ຫວຽດນາມ ພ້ອມກັບບັນດາປະເທດຊຸກຍູ້ລັດທິຫຼາຍຝ່າຍ, ຄວາມສາມັກຄີສາກົນ

(VOVWORLD) - ກອງປະຊຸມ ບັນດາການນຳກຸ່ມ BRICS ເປີດກວ້າງປີ 2024 ນອນໃນຂອບເຂດກອງປະຊຸມສຸດຍອດ BRICS ຄັ້ງທີ 16.
ຫວຽດນາມ ພ້ອມກັບບັນດາປະເທດຊຸກຍູ້ລັດທິຫຼາຍຝ່າຍ, ຄວາມສາມັກຄີສາກົນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເດີນທາງອອກຈາກ ຮ່າໂນ້ຍ ເຂົ້າຮ່ວມກອງປະຊຸມ BRICS ເປີດກວ້າງ
(ພາບ: TTXVN)

ຕອນເຊົ້າວັນທີ 23 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ ເຂົ້າຮ່ວມກອງປະຊຸມບັນດາການນຳກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັນ (BRICS) ເປີດກວ້າງ, ຢູ່ Kazan, ສະຫະພັນ ລັດເຊຍ, ແຕ່ວັນທີ23 – 24 ຕຸລາ 2024. ການໄປປະຕິບັດງານໄດ້ຈັດຂຶ້ນຕາມຄຳເຊີນຂອງທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin, ປະທານກຸ່ມ BRICS ປີ 2024. ການເຂົ້າຮ່ວມຂອງ ຫວຽດນາມ ທີ່ກອງປະຊຸມໄດ້ສົ່ງສານຂອງ ຫວຽດນາມ, ສະໜັບສະໜູນບົດບາດຂອງບັນດາເວທີປາໄສ, ກົນໄກຮ່ວມມືຫຼາຍຝ່າຍ, ໃນນັ້ນມີ BRICS.

ກອງປະຊຸມ ບັນດາການນຳກຸ່ມ BRICS ເປີດກວ້າງປີ 2024 ນອນໃນຂອບເຂດກອງປະຊຸມສຸດຍອດ BRICS ຄັ້ງທີ 16.

ກອງປະຊຸມ BRICS ເປີດກວ້າງມີວາລະປະຊຸມຄົບຄະນະດ້ວຍຫົວຂໍ້ “BRICS ແລະ ຊີກໂລກໃຕ້: ພ້ອມກັນສ້າງໂລກອັນດີງາມກວ່າ”, ຢືນຢັນບົດບາດໃຈກາງ ແລະ ໃຫ້ບຸລິມະສິດແກ່ການເພີ່ມທະວີການຮ່ວມມື, ສົມທົບກັນລະຫວ່າງ BRICS ແລະ ບັນດາປະເທດພວມພັດທະນາ ເພື່ອຮ່ວມແຮງຮ່ວມໃຈສ້າງໂລກທີ່ດີງາມກວ່າໃຫ້ແກ່ປະຊາຊົນໝົດທຸກຄົນ.

ບາດກ້າວຜັນຂະຫຍາຍກ່ຽວກັບແນວທາງການຕ່າງປະເທດສຳຄັນ

ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແມ່ນການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງ, ແມ່ນບາດກ້າວຜັນຂະຫຍາຍສຳຄັນຂອງແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ: ເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເພື່ອນ, ເປັນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ກໍຄືແຜນນະໂຍບາຍຍູ້ແຮງ ແລະ ຍົກລະດັບການພົວພັນດ້ານການທູດຫຼາຍຝ່າຍ.

ການໄປປະຕິບັດງານໄດ້ສົ່ງສານກ່ຽວກັບການເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ຢູ່ບັນດາກົນໄກຫຼາຍຝ່າຍ, ໃນນັ້ນມີ BRICS ເປີດກວ້າງ, ແນໃສ່ຮ່ວມມືເພື່ອພ້ອມກັບບັນດາປະເທດແກ້ໄຂສິ່ງທ້າທາຍທົ່ວໂລກ, ຊຸກຍູ້ການພັດທະນາແບບຍືນຍົງ, ກວມລວມ. ການເຂົ້າຮ່ວມຂອງຜູ້ນຳລັດຖະບານ ຫວຽດນາມ ທີ່ກອງປະຊຸມ BRICS ເປີດກວ້າງ ກໍ່ເປັນການຢັ້ງຢືນຢ່າງແຮງຈິດໃຈເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນການແກ້ໄຂບັນດາບັນຫາລວມຂອງມວນມະນຸດ. ທ່ານນາງ ຫງວຽນມິງຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຢືນຢັນວ່າ:

“ເລື່ອງເຂົ້າຮ່ວມກອງປະຊຸມ BRICS ເປີດກວ້າງແມ່ນການພິສູດໃຫ້ເຫັນຄຳໝັ້ນສັນຍາ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ ຮ່ວມເດີນທາງພ້ອມກັບບັນດາປະເທດໃນປະຊາຄົມສາກົນ, ພ້ອມກັນຊຸກຍູ້ລັດທິຫຼາຍຝ່າຍ, ຄວາມສາມັກຄີສາກົນ, ຖືສູງຈິດໃຈເຄົາລົບກົດໝາຍ ແລະ ການປະກອບສ່ວນເພື່ອຍົກສູງສຽງເວົ້າຂອງບັນດາປະເທດພວມພັດທະນາ ໃນຄວາມມານະພະຍາຍາມປະກອບສ່ວນເພີ່ມພູນຄຸນສ້າງສັນຕິພາບ, ຊຸກຍູ້ການຮ່ວມມື ແລະ ການພັດທະນາຢູ່ໃນໂລກ”.

ດ້ວຍເລື່ອງບັນດາປະເທດເຂົ້າຮ່ວມກອງປະຊຸມ, ນີ້ກໍ່ແມ່ນໂອກາດສຳຄັນເພື່ອໃຫ້ ຫວຽດນາມ ສືບຕໍ່ຊຸກຍູ້ການພົວພັນ 2 ຝ່າຍໃນຫຼາຍຂົງເຂດ ກໍຄືເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.

ສ້າງກຳລັງໜູນໃຫ້ແກ່ການຮ່ວມມື 2 ຝ່າຍ ຫວຽດນາມ - ສະຫະພັນ ລັດເຊຍ

ເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມບັນດາການນຳກຸ່ມ BRICS ເປີດກວ້າງໃນປີສະຫະພັນ ລັດເຊຍ ຮັບດຳລົງຕຳແໜ່ງປະທານ BRICS ຊີ້ໃຫ້ເຫັນວ່າ, ຫວຽດນາມ ຢັ້ງຢືນການພົວພັນກັບ ລັດເຊຍ ແມ່ນມີຄວາມສຳຄັນຍຸດທະສາດ, ພ້ອມທັງປາດຖະໜາຢາກສືບຕໍ່ຮ່ວມມືກັບ ລັດເຊຍ ຢ່າງແທດຈິງ ແລະ ມີປະສິດທິຜົນ.

ໃນຂະນະນັ້ນ, ການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ - ລັດເຊຍ ໄດ້ຮັບການຮັກສາ. ວົງເງິນການຄ້າໃນ 6 ເດືອນຕົ້ນປີ 2024 ບັນລຸ 2,34 ຕື້ USD, ເພີ່ມຂຶ້ນ 45,4% ເມື່ອທຽບໃສ່ລະດັບຂອງໄລຍະດຽວກັນປີ 2023. ການຮ່ວມມືດ້ານນ້ຳມັນອາຍແກັດສືບຕໍ່ແມ່ນຂົງເຂດຮ່ວມມືຍຸດທະສາດທີ່ເປັນມູນເຊື້ອ ແລະ ແມ່ນໜຶ່ງໃນບັນດາເສົ້າຄຳສຳຄັນໃນການຮ່ວນມືຂອງ 2 ປະເທດ.

ພ້ອມກັບການໄປຢ້ຽມຢາມຂັ້ນສູງລະຫວ່າງການນຳ 2 ປະເທດໃນໄລຍະຜ່ານມາ, ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ປະກອບສ່ວນສ້າງກຳລັງໜູນການຮ່ວມມື 2 ຝ່າຍ, ຊຸກຍູ້, ເປີດບັນດາໂອກາດຮ່ວມມືຢ່າງແທດຈິງ, ມີປະສິດທິຜົນລະຫວ່າງ 2 ປະເທດ, ສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ. ທ່ານ Maxim Syunnerberg, ຮອງສາດສະດາຈານ, ປະລິນຍາເອກ, ສະຖາບັນບັນດາປະເທດ ອາຊີ - ອາຟະລິກາ, ມະຫາວິທະຍາໄລ ມົດສະກູ, ໃຫ້ຂໍ້ສັງເກດວ່າ:

“ການພົວພັນ 2 ຝ່າຍ ລັດເຊຍ - ຫວຽດນາມ ຈະສືບຕໍ່ພັດທະນາຕາມທິດຕັ້ງໜ້າ. ໃນເດືອນ ມັງກອນ 2025 ຈະມີວັນທີ່ໜ້າຈົດຈຳ - ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ. ທີ່ການພົບປະຢູ່ ຮ່າໂນ້ຍ (ວັນທີ 20 ມີຖຸນາ 2024), ທ່ານປະທານາທິບໍດີ Vladimir Putin ແລະ ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ, ການພົວພັນ ລັດເຊຍ - ຫວຽດນາມ ມີມູນເຊື້ອມິດຕະພາບ ແລະ ອີງໃສ່ບົດຮຽນກະທົບຕອບຢ່າງແໜ້ນແຟ້ນເປັນເວລາຫຼາຍປີ. 2 ປະເທດເພີ່ມທະວີການຮ່ວມມືດ້ານວັດທະນະທຳ, ມະນຸດສະທຳ ແລະ ການສຶກສາ, ຖະແຫຼງຂ່າວ ແລະ ການສື່ສານ…”.

ດ້ວຍທິດນຳເພີ່ມທະວີການປະກອບສ່ວນ, ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອການຮ່ວມມື, ພັດທະນາ ແລະ ຄວາມວັດທະນາຖາວອນລວມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະມີການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບທີ່ກອງປະຊຸມ BRICS ເປີດກວ້າງ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມ; ຢືນຢັນທີ່ຕັ້ງແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ, ສ້າງແຫຼ່ງບັນດານໃຈ, ປຸກລຸກຄວາມຄາດຫວັງພັດທະນາຢ່າງວັດທະນາຖາວອນຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ