ສິດເສລີພາບ ຫຼືຄວາມຫຼອກຫຼອນຂອງຊາວອາເມລິກາ ?

   ພາຍຫຼັງ​​ເກີດບັນດາກໍລະນີ​ຍິງ​ປືນທີ່​ສະຫຍອງ​ຂວັນ​ໃນ​ເວລາ​ທີ່​ຜ່ານ​ມາ ຊຶ່ງ​ໄດ້​ເຮັດ​ໃຫ້​ຫຼາຍ​ຄົນ​ເສຍ​ຊີວິດ ​ແລະ ບາດ​ເຈັບ​ນັ້ນ, ວັນ​ທີ 8/8, ກອງ​ບັນຊາ​ການ​ຕຳຫຼວດ​ນະຄອນ​ນິວຢອກ​ແຫ່ງ​ສະຫະລັດ​ອາ​ເມ​ລິ​ກາ ​ໄດ້​ສະ​ເໜີ ​ແວບ​ໄຊ Twiiter ປະກາດ​ລາຍ​ຊື່​ຂອງ​ບຸກຄົນ​ໜຶ່ງ​ຂະນະ​ທີ່​ຜູ້ກ່ຽວ​ໄດ້​ສົ່ງຂ່າວ​ທາງ email ​ເພື່ອ​ນາບ​ຂູ່​ຈະ​ດຳ​ເນີນ​ການ​ຍິງ​ປືນ​ສັງຫານ​ບັນດາຜູ້​ມາຊົມຢູ່​ໂຮງ​ລະຄອນ Broadway ​ເຊັ່ນ​ດຽວ​ກັນ​ກັບ​ກໍລະນີ​ຍິງ​ປືນ​ສັງຫານ​ປະຊາຊົນ​ຢູ່​ໂຮງ​ຮູບ​ເງົາ​ກ່ອນ​ນີ້ 2,3 ອາທິດ. ກໍລະນີ​ດັ່ງກ່າວ​ໄດ້​ເຮັດ​ໃຫ້ຫາ​ງສຽງ​ຕັ້ງ​ຄຳ​ຖາມ​ວ່າ ​ເປັນ​ຫຍັງ ປະ​ເທດ​ອາ​ເມ​ລິ​ກາ ພັດ​ເກີດ​ການ​ໃຊ້​ຄວາມ​ຮຸນ​ແຮງ​ດ້ວຍ​ການຍິງ​ປືນ​ສັງຫານ​ປະຊາຊົນ​ເປັນ​ປະຈຳ ​ແລະ ​ແມ່ນ​ບໍ່​ວ່າ​ນັ້ນ​ແມ່ນ​ຜົນ​ພາຍຫຼັງ​ຂອງ​ອັນ​ທີ່​ເອີ້ນ​ວ່າ “ ສິດ​ເສລີພາບ​ຂອງ​ຊາວ​ອາ​ເມ​ລິ​ກາ ”

ສິດເສລີພາບ ຫຼືຄວາມຫຼອກຫຼອນຂອງຊາວອາເມລິກາ ? - ảnh 1
ກຳລັງສະເພາະກິດ  SWAT ຖືກຈັດສົ່ງໄປຍັງໂບດຊຶ່ງເປັນແຫ່ງເກີດ ກໍລະນີ​ຍິງ​ປືນຄາດຕະກຳ ( ພາບ: internet)
 

     ໃນເວລາບໍ່​ຮອດ 2 ອາທິດ​ພາຍຫຼັງ​ເກີດ​ກໍລະນີ​ຍິງ​ປືນ​ອັນ​ນອງ​ເລືອດ​ຢູ່​ໂຮງ​ຮູ​ບ​ເງົາ ທີ່ Aurora - ລັດ Colorado ຊຶ່ງ​ໄດ້​ເຮັດ​ໃຫ້ 12 ຄົນ​ເສຍ​ຊີວິດ ​ແລະ ອີກ 59 ຄົນ​ໄດ້​ຮັບ​ບາດ​ເຈັບນັ້ນ, ວັນ​ທີ 6/8 ປະ​ເທດ​ອາ​ເມ​ລິ​ກາພັດ​ສັ່ນສະ​ເທື່ອ​ນອີກ​ຄັ້ງ​ໜຶ່ງ ຍ້ອນ​ກໍລະນີ​ຍິງ​ປືນ​ທີ່​ສະ​ຫຍົດ​ສະຫຍອງ​ຢູ່​ໂບດ​ແຫ່ງ​ໜຶ່ງ​ຂອງ​ສາສະໜາ Sikh ທີ່​ນະຄອນ Milwaukee ທີ່​ຂຶ້ນ​ກັບ​ລັດ Winconsin ອັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 7 ຄົນ.

    ຄວາມ​ຈິງ​ແມ່ນ​ຊາວ​ອາ​ເມ​ລິ​ກາ​ໄດ້​ເຫັນ​ປະຈັກຕາກ່ຽວ​ກັບ​ຮູ​ບພາບ​ການຍິງ​ປືນ​ສັງຫານ​ປະຊາຊົນຢູ່​ສະຖານ​ທີ​ສາທາລະນະ​ເຊັ່ນ​ນັ້ນ. ​ເປັນ​ຫຼາຍ​ຄັ້ງ​ມາ​ແລ້ວ, ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ທຳ​ພິທີ​ໄຫວ້​ອາ​ໄລ​ເຖິງ​ດວງ​ວິນ​ຍານ​ຜູ້​ຮັບ​ເຄາະ​ຮ້າຍ, ​ໄຈ້​ແຍກ​ສາຍ​ເຫດ​ພາ​ໄປ​ເຖິງ​ການ​ກະທຳ​ຜິດ​ຂອງ​ຕົວ​ການ ​ແລະ ​ໂຕ້​ແຍ້​ງ ກັນ​ກ່ຽວ​ກັບ​ການ​ຄວບ​ຄຸມ​ປືນ. ​ແຕ່​ເບິ່ງ​ຄື​ວ່າສະພາບ​ການຍັງ​ຄົງ​ບໍ່​ໄດ້​ຮັບ​ການ​ປົວ​ແປງ, ການ​ໃຊ້​ຄວາມ​ຮຸນ​ແຮງ​ແມ່ນ​ນັບ​ມື້​ນັລຫຼາຍ​ຂຶ້ນ. ​ແລະ ອີກ​ສິ່ງ​ໜຶ່ງ​ທີ່​ຜິດ​ປົກກະຕິ​ນັ້ນ ​ແມ່ນ​ພາຍຫຼັງ​ເກີດ​ກໍລະນີ​ຍິງ​ປືນ​ໃນ​ແຕ່​ລະ​ຄັ້ງ​, ຈຳນວນ​ປືນ​ທີ່​ຂາຍ​ອອກ​ສູ່​ທ້ອງ​ຕະຫຼາດ​ພັດ​ເພີ່ມຂຶ້ນ​ແຮງ. ​ເດືອນ 1/2011, ຕົວ​ເລກທຸລະ​ກິດ​ຈາກ​ການ​ຂາຍ​ປືນ​ຢູ່​ລັດ Arizona ​ໄດ້​ເພີ່ມ​ຂຶ້ນ​ກ່ວາ 60% ພາຍຫຼັງກໍລະນີ​ຍິງ​ປືນທີ່​ເຮັດ​ໃຫ້​ 6 ຄົນ​ເສຍ​ຊີວິດ ​ແລະ ອີກ 10 ຄົນ​ໄດ້​ຮັບ​ບາດ​ເຈັບ. ສ່ວນ​ຢູ່​ລັດ Colorado ​ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ, ຫ້ອງການ​ສືບສວນ​ຂອງ​ລັດ​ນີ້​ໃຫ້​ຮູ້​ວ່າ ​ໄດ້​​ເຊັນ ອະນຸມັດ​ຜ່ານ​ໜັງສືກວດກາຍາດ​ພີ​ນ້ອງ​ໃຫ້​ເກືອບ 2900 ຄົນ​ຢາກ​ຈົດ​ທະບຽນ​ຊື້​ອາວຸດ ອັນ​ໄດ້​ເພີ່ມ​ຂຶ້ນ 43% ​ເມື່ອ​ທຽບ​ໃສ່​ອາທິດ​ກ່ອນ​ນີ້. ບໍລິສັດ​ຜະລິດ​ປືນ Sturm, Ruger, Co ທີ່​ລັດ Connecticut ຕ້ອງ​​ໂຈະ​ການ​ຮັບ​ໃບ​ສັ່ງ​ຊື້​ສິນ​ຄ້າ ພາຍຫຼັງ​ທີ່​ໄດ້​ໃບ​ສັ່ງ​ຊື້​ປືນ​ຈຳນວນ​ກ່ວາ 1000000 ກະບອກ ​ໃນ 3 ​ເດືອນ​ຕົ້ນປີ​ນີ້. ຕາມ​ການ​ສະ​ຖີຕິ​ແລ້ວ, ປີ 2011, ມີ​ປືນ​ເກືອບ 11 ລ້ານ​ກະບອກ​ຖືກ​ຂາຍ​ອອກ​ສູ່​ທ້ອງ​ຕະຫຼາດ ​ແລະ ຄາດ​ວ່າ​ໃນ​ປີ​ນີ້ ​ແນ່ນອນ​ວ່າຕົວ​ເລກ​ດັ່ງກ່າວ​ຈະ​ເພີ​່ມຂຶ້ນ​ຫຼາຍ​ກ່ວາ. ປະຈຸ​ບັນຢູ່ປະ​ເທດ​ອາ​ເມ​ລິ​ກາ, ມີ​ປືນ​ເກືອບ 300 ລ້ານ​ກະບອກ ​ໂດ​ຍ ​ແມ່ນບັນດາ​ສ່ວນ​ບຸກຄົນ​ຊາວ​ອາ​ເມ​ລິ​ກາມີ​ກຳມະສິດ​ນຳ​ໃຊ້, ໝາຍ​ຄວາມ​ວ່າ ຊາວ​ອາ​ເມ​ລິ​ກາ​ທຸກໆ​ຄົນນັບ​ທັງ​ຍິງ, ຊາຍ, ຜູ້​ໃຫຍ່​ຕະຫຼອດ​ຮອດ​ເດັກນ້ອຍ​ລ້ວນ​ແຕ່​ມີ​ປືນ​ໄວ້​ໃນ​ຄອບ​ຄອງ. ອັດຕາ​ບັນດາກໍລະນີ​ ຄາດ​ຕະກຳດ້ວຍ​ປືນຢູ່ປະ​ເທດ​ອາ​ເມ​ລິ​ກາ​ໃນ​ປະຈຸ​ບັນ ​ແມ່ນ 19,5% ສູງ​ກວ່າ​ທົບ​ຫຼາຍ​ເທົ່າ​ເມື​ອ່ທຽບ​ໃສ່​ປະ​ເທດ​ຮັ່ງມີ​ອື່ນໆ. ​ໃນ​ຈຳນວນ 23 ປະ​ເທດຮັ່ງມີ​ກ່ວາ​ໝູ່​ໃນ​ໂລກ​ນັ້ນ, ມີ​ເຖິງ 80% ຈຳນວນກໍລະນີ ຄາດ​ຕະກຳດ້ວຍ​ປືນ​ແມ່ນ​ຂອງ​ອາ​ເມ​ລິ​ກາ​.

    ​ໃນ​ຂະນະ​ທີ່​ສະພາບ​ການຍິງ​ປືນ​ຄາດ​ຕະກຳ​ໄດ້​ເກີດ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ຢູ່ ປະ​ເທດ​ອາ​ເມ​ລິ​ກາ ​ແລະ ສິດ​ນຳ​ໃຊ້​ປືນ​ໄດ້​ຮັບ​ອະນຸຍາດ​ໃນ​ລັດຖະທຳ​ມະນູນ​ນັ້ນ, ການ​ໂຕ້​ຖຽງ​ກັນ​ໂດຍ​ໝູນ​ອ້ອມ​ເລື່ອງ​ປະກາດ​ໃຊ້​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ປືນ​​ແມ່ນຍັງບໍ່​ທັນ​ຮອດ​ຂັ້ນ​ຕອນ​ສິ້ນ​ສຸດ. ທັງ 2 ຝ່າຍ ຄັດຄ້ານ ​ແລະ ສະໜັບ ສະໜູ​ນການ​ນຳ​ໃຊ້​ປືນ​ຂອງ​ສ່ວນ​ບຸກຄົນ ລ້ວນ​ແຕ່​ມີ​ຂໍ້​ອ້າງ​ສະ​ເພາະ​ຂອງ​ຕົນ. ສຳລັບ​ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ​ເອງ, ກໍ​ຍາກ​ທີ່​ຈະ​ອອກ​ຂໍ້​ຕົກລົງ​ໃດໆ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຄວບ​ຄຸມ​ປືນ​ໃນ​ໄລຍະ​ປະຈຸ​ບັນ. ຍ້ອນ​ວ່າ ​ໃນ​ບັ້ນ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ, ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ບໍ່​ອາດ​ປະລະ​ການ​ສະໜັບສະໜູນ​ຈາກ​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່ ລັດ Ohio, Pennsylvania  ​ແລະ Virginia ຊຶ່ງ​ແມ່ນ​ແຫ່ງທີ່​ມີ ຜູ້​ມີ​ສິດ​ເລືອກ​ຕັ້ງຢ່າງ​ຫຼວງ​ຫຼາຍຢາກ​ໃຫ້​ສວ່ນບຸກຄົນມີ​ກຳມະສິດ​ນຳ​ໃຊ້​ປືນ.

    ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ​ໂດຍ​ບໍ່​ຫົວຊາ​ຕໍ່​​ບັນດາ​ຄຳ​ຮຽກຮ້ອງພາຍຫຼັງ​ບັນດາ ກໍລະນີ​ຍິງ​ປືນທີ່​ສະ​ຫຍົດ​ສະຫຍອງ​ໃນ​ເວລາ​ຜ່ານ​ມາ​ນັ້ນ, ອາ​ເມ​ລິ​ກາ​ຍັງ​ຄົງ​ບໍ່​ທັນກຽມ​ພ້ອມ​ທາງ​ດ້ານ​ການ​ເມືອງ​ເພື່ອ​ຢຸດຕິ​ສະພາບ​ຖືກ​ຕົກ​ສະໜົ​ມທີ່​ແກ່ຍາວ​ແຕ່​ດົນ​ນານ​ມາ​ແລ້ວ​ໂດຍ​ອ້ອມ​ແອ້ມ​ບັນຫາ​ຄວບ​ຄຸມ​ການ​ນຳ​ໃຊ້​ປືນ. ຕາມ​ການ​ຢັ່ງ​ຫາງ​ສຽງ​ເມື່ອ​ບໍ່​ດົນ​ມາ​ນີ້, ມີ 49%ຈຳນວນ​ພົນລະ​ເມືອງ​ອາ​ເມ​ລິ​ກາ​ຖື​ວ່າ ການ​ປົກ​ປ້ອງສິດ​ນຳ​ໃຊ້​ປືນ ​ແມ່ນ​ສິ່ງ​ສຳຄັນ​ກ່ວາ ​ໃນ​ຂະນະ​ທີ່​ມີພຽງ 45% ຈຳນວນ​ຊາວ​ອາ​ເມ​ລິ​ກາ​ຖືກ​ຖາມ ​ແມ່ນ​ສະໜັບສະໜູນ​ຕໍ່ການຄວບ​ຄຸມ​ການ​ນຳ​ໃຊ້​ປືນຢ່າງ​ເຄັ່ງ​ຄັດ. ຜູ້​ຄົນ​ທັງຫຼາຍ​ອາດ​ຈະ​ເຂົ້າ​ໃຈ​ວ່າ : ຕາບ​ໃດ​ທີ່ ປະ​ເທດ​ອາ​ເມ​ລິ​ກາຍັງ​ບໍ່​ທັນ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍການຄວບ​ຄຸມ​ການ​ນຳ​ໃຊ້​ອາວຸດ​ນັ້ນ, ປະຊາຊົນ​ຂອງ​ປະ​ເທດ​ນີ້​ຍັງ​ຕ້ອງ​ສືບ​ຕໍ່​ຮັບ​ເຄາະ​ຮ້າຍ​ຢ່າງ​ແນ່ນອນ.

ຕອບກັບ

ຂ່າວ/ບົດ​ອື່ນ