ສະແດງຄວາມຮູ້ບູນຄຸນຕໍ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

(vovworld)- ​ໃນ​ຊຸມ​ມື້​ນີ້, ທົ່ວ​ປະ​ເທດ​ຫວຽດນາມ ພວມ​ດຳ​ເນີ​ນການ​ເຄື່ອນ​ໄຫວ​ ອັນ​ແທດ​ຈິງ ​ແລະ ມີ​ຄວາມ​ໝາຍ​ຫລາຍ​ຢ່າງ​ ເພື່ອ​ສະ​ເຫລີ​ມສະຫລອງ 66 ປີ​ແຫ່ງ​ວັນ​ທະ​ຫານ​ເສຍ​ອົງຄະ, ນັກຮົບ​ທີ່​ເສຍສະຫລະ​ຊີວິດ​ເພື່ອ​ຊາດ(27/7/1947-27/7/2013). ​ໃນ​ຫລາຍ​ປີຜ່ານມາ, ພັກ ​ແລະ ລັດ ຫວຽດນາມ ​​ໄດ້ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​​ໃຫ້​ແກ່​ທະຫານ​ເສຍ​ອົງຄະ, ນັກຮົບ​ທີ່ເສຍສະຫລະ​ຊີວິດ​ເພື່ອ​ຊາດ ​ແລະ ຄອບຄົວ​ຜູ້​ມີ​ຄຸນງາມຄວາມດີຕໍ່​ປະ​ເທດ​ຊາດ, ພິ​ເສດ​​ແມ່ນເອົາ​ໃຈ​ໃສ່​ເຖິງ​ການ​ສ້າງ​ລະບົບ​ນະ​ໂຍບາຍ​ຕອບ​ບູນ​ແທນ​ຄຸນ​ໃຫ້​ສົມ​ບູນ​ແບບ. ​ເນື່ອງ​ໃນ​ໂອກາດ​ນີ້, ນັກ​ຂ່າວ ທູ​ຮັ່ງ ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ສະ​ແດ​ງຄວາມ​ຮູ້​ບູນຄຸນ​​ຕໍ່ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ.

        ວັນ​ທີ 27/7/1947, ທ່ານ​ປະທານ​ ​ໂຮ່ຈິ​ມີນ ​ໄດ້​ສົ່ງ​ຈົດໝາຍ​​ໃຫ້​ຄະນະ​ປະຈຳ​ຄະນະ​ຈັດ​ຕັ້ງ“ວັນ​ທະຫານ​ເສຍ​ອົງຄະ​ທົ່ວ​ປະ​ເທດ” ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບູນຄຸນ​ຕໍ່​ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປວຍ, ນັກຮົບທ່ີ​ເສຍສະຫລະ​ຊີວິດ​ເພື່ອ​ຊາດ, ຄອບຄົວ​ນັກຮົບ​ທີ່​ເສຍສະຫລະ​ຊີວິດ​ເພື່ອ​ຊາດ ​ແລະ ຜູ້​ມີ​ຄຸນງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ. ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ໄປ, ​ເພື່ອ​ອາ​ໄລ​ຫາ​ຜູ້​ທີ່​ໄດ້​​ເສຍ​ເລືອດ​ເນື້ອ​ຂອງ​ຕົນ​ເພື່ອ​ປະ​ເທດ​ຊາດ ​ແລະ ສະ​ແດງ​ຄວາມ​ຮູ້​ບູນຄຸນ​ຕໍ່ບັນດາ​ຄອບຄົວຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ, ຍາມ​ໃດ ພັກ ​ແລະ ລັດ​ຫວຽດນາມ ​ກໍສ້າງ​ຫລາຍ​ແຜນນະ​ໂຍບາຍ, ນະ​ໂຍບາຍ​ໃຫມ່​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່ການ​ປະຕິວັດ, ສອດ​ຄອ່ງກັບ​ແຕ່ລະ​ໄລຍະ​ພັດທະນາ​ຂອງ​ປະ​ເທດ​ຊາດ. ບັນດາ​ນະ​ໂຍບາຍ​ນັບ​ມື້​ນັບ​ແທດ​ຈິງ ​ແລະ ຫວ່າງ​ແລ້ວ​ນີ້ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປະກາດ​ໃຊ້​ລັດຖະບັນຍັດ​ກ່ຽວ​ກັບ​ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ລັດຖະບັນຍັດ​ບຸລິມະສິດ​​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​​ເມື່ອ​ເດືອນ 7/2012. ​ເດືອນ 4/2013, ລັດຖະບານ​ໄດ້​ປະກາດ​ໃຊ້​ດຳລັດ​ໂດຍກຳນົດລະອຽດ, ​ແນະນຳ​ການ​ປະຕິບັດ​ບາງ​ມາດຕາ​ຂອງ​ລັດຖະບັນຍັດ​ບຸລິມະສິດ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ. ທ່ານ​ຮ່ວາງ​ກົງ​ທາຍ, ຫົວຫນ້າ​ກົມ​ຮັບຜິດຊອບ​ບັນຫາຜູ້​ມີ​ຄຸນງາມ​ຄວາມດີ​ຕໍ່​ການ​ປະຕິວັດ, ສັງ​ກັດ​ກະຊວ​ງ​ແຮງ​ງານ​ທະຫານ​​ເສຍ​ອົງຄະ ​ແລະ ສັງຄົມ​ໃຫ້​ຮູ້​ວ່າ:

        “ດຳລັດ​ມີ​ບາງຈຸດ​ໃຫມ່. ທີ​ຫນຶ່ງ ບັນດາ​ເປົ້າ​ໝາຍ​ແມ່ນ​ຜູ້​ເຄື່ອນ​ໄຫວ​ໃນ​​ໄລ​ຍະ​ຕໍ່​ຕ້ານ​ທີ່​ຖືກ​ສັດ​ຕູ​ຈັບ​ຕົວຄຸ້ມ​ຂັງ, ກ່ອນ​ນີ້​ເຂົາ​ເຈົ້າ​ພຽງ​ໄດ້​ຮັບ​ການ​ອຸດ​ຫນູນ​​ເທື່ອ​ຫນຶ່ງ​ເທົ່າ​ນັ້ນ ​ແຕ່​ປະຈຸ​ບັນ ​ໄດ້​ຮັບ​ການ​ອຸດ​ຫນູນ​ໃນ​ແຕ່ລະ​ເດືອນ. ທີ​ສອງ, ລະບອບ​ປີ່​ນປົວ​ແລະ​ບຳລຸງ​ສຸຂະພາບ​ໃຫ້​ແກ່​ເປົ້າ​ໝາຍ​ດັ່ງກ່າວ ​ກ່ອນ​ນີ້​​ແມ່ນ 5 ປີ​ເທື່ອ​ຫນຶ່ງ ​ແຕ່​ປະຈຸ​ບັນ​ແມ່ນ 2 ປີ​. ທີ​ສາມ, ​ແມ່​ຫວຽດນາມ​ວິລະ​ຊົນ ​ແລະ ຜູ້​ຖືກ​ຕິດ​ທາດ​ພິດ​​ເຄມີ​ຈາກ 81% ຂຶ້ນ​ໄປ ຈະ​ໄດ້​ຮັບ​ລະດັບ​ອຸດ​ຫນູນ​ໃຫ້​ແກ່​ຜູ້​ຮັບ​ໃຊ້. ທີ 4 ​ເພີ່ມ​ເຕີມ​​ຜູ້​ມີ​ຄຸນງາມຄວາມດີ ​ແລະ ຍາດຕິ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ລະດັບ​ປະກັນ​ສຸຂະພາບ ​ແລະ ຮັບບັດ​ປະກັນ​ສຸຂະ​ພາບ.”

ສະແດງຄວາມຮູ້ບູນຄຸນຕໍ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ - ảnh 1
ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນ
ພາບ:internet

        ພອ້ມກັບ​ດຳລັດ​ສະບັບ​ດັ່ງກ່າວ, ວັນ​ທີ 26/4/2013, ນາຍົກລັດຖະມົນຕີ​​ໄດ້​ເຊັນ​ອະນຸມັດ ​ແລະ ປະກາດ​ໃຊ້​ນະ​ໂຍບາຍ​ຫນູນ​ຊ່ວຍ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ກ່ຽວ​ກັບ​ເຮືອນ​ຢູ່. ທ່ານ​ຮ່ວາງ​ກົງ​ທາຍ ​ໃຫ້​ຮູ້​ວ່າ:

        “ລັດຖະບານ​ໄດ້​ສະ​ຫງວນງົບປະມານ 2500 ຕື້​ດົ່ງ. ພ້ອມ​ກັບຈຳ​ນວນ​ເງິນ​ດັ່ງກ່າວ​ແຫ​ລ່ງກຳລັງ​ຂອງ​ຄອບຄົວ​ຜູ້​ມີ​ຄຸນງາມຄວາມດີ ​ແລະ ແຫ​ລ່ງທຶນ​ຈາກ​ສັງຄົມ ນັ້ນກໍ່ສາມາດສ້າງ​ສຳ​ເລັດ​ເຮືອນ​ຢູ່ 71.000 ຫລັງ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ​ທີ່ພວມ​ປະສົບ​ກັບ​ຄວາ​ມຫຍຸ້ງຍາກ​ກ່ຽວ​ກັບ​ເຮືອນ​ຢູ່. ”

        ບັນດາ​ນະ​ໂຍບາຍ​ທີ່​ແທດ​ຈິງ​ຂອງ​ພັກ ​ແລະ ລັດ ທີ່​ມີ​ຕໍ່​ຜູ້​ມີ​ຄຸນງາມຄວາມດີ​ໄດ້​ກາຍ​ເປັນ​ນິຕິ​ກຳ​ສຳຄັນ​ເພື່ອ​ໃຫ້​ບັນດາ​ຂະ​ແຫນງ​ການ, ທຸກ​ຂັ້ນ ​ແລະ ໝູ່​ມະຫາຊົນ​ທັງ​ໝົດ​ໃນ​ສັງຄົມ​ປະຕິບັດ​ການ​ເຄື່ອນ​ໄຫວ​ຕອບ​ບູນ​ແທນ​ຄຸນ​ເປັນ​ປະຈຳ. ​ໃນ​ຊຸມ​ປີຜ່ານມາ, ຂະ​ແຫນງ​ການ​ຕ່າງໆ, ໝູ່​ມະຫາຊົນ ​ແລະ ບັນດາ​ທ້ອງ​ຖິ່ນ ມີ​ຫລາ​ຍຮູບ​ການ, ມາດ​ຕະການ ​ແລະ ວິທີ​ປະຕິບັດ​ການ​ຕອບ​ບູນ​ແທນ​ຄຸນຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​, ຮ່ວມ​ແຮງ​ຮ່ວມ​ໃຈ​ເບິ່ງ​ແຍງ​ດູ​ແລ​​ບັນດາ​ຄອບຄົວ​ປະຕິວັດ. ມີ​ການ​ເຄື​່ອນ​ໄຫວ​ທີ່​ແທດ​ຈິງຫລາຍ​ຢ່າງ​ຜ່ານ​ຂະ​ບວນການຕ່າງໆ​ຄື: ກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ, ປະກອບ​ທຶນ “ຕອບ​ບູນ​ແທນ​ຄຸນ”, ສ້າງ​ຕັ້ງ “ກຸ່ມ​ທະຫານ​ເສຍ​ອົງຄະ​ແຫ່ງ​ສາຍ​ຈິດ​ມິດ​ໃຈ”, “​ໄປ​ຊອກ​ຫາ​​ເພື່ອນຮ່ວມ​ກົມກອງ”, “ຕາ​ແສງ​ເຮັດ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ຜູ​້ມີ​ຄຸນງາມຄວາມດີ”…. ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ອັນ​ໃຫຍ່​ຫລວງ. ຕາມ​ນັ້ນ​ແລ້ວ, ​ໃນ​ຈຳນວນຜູ້​ມີ​ຄຸນງາມຄວາມດີ 8,8 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ, ມີ 1,4 ລ້ານ​ຄົນ​ໄດ້​ຮັບ​ການ​ອຸດ​ຫນູນ​​ປະຈຳ​ເດືອນ. ຈາກ​ກອງ​ທຶນ​ຕອບ​ບູນ​ແທນ​ຄຸນ​ດ້ວຍ​ຈຳນວນ​ເງິນ​ເກືອບ 2.600 ຕື້​ດົ່ງ, ​ໄດ້​ກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ​ກວ່າ 400 ຫລັງ. ນອກ​ນັ້ນ ຜູ້​ມີ​ຄຸນງາມຄວາມດີອື່ນ​ນັບ​ລ້ານ​ຄົນກໍ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ, ຫນູນ​ຊ່ວຍ​ເປັນ​ປະຈຳ, ອັນ​ໄດ້ຊ່ວຍ​​ໃຫ້ຜູ້​ມີ​ຄຸນງາມຄວາມດີ​ມີ​ຄວາມ​ເຊື່ອ​ໝັ້ນ​ກວ່າ​ ​ແລະ ສືບ​ຕໍ່​ອຸທິດ​ສ່ວນ​​ໃຫ້​ແກ່​ພາລະກິດ​ລວມຂອງ​ສັງຄົມ.

ສະແດງຄວາມຮູ້ບູນຄຸນຕໍ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ - ảnh 2
ເຮືອນແຫ່ງສາຍຈິດມິດໃຈ
ພາບ:internet

 

ຕອບກັບ

ຂ່າວ/ບົດ​ອື່ນ