ສ້າງຄວາມສະເໝີພາບລະຫວ່າງບັນດາພາກສ່ວນເສດຖະກິດ

(vovworld)- ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ມີ​ຈຸດ​ໃຫມ່​ຫລາຍ​ຢ່າງ​ໃນ​ການ​ກຳນົດ​ກ່ຽວ​ກັບ​ຂົງ​ເຂດ​ເສດຖະກິດ, ດຶງ​ດູດ​ການ​ເຂົ້າ​ຮ່ວມ​ປະກອບ​ຄຳ​ເຫັນ​ຂອງ​ຜູ້​ຊ່ຽວຊານ, ນັກ​ຄົ້ນຄວ້າ​ເສດຖະກິດ​ຫລາຍ​ທ່ານ ກໍ​ຄື​ບັນດາ​ວິ​ສາ​ຫະກິດ. ​ໃນ​ນັ້ນ ​ໄດ້ກຳນົດ​ລັກສະນະຂອງ​ພື້ນຖານ​ເສດຖະກິດ, ບໍ່​ກຳ​ນົດ​ລະອຽດ​ບັນດາ​ພາກສ່ວນ​ເສດຖະກິດ... ນັ້ນ​ແມ່ນ​ບັນດາ​ບັນຫາ​ທີ່​ໄດ້​ຮັບ​ການ​ສຸມ​ໃສ່​ປະກອບ​ຄຳ​ເຫັນ​ຈາກ​ບັນດາ​ຜູ້​ຊ່ຽວຊານ, ນັກ​ຄົ້ນ​ຄ້ວາ.

        ມາດຕາ 54 ​ໃນ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໄດ້​ລະບຸ​ລັກສະນະ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ ​ແລະ ບໍ່​ມີ​ຊື່​ລະອຽດ​ຂອງ​ແຕ່​ລະ​ພາກສ່ວນ​ເສດຖະກິດ. ນີ້​ແມ່ນ​ຈຸດ​ໃຫມ່ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ບັນດາ​ຜູ້​ຊ່ຽວຊານ, ນັກ​ຄົ້ນ​ຄ້ວາ​ເສດຖະກິດວ່າ ໄດ້​ສ່ອງ​ແສງ​ໂດຍ​ສັງ​ເຂ​ບ ​ແລະ ​ກະຖັດລັດ​ກ່ຽວ​ກັບ​ເສດຖະກິດ​ການ​ຕະຫລາດ​ຕາມ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ. ​ເປັນ​ອັນວ່າ ທຸກ​ພາກສ່ວນ​ເສດຖະກິດ​ລ້ວນ​ແຕ່​ມີ​ຄວາມ​ສະ​ເຫມີ​ພາບ, ບໍ່​ກຳນົດ​ພາກສ່ວນ​ເສດຖະກິດ​ໃດ​ແມ່ນຫລັກ​ແຫ​ລ່ງ. ຕາມ​ນັ້ນ​ແລ້ວ, ພື​້ນຖານ​ເສດຖະກິດ ຫວຽດນາມ​ແມ່ນ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ​ຕາມ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ ດ້ວຍ​ຫລາຍ​ຮູບ​ການ​ກຳມະສິດ, ຫລາຍ​ພາກສ່ວນ​ເສດຖະກິດ. ທ່ານ ຫງວຽນ​ງອກ​ບ໋າ​ວ, ຮອງ​ປະທານ​ສະພາ​ບໍລິຫານ​ກຸ່ມ​ບໍລິສັດ​ເຫລັກ​ກ້າ ຫວຽດ ດຶກ ຖື​ວ່າ: ຖ້າ​ຫາກ​ລັດຖະທຳ​ມະນູນ ​ແລະ ກົດໝາຍ ສ້າງ​ຄວາມ​ສະ​ເຫມີ​ພາບ ແມ່ນຈະ​ລະດົມ​ກຳລັງ​ແຮງ​ຢ່າງ​ໝັ້ນຄົງ​ຂອງ​ພື້ນຖານ​ເສດຖະກິດ, ​ເພີ່ມ​ແຫ​ລ່ງທຶນ, ນຳ​ມາ​​ເຊິ່ງປະສິດທິ​ຜົນ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ​ແລະ ພື້ນຖານ​ເສດຖ​ະກິດ​ຂອງ​ປະ​ເທດ​ຊາດ​ໄດ້. ທ່ານ ຫງວຽນ​ງອກ​ບ໋າວ ​ໄຈ້​ແຍກ​ວ່າ:

 

        “ຈຸດ​ໃຫມ່​ໃນ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຄັ້ງ​ນີ້ ບໍ່​ຍົກ​ອອກ​ບັນດາ​ພາກ​ສ່ວນ​ເສດຖະກິດ​ຢ່າງລະອຽດ, ນັ້ນ​ແມ່ນ​ສັນຍານ​ດີ​ທີ່​ສຸດ. ​ເພ​າະວ່າ ​ເມື່ອ​ພວກ​ເຮົາ​ຍົກ​ອອກ​ບັນດາ​ພາກ​ສ່ວນ​ເສດຖະກິດຢ່າງ​ລະອຽດ ບັນດາ​ພາກສ່ວນ​ນັ້ນ ອາດ​ຈະ​ຖືກ​ຈຳ​ແນ​ກການປະ​ພືດ​ຕໍ່. ພວກ​ເຮົາ​ຢືນຢັນ​ວ່າ: ບັນດາ​ພາກສ່ວນ​ເສດຖະກິດ ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ຢ່າງ​ສະ​ເໝີ​ກັນ​ຕໍ່ກົດໝາຍ ​ແລະ ບັນດາ​ພາກສ່ວນ​ເສດຖະກິດ​ຕ້ອງ​ມີ​ພັນທະ​ຫນຶ່ງດຽວ, ລັດ ປົກ​ປ້ອງ​ສິດ​ ນັ້ນ​ແມ່່ນຕ້ອງ​ເຄື່ອນ​ໄຫວ​ຕາມ​ກົດໝາຍ.”

ສ້າງຄວາມສະເໝີພາບລະຫວ່າງບັນດາພາກສ່ວນເສດຖະກິດ - ảnh 1
ພາບປະກອບ:internet

        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ທ່ານ ດັ້ງ​ເທວີ​ງ, ຮອງ​ຫົວຫນ້າ​ກຳມາ​ທິການ​ເສດຖະກິດ ສະພາ​ແຫ່​ງຊາດ​ແລ້ວ, ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ບໍ່​ເຕື້ອງ​ເຖິງ​ບັນດາ​ພາກສ່ວນ​ເສດຖະກິດ​ແຫ່ງ​ລັດ​ກ່ຽວ​ກັບ​ກຳມະ​ສິດ​ຊັບ​ສິນ​ອັນ​ໃຫຍ່​ຫລວງ​ຂອງ​ພື້ນຖານ​ເສດຖະກິດ ​ແມ່ນ​ສ່ິງ​ທ່ີ​ຕ້ອງ​ຄິດ​ໄລ່​ຊັ່ງຊາ. ມີ​ທັດສະນະ​ເຊັ່ນ​ດຽວ​ກັນ​, ທ່ານ ຫງວຽນ​ຫວຽດທົງ, ​ເລຂາທິການ​ໃຫຍ່​ສະພາ​ທິດ​ສະ​ດີ​ສູນ​ກາງ ຖື​ວ່າ: ລັດຖະທຳ​ມະນູນ ຕ້ອງ​ມີ​ລັກສະນະ​ປົກກະຕິ, ຍາວ​ນານ.​ ສະ​ນັ້ນ ຖ້າ​ຫາກ​ລັດຖະທຳ​ມະນູນ ລະບຸ​ທຸກ​ພາກສ່ວນ​ເສດຖະກິດ ອາດ​ຈະ​ເໝາະ​ສົມ​ກັບ​ຈຸດ​ເວລາ​ປະຈຸ​ບັນ​ ​ແຕ່​ຈະ​ຫລ້າ​ຫລັງ​​ເມື່ອບັນດາ​ພາກສ່ວນ​ເສດຖະກິດມີ​ການ​ເຄື່ອນ​ໄຫວ​ຕາມ​ທິດ​ອື່ນ.

        “ຂ້າພະ​ເຈົ້າ​ຖື​ວ່າ, ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຄັ້ງ​ນີ້​ບໍ່​ເຕື້ອງ​ເຖິງ​ບັນດາ​ພາກ​ສ່ວນ​ເສດຖະກິດ ແມ່ນ​ບໍ່​ຢືນຢັນ​ບົດບາດ​ຂອງ​ບັນດາ​ພາ​ກສ່ວນ​​ເສດຖະກິດ. ສະ​ນັ້ນ ບາງ​ຄົນ​​ເຂົ້າ​ໃຈ​ ບໍ່​ຊັດ​​​ເຈນ ວ່າ ພັກ, ລັດ ປະລະ​ບົດບາດ​ຫລັກ​ແຫ​ລ່ງຂອງ​ພື້ນຖານ​ເສດຖະກິດ​ແຫ່ງ​ລັດ ​​. ”

        ​ໃນ​ຂະນະ​ນັ້ນ, ມີ​ຫລາຍ​ຄຳ​ເຫັນ​ສະ​ເຫ​ນີ ຄວນ​ຢືນຢັນ​ ​ໃນ​​ມາດຕາ 54 ບົດບາດ​ຂອງ​ລັດ​ໃນ​ການ​ສ້າງ​ເງື່ອນ​ໄຂ​ສະ​ເຫມີ​ກັນ​ໃຫ້​ແກ່​ການ​ພັດທະນາ ​ແລະ ປະກອບ​ສ່ວນ​ຂອງ​ບັນດາ​ພາກ​ສ່ວນ​ເສດຖະກິດ. ຕາມ​ຄຳ​ເຫັນ​ຂອງ​ຜູ້​ແທນ​ຈຳນວນ​ຫນຶ່ງແລ້ວ​, ​ເຖິງ​ວ່າ ​ມາດຕາ 55 ​ແລະ 56 ​ໃນຮ່າງ​ລັດຖະທຳ​ມະນູນ ກໍ​ໄດ້​ເຕື້ອງ​ເຖິງ ​ແຕ່​ບໍ່​ທັນ​ສະ​ແດງ​​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງເຖິງເລື່ອງລັດ​ຈະ​ຮັບປະກັນ​ ສຳ​ພັດ​ກັບ​ບັນດາ​ແຫ​ລ່ງກຳລັງ​ຢ່າງ​ສ​ະ​ເຫມີ​ກັນ ​ເພື່ອ​ໃຫ້​ບັນດາ​ພາກສ່ວນ​ເສດຖະກິດ​ພ້ອມ​ກັນ​ພັດທະນາ ແລະ ກໍ​ມີ​ທັດສະນະ​ເຊັ່ນ​ດຽວ​ກັນ, ມີ​ຄຳ​ເຫັນ​ສະ​ເຫ​ນີຕ້ອງ​ກຳນົດ​ຕື່ມ​ອີກ​ເນື້ອ​ໃນ​ຢູ່​ຂໍ້​ມາດຕາ 54 ນັ້ນ​ແມ່ນ​ລັດ​ມີ​ນະ​ໂຍບາຍ​ຫນູນ​ຊ່ວຍ​ໃຫ້​ແກ່​ແຕ່​ລະ​ພາກສ່ວນ​ເສດຖະກິດ ຕາມ​ຄວາມ​ຕ້ອງການ​ພັດທະນາ​ຂອງ​ປະ​ເທດ​ຊາດ ​ເພື່ອ​ບໍ່​ມີການປຽບທຽບ​ໃນ​ວິວັດ​ການ​​ເຄື່ອນ​ໄຫວ​ຕາມ​ກົດໝາຍ.

ສ້າງຄວາມສະເໝີພາບລະຫວ່າງບັນດາພາກສ່ວນເສດຖະກິດ - ảnh 2
ພາບປະກອບ:inetnet

        ການ​ກຳນົດ​ກ່ຽວ​ກັບ​ບົດບາດ​ບໍລິຫານ​ລັດ​ໃນ​ພື້ນຖານ​ເສດຖະກິດ ກໍ​ມີ​ການ​ປັບປຸງ, ​ເພີ່ມ​ເຕີມ​ຫລາຍ​ເນື້ອ​ໃນ​ໃຫມ່​ໃນ​ ມາດຕາ 53 ຄື: ລັດ​ສ້າງ ​ແລະ ສຳ​ເລັດ​ກົດໝາຍ​ດ້ານ​ເສດຖະກິດ, ຮັບປະກັນ​ໃຫ້​ແກ່ພື້ນຖານ​ເສດຖະກິດ​ເຄື່ອນ​ໄຫວ​ຕາມ​ກົດ​ເກນ​ຂອງ​ຕະຫລາດ, ຊຸກຍູ້​ການ​ຮ່ວມ​ສຳພັນ​ລະຫວ່າງ​ເຂດ, ຮັບປະກັນ​ການ​ພັດທະນາ​ຢ່າງ​ກົມກຽວ​ລະຫວ່າງ​ບັນດາ​ເຂດ​ທ້ອງ​ຖິ່ນ ​ແລະ ລັກສະນະ​ເປັນ​ເອກະ​ພາບ​ຂອງ​ພື້ນຖານ​ເສດຖະກິດ. ທ່ານ ຮ່ວາງ​ດັງ​ກວາງ, ຮອງ​ເລຂາ​ປະຈຳຄະນະ​ພັກແຂວງ, ຫົວຫນ້າ​ຄະນະສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ກວ໋າງບິ່ງ ​ໄດ້​ຢືນຢັນ​ວ່າ: ການ​​ເພີ່ມ​ເຕີມ​ພັດທະນາ​ເສດຖະກິດ​ພູມ​ປັນຍາ​ໃນ​ການ​ພັດທະນາ ​ແລະ ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດອຸດສາຫະກຳ ​ແລະ ທັນ​ສະ​ໄຫມ ​ແມ່ນ​ສອດ​ຄອ່ງກັບ​ຍຸດ​ທະ​ສາດ​ພັດທະນາ​ຂອງ​ປະ​ເທດ​ຊາດ ຊື່​ງພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ວາງ​ອອກ. ທ່ານ ຮ່ວາງ​ດັງ​ກວາງ ອະທິບາຍ​ວ່າ:

        “ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ກຳນົດ​ທິດ​ທາງ​ທຳ​ອິດ​ໃນ 8 ທິດ​ທາງ​ໃຫຍ່​ຂອງ​ໂຄງການ​ການ​ເມືອງ​ສ້າງສາ​ປະ​ເທດ​ຊາດ​ໃນ​ໄລຍະ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ ນັ້ນ​ແມ່ນ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ ຕິດ​ພັນ​ກັບ​ການ​ພັດທະນາ​ເສດຖະກິດ​ພູມ​ປັນຍາ, ກ້າວ​ຂຶ້ນ​ລະດັບ​ກ້າວຫນ້າ​ຂອງ​ໂລກ. ສ່ິງ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ຂອງ​ບັນດາ​ຂະ​ແຫນງ​ການ, ຂົງ​ເຂດ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ຕ້ອງ​ປະຕິບັດ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ ຕາມ​ຮູບ​ແບບ​ຫລຸດຜ່ອນ​ໄລຍະ​ເວລາ​ເພື່ອ​ພັດທະນາ​ເສດຖະກິດ​ພູມ​ປັນຍາ, ພື້ນຖານ​ເສດຖະກິດ​ແຫ່ງ​ລັດ. ສະ​ນັ້ນ ຂ້າພະ​ເຈົ້າ​ສະ​ເຫ​ນີວ່າ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຄວນ​ຢືນຢັນ​ຢ່າງ​ຈະ​ແຈ້ງ​​ມາດຕາ 53 ນັ້ນ​ແມ່ນ: “ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ ຕິດ​ພັນ​ກັບ​ການ​ພັດທະນາ​ເສດຖະກິດ​ພູມ​ປັນຍາ” ນັ້ນ​ແມ່ນ​ບັນຫາ​ຈຳ​ເປ​ັນຢ່າງ​ເດັດຂາດ, ສອດຄ່ອງ​ກັບ​ທ່າ​ອ່ຽງ​ມີ​ລັກສະນະ​ຍຸກ​ສະ​ໄຫມ ​ແລະ ສອດຄ່ອງ​ກັບ​ໂຄງການ​ການ​ເມືອງ​ສ້າງສາ​ປະ​ເທດ​ຊາດ​ໃນ​ໄລຍະ​ຂ້າມ​ຜ່ານ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ.”

        ປະ​ເທດ​ຊາດ​ເຂັ້ມ​ແຂວງ ຕ້ອງ​ມີ​ພື້ນຖານ​ເສດຖະກິດ​ແຂງ​ແຮງ. ​ໃນ​ສະພາບ​ຫັນ​ການ​ຄ້າ​ເປັນ​ເສລີ ພວມ​ດຳ​ເນີນ​ໄປ​ດ້ວຍ​ຢ່າງວ່ອງ​ໄວ, ພື້ນຖານ​ເສດຖະກິດ ຫວຽດນາມ ຄວນ​ມີ​ບັນດາ​ບາດກ້າວ​ປະຕິ​ຮູບ​ມີ​ລັກສະນະ​ບຸກທະລຸ​ເພື່ອ​ທັດ​ທຽມ​ກັບ​ທ່າ​ອ່ຽງຂອງ​ພື້ນຖານ​ເສດຖະກິດ​ໂລກ. ​ເລື່ອງ​ປັບປຸງ​ກົດໝາຍ​ກ່ຽວ​ກັບ​ເສດຖະກິດຕາມ​ທິດ​ສະ​ເຫມີ​ກັນ​ລະຫວ່າງ​ບັນດາ​ພາກສ່ວນ​ເສດຖະກິດ ຈະ​ປະກອບສ່ວນເຮັດໃຫ້​ຫັນ​ພື້ນຖານ​ເສດຖະກິດ​ໂປ່​ງ​ໃສ, ​ເສີມ​ຂະຫຍາຍ​ທຸກ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ສັງຄົມ, ປະກອບສ່ວນ​ເຂົ້າ​ໃນ​ຈຸດໝາຍ​ລວ​ມຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ