າດົ່ງ (ກວ່າ 700 ລ້ານ USD). ສະເພາະປີນີ້, ກຳມະບານຂັ້ນຕ່າງໆໄດ້ຈັດກວ່າ 18.000 ລາຍການ “ບຸນເຕັດແຫ່ງການເຕົ້າໂຮມ - ລະດູບານໃໝ່ແຫ່ງການແບ່ງປັນ”, ໄດ້ດຶງດູດສະມາຊິກກຳມະບານ, ຜູ້ອອກແຮງງານເກືອບ 4 ລ້ານເທື່ອຄົນເຂົ້າຮ່ວມ, ມີສະມາຊິກກຳມະບານ, ຜູ້ອອກແຮງງານກວ່າ 2,1 ລ້ານເທື່ອຄົນໄດ້ຮັບຂອງຂວັນ.

        “ການເຄື່ອນໄຫວກຳມະບານໄດ້ມຸ່ງໄປເຖິງຜູ້ອອກແຮງງານ, ກ່ອນອື່ນໝົດແມ່ນການເຄື່ອນໄຫວເບິ່ງແຍງດູແລຍາມເຈັບເປັນ, ເຮືອນດີ ແລະ ເຮືອນດອງ, ແຕ່ປະຈຸບັນ, ກຳມະບານ ຫວຽດນາມ ໄດ້ຈັດບັນດາການເຄື່ອນໄຫວ, ຄື: ສ້າງເງື່ອນໄຂເພື່ອໃຫ້ຜູ້ອອກແຮງງານມີເຂດລະຫຼີ້ນ, ມີວັນພັກງານເພື່ອຟື້ນຟູສຸຂະພາບ”.

        “ການເຄື່ອນໄຫວແມ່ນຟົດຟື້ນທີ່ສຸດ. ໃນຊຸມມື້ວັນບຸນ, ບຸນເຕັດ, ກຳມະບານໄດ້ຈັດລາຍການສິລະປະ, ແຂ່ງຂັນກິລາ. ໃນໂອກາດທ້າຍປີ, ຈັດຖ້ຽວລົດກັບບ້ານໃຫ້ກຳມະກອນ, ບັນດາຜູ້ຢູ່ເຂດຫ່າງໄກ ກຳມະບານຈະຈັດລົດໃຫ້ທັງຄອບຄົວພ້ອມກັນກັບບ້ານ. ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກກຳມະບານນັ້ນ ແມ່ນຄວາມປິຕິຊົມຊື່ນ ແລະ ແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງສຳລັບພວກຂ້າພະເຈົ້າ”.

ເຂົ້າຮ່ວມການສ້າງນະໂຍບາຍກ່ຽວຂ້ອງເຖິງສິດຜົນປະໂຫຍດຂອງຜູ້ອອກແຮງງານ

        ເພື່ອປະຕິບັດບົດບາດເປັນຜູ້ຕາງໜ້າ, ປົກປ້ອງສິດຜົນປະໂຫຍດອັນຊອບທຳ, ເອົາໃຈໃສ່ເຖິງຜົນປະໂຫຍດຂອງສະມາຊິກກຳມະບານ, ຜູ້ອອກແຮງງານ, ອົງການກຳມະບານ ຫວຽດນາມ ຍັງຕັ້ງໜ້າເຂົ້າຮ່ວມຢ່າງມີປະສິດທິຜົນໃນການສ້າງນະໂຍບາຍກ່ຽວຂ້ອງເຖິງສິດທິຜົນປະໂຫຍດຂອງຜູ້ອອກແຮງງານ. ໃນໄລຍະຜ່ານມາ, ອົງການກຳມະບານໄດ້ຕັ້ງໜ້າຄົ້ນຄວ້າ, ສະເໜີ ແລະ ເຂົ້າຮ່ວມການສ້າງ, ຜັນຂະຫຍາຍນະໂຍບາຍ, ກົດໝາຍກ່ຽວຂ້ອງເຖິງສິດທິຜົນປະໂຫຍດຂອງຜູ້ອອກແຮງງານ, ຄື: ກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ), ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ກົດໝາຍວ່າດ້ວຍວຽກເຮັດງານທຳ (ສະບັບປັບປຸງ); ເຂົ້າຮ່ວມການສ້າງແຜນການປະຕິຮູບນະໂຍບາຍເງິນເດືອນສຳລັບພະນັກງານ, ລັດຖະກອນ, ກຳລັງປະກອບອາວຸດ ແລະ ຜູ້ອອກແຮງງານໃນວິສາຫະກິດ, ດຳລັດກຳນົດກ່ຽວກັບເຮືອນຢູ່ສັງຄົມໃນກົດໝາຍວ່າດ້ວຍເຮືອນຢູ່ ປີ 2023.

        ມີຫຼາຍຄຳເຫັນປະກອບຂອງກຳມະບານໄດ້ຮັບການຮັບຮອງຈາກຫຼາຍອົງການ, ປະກອບສ່ວນເປັນເຈົ້າການໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ. ພິເສດ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 5, ຊຸດທີ XIII, ຄະນະບໍລິຫານງານສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຮັບຮອງເອົາເນື້ອໃນມະຕິກ່ຽວກັບ “ສຸມແຫຼ່ງກຳລັງເບິ່ງແຍງດູແລສະຫວັດດີການໃຫ້ແກ່ສະມາຊິກກຳມະບານ, ຜູ້ອອກແຮງງານໃນສະພາບການໃໝ່”… ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງກຳມະບານ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຫວັງວ່າ, ກຳມະບານທຸກຂັ້ນຈະມານະພະຍາຍາມຫຼາຍກວ່າ, ຕັດສິນໃຈປະຕິບັດໃນໄລຍະ 2023 2028, ແນ່ນອນວ່າ, ອົງການກຳມະບານ ແລະ ຂະບວນການກຳມະກອນ, ຜູ້ອອກແຮງງານ ຫວຽດນາມ ຈະມີບັນດາບາດກ້າວພັດທະນາໃໝ່, ປະກອບສ່ວນຢ່າງເໝາະສົມເຂົ້າໃນກິດຈະການປ່ຽນແປງໃໝ່, ປະຕິບັດພາລະກິດຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝຢ່າງມີໄຊ, ປະກອບສ່ວນເຂົ້າໃນການປະຕິບັດພາລະກຳປະຫວັດສາດຂອງຊົນຊັ້ນກຳມະກອນຕໍ່ປະເທດຊາດ ແລະ ຂອງຊາດ; ສ້າງສາປະເທດ ຫວຽດນາມ ໃຫ້ນັບມື້ນັບຮັ່ງມີ, ເຂັ້ນແຂງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ”.

        95 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ, ກຳມະບານ ຫວຽດນາມ ໄດ້ຢັ້ງຢືນບົດບາດແມ່ນອົງການຍາມໃດກໍ່ສູ້ຊົນເພື່ອຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຜູ້ອອກແຮງງານ. ກຳມະບານຈະສືບຕໍ່ເສີມຂະຫຍາຍມູນເຊື້ອດັ່ງກ່າວ, ຢັ້ງຢືນບົດບາດເປັນແກ່ນສານໃນການສ້າງຊົນຊັ້ນກຳມະກອນ ຫວຽດນາມ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ