ສືບຕໍ່ ລົງທຶນພັດທະນາເຂດຊົນເຜົ່າສ່ວນຫນ້ອຍ

(VOVWORLD) -ວັນທີ 14 ຕຸລາ ປີ 2021, ທ່ານນາຍົກລັດຖະມົນຕີ ໄດ້ປະກາດໃຊ້ຂໍ້ຕົກລົງອະນຸມັດຜ່ານໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ -ສັງຄົມ ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ ໄລຍະ2021 2030. ຄະນະກຳມະການຊົນເຜົ່າ ພວມສົມທົບກັບບັນດາທ້ອງຖິ່ນຢູ່ 3 ພາກ ເຫນືອ -ກາງ -ໃຕ້ ຈັດຕັ້ງກອງປະຊຸມສະຫລຸບ 3 ປີແຫ່ງການປະຕິບັດໂຄງການດັ່ງກ່າວ ເພື່ອແນໃສ່ຊອກຫາບັນດາມາດຕະການຢ່າງມີປະສິດທິຜົນເພື່ອພັດທະນາບັນດາເຂດຊົນເຜົ່າສ່ວນຫນ້ອຍໃນທົ່ວປະເທດ.

ສືບຕໍ່ ລົງທຶນພັດທະນາເຂດຊົນເຜົ່າສ່ວນຫນ້ອຍ - ảnh 1ສືບຕໍ່ລົງທຶນພັດທະນາເຂດຊົນເຜົ່າສ່ວນຫນ້ອຍ.ພາບ:chinhphu.vn

ໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ -ສັງຄົມ ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ ໄລຍະ2021 – 2030 ໄດ້ວາງຄາດໝາຍລະອຽດ ກ່ຽວກັບການກໍ່ສ້າງເສັ້ນທາງຄົມມະນາຄົມຢູ່ເຂດຊົນນະບົດ, ແກ້ໄຂຄວາມຕ້ອງການທີ່ຈຳເປັນກ່ຽວກັບທີ່ດິນ, ເຮືອນຢູ່, ທີ່ດິນທຳການຜະລິດ, ນ້ຳສະອາດ ແລະ ວິທີຫາເງິນລ້ຽງຊີບໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍ, ຫນູນຊ່ວຍສອນວິຊາຊີບ, ສ້າງວຽກເຮັດງານທຳ,   ອະນຸລັກຮັກສາຄຸນຄ່າວັດທະນະທຳບໍ່ເປັນວັດຖຸ, ສ້າງບັນດາສູນວັດທະນະທຳຢູ່ບ້ານ, ຕາແສງ, ລົງທຶນກໍ່ສ້າງສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນຈຳນວນຫນຶ່ງ..

ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຍົກສູງຂຶ້ນ

ພາຍຫລັງເກືອບ 3 ປີແຫ່ງການປະຕິບັດ, ໂຄງການດັ່ງກ່າວໄດ້ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການປະຕິບັດແຜນການພັດທະນາເສດຖະກິດ ສັງຄົມ ຂອງຫລາຍທ້ອງຖິ່ນ. ບັນດາແຫລ່ງກຳລັງ, ນະໂຍບາຍຂອງໂຄງການ ໄດ້ ແລະ ພວມສຸມໃສ່ລົງທຶນພັດທະນາກິດຈະກຳພື້ນຖານໂຄງລ່າງທີ່ຈຳເປັນເພື່ອຮັບໃຊ້ການດຳລົງຊີວິດຂອງປະຊາຊົນ, ສຸມໃສ່ລົງທຶນເຂົ້າເຂດຊາວຊົນເຜົ່າສ່ວນຫນ້ອຍ ແລະເຂດພູດອຍທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ .

ການເຄື່ອນໄຫວລົງທຶນ, ຫນູນຊ່ວຍພັດທະນາການຜະລິດ ແລະ ການຫາເງິນລ້ຽງຊີບ ໄດ້ປະກອບສ່ວນຍົກສູງລາຍຮັບໃຫ້ແກ່ປະຊາຊົນ; ວຽກງານອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່າ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່.  ບັນດາທ້ອງຖິ່ນ ໄດ້ປະຕິບັດວຽກງານລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ສອນວິຊາຊີບ, ແກ້ໄຂວຽກເຮັດງານງານທຳເປັນຢ່າງດີ, ຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈ ຂອງຊາວຊົນເຜົ່າສ່ວນຫນ້ອຍໄດ້ຮັບການຍົກສູງຂຶ້ນ, ວຽກງານເບິ່ງແຍງດູແລສຸຂະພາບ, ການສຶກສາ - ບຳລຸງສ້າງ ມີການຫັນປ່ຽນຢ່າງຕັ້ງຫນ້າ. ທ່ານ ຈ້ຽວວັນຫວນ, ເລຂາພັກ ຕາແສງເມື່ອງລາຍ, ເມືອງລຸກອຽນ ແຂວງ ອຽນບາຍ ໃຫ້ຮູ້ວ່າ:

 “ການຂົນຂວາຍປະຊາຊົນເສີມຂະຫຍາຍກຳລັງແຮງພາຍໃນຢ່າງສຸດຂີດ, ຫນູນຊ່ວຍຫລາຍຄອບຄົວໃນການສອນວິຊາຊີບ ແລະ ແນະນຳວຽກເຮັດງານທຳ; ກຳນົດທິດ ຫນູນຊ່ວຍໃຫ້ແກ່ປະຊາຊົນ ເພື່ອພັດທະນາຮູບແບບເສດຖະກິດກ່ຽວກັບການລ້ຽງສັດ, ພັດທະນາການຜະລິດກະສິກຳ, ປູກປ່າ ແລະ ພິເສດ ແມ່ນຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ຊ່ວຍເຫລືອບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ, ຮຽກຮ້ອງການຂົນຂວາຍການຊ່ວຍເຫລືອຈາກສັງຄົມເພື່ອກໍ່ສ້າງເຮືອນຢູ່, ລົບລ້າງເຮືອນບໍ່ຖາວອນໃຫ້ແກ່ຄອບຄົວທຸກຍາກ”

 ແຕ່ປີ 2021 ຮອດວັນທີ 31 ພຶດສະພາປີ 2023, ໄລ່ສະເພາະ 19 ແຂວງ, ນະຄອນ ທາງພາກເຫນືອໄດ້ ປ່ອຍເງິນໄດ້ເກືອບ 5.700 ຕື້ດົ່ງ (241 ລ້ານ USD), ບັນລຸກວ່າ 21,46% ແຜນການຂອງໂຄງການດັ່ງກ່າວ. ຄາດວ່າ ຮອດທ້າຍປີນີ້ ໂຄງການຈະສຳເລັດບັນດາຄາດໝາຍສຳຄັນ.

ສືບຕໍ່ຜັນຂະຫຍາຍປະຕິບັດບັນດາຄາດໝາຍຂອງໂຄງການໃຫ້ເປັນຢ່າງດີ

ຕາມທ່ານ ເຫົ່າອາເລັ່ງ, ລັດຖະມົນຕີ, ຫົວຫນ້າ ຄະນະກຳມະການຊົນເຜົ່າ ແລ້ວ, ໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມ ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍໄລຍະ 2021 – 2030 ແມ່ນແຜນນະໂຍບາຍໃຫຍ່, ມີຄວາມໝາຍສຳຄັນພິເສດ. ເພາະສະນັ້ນ ຄະນະກຳມະການຊົນເຜົ່າ ບັນດາແຂວງ, ນະຄອນ ຄວນເສນາທິການໃຫ້ ຄະນະກຳມະການປະຊາຊົນແຂວງ ເພື່ອມີການຊີ້ນຳ, ແນະນຳຂັ້ນຮາກຖານປະຕິບັດຖືກຕາມຄວາມຄືບຫນ້າ ແລະ ເສີມຂະຫຍາຍໂຄງການຢ່າງມີປະສິດທິຜົນ.

ພວກເຮົາ ຕ້ອງມີຄວາມຮັບຜິດຊອບໃນການແນະນຳໃຫ້ຂັ້ນເມືອງ,ຕາແສງ. ບັນຫາໃດຂຶ້ນກັບສິດອຳນາດຂັ້ນແຂວງ, ແມ່ນຂັ້ນແຂວງແກ້ໄຂ ບໍ່ຕ້ອງລໍຖ້າຈາກສູນກາງ. ບັນດາທ້ອງຖິ່ນເພີ່ມທະວີວຽກງານສົມທົບກັນ, ແບ່ງປັນຂໍ້ມູນ,ບົດຮຽນ ປະສົບການ. ສະເຫນີໃຫ້ຄະນະກຳມະການຊົນເຜົ່າບັນດາແຂວງ ແມ່ນອົງການຮັບຜິດຊອບຢູ່ທ້ອງຖິ່ນ ຕ້ອງກຳແຫນ້ນສະພາບການ, ລາຍງານໃນທຸກເດືອນກ່ຽວກັບວຽກງານທີ່ໄດ້ຜັນຂະຫຍາຍແລ້ວ ແມ່ນຄືແນວໃດ, ຜົນໄດ້ຮັບ ແລະມີຂໍ້ຕິດຂັດຫຍັງ”

ບັນດາກອງປະຊຸມສະຫລຸບ 3 ປີແຫ່ງການປະຕິບັດໂຄງການເປົ້າໝາຍແຫ່ງຊາດການພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ ໄລຍະ 2021 – 2030 ມຸ່ງໄປເຖິງການກຳນົດຢ່າງຈະແຈ້ງບັນດາມາດຕະການພິເສດໃນການຜັນຂະຫຍາຍການປະຕິບັດໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມ ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ 2021 – 2025. ບັນດາມາດຕະການພິເສດນີ້ ຈະໄດ້ຮັບການຜັນຂະຫຍາຍປະສານຄຽງຄູ່ກັບບັນດາໂຄງການເປົ້າໝາຍແຫ່ງຊາດອື່ນ, ມຸ່ງໄປເຖິງການພັດທະນາແບບຍືນຍົງຢູ່ເຂດຊົນເຜົ່າສ່ວນຫນ້ອຍຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ