ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ວິສາຫະກິດ ພັດທະນາການຜະລິດ, ດຳເນີນທຸລະກິດ.

(vovworld) - ບັນຫາ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ເພື່ອໃຫ້​ວິ​ສາ​ຫະກິດ, ພັດທະນາ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ຊຶ່ງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ໄດ້​ເນັ້ນ​ຫນັກ​ທີ່​ກອງ​ປະຊຸມ​ປ​ະຈຳ​ເດືອນ 4/2012 ຂອງ​ລັດຖະບານ​ຊຶ່ງ​ດຳ​ເນີນ​ໃນ​ວັນ​ທີ 3 ​ແລະ 4/5. ຕາມ​ນັ້ນ​ແລ້ວ, ຄາດ​ວ່າ ລັດຖະບານ​ຈະ​ປະກາດ​ໃຊ້​ມະຕິ​ສະບັບ​ຫນຶ່ງ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຫນູນ​ຊ່ວຍ​ວິສາ​ຫະກິດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ວິສາຫະກິດ ພັດທະນາການຜະລິດ, ດຳເນີນທຸລະກິດ. - ảnh 1
ການປະຊຸມຂ່າວປະຈຳເດືອນ 4/2012 ຂອງລັດຖະບານ
ພາບ:internet

        ​ໃນ​ບົດ​ລາຍ​ງານ​ສະພາບ​ການເຄື່ອນໄຫວ​ວິ​ສາ​ຫະກິດ​ໃນ​ໄລຍະ 4 ​ເດືອນ​ຕົ້ນ​ປີ 2012 ​ແລະ ບາງ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ກອງ​ປະຊຸມ​ປະຈຳ​ເດືອນ 4/2012 ຂອງ​ລັດຖະບານ, ທ່ານ Bui Quang Vinh ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໃຫ້​ຮູ້​ວ່າ: ຍ້ອນ​ປະຕິບັດ​ບັນດາ​ມາດ​ຕະການ​ຫນູນ​ຊ່ວຍ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ​ຢ່າງ​ຄົບຊຸດ ແລະ ມີ​ປະສິດທິ​ຜົນ, ​ໃນ​ 4 ​ເດືອນຕົ້ນ​ປີ, ການ​ເຄື່ອນ​ໄຫວ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ບາງ​ຂະ​ແຫນງ​ການ​ຄື: ສິນ​ໃນ​ນ້ຳ, ກະສິກຳ, ຜະລິດ​ເຄື່ອງ​​ໃຊ້​ສອຍ, ຂະ​ແຫນງ​ຜະລິດ​ສິນຄ້າ​ສົ່ງ​ອອກ​ຈຳນວນ​ຫນຶ່ງ ​ໄດ້​ຮັບ​ການ​ປັບປຸງ​ດີ​ພໍ​ສົມຄວນ.  ​ເຖິງ​ຢ່າ​ງ​ໃດ​ກໍ​ຕາມ, ສະພາບ​ການ​ຍັງ​​ຫຍຸ້ງຍາກຢູ່​ ແລະມີສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ຄື​: ອັດຕາ​ດອກ​ເບ້​ຍ​ເຖິງ​ວ່າ​ຖືກ​ຫລຸດ​ລົງ​ ​ແຕ່​ຍັງຢູ່ໃນ​ລະດັບ​ສູງ, ສິນຄ້າ​ຄ້າງ​ສາງ​ຍັງ​ຫລາຍ​ຢູ່, ຈຳນວນ​ວິ​ສາ​ຫະກິດຖືກ​ລົ້ມ​ລະລາຍ ​ແລະ ຢຸດຕິ​ການ​ເຄື່ອນ​ໄຫວ​ຫລາຍ​ກວ່າ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ສາຍ​ເຫດ​ທີ່​ພາໃຫ້ການ​ເຄື່ອ​ນ​ໄຫວ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແມ່ນ​ເລີ່​ມມາ​ຈາກ​ສະພາບ​ເສດຖະກິດ​ໂລກ ​ແລະ ການ​ຜັນ​ແປຂອງ​ພື້ນຖານ​ເສດຖະ​ເກິ​ດພາຍ​ໃນ​ປະ​ເທດ​ກໍ​ຄື​ສະພາບ​ອ່ອນ​ດ້ອຍ​ຂອງ​ບັນດາ​ວິ​ສາ​ຫະກິດ​ເອງ. ພາຍຫລັງ​ໄຈ້​ແຍກ​ສະພາບ​ການ, ສາຍ​ເຫດຄວາມ​ຫຍຸ້ງຍາກ​ຂອງ​ບັນດາ​ວິ​ສາ​ຫະກິດ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຊີ້​ແຈງ​ວ່າ: ບັນດາ​ກະຊວງ, ຂະ​ແຫນງ​ທີ່​ມີ​ສ່ວນ​ກ່ຽວຂ້ອງ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​​ເລື່ອງ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກເພື່ອ​ໃຫ້​ວິ​ສາ​ຫະກິດ​ຊຸກຍູ້​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ສືບ​ຕໍ່​ເປີດ​ກວ້າງ​ຕະຫລາດ​ຈຳຫນ່າຍ​ຜະລິດ​ຕະພັນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ພ້ອມ​ທັງ​ວາງ​ອອກ​ບັນດາ​ນະ​ໂຍບາຍ​ພາສີອາກອນ​ໃຫ້​​ເໝາະ​ສົມກັບ​ບັນດາ​ວິ​ສາ​ຫະກິ​ດຂະຫນາດ​ກາງ ​ແລະ ນ້ອຍ, ວິ​ສາ​ຫະກິດ​ນຳ​ໃຊ້​ຄົນ​ງານ​ເປັນ​ຈຳນວນ​ຫລວງຫລາຍ. ທ່ານ ນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນ​ວ່າ:

        “ລັດຖະບານ​ເຫັນ​ດີ​ສືບ​ຕໍ່​ສູ້​ຊົນ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​, ຕັ້ງຫນ້າ ​ແລະ ຂ້ຽວ​ຂາດ​ໃນ​ການ​ບໍລິຫານ​ເພື່ອ​ມີ​ບັນດາ​ມາດ​ຕະການ​​ແທດຈິງ, ມີປະສິດທິ​ຜົນ​ເພື່ອ​ບັນລຸ​ຈຸດໝາຍ​ທີ່​ໄດ້​ວາງ​ອອກ. ບັນຫາ​ທີ່​ວາງ​ອອກ​ແມ່ນ​ມາດ​ຕະການ​ຈັດ​ຕັ້ງ, ບໍລິຫານ, ຈັດ​ຕັ້ງ​ປະຕິບັດ. ​ໃນ​ຄະນະ​ລັດຖະບານ, ພວກ​ເຮົາ​ຕ້ອງ​​ເດັດດ່ຽວ, ສົມທົບ​ກັນຢ່າງ​ຄົບ​ຊຸດ, ​ຕິດແທດກັບ​ຕົວຈິງ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ.”

        ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຊີ້​ນຳ​ໃຫ​້ສືບ​ຕໍ່​ປະຕິບັດ​ວິວັດ​ການ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​ຕາມ​ທ່າ​ອ່ຽງຄ່ອຍໆຫລຸດຜ່ອນ​ໄພ​ເງິນ​ເຟີ້, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​​ໄດ້​ກູ້​ຢືມ​ທຶນ​ເພື່ອ​ຊຸກຍູ້​ການ​ພັດທະນາ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ. ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ ຕ້ອງ​ເປັນ​ເຈົ້າ​ການ​ເພີ່ມ​ທະວີ​ການ​ພົບ​ປະ​ສົນ​ທະ​ນາ, ຮັບ​ຟັງ​ປະຕິ​ກິລິຍາ​ຂອງ​ບັນດາ​ວິ​ສາ​ຫະກິດ​ກ່ຽວກັບ​ບັນດາ​ນະ​ໂຍບາຍເພື່ອມີມາດຕະການແກ້ໄຂຄວາມຫຍຸ້ງຍາກ, ປັບປຸງນະໂຍບາຍໃຫ້ເໝະສົມ. ລັດຖະບານ​ຈະ​ປະກາດ​ໃຊ້​ມະຕິ​ສະ​ເພາະ​​ໂດຍ​ໄວ, ​ໃນ​ນັ້ນ ສຸມ​ໃສ່​ເຂົ້າ​ໃນ​ໝວດ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ເພື່ອ​ຊຸກຍູ້​ການ​ຜະລິດ​ດຳ​ເນີ​ນທຸລະ​ກິດ ​ແລະ ວິ​ສາ​ຫະກິດ​ພັດທະນາ.  ​ໃນ​ການ​ປະຊຸມ​ຂ່າວ​ເມື່ອ​ອັດ​ວາລະ​ປະຊຸມ​ປະຈຳ​ເດືອນ​ຂອງ​ລັດຖະບານ​ໃນ​ວັນ​ທີ 4/5/2012, ທ່ານ Vu Duc Dam ລັດຖະມົນຕີ ຫົວຫນ້າ​ຫ້ອງ​ວ່າການ​ລັດຖະບານ ​ໃຫ້​ຮູ້​ວ່າ:

        “ ຈະ​ພິຈາລະນາ​ຕໍ່​ກຳນົດ​​ເວລາ​ເກັບອາກອນ​ລາຍ​ຮັບ​​ວິ​ສາ​ຫະກິດ, ອາກອນ​ມູນ​ຄ່າ​ເພີ່ມ. ຕາມ​ການ​ຄິດ​ໄລ່​ຂອງກະຊວງ​ການ​ເງິນ​ແລ້ວ ​ບ້ວ​ງ​ເງິນ​ຫນູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະກິດຈະ​ຂຶ້ນ​ເຖິງ 4000 ຕື້ດົ່ງ. ”

   ພ້ອມ​ກັບບັນດາ​ມາດ​ຕະການ​ຕໍ່​ກຳນົດ​ເວລາ​ເກັບ​ອາກອນ ​ແລ້ວ, ລັດຖະບານ​ກໍ​ຕົກລົງ​ຫນູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຈຳຫນ່າຍ​ສິນຄ້າ​ຄ້າງ​ສາງ, ຕິດ​ພັນ​ກັບ​ການ​ລົງທຶນສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​​ໃຫມ່, ຫນູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຈຳຫນ່າຍຜະລິດ​ຕະພັນ, ຫລຸດຜ່ອນສະພາບ​ສິນຄ້າ​ຄ້າງ​ສາງ​ຜ່ານ​ບັນດາ​ໂຄງ​ການ​ຕ່າງໆ​ຄື: ສ່ົງ​ເສີມ​ຜູ້​ການ​ຊົມ​ໃຊ້, ສົ່ງ​ສິນຄ້າ​ລົງ​ໄປ​ຂາຍ​ຢູ່​ເຂດ​ຊົນນະບົດ, ປ່ອຍ​ທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ແລະ ​ໂຄງການ​ກໍ່ສ້າງ​ເຮືອນ​ຢູ່​ສັງຄົມ​ຢ່າງ​ວ່ອງ​ໄວ.  ພ້ອມ​ທັງ​ເພີ່ມ​ງົບ​ປະທານ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ, ​ເປີດ​ກວ້າງ​ຕະຫລາດ​ສົ່ງ​ອອກ, ຫນູນ​ຊ່ວຍ​ບຳລຸງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ​ໃຫ້​ແກ່​ການ​ຜະລິດ​ກະສິກຳ. ຫນູນ​ຊ່ວຍ​ດ​້ານສິ​ນ​ເຊື່ອ​ໃຫ້​ແກ່​ການ​ຜະລິດ, ປຸ​ງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳ​​ເພື່ອສົ່ງ​ອອກ. ​ເມື່ອ​ເວົ້າ​ເຖິງ​ບັນຫາ​ນີ້, ທ່ານ  Vu Dinh Anh ຜູ້​ຊ່ຽວຊານ​ເສດຖະກິດ ​ໃຫ້​ຮູ້​ວ່າ:

        “ຫນຶ່ງ​ໃນ​ບັນດາ​ສາຍ​ເຫດ​ທີ່ຈຳຫນ່າຍ​ສິນຄ້າບໍ່ໄດ້ ນັ້ນ​ແມ່ນ​ລາຄາ. ມາດ​ຕະການ ​ແມ່ນ​ຫລຸດຜ່ອນ​ລາຄາ ຈາກ​ນັ້ນ​ກະຕຸກ​ຊຸກຍູ້​ຄວາມ​ຕ້ອງການ​ໄດ້. ປະຈຸ​ບັນ ​ເພື່ອ​ຫນູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະກິດ ​ແທນ​ທີ່​ຈະ​ນຳ​ໃຊ້ມາດ​ຕະການ​ຍົກ​ເວັ້ນພາສີ, ​ຫລຸ​ດຜ່ອນ ​ແລະ ຕໍ່​ກຳນົດ​ເວລາ​ເກັບ​ອາກອນ​ລາຍ​ຮັບວິ​ສາ​ຫະກິດ​ໂດຍ​ກົງ​ນັ້ນ, ການ​ຍົກ​ເວັ້ນ, ຫລຸດຜ່ອນ ​ແລະ ​ຕໍ່ກຳນົດ​ເວລາ​ເກັບ​ອາກອນ​ລາຍ​ຮັບ​​ໂດຍ​ທາງ​ອ້ອມ​ແມ່ນ​ມາດ​ຕະການ​ທີ່​ປະສິດທິ​ຜົນ​ກວ່າ.”

ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ວິສາຫະກິດ ພັດທະນາການຜະລິດ, ດຳເນີນທຸລະກິດ. - ảnh 2
ວິສາຫະກິດຜະລິດສິນຄ້າສົ່ງອອກ
ພາບປະກອບ:internet

        ທີ່​ກອງ​ປະຊຸມ​ປະຈຳ​ເດືອນ 4/2012 ຂອງ​ລັດຖະບານ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ກໍ​ສະ​ເຫ​ນີ 5 ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ເພື່ອ​ໃຫ້​ວິ​ສາ​ຫະກິດ, ຊຸກຍູ້​ກາ​ນຜະລິດ​ດຳ​ເນີນ​ທຸລະ​ກິດ. ນັ້ນ​ແມ່ນ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ສືບ​ຕໍ່​ຄວບ​ຄຸມ​ໄພ​ເງິນ​ເຟີ້ ພ້ອມ​ກັບ​ວິວັດ​ການ​ຫລຸ​ດຜ່ອນ​ອັດຕາ​ດອກ​ເບ້ຍ, ຜັນ​ຂະຫຍາຍ​ມາດ​ຕະການ​ຮີບ​ດ່ວນ​ຈຳນວນ​ຫນຶ່ງ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ​ຢ່າງ​ວ່ອງ​ໄວ, ຊຸກຍູ້​ການ​ເຕີບ​ໂຕ​ຢູ່​ໃນ​ລະດັບ​ເໝາະສົມ ​ແຕ່​ບໍ່​​ເຮັດ​ໃຫ້​ເສດຖະກິດ​ມະຫາ​ພາກ​ຂາດ​ຄວາມ​ເປັນ​ປົກກະຕິ ​ແລະ ​​ໄພ​ເງິນ​ເຟີ້​ກັບ​ຕ່າວ​ຄືນ​ມາ. ​

Bui Hang

ຂ່າວ/ບົດ​ອື່ນ