ສູນກາງ ຕັດສິນບັນດາບັນຫາສຳຄັນເພື່ອການພັດທະນາແບບຍືນຍົງ ຂອງປະເທດຊາດ

(vovworld)- ກອງ​ປະຊຸມ​ຄັ້ງ​ທີ 7 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຊຸດ​ທີ 11 ພວມ​ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ​້ຍ​ ​ເພື່ອ​ພິຈາລະນາ, ຕັດສິນ, ​ໃຫ້​ຄຳ​ເຫັນ​ຊີ້​ນຳ​ສຳລັບ​ບາງ​ບັນຫາ​ສຳຄັນ. ທີ່​ວາລະ​ໄຂ​ກອງ​ປະຊຸມ​ໃນ​ວັນ​ທີ 2/5, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ມີ​ບົດ​ປາ​ໄສ​ທີ່​ມີ​ຫົວ​ຂໍ້​ວ່າ: “​ເສີມ​ຂະຫຍາຍ​ນ້ຳໃຈ​ຮັບຜິດຊອບຢ່າງ​ສູງ​ສຸດ, ປຶ​ກສາ​ຫາລື, ຕັດສິນບັນດາ​ບັນຫາ​ສຳຄັນ​ສຳລັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງປະ​ເທດ​ຊາດ.”

        ກ່ຽວ​ກັບ​ການ​ສືບ​ຕໍ່​ປ່ຽນ​ໃຫມ່, ປັບ​ປຸງ​ລະບົບ​ການ​ເມືອງ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ໃຫ້​ສົມບູນ​ແບບ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ​ໃຫ້​ຮູ້​ວ່າ: ​ໃນ​1 ປີຜ່ານມາ, ກົມ​ການ​ເມືອງ​ໄດ້​ຊີ້​ນຳ​ສະຫລຸບການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 5 ຊຸດ​ທີ 9 ກ່ຽວ​ກັບ​ການ​ປ່ຽນ​​ໃຫມ່ ​ແລະ ຍົກ​ສູງ​ຄຸນ​ນະພາ​ບລະບົບ​ການ​ເມືອງ​ຢູ່​ຂັ້ນ​ຮາກ​ຖານ​ຄື: ຕາ​ແສງ, ​ເທດສະບານ; ສະຫລຸບ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 10 ກ່ຽວ​ກັບ​ການ​ປ່ຽນ​ໃຫມ່, ບູລະນະ​ອົງການ​ຈັດ​ຕັ້ງ​ກົງຈັກ​ພັກ, ​ກຳນົດ​ທິດ​ກ່ຽວ​ກັບ​ການ​ປ່ຽນ​ໃຫມ່​ກົງຈັກ​ລັດ, ​ແນວ​ໂຮ​ມປະ​ເທດ​ຊາດ ​ແລະ ອົງການ​ການ​ເມືອງ​ສັງຄົມ, ພ້ອມ​ທັງ​ຮັບ​ຟັງ​ບົດ​ລາຍ​ງານ​ຫົວ​ເລື່ອງ​ສະ​ເພາະ​ຈຳນວນ​ຫນຶ່ງ​ກ່ຽວ​ກັບ: ໝາກຜົນ​ການ​ປະຕິບັດທົດ​ລອງ​ບໍ່​ຈັດ​ຕັ້ງ​ສະພາ​ປະຊາຊົນຢູ່​ບາງ​ເມືອງ,​ຕາ​ແສງ.. ​ເພື່ອ​ສ້າງ​ແຜນ​ຮ່າງ “ສືບ​ຕໍ່​ປ່ຽນ​​ໃຫມ່, ປັບປຸງ​ລະບົບ​ການ​ເມືອງ​ຈາກ​ສູນ​ກາງ​ລົງ​ຮອດ​ຂັ້ນ​ຮາກ​ຖານ”​ໃຫ້​ສົມບູນ​ແບບ ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່​ສູນ​ກາງ​ພິຈາລະນາ, ປະກາດ​ໃຊ້​ມະຕິ​ກ່ຽວ​ກັບ​ບັນຫາ​ນີ້. ສະ​ນັ້ນ ກອງ​    ປະຊຸ​ມສູນ​ກາງ​ຄັ້ງ​ນີ້​ຄວນ​ສຸມ​ໃສ່​ປຶກສາ​ຫາລື, ຕີ​ລາຄາ​ຢ່າງຮອບດ້ານ​​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ການ​ຊາບ​ຊືມ ​ແລະ ຈັດ​ຕັ້ງ​ປະຕິບັດ​ບັນດາ​ມະຕິ, ບົດ​ສະຫລຸບ​ຂອງ​ສູນ​ກາງ, ຊີ້​​ໃຫ້​ເຫັນດ້ານ​ດີ,​ດ້ານ​ອ່ອນ, ​​ໄຈ້​ແຍກ​ເຫດຜົນ, ສະ​ເຫ​ນີບັນດາ​ທັດສະນະ, ​ແຜນ​ນະ​ໂຍບາຍ ​ແລະ ມາດ​ຕະການ​ແກ້​ໄຂ​ຂໍ້​ຈຳກັດ, ຄວາມອ່ອນ​ດ້ອຍ. ກ່ຽວ​ກັບ​ການ​ປ່ຽນ​ໃຫມ່, ​ເພີ່ມ​ທະວີ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ຕໍ່​ວຽກ​ງານ​ຂົນ​ຂວາ​ຍປະຊາຊົນ​ໃນ​ສະພາບ​ການ​ໃຫມ່, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟ​ູຈ້ອງ ຖື​ວ່າ: ​ໃນ​ຫລາຍ​ປີຜ່ານມາ, ​ເປັນ​ຕົ້ນນັບ​ແຕ່​ເມື່ອ​ປະກາດ​ໃຊ້​ມະຕິ​ສູນ​ກາງ​ພັກ 8b ຊຸດ​ທີ 6, ວຽກ​ງານ​ມະຫາຊົນ​ຂອງ​ພັກ​ສືບ​ຕໍ່​​ໄດ້​ຮັບ​ການປ່ຽນ​ໃຫມ່, ປະກອບສ່ວນ​ສ້າງ​ເປັນ​ບັນດາ​ຜົນງານ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ​ຂອງ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ບັນຫາ​ວາງ​ອອກ​ນັ້ນ​ແມ່ນ ​ເປັນ​ຫຍັງ​​ໃນ​ຈຸດ​ເວລາ​ນີ້​ຕ້ອງ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປ່ຽນ​ໃຫມ່, ​ເພີ່ມ​ທະວີ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ສຳລັບ​ວຽກ​ງານ​ຂົນ​ຂວາຍ​ປະຊາຊົນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ເນັ້ນ​ຫນັກ​ວ່າ:

        “​ຕອ້ງ​ຮັບ​ຮູ້​ໄດ້​ຄວາມ​ຫຍຸ້ງຍາກ, ສິ່ງ​ທົດສອບ, ຂໍ້​ຈຳກັດ, ອ່ອນ​ດ້ອຍ ​ແລະ ສາຍ​ເຫດ, ພວກ​ເຮົາ​ຕ້ອງ​ຮັບ​ຮູ້​ຖືກ​ກັບ​ຈຸດໝາຍ, ຄວາມ​ຮຽກຮ້ອງ​ຕ້ອງການ, ທັດສະນະ, ​ແນວ​ຄິດ​ຊີ້​ນຳ ​ແລະ ຫນ້າ​ທີ່, ມາດ​ຕະການ​ເພື່ອ​ປ່ຽນ​ໃຫມ່, ​ເພີ່ມ​ທະວີ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ສຳລັບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃນ​ສະພາບ​ການ​ໃຫມ່. ບັນຫາ​ທີ່​ມີ​ຄວາມ​ໝາຍ​ຕັດສິນ​ຊີ້​ຂາດ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ສະຫນິດ​ແຫນ້ນ​ລະຫວ່າງ​ພັກ ​ແລະ ປະຊາຊົນ​ປະຈຸ​ບັນ ນັ້ນ​ແມ່ນ​ພັກ​ຕ້ອງ​ສຸດ​ຈິ​ດສຸດ​ໃຈ, ​ເບີ່​ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​​ໃຫ້​ແກ່ປະຊາຊົນ, ​ເຄົາລົບ ​ແລະ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ, ປັບປຸງ, ກໍ່ສ້າງ​ການຈັດ​ຕັ້ງພັກ ​ແລະ ກົງຈັກ​ອຳນາດ​ການ​ປົກຄອງ​ໃຫ້​ປອດ​ໃສ ​ແລະ ​ເຂັ້ມ​ແຂງ, ​ແກ້​ໄຂ​ປ​ະກົດ​ການ​ຫຍໍ້​ທໍ້​ໃນໝູ່ພະນັກງານ, ສະມາຊິກ​ພັກ, ລັດຖະກອນ ​ເຮັ​ດ​ໃຫ້​ພັກ​ສົມ​​ເປັນຜູ້ນຳ​ພາ ​ແລະ ​ມີ​ຄວາມຈົ່ງ​ຮັກ​ພັກດີ​ຕໍ່ປະຊາຊົນ ”

ສູນກາງ ຕັດສິນບັນດາບັນຫາສຳຄັນເພື່ອການພັດທະນາແບບຍືນຍົງ ຂອງປະເທດຊາດ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ກ່າວຄຳປາໄສໄຂກອງປະຊຸມ
ພາບ:chinhphu.vn

        ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູ​ນປີ 1992 ສະບັບ​ປັບປຸງ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສະ​ເຫ​ນີ ກອງ​ປະຊຸມ​ສູນ​ກາງ​ຕ້ອງຕິດຕາມ​ໂຄງການ​ການ​ເມືອງ​ຂອງ​ພັກ, ບັນດາ​ມະຕິ, ບົດ​ສະຫລຸບ​ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 2 ​ແລະ ຄັ້ງ​ທີ 5 ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ຄົ້ນ​ຄ້ວາ​ລະອຽດ, ປຶກສາ​ຫາລື​ຢ່າງ​ເລິ​ກ​ເຊິ່ງບັນດາ​ເນື້ອ​ໃນ​ບົດ​ລາຍ​ງານ​ອະພິປາຍ, ຮັບ​ເອົາຄຳ​ເຫັນ ​ແລະ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຊື່​ງຄະນະ​ກຳມະການ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ຍື່ນ​ສະ​ເຫ​ນີ ​ແລະ ປະກອບ​ຄຳ​ເຫັນ​ມີ​ຄຸນ​ນະພາ​ບ. ຕາມ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ​ແລ້ວ, ຮັບ​ຟັງ​ຄວາມ​ເຫັນ​ຂອງ​ປະຊາຊົນ​ຢ່າງ​ຈິງ​​ໃຈ, ຮັບ​ເອົາ​ຄຳ​ເຫັນ​ທີ່​ເໝາະ​ສົມ​ທັງ​ໝົດ, ຢືດໝັ້ນ​ບັນດາ​ບັນຫາ​ທີ່​ມີ​ລັກສະນະ​ຫລັກການ, ຂຶ້ນ​ກັບ​ທາດ​ແທ້​ຂອງ​ລະບອບ​ການ​ເມືອງ ​ແລະ ລັດ, ສືບ​ຕໍ່​ຢືນຢັນລັດ​ຫວຽດນາມ​ແມ່ນ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ, ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ສິດ​ອຳນາດ​ແຫ່ງ​ລັດ​ທັງ​ໝົດ​ແມ່ນ​ຂຶ້ນ​ກັບ​ປະຊາຊົນ. ສິດ​ອຳນາດ​ແຫ່ງ​ລັດ​​ເປັນ​ເອກະ​ພາບ, ມີ​ການ​ແບ່ງງານ,ການສົມທົບ ​ແລະ ກວດກາ​ລະຫວ່າງ​ບັນດາ​ອົງການ​ໃນ​ການ​ປະຕິບັດ​ອຳນາດ​ນິຕິ​ບັນຍັດ, ອຳນາດ​ບໍລິຫານ, ອຳນາດ​ຕຸລາການ, ພັດທະນາ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ​ຕາ​ມ​ກຳນົດ​ທິດ​ສັງຄົມ​ນິຍົມ.

        ກ່ຽວ​ກັບ​ການ​ສະຫລຸບ 1 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສະ​ເຫ​ນີ ຕ້ອງ​ຖອດ​ຖອນ​ບົດຮຽນ​ຢ່າງ​ທັນ​ການ ​ແລະ ມີ​ຂໍ້​ສັງ​ເກດ, ການຕີ​ລາຄາ​ເປັນ​ເອກະ​ພາບ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ, ສ້າງ​ເປັນ​ພື້ນຖານ​ເພື່ອ​ສືບ​ຕໍ່​ຊີ້​ນຳ​ນຳພາ​ການ​ປະຕິບັດ​ມະຕິ​ດັ່ງກ່າວ​ໃຫ້​ດີກ​ວ່າ. ຕາມ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ​ແລ້ວ,​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ບັນລຸ​ໄດ້​ໝາກຜົນ​ສຳຄັນໃນ​ເບື້ອງ​ຕົ້ນ.

        “ອົງຄະ​ນະ​ພັກ​ທຸກ​ຂັ້ນ, ການຈັດ​ຕັ້ງ​ພັກ ​ແລະ ຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ ​ໄດ້​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ, ​ເລິກ​ເຊິ່ງກວ່າ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ກໍ່ສ້າງ​ພັກ​ໃນ​ສະພາບ​ການ​ໃຫມ່, ​ເຫັນ​​ໄດ້​ລັກສະນະ​ຮີບ​ດ່ວນ ​ແລະ ຄວາມ​ຈຳ​ເປັນ​ຕ້ອງ​ສືບ​ຕໍ່​ປ່ຽນ​ໃຫມ່ ​ແລະ ປັບປຸງ​ພັກ, ​ເຮັດ​ໃຫ້​ພັກ​ນັບ​ມື້​ນັບ​ປອດ​​ໃສ, ​ເຂັ້ມ​ແຂງ.  ຈາກ​ນັ້ນ ກຳນົດ​ຢ່າງ​ຈະ​ແຈ້ງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຕໍ່​ຊາຕະກຳ​ຂອງ​ພັກ, ຂອງ​ປະ​ເທດ​ຊາດ, ​ເຊີດ​ຊູ​ສະຕິ​ຕືນຕົວໃນ​ການ​ປະຕິບັດ​ມະຕິ. ວິວັດ​ການ​ກະກຽມ ​ແລະ ປະຕິບັດ​ການ​ສຳ​ຫລວດ​ກວດຄືນ, ຕຳ​ນິຕິ​ຊົມ​ຕົນ​​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ​ຕາມ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ​ກາຍ​ເປັນ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ໃນ​ທ່ົວ​ພັກຢ່າງ​ແທ້​ຈິງ.”

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ກໍ​ໄດ້​ກຳນົດ​ທິດບັນດາ​ບັນຫາສຳຄັນ​ອື່ນ​ຄື: ສ້າງ​ການວາງ​ແຜນ​ພະນັກງານ​ຂັ້ນ​ຍຸດ​ທະ​ສາດ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.  ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກໍ​ໄດ້​ປຶກສາ​ຫາລື, ຍົກ​ອອກ​ການ​ຕີ​ລາຄາ​ຢ່າງ​ພາວະ​ວິ​ໄສ, ວິທະຍາສາດ​ເພ່ືອ​ກ້າວ​ໄປ​ເຖິງ​ການ​ສ້າງ​ມະຕິ​​ຫົວ​ເລື່ອງ​ສະ​ເພາະກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຄຸ້ມ​ຄອງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຢູ່​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ