ສ້າງພື້ນຖານເພື່ອນຳຫວຽດນາມກາຍເປັນປະເທດອຸດສາຫະກຳແລະທັນສະໄຫມໂດຍໄວ

(vovworld)- ຮ່າງ​ບົດ​ລາຍ​ງານ​ການ​ເມືອງ​ຍື່ນ​ສະ​ເຫນີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ມີ​ການ​ປັບ​ປຸງ​ຄາດ​ໝາຍ​ກ່ຽວ​ກັບ​ຍຸດ​ທະ​ສາດ. ກ່ອນນີ້ ຄາດ​ໝາຍ​ວາງ​ອອກນັ້ນ​ແມ່ນ​ຮອດ​ປີ 2020 ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ອຸດ​ສ​າ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄຫມ​ໂດຍ​ພື້ນ​ຖານ. ປະ​ຈຸ​ບັນ ຄາດ​ໝາຍນີ້​ໄດ້​ປັບ​ປຸງ​ເປັນ “ສ້າງ​ພື້ນ​ຖານ​ເພື່ອ​ນຳຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ​ໂດຍ​ໄວ”, ປະ​ກອບ​ຄຳ​ເຫັນ​ໃສ່​ເນື້ອ​ໃນ​ນີ້, ບັນ​ດາ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ຖື​ວ່າ: ນີ້​ແມ່ນ​ທັດ​ສະ​ນະ​ຢ່າງ​ຖືກ​ຕ້ອງ, ໃກ້​ຊິດ​ຕິດ​ແທດ​ ແລະ ເໝາະ​ສົມກັບ​ຄວາມ​ຈິງ.

 

ສ້າງພື້ນຖານເພື່ອນຳຫວຽດນາມກາຍເປັນປະເທດອຸດສາຫະກຳແລະທັນສະໄຫມໂດຍໄວ - ảnh 1 ພາບ​ປະ​ກອບ​:hanoi.com

        ຄາດ​ໝາຍ​ຊື່ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ວາງ​ອອກ​ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 7 ປີ 1991 ນັ້ນ​ແມ່ນ ຫວຽດ​ນາມ ຈະ​ກາຍ​ເປັນ​ ປະ​ເທດ​ອຸດ​ສ​າ​ຫະ​ກຳ​ ແລະ ທັນ​ສະ​ໄຫມ ໂດ​ຍ​ພື້ນ​ຖານ​ໃນ​ປີ 2020  ອາດ​ຈະ​ບໍ່​ປະ​ຕິ​ບັດ​ໄດ້. ສາຍ​ເຫດ​ໃຫຍ່​ສຸດ ນັ້ນ​ແມ່ນ ຫວຽດ​ນ​າມ ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ເກິດ​ຄືນ​ໃຫມ່ບໍ່​ທັນ​ສຳ​ເລັດ, ​ ຮັກ​ສາຮູບ​ແບບ​ການ​ເຕີບ​ໂຕ​ເກົ່າ  ​​ໃນ​ໄລ​ຍະ​ຍາວ​ນານ, ບໍ່​ສອດ​ຄ່ອງ​ກັບ​ໄລ​ຍະ​ແກ້ງ​ແຍ້ງ ແລະ ເຊື່ອມ​ໂຍງ. ມາ​ຮອດ​ປະ​ຈຸ​ບັນ, ພື້ນ​ຖານອ​ຸດ​ສາ​ຫະ​ກຳ​ຂອງ​ຫວຽດ​ນາມ ພຽງ​ຢູ່​ໃນ​ລະ​ດັບ​ຜະ​ລິດ​ແບບ​ຮັບ​ຈ້າງ​ໂດຍ​ອີງ​ໃສ່​ອຸ​ປະ​ກອນ​ດີບ, ຄ່າ​ແຮງ​ງານ​ຕ່ຳ. ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ສ່ວນ​ຫລາຍ​ແມ່ນ​ອີງ​ໃສ່​ແຫລ່ງ​ທຶນ ແລະ ຊັບ​ພະ​ຍາ​ກອນ.

       ຍາດ​ແຍ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ຢ່າງ​ສຸດ​ຂີດ​ເພື່ອ​ພັດ​ທະ​ນາ

       ດ​ຣ​ ເຈີນ​ຢູ​ລີກ, ຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ຊຸດ​ທີ 13 ໄດ້​ຊີ້​ໃຫ້​ເຫັນ 2 ກ​າ​ລະ​ໂອ​ກາດ ຊື່ງ​ຫວຽດ​ນາມ ຄວນ​ຍາດ​ແຍ່ງ​ຢ່າງ​ສຸດ​ຂີດ​ເພື່ອ​ນຳ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ພັດ​ທ​ະ​ນາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ນັ້ນ​ແມ່ນ ສະ​ພາບ​ແວດ​ລ້ອມ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ​ສົມ​ຄວນ ແລະ ເງື່ອນ​ໄຂ​ເຊື່ອມ​ໂຍງ​ກໍ​ຄື​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ ນັບ​ມື້​ນັບ​ສະ​ດວກ:

        “ຖ້າ​ສັງ​ເກດ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ທີ່​ຕັ້ງ​ບົດ​ບາດ, ພວກ​ເຮົາ​ອາດ​ຈະ​​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ຄ​ືນ​ໃຫ​ມ່ດີກວ່າ, ແຂງ​ແຮງກວ່າໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ ເພື່ອ​ຍູ້​ໄວວິ​ວັດ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ໂດຍ​ໄວ. ຂ້າ​ພະ​ເຈົ້າ​ຖື​ວ່າ ມີ​ບາງ​ບັນ​ຫາ​ຊື່ງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ຄວນ​ວາງ​ອອກ. ທີ​ຫນຶ່ງ ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ວ​ິ​ວັດ​ການ​ປ່ຽນ​ໃຫມ່​ລະ​ບອບ​ນະ​ໂຍ​ບາຍຢ່າງ​ແຮງ​. ນີ້​ແມ່ນ​ກຳ​ລັງ​ຫນູນ​ຂອງ​ການ​ພັດ​ທະ​ນາ. ທີ​ສອງ ພວກ​ເຮົາ​ຕ້ອງ​ລະ​ດົມ​ທຸກ​ແຫລ່ງ​ກຳ​ລັງ​ພາຍ​ໃນ​ປະ​ເທດ​ຢ່າງ​ແຮງກວ່າ ແລະ ທີ​ສາມ ພວກ​ເຮົາ​ຕ້ອງ​ນຳ​ໃຊ້​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ນຳ​ໃຊ້​ມະ​ນຸດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.”

        ດ​ຣ​ ຂະ​ແຫນງ​ເສດ​ຖະ​ກິດ ຟ້າມ​ຢາ​ມີງ, ຮອງ​ເລ​ຂາ​ທິ​ການ ສະ​ມາ​ຄົມ​ພົວ​ພັນ​ຕິດ​ຕໍ່​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຖື​ວ່າ ຄວນ​ກຳ​ນົດ​ມາດ​ຖານ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄຫມ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນ​ດາ​ມາດ​ຖານ​ສ່ອງ​ແສງ​ລະ​ດັບ​ການ​ພັດ​ທະ​ນາ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ສັງ​ຄົມ. ພ້ອມ​ກັນ​ນັ້ນ ​ການຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ​ໄລ​ຍະ​ຈະ​ມາ​ເຖິງ ນັ້ນ​ແມ່ນ​ສືບ​ຕໍ່​ຍູ້​ແຮງ​ການ​ປະ​ຕິ​ບັດ​ຮູບ​ແບບ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ​ໃນ​ເງື່ອນ​ໄຂ​ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ຕາມ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຕິດ​ພ​ັນ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພູ​ມ​ປັນ​ຍາ, ນຳ​ເອົາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ​ພູມ​ປັນ​ຍາ ແລະ ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຄຸນ​ນະ​ພາບ​ສູງເປັນ​ກຳ​ລັງ​ຫນູນ. ດ​ຣ ຟ້າມ​ຢາ​ມີງ ຢືນ​ຢັນ: ຄວນ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ ແລະ ໂຄງ​ປະ​ກອບ​ແຮງ​ງານ​ຢ່າງ​ເໝາະ​ສົມ, ເສີມ​ຂ​ະ​ຫຍາຍ​ທ່າ​ໄດ້​ປຽບ​ໃນ​ການ​​ສົມ​ທຽບ, ສະ​ມັດ​ຕະ​ພາບ​ແຮງ​ງານ ແລະ ກ​ຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ສູງ, ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ການ​ຜະ​ລິດ ແລະ ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ.

        “ຄວນ​ສ້າງ​ບັນ​ດາ​ເຂດ​ພົວ​ພັນ​ຕິດ​ຕໍ່​ເພື່ອ​ຮັບ​ໃຊ້​ຕະ​ຫລາດ​ຕາມ​ຮູບ​ແບບ​ຂອງ ສ​ເກົາ​ຫລີ, ໄຕ້​ຫວັນ, ສິງ​ກະ​ໂປ. ພວກ​ເຮົາ​ຖອດ​ຖອນ​ບົດ​ຮຽນ​ຈາກ​ບັນ​ດາ​ປະ​ເທດ​ດັ່ງ​ກ່າວ​ແຕ່​ອີງ​ໃສ່​ເງື່ອນ​ໄຂ​ຂອງ​ຕົນ​ເພື່ອ​ຫລຸດ​ຜ່ອນ​ຄົນ​ງານ. ສຳ​ລັບ​ບັນ​ດາ​ພະ​ນັກ​ງານ​ບັນ​ຈຸ ຕ້ອງ​ມີ​ລາຍ​ຮັບ​ເໝາະ​ສົມ​ກັບ​ວຽກ​ງານ​ທີ່​ເຂົາ​ເຈົ້າ​ປະ​ກອບ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ.”

        ມະ​ນຸດ​ແມ່ນ​ປັດ​ໄຈ​ຫລັກ​ແຫລ່​ງ​ເພື່ອ​ພັດ​ທະ​ນາ

ໃນ​ແງ່​ມູມ​ອື່ນ, ສາດ​ສະ​ດາ​ຈານ, ຄູ​ສອນ​ປະ​ຊາ​ຊົນ ຫວູ​ເຢືອງ​ນີງ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ຖື​ວ່າ: ຢາກ​ສ້າງ​ສັງ​ຄົມ​ອຸດ​ສາ​ຫະ​ກຳ ຕ້ອງ​ມີ​ມະ​ນຸດ​ເໝາະ​ສົມ​ກັບ​ພື້ນ​ຖານ​ຜະ​ລິດ​ອຸ​ດ​ສາ​ຫະ​ກຳ. ຄ​າດ​ໝາຍ​ວາງ​ອອກ ຮອດ​ປີ 2020 ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ຕາມ​ທິດ​ທັນ​ສະ​ໄຫມ​ໂດຍ​ພື້ນ​ຖານ. ສາດ​ສະ​ດາ​ຈານ, ຄູ​ສອນ ປະ​ຊາ​ຊົນ ຫ​ວູ​ເຢື​ອງ​ນີງ ຖື​ວ່າ:

        “ຢາກ​ກ້າວ​ຂຶ້ນ​ສັງ​ຄົມ​ອຸດ​ສາ​ຫະ​ກຳ ຈຳ​ເປັນ​ຕ້ອງ​ສ້າງ​ມະ​ນຸດ​ມີ​ກິ​ລິ​ຍາ​ທ່າ​ທາງ​ແບບ​ອຸດ​ສາ​ຫະ​ກຳ. ສິ່ງ​ສຳ​ຄັນ​ທີ່​ສຸດ ແມ່ນ​ການ​ປະ​ຕິ​ບັດ​ວິ​ໄນ​ຈາກ​ຂັ້ນ​ຕອນ​ຜະ​ລິດ​ຕະ​ຫລອດ​ຮອດ​ການ​ດຳ​​ເນີນຊີ​ວິດ ແລະ ໃນ​ສັງ​ຄົມ. ຕາມ​ຂ້າ​ພະ​ເຈົ້າ​ແລ້ວ ຄວາມ​ອ​ອ່ນດ​ອ້ຍ​ຂອງ​ພວກ​ເຮົາ​ແມ່ນ​ບັນ​ຫານີ້. ຢາກ​ກ້າວ​ຂຶ້ນ​ສັງ​ຄົມ​ອຸດ​ສາ​ຫະ​ກຳ ຕ້ອງ​ສ້າງ​ມະ​ນຸດ​ມີ​ຈີນ​ຕະ​ນາ​ການໃນ​ການ​ອອກ​ແຮງ​ງານ, ມີ​ກິ​ລິ​ຍາ​ທ່າ​ທາງ​ໃນ​ການ​ດຳ​ເນີນ​ຊີ​ວິດ.”

        ເພື່ອ​ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ຄາດ​ໝາຍ​ທີ່​ວາງ​ອອກ​ຢ່າງ​ມີ​ໄຊ, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ປັບ​ປຸງ​ການ​ກຳ​ນົດ​ເວ​ລາ “ຮອດ​ປີ 2020” ເປັນ “​ໂດຍໄວ”​. ການ​ປັບ​ປຸງນີ້​ບັນ​ລຸ 2 ຄາດ​ໝາຍ, ທັງ​ປັບ​ປຸງ​ການ​ກຳ​ນົດ​ເວ​ລາ​ຢ່າງ​ມີໄຫວ​ພິ​ບ​​ໃຫ້​ເໝາະ​ສົມກັບ​ສະ​ພາບ​ຕົວ​ຈິງ, ທັງ​ຮັກ​ສາ​ຄາດ​ໝາຍ​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄຫມ ເພື່ອ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ສືບ​ຕໍ່​ສູ້​ຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ