ສະພາບຕົວຈິງກ່ຽວກັບຄວາມເສລີທາງສື່ມວນຊົນຢູ່ຫວຽດນາມ

( vovworld ) – ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ມີ​ບາງ​ອົງການ​ຈັດຕັ້ງ ​ແລະ ສ່ວນ​ບຸກຄົນ​ບໍ່​ມີ​ເຈດ​ຕະນາ​ດີ​ທີ່​ໄດ້​ເສັກ​ສັນ​ປັ້ນ​ແຕ່ງ, ຖື​ວ່າ ຫວຽດນາມ ​ໄດ້ຄວບ​ຄຸມສິດ​ເສລີໃນ​ການ​ປາກ​ເວົ້າ, ສິດ​ເສລີທາງ​ສື່​ມວນ​ຊົນ, ຈຳກັດ ​ແລະ ຫ້າມ​ນຳ​ໃຊ້​ເຄືອ​ຂ່າຍ​ອິນເຕີ​ແນັດ…..​ພົ້ນ​ເດັ່ນ​ແມ່ນ​ໃນ​ບົດ​ລາຍ​ງານ​ປະຈຳ​ປີ ຊື່​ງ​ໄດ້​ຍົກ​ອອກ​ມາ​ກ່ອນ​ວັນ​​ແຫ່ງ​ຄວາມເສລີທາງສື່​ມວນ​ຊົນ​ໂລກ (3/5/2012) ຫວ່າງ​ແລ້ວ​ນີ້, ​ອົງການ Freedom House ​ໄດ້​ຈັດ​ ຫວຽດນາມ ​ເຂົ້າ​ໃນ​ກຸ່ມ​ບັນດາ​ປະ​ເທດ​ບໍ່​ມີ​ຄວາມ​ເສລີ​ທາງ​ສື່​ມວນ​ຊົນ, ເພື່ອ​ຊ່ວຍ​ໃຫ້​ທ່ານ​ຜູ້​ຟັງ​ມີ​ທັດສະນະ​ຢ່າງຖືກຕ້ອງ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​​ສື່​ມວນ​ຊົນ​ເວົ້າລວມ, ອິນ​ເຕີ​ແນັດ​ເວົ້າສະ​ເພາະ ຊື່​ງພວມ​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ຢູ່​ຫວຽດນາມ, ຕໍ່ໄປແມ່ນບົດ​ຂຽນ​ຂອງ​ນັກ​ຂ່າວ​ທູ​ຮວາ ທີ່​ມີ​ຫົວ​ຂໍ້​ວ່າ: ສະພາບ​ຕົວ​ຈິງ​ກ່ຽວ​ກັບ​ຄວາມເສລີທາງ​ສື່​ມວນ​ຊົນ​ຢູ່​ຫວຽດນາມ.

ສະພາບຕົວຈິງກ່ຽວກັບຄວາມເສລີທາງສື່ມວນຊົນຢູ່ຫວຽດນາມ - ảnh 1

(ພາບ:qdnd.vn)

    ນັບ​ແຕ່ດຳ​ເນີນ​ພາລະກິດ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ​ຢ່າງຮອບດ້ານ​ແຕ່​ປີ 1986 ມາ​ຮອດ​ປະຈຸ​ບັນ, ຍາມ​ໃດ, ພັກ ​ແລະ ລັດ​ຫວຽດນາມ ກໍ​ມີ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ ​ເຖິງ​ການ​ພັດທະນາ​ສື່ສານ ​ແລະ ບັນດາ​ພາຫະນະ​ສື່​ມວນ​ຊົນ. ​ໄລ່​ຮອດ​ເດືອນ 3/2012, ທົ່ວປະ​ເທດ​ມີ​ນັກ​ຂ່າວ​ເກືອບ 17.000 ຄົນ​ໄດ້​ຮັບ​ບັດ​ນັກ​ຂ່າວ, ​ເພີ່ມ​ຂຶ້ນ​ທົບ 3 ​ເທົ່າ​ເມື່ອ​ທຽບ​ກັບ​ປີ 1986 ​ແລະ ມີນັກ​ຂ່າວ​ອື່ນໆນັບ​ພັນ​ຄົນ​ພວມ​ເຄື່ອນ​ໄຫວ​ວຽກ​ງານ​ສື່​ຂາວ, ກຽມ​ຈະໄດ້​ຮັບ​ບັດ​ນັກ​ຂ່າວ; ມີ 768 ສຳນັກ​ໜັງສືພິມ​ດ້ວຍ 1016 ສື່​ສິ່ງ​ພິມ, ສຳນັກງານ​ວິທະຍຸ​ກະຈາຍສຽງ, ​ໂທລະພາບ​ສູນ​ກາງ ​ແລະ ​ແຂວງ 67 ​ແຫ່ງ. ​ໄປ​ຄຽງ​ຄູ່​ກັບ​ການ​ໂຄສະນາ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ, ຍາມ​ໃດສື່​ມວນ​ຊົນ ກໍ່​​ເສີມ​ຂະຫຍາຍ​ສິດ​ປະຊາທິປະ​ໄຕ​ຢ່າງ​ກ້ວາງ​ຂວາງ, ​ເປັນ​ເຈົ້າການ​ເຂົ້າຮ່ວມ​ການ​ໄຈ້​ແຍກ​ຕີ​ລາຄາບັນຫາ​ຕ່າງໆ​ໃນ​ສັງຄົມ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການວາງ​ແຜນ​ກຳນົດ​​ແນວ​ທາງຂອງ​ພັກ, ​ແຜນການ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ລັດຖະບານ ​ແລະ ຕໍ່ສູ້​ສະກັດ​ກັ້ນ, ຍູ້​ໄພ​ສໍ້ລາດ​ບັງ​ຫຼວງ, ​ໄພ​ສັງ​ຄົມ​ໃຫ້​ຖອຍ​ໄປ. ສື່​ມວນ​ຊົນ​ຫວຽດນາມ ​ແມ່ນ​ເວທີ​ປາ​ໄສ​ເພື່ອ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ, ສິດ​ເສລີ​ໃນ​ການ​ປາກ​ເວົ້າຂອງ​ປະຊາຊົນຢ່າງ​ແທ້​ຈິງ. ຢູ່ ຫວຽດນາມ, ສື່​ສິ່ງພິມ, ວິທະຍຸ, ​ໂທລະພາບ ​ແລະ ສື່​ເອ​ເລກ​ໂຕ​ນິກລ້ວນ​ແຕ່​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ລົງທຶນ, ພັດທະນາ. ​ໃນ 10 ປີຜ່ານມາ, ນັບ​ແຕ່​ເມື່ອ​ຫວຽດນາມ ​ໄດ້​ເຂົ້າ​ເຄືອ​ຍຂ່າຍ​ອິນ​ເຕີ​ແນັດ​ທົ່ວ​ໂລກ​ເປັນຄັ້ງທຳ​ອິດ​ມາ​ຮອດ​ປະຈຸ​ບັນ, ມີ 27 ລ້ານຄົນ​ໄດ້​ນຳ​ໃຊ້​ອິນ​ເຕີ​ແນັດ, ກວມ​ເກືອບ 31% ຈຳນວນປະຊາກອນ​ໃນ​ຈຸດ​ເວລາ​ນີ້. ທ່ານ Pham Quoc Nhat ຜູ້ອຳນວຍການ​ບໍລິສັດ​ຊອບ​ແວ Nhat Cuong ຢູ່​ Ha Noi ຖື​ວ່າ:

    “​ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ລະດັບ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ແຮງ​ທີ່​ສຸດ, ​ໃນ​ນັ້ນ ອິນ​ເຕີ​ແນັດ​ໄດ້​ລົງ​ຮອດບ້ານ​​ແລ້ວ. ສິ່ງ​ດັ່ງກ່າວ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ປະ​ເທດ​ຕ່າງໆ​ຢູ່ໃນ​ໂລກ​. ພວກ​ເຮົາ​ສາມາດ​ຮັບ​ທຸກໆ​ຂ່າວ​ໃນ​ເຄື​ຍຂ່າຍ​ອິນ​ເຕີ​ແນັດ. ສະນັ້ນ, ​ເມື່ອ​ເວົ້າວ່າ ອິນ​ເຕີ​ແນັດ​ຢູ່​ຫວຽດນາມ ຖືກ​ຈຳກັດ ​ແມ່ນ​ບໍ່​ຖືກຕ້ອງ“.

ສະພາບຕົວຈິງກ່ຽວກັບຄວາມເສລີທາງສື່ມວນຊົນຢູ່ຫວຽດນາມ - ảnh 2

ສື່​ສິ່ງ​ພິມ​ຂາຍ​ຢູ່​ຫວຽດນາມ

(ພາບ:radioaustralia.net.au)

   ບໍ່​​ແມ່ນ​ສິ່ງ​ບັງ​ເອີນ ​ເມື່ອ ຫວຽດນາມ ກາຍ​ເປັນ​ປະ​ເທດ​ທີ່​ມີ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ອິນ​​ແນັດ​ໄວ​ກ່ວາ​ໝູ່​ໃນ​ພາກພື້ນ ​ແລະ ນອນ​ໃນ​ຈຳນວນ​ປະ​ເທດ​ຕ່າງໆທີ່​ມີ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ອິນ​ເຕີ​ແນັດ​ສູງ​ກ່ວາ​ໝູ່​ໃນ​ໂລກ. ທ່ານ Luu Vu Hai ຫົວໜ້າ​ກົມ​ວິທະຍຸ​ໂທລະພາບ ​ແລະ ຂ່າວສານ​ເອ​ເລກ​ໂຕ​ນິກ, ສັງກັດກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ເນັ້ນໜັກ​ວ່າ, ສິ່ງ​ສຳຄັນ​ຂອງ​ການ​ພັດທະນາ​ບຸກທະລຸ, ນັ້ນ​ແມ່ນ​ຄວາມ​ເອົາ​ໃຈ​ໃສ່​​ເປັນພິ​ເສດ​ຂອງ​ພັກ, ລັດ​ ທີ່​ມີ​ຕໍ່​ຂົງ​ເຂດ​ສື່​ມວນ​ຊົນ​ເວົ້າລວມ ​ແລະ ​ເຕັກ​ໂນ​ໂລ​ຊີ​ອິນ​ເຕີ​ແນັດ​ເວົ້າສະ​ເພາະ. ​ແຕ່​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ກໍ່​ເຊັ່ນ​ດຽວ​ກັນ​ກັບ​ຫຼາຍ​ປະ​ເທດ​ອື່ນໆ, ຫວຽດນາມ ກໍ່​ມີ​ການ​ກຳນົດ​ໃນ​ການ​ນຳ​ໃຊ້​ອິນ​ເຕີ​ແນັດ ​ເພື່ອ​ບໍ່​ສົ່ງຜົນ​ສະທ້ອນບໍ່​ດີ​ເຖິງ​ຮີດຄອງ​ປະ​ເພນີ, ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ… ຍ້ອນ​ເຫດນັ້ນ, ຖ້າຮຽກຮ້ອງ​ສິດ​ເສລີ​ໃນ​ການ​ໃຊ້​ອິນ​ເຕີ​ແນັດ​ເວົ້າສະ​ເພາະ ​ແລະ ສື່​ມວນ​ຊົນ​ເວົ້າລວມ​ແມ່ນ​ທັດສະນະ​ແຕ່​ຝ່າຍ​ດຽວ. ທ່ານ Luu Vu Hai​ ເວົ້າວ່າ:

   “​ຫວຽດນາມ ​ໄດ້​ສົ່ງ​ເສີມ​ການ​ນຳ​ໃຊ້​ອິນ​ເຕີ​ແນັດ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ວັດທະນະທຳ, ສັງຄົມ ​ເພື່ອ​ຍົກ​ສູງ​ສະມັດ​ຕະພາບ​ແຮງ​ງານ. ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ອົງການ​ຈັດຕັ້ງ, ສ່ວນ​ບຸກຄົນ​ເຂົ້າຮ່ວມການ​ສະໜອງ ​ແລະ ນຳ​ໃຊ້​ການ​ບໍລິການ​ອິນ​ເຕີ​ແນັດ. ຫວຽດນາມ ກໍ່ມີ​ມາດ​ຕະການ​ສະກັດ​ກັ້ນບັນດາ​ການ​ກະທຳ​ສວຍ​ໃຊ້​ອິນ​ເຕີ​ແນັດ ​ເພື່ອກໍ່​ຜົນ​ສະທ້ອນ​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ, ລະ​ເມີດ​ຄູນ​ສົມບັດ, ຮີດຄອງ​ປະ​ເພນີ, ລະ​ເມີດ​ບັນດາຂໍ້​ກຳນົດ​ຂອງ​ກົດໝາຍ ​ແລະ ປົກ​ປ້ອງ​ເດັກ​​ໃຫ້ພົ້ນອອກ​ຈາກ​ການ​ກະທົບ​ທີ່​ຫຍໍ້​ທໍ້​ຈາກ​ອິນ​ເຕີ​ແນັດ“

   ທ່ານ​ນາງ Yaima ຊາວ​ແອດ​ສະ​ປາຍ​ຜູ້ 1 ທີ່​ໄດ້​ດຳລົງ​ຊີວິດ​ຢູ່​ຫວຽດນາມ ​ເປັນ​ເວລາ​ຫຼາຍ​ປີ​ຖື​ວ່າ: ຄຳ​​ເຫັນ​ກ່ຽວ​ກັບ​ການ​ຈຳກັດ​ການ​ນຳ​ໃຊ້​ອິນ​ເຕີ​ແນັດ​ຢູ່ ຫວຽດນາມ ແມ່ນຂາດ​ພາວະ​ວິ​ໄສ. ຕາມ​ທ່ານ​ນາງ​ແລ້ວ, ບໍ່​ພຽງ​ແຕ່​ຊາວ​ຫວຽດນາມ ​ເທົ່ານັ້ນ, ຫາກ​ຊາວ​ຕ່າງປະ​ເທດ​ຄື​ລາວ​ເມື່ອ​ມາ​ຫວຽດນາມ ລ້ວນ​ແຕ່​ໄດ້​ສຳ​ພັດ​ກັບ​ການ​ບໍລິການ​ອິນ​ເຕີ​ແນັດ​ຢ່າງ​ງາຍ​ດາຍ:

   “ນັບ​ແຕ່​ເມື່ອ​ມີໜ້າ​ຢູ່ ຫວຽດນາມ ມາ​ຮອດ​ປະຈຸ​ບັນ, ຂ້າພະ​ເຈົ້າບໍ່​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ໃດໆ ​ເມື່ອ​ສຳ​ພັດ​ກັບ​ການ​ບໍລິການ​ອິນ​ເຕີ​ແນັດ​. ຢູ່​ຫວຽດນາມ ຂ້າພະ​ເຈົ້າຍັງຕິດ​ຕໍ່​ພົວພັນກັບ​ຍາດຕິ​ພີ່ນ້ອງ​ຢູ່​ບ້ານ. ຂ້າພະ​ເຈົ້າຄິດ​ວ່າ ທຸກໆ​ປະ​ເທດ​ລ້ວນ​ແຕ່​ມີ​ຂໍ້​ກຳນົດ​ສະ​ເພາະ​ໃນ​ການ​ສ້າງ, ພັດທະ​ນາອິນ​ເຕີ​ແນັດຕາ​ມຄວາມ​ມຸ້ງ​ຫວັງ, ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ“

ສະພາບຕົວຈິງກ່ຽວກັບຄວາມເສລີທາງສື່ມວນຊົນຢູ່ຫວຽດນາມ - ảnh 3

31% ຈຳນວນ​ປະຊາກອນ​ຫວຽດນາມ ນຳ​ໃຊ້​ອິນ​ເຕີ​ແນັດ

(ພາບ:mientaynet.com)

    ຫວຽດນາມ ບໍ່​ມີ​ຍາມ​ໃດ​ທີ່​ຖືວ່າ ອິນ​ເຕີ​ແນັດ​ແມ່ນ “ສັດຕູ“ ຄື​ດັ່ງ​ອົງການ “ນັກ​ຂ່າວ​ບໍ່​ມີ​ພົມ​ແດນ“ ​ໄດ້​ຍົກ​ອອກ​ມາໃນ “ບົດ​ລາຍ​ງານ​ປະຈຳ​ປີ 2012“ ຫວ່າງ​ແລ້ວ​ນີ້. ການ​ພັດທະນາ​ອິນ​ເຕີ​ແນັດ ​ແລະ ການ​ເຄື​ອ່ນ​ໄຫວ​ສື່​ມວນ​ຊົນ​ຢູ່ ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ສິດ​ເສລີ​ທາງ​ສື່​ມວນ​ຊົນ​ຢູ່​ຫວຽດນາມ ບໍ່​ພຽງ​ແຕ່​ໄດ້​ຮັບປະກັນ​ດ້ວຍ​ລະບົບ​ກົດໝາຍ, ບັນດາ​ກົ​ນ​ໄກ, ນະ​ໂຍບາຍ, ນະ​ໂຍບາຍ​ສະດວກ​ສະບາຍ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້ສະ​ແດງ​ໃຫ້​ເຫັນ​ໃນ​ຊີວິດ​ຕົວ​ຈິງ​ຢ່າງ​ມີ​ຊີວິດ​ຊີວາ​ອີກ​ດ້ວຍ. ​ເປັນ​ທີ່​ຈະ​ແຈ້ງ​​ແລ້ວ​ວ່າ, ທຸກ​ສິ່ງທຸກ​ຢ່າງ​ທີ່​ອົງການ “ນັກ​ຂ່າວ​ບໍ່​ມີ​ພົມ​ແດນ“, ອົງການ Freedom House ​ແລະ ບາງ​ອົງການ​ຈັດຕັ້ງ, ສ່ວນ​ບຸກຄົນ​ຢູ່​ຕ່າງປະ​ເທດ​ຖື​ວ່າ: ຫວຽດນາມ ບໍ່​ມີ​ສິດ​ເສລີ​ທາງ​ສື່​ມວນ​ຊົນ, ຖືກ​ຈຳກັດ ​ແລະ ​ເກືອດ​ຫ້າມ​ນຳ​ໃຊ້​ອິນ​ເຕີ​ແນັດນັ້ນ ​ແມ່ນ​ໄປ​ຝືນ​ກັບ​ສະພາບ​ຕົວ​ຈິງ​ຢູ່ ຫວຽດນາມ. ບັນດາ​ຂ່າວ​ທີ່​ເສັກ​ສັນ​ປັ້ນ​ແຕ່ງ​ນີ້ ຍິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ ນັບ​ມື້​ນັບ​ໄດ້​ນຳ​ໃຊ້​ທຸກ​ແບບ​ວິທີ​, ​ເລ​ລຽມ​ເພື່ອຕ້ານ​ທຳລາຍ ຫວຽດນາມ ​ໃນ​ຂົງ​ເຂດ​ແນວ​ຄິດ, ວັດທະນະທຳ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນການ​ພັດທະນາ ​ແລະ ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ​ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ