(vovworld) - ການຮ່ວມມືອາຊຽນ ຍາມໃດກໍໄດ້ຮັບການກຳນົດວ່າມີຄວາມໝາຍສຳຄັນດ້ານຍຸດທະສາດສຳລັບຄວາມໝັ້ນຄົງ ແລະ ການພັດທະນາຂອງ ຫວຽດນາມ. ປີ 2013, ໂດຍສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງປະເທດ, ຫວຽດນາມ ໄດ້ກຳນົດຫນ້າທີ່ຈຸດສຸມ ນັ້ນແມ່ນ ນຳການພົວພັນຂອງ ຫວຽດນາມ ກັບບັນດາປະເທດເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ເພີ່ມທະວີບົດບາດ, ທີ່ຕັ້ງຂອງ ຫວຽດນາມ ໃນເວທີສາກົນ ຜ່ານການເຊື່ອມໂຍງຢ່າງຕັ້ງຫນ້າ ແລະ ເຂົ້າຮ່ວມບັນດາເວທີປາໄສຫລາຍຝ່າຍ, ໃນນັ້ນ ມີອາຊຽນ.
|
ໃນໄລຍະເກືອບ 18 ປີີທີ່ເປັນສະມາຊິກຂອງ ອາຊຽນ, ຍາມໃດ ຫວຽດນາມ ກໍກຳນົດວ່າ ການຮ່ວມມືໃນອາຊຽນ ແມ່ນພາກສ່ວນຫນຶ່ງທີ່ສຳຄັນໃນແນວທາງການຕ່າງປະເທດຂອງພັກ ແລະ ລັດ ຫວຽດນາມ. ໄລຍະປະຈຸບັນ, ການຮ່ວມມືໃນອາຊຽນ ນັບມື້ນັບມີຄວາມຈຳເປັນ ເມື່ອຫວຽດນາມ ພວມເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງ ແລະ ກວ້າງຂວາງ. ເອກະສານກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກກອມມູນິດ ຫວຽດນາມ ໄດ້ຢືນຢັນວ່າ: ຫວຽດນາມ ຈະເປັນເຈົ້າການ, ຕັ້ງຫນ້າ ແລະ ມີຄວາມຮັບຜິດຊອບ ພ້ອມກັບບັນດາປະເທດສ້າງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ. ຫວຽດນາມ ໄດ້ ແລະ ກຳລັງປະກອບສ່ວນຢ່າງຕັ້ງຫນ້າ ເພື່ອສ້າງ ອາຊຽນໃຫ້ເປັນອົງການຮ່ວມສຳພັນຢ່າງແຫນ້ນແຟ້ນ, ສາມັກຄີ, ໝັ້ນຄົງເຂັ້ມແຂງ, ນັບມື້ນັບມີບົດບາດ ແລະ ທີ່ຕັ້ງສຳຄັນຢູ່ພາກພື້ນ ແລະ ໃນໂລກ, ພ້ອມກັນສູ້ຊົນເພື່ອບັນດາຈຸດໝາຍລວມ ນັ້ນແມ່ນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢ່າງວັດທະນາຖາວອນ.” ດ້ວຍເນື້ອໃນຈິດໃຈດັ່ງກ່າວ, ປີ 2012 ຫວຽດນາມ ໄດ້ຕັ້ງຫນ້າປະກອບບັນດາບັນຫາທີ່ໄດ້ຮັບຄວາມສົນໃຈລວມຂອງ ອາຊຽນ ແລະ ຫວຽດນາມ ກໍໄດ້ຮັບຜົນປະໂຫຍດ, ຕັ້ງຫນ້າຊຸກຍູ້ວິວັດການສ້າງປະຊາຄົມ. ໃນປີຜ່ານມາ, ຫວຽດນາມ ໄດ້ສຳເລັດບົດບາດເປັນປະເທດປະສານງານໃນການພົວພັນຄູ່ເຈລະຈາ ອາຊຽນ ຈີນ ໄລຍະ 2009 -2012. ທ່ານ ຫງວຽນຕຽນມີນ, ຫົວຫນ້າກົມອາຊຽນ, ສັງກັດກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
“ຫວຽດນາມ ໄດ້ປະຕິບັດບົດບາດປະສານງານດີທີ່ສຸດເພື່ອຊຸກຍູ້ການພົວພັນສອງຝ່າຍໃຫ້ສືບຕໍ່ພັດທະນາ. ສຳລັບ ອາຊຽນ, ຈີນ ແມ່ນປະເທດຄູ່ເຈລະຈາຍຸດທະສາດສຳຄັນ, ສະນັ້ນ ໃນບັນຫາເຈລະຈາ ມີບັນຫາທະເລຕາເວັນອອກເຊິ່ງແມ່ນບັນຫາທີ່ສັບສົນ, ທັງຕໍ່ສູ້ເພື່ອປົກປັກຮັກສາອະທິປະໄຕຂອງ ຫວຽດນາມ ໃນຂະນະເປັນປະເທດຕາງຫນ້າໃຫ້ອາຊຽນຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງ ອາຊຽນ - ຈີນ. ແລະ ພວກເຮົາໄດ້ປະສົບຜົນສຳເລັດເມື່ອເດືອນ 7/2012, ຈີນ ພ້ອມກັບອາຊຽນ ປຶກສາຫາລືຫລາຍບັນຫາທີ່ກ່ຽວຂ້ອງເຖິງການປະຕິບັດ DOC ຢູ່ໃນພາກພື້ນ, ກ້າວໄປເຖິງການເຈລະຈາກ່ຽວກັບ COC”
ໄລຍະຕົ້ນປີ 2013, ທ່ານ ເລເລືອງມີນ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເປັນກຽດໄດ້ຮັບຫນ້າທີ່ເປັນເລຂາທິການໃຫຍ່ ອາຊຽນ ອາຍຸການ 2013 - 2018. ໃນຈຸດເວລາທີ່ອາຊຽນ ພວມປະສົບກັບການທົດສອບເພື່ອເປັນເອກະພາບກ່ຽວກັບບາງບັນຫາສຳຄັນໃນພາກພື້ນ, ເຮັດແນວໃດສືບຕໍ່ຮັກສາຈິດໃຈສາມັກຄີໃນອາຊຽນ, ສ້າງຄວາມດຸນດຽງທາງດ້ານຜົນປະໂຫຍດຂອງແຕ່ລະປະເທດສະມາຊິກ, ເພີ່ມທະວີການຮ່ວມມືກັບບັນດາປະເທດຄູ່ຮ່ວມມືຢູ່ນອກພາກພື້ນ, ຊຸກຍູ້ວິວັດການສ້າງປະຊາຄົມໃຫ້ຖືກຕາມກຳນົດເວລາທີ່ວາງອອກ, ນັ້ນແມ່ນບັນດາສິ່ງທ້າທາຍໃຫຍ່, ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມບໍ່ພຽງແຕ່ສຳລັບທ່ານເລຂາທິການໃຫຍ່ອາຊຽນເທົ່ານັ້ນ ຫາກທັງຂະແຫນງການທູດ ຫວຽດນາມ ອີກດ້ວຍ. ທ່ານເລຂາທິການໃຫຍ່ ເລເລືອງມີນ ຊີ້ແຈງວ່າ:
“ອາຊຽນ ຕ້ອງມີສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ເລຂາທິການໃຫຍ່ຕ້ອງມີຄວາມເອົາໃຈໃສ່ເຖິງການຊຸກຍູ້ການສ້າງຕັ້ງ, ປະຕິບັດບັນດາມາດຖານກ່ຽວກັບການປະພຶດ. ໃນສະພາບການພາກພື້ນພວມຜັນແປໄປຢ່າງສັບສົນທີ່ກ່ຽວຂ້ອງເຖິງການພິພາດອະທິປະໄຕຢູ່ ທະເລຕາເວັນອອກ, ເລື່ອງຮັບປະກັນເຄົາລົບການປະຕິບັດຖະແຫລງການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (DOC) ກໍຄືກ້າວໄປເຖິງການສ້າງປະມວນຂໍ້ກຳນົດການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ແມ່ນສຳຄັນທີ່ສຸດ. ເພື່ອຮັກສາສັນຕິພາບ, ສະຖຽນລະພາບ, ລົບລ້າງໄພຂາດຄວາມສະຖຽນລະພາບນັ້ນ, ເລື່ອງຮັບປະກັນປະຕິບັດສົນທິສັນຍາບັນດາປະເທດອາຊີຕາເວັນອອກສຽງໃຕ້ປອດອາວຸດນິວເຄຼຍ ກໍແມ່ນບັນຫາສຳຄັນທີ່ສຸດ.”
ທ່ານເລເລືອງມິນ ເລຂາທິການໃຫຍ່ ອາຊຽນ
ພາບ:internet |
ທິດນຳ ແລະ ຈຸດປະສົງເຂົ້າຮ່ວມ ອາຊຽນ ຂອງ ຫວຽດນາມໃນປີ 2013 ແມ່ນຕັ້ງຫນ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ, ຕິດພັນກັບບັນດາໂຄງການດຳເນີນງານຂອງ ອາຊຽນ ຮັບໃຊ້ໂຄງການດຳເນີນງານ, ເປົ້າໝາຍແຫ່ງຊາດ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ. ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັບຮອງເອົາໂຄງການດຳເນີນງານຂອງລັດຖະບານກ່ຽວກັບເລື່ອງ ຫວຽດນາມ ເຂົ້າຮ່ວມອາຊຽນຮອດປີ 2015. ທ່ານນາຍົກລັດຖະມົນຕີໄດ້ປະກາດໃຊ້ລະບຽບການເຮັດວຽກ ແລະ ການສົມທົບກັນເຄື່ອນໄຫວລະຫວ່າງບັນດາອົງການເຂົ້າຮ່ວມການຮ່ວມມື ອາຊຽນ ຂອງ ຫວຽດນາມ ໃນໄລຍະພັດທະນາໃຫມ່ຂອງ ອາຊຽນ ພາຍຫລັງສ້າງກົດບັດ ກ່ຽວກັບຫນ້າທີ່ລະອຽດໃນປີ 2012, ທ່ານ ຫງວຽນຕຽນມີນ ຫົວຫນ້າກົມອາຊຽນ, ສັງກັດກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
“ເຮັດແນວໃດເພື່ອປັບປຸງຄວາມສາມັກຄີ, ສົມທົບຫລັກໝັ້ນລວມຂອງ ອາຊຽນ ໃນບັນຫາພາກພື້ນ, ສາກົນ, ຮັກສາບົດບາດເປັນໃຈກາງຂອງ ອາຊຽນ. ນີ້ແມ່ນບັນຫາສຳຄັນທີ່ສຸດ ແລະ ມີການທ້າທາຍຫລາຍຢ່າງ. ຫວຽດນາມ ຈະພ້ອມກັບບັນດາປະເທດ ອາຊຽນ ຊຸກຍູ້ວິວັດການຮ່ວມສຳພັນ, ສ້າງປະຊາຄົມ, ເພີ່ມທະວີການເຊື່ອມຕໍ່, ບັນຫາພື້ນຖານໂຄງລ່າງ, ມະນຸດກັບມະນຸດ, ລະບອບ.... ຫວຽດນາມ ເພີ່ມທະວີການປະສານສົມທົບລະຫວ່າງບັນດາກະຊວງ, ຂະແຫນງການໃນເລື່ອງເພີ່ມທະວີການຊຸກຍູ້ໃນອາຊຽນ ເພື່ອໃຫ້ການເຂົ້າຮ່ວມອາຊຽນຄົບຊຸດ.”
ປີ 2013 ແມ່ນປີບານພັບປະຕິບັດວິວັດທະນາການສ້າງປະຊາຄົມ ອາຊຽນ. ພາຍຫລັງປີຫນຶ່ງທີ່ປະສົບກັບຄວາມຫຍຸ້ງຍາກນາໆປະການ, ບັນດາປະເທດ ອາຊຽນ ລ້ວນແຕ່ເຫັນໄດ້ວ່າ ຕ້ອງຟື້ນຟູຄວາມສາມັກຄີ ຄວາມເຫັນດີເຫັນພ້ອມໃນອາຊຽນ ເພື່ອປະຕິບັດຈຸດໝາຍລວມນີ້. ຫວຽດນາມ ພວມມານະພະຍາຍາມ, ຮ່ວມແຮງຮ່ວມໃຈພ້ອມກັບບັນດາປະເທດອື່ນໃນກຸ່ມ ອາຊຽນ ເພື່ອເຮັດໃຫ້ກຸ່ມ ອາຊຽນ ກາຍເປັນອົງການທີ່ໝັ້ນຄົງເຂັ້ມແຂງ, ມີທີ່ຕັ້ງນັບມື້ນັບສຳຄັນຢູ່ພາກພື້ນ ແລະ ສາກົນ.