ຫວຽດນາມພວມປະຕິຮູບເສດຖະກິດເພື່ອພັດທະນາ

​  ຫວຽດນາມ​ໄດ້, ພວມ​ປະຕິບັດ​ການ​ປະຕິ​ຮູບ​ພື້ນຖານ​ເສດຖະກິດ​ເປັນ​ຢ່າງ​ດີ ​ແລະ​ຖ້າ​ຫາກ​ສຳ​ເລັດ​ວຽກ​ງານ​ນີ້, ພື້ນຖານ​ເສດຖະກິດ​ຫວຽດນາມ​ຈະ​ພັດທະນາ​ຢ່າງ​​ແຂງແຮງ, ໝັ້ນຄົງກ່ວາ​ອີກ. ບັນດາຜູ້​ແທນຕາງໜ້າ​ໃຫ້​ບັນດາ​ລັດຖະບານ, ອົງການ​ຈັດຕັ້ງສາກົນ, ນັກ​ອຸປະຖຳ​ໄດ້​ຢັ້ງຢືນ​ຄື​ດັ່ງກ່າວ​ ທີ່ກອງ​ປະຊຸມ​ກຸ່ມ​ທີ່​ປຶກສາບັນດາ​ນັກ​ອຸປະຖຳ​ໃຫ້​ແກ່​ຫວຽດນາມ​ປີ 2011 ຊື່​ງຫາ​ກໍ່​ຈັດ​ຂຶ້ນ​ໃນ​ວັນ​ທີ 6/12 ຢູ່​ຮ່າ​ໂນ້ຍ. ຕາມ​ບັນດາ​ຜູ້​ແທນ​ແລ້ວ, ​ເລື່ອງ​ຫວຽດນາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ​ຢືນ​ຢູ່ຢ່າງໝັ້ນຄົງ ​ໃນ​ສະພາບ​ການ​ຫລາຍ​ປະ​ເທດ​ເອີ​ລົບ​ ພວມ​ປະສົບ​ກັບວິ​ກິດ​ການ​ດ້ານ​ໜີ້​ສິນ​ຂອງ​ລັດ….​ໄດ້​ສະ​ແດງ​ໃຫ້​ເຫັນ​ບາດກ້າວ​ອັນ​ຖຶກຕ້ອງ​ຂອງ​ລັດຖະບານ​ຫວຽດນາມ.

ຫວຽດນາມພວມປະຕິຮູບເສດຖະກິດເພື່ອພັດທະນາ - ảnh 1

ພາບ: http//:Expess.net

   ຕາມ​ການ​ຕີ​ລາຄາ​ຂອງ​ບັນດາ​ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ, ປີ 2011 ​ແມ່ນ​ປີ​ຫຍຸ້ງຍາກ​ສຳລັບ​​ເສດຖະກິດ​ຫວຽດນາມ ​ແຕ່​ກໍ່​ແມ່ນປີຮັບ​ຮູ້ບັນດາ​ຜົນສຳ​ເລັດ​ຂອງ​ລັດຖະບານຫວຽດນາມ​ໃນ​ການ​ແກ້​ໄຂ, ບໍລິຫານ​ເສດຖະກິດ​ມະຫາ​ພາກ, ຄວບ​ຄຸມ​ໄພ​ເງິນ​ເຟີ້. ດ້ວຍ​ນະ​ໂຍບາຍ​ເງິນຕາ​ຢ່າງ​ໜັກ​ແໜ້ນ​, ລະມັດລະວັງ, ບໍລິຫານຢ່າງ​ມີ​ໄຫວ​ພິບ, ທຶນ​ສິນ​ເຊື່ອ​ບຸລິມະສິດ​ແກ່​ການ​ຜະລິດ​ກະສິກຳ, ການ​ສົ່ງ​ອອກ, ອຸດສາຫະກຳ​ໜູນ​ຊ່ວຍ, ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ​ໜ້ອຍ, ຕະຫຼາດ​ເງິນຕາ​ຕ່າງປະ​ເທດ, ການ​ສະ​ສົມ​ເງິນຕາ​ຕ່າງປະ​ເທດ ​ແລະ​ດຸນ ຊຳລະ​ໄດ້​ຮັບ​ການ​ປົວ​ແປງ. ຄາດ​ວ່າ ລາຍ​ຈາ​ຍ​ເກີນດູ​ນງົບປະມານ​ແຫ່ງ​ລັດ​ທັງ​ປີ ​ໄດ້​ຫລຸດ​ລົງ​ເຫຼືອພຽງ 4,9% ຈີ​ດີ​ພີ ຕ່ຳ​ກ່ວາ​ແຜນການ​ແມ່ນ 5,3%. ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ ​ແລະ​ໃນ 4 ​ເດືອນມໍ່ໆ​ມາ​ນີ້, ພຽງ​ແຕ່​ເພີ່ມ​ຂຶ້ນ​ຢູ່​ໃນ​ລະດັບ​ຕ່ຳ​ກ່ວາ 1% ​ເທົ່າ​ນັ້ນ. ຄາດ​ວ່າ, ປີ 2011, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຫລຸດ​ລົງ 2% ​ແມ່ນ​ຄວາມ​ພະຍາຍາມ​ອັນ​ໃຫ່ຍຫຼວງ. ທ່ານ Tomoyuki Kimura  ຜູ້ອຳນວຍການ​ແຫ່ງ​ຊາດ ທະນາຄານ​ພັດທະນາ​ອາຊີ ຫລື ADB ຢູ່​ຫວຽດນາມ​ໃຫ້​ຮູ້​ວ່າ ADB ພ້ອມ​ກັບຜູ້ຕາງໜ້າລັດຖະບານ​, ບັນດາອົງການ​ການ​ເງິນ ​ໄດ້​ຢັ້ງຢືນ​ການ​ສະໜັບສະໜູນ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຫວຽດ ນາມ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ​ໂດຍ​ສະ​ເພາະ​ແມ່ນ​ການ​ສ້າງ​​ໂອງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່​ດ້ວຍ 3 ຈຸດ​ສຸມ​ແມ່ນ: ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຂອງ​ລັດ​, ລັດ​ວິ​ສາ​ຫະກິດ ​ແລະ​ລະບົບ​ທະນາຄານຄືນ​ໃໝ່. ທ່ານ Tomoyuki Kimura ຖື​ວ່າ: “​ເຖິງ​ວ່າ​ປີ 2011 ​ແມ່ນ​ປີ​ຫຍຸ້ງຍາກ​ຂອງ​ພື້ນຖານ​ເສດຖະກິດ​​ໂລກ ​ແລະ​ຫວຽດນາມກໍ່ຕາມ ​ແຕ່​ຫວຽດນາມ​ຍັງ​ຍຶດໝັ້ນການ​ປະຕິບັດ​ນະ​ໂຍາຍ​ເງິນຕາ, ປີ​ການ​ເງິນ​ຢ່າງ​ແໜ້ນ​ແຟ້ນ ​ແລະ​ຫລຸດຜ່ອນ​ໄພ​ເງິນ​ເຟີ້. ສະນັ້ນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ພື້ນຖານ​ເສດຖະກິດ​ຂອງ​ຫວຽດ ນາມ​ໄດ້​ເພີ່ມ​ຂຶ້ນ​ສູງ ​ແລະ​ພວກ​ຂ້າພະ​ເຈົ້າຊົມ​ເຊີຍ​ວິ​ໄສ​ທັດ​ກໍ່​ຄື​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2011-2015, ພິ​ເສດ​ແມ່ນ​ການ​ສ້າງ​​ໂອງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ສຳຄັນ​ຂອງ​ໄພ​ເງິນ​ເຟີ້. ​ເລື່ອງ​ປະຕິ​ຮູບ​ນະ​ໂຍບາຍ, ລະບອບ​ເສດຖະກິດ​ແມ່ນ​ຈຳ​ເປັນ​ທີ່​ສຸດ ​ເພື່ອ​ຮັບປະກັນ​ລາຍ​ຮັບ​ສະ​ເລັ່ຍຂອງ​ປະຊາຊົນ ​ແລະ​ພື້ນຖານ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​ກ່ວາ…

​  ໃນ​ຂະນະ​ນັ້ນ, ຕາມ​ທ່ານ​ນາງ Victoria Kwakwa ຜູ້ອຳນວຍການ​ທະນາຄານ​ໂລກ​ປະຈຳ​ຫວຽດນາມ​ແລ້ວ, ປີ 2011 ​ແມ່ນປີຫຍຸ້ງຍາກ​ຂອງ​ ​ເສດຖະກິດ​​ທົ່ວໂລກ ​ແຕ່​ດ້ວຍ​ເລື່ອງ​ຍຶດໝັ້ນແນວທາງ​ພັດທະນາ, ​ເສດຖະກິດ​ຫວຽດນາມ ຍັງ​ຄົງ​ມີ​ການຈະ​ເລີ​ນ​ເຕີບ​ໂຕ ​ແລະ​ສົມ​ກັບ​ບັນດາການ​ຕີ​ລາຄາ​ສູງ ຍ້ອນ​ໄດ້​ສ້າງ​ບັນດາ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​ສຳ​ເລັດ. ສິ່ງ​ດັ່ງກ່າວ​ໄດ້​ປະກອບສ່ວນ​ຮັກສາ​ຕະຫຼາດ​ເງິນຕາ​ຕ່າງປະ​ເທດ, ສະ​ສົມ​ເງິນຕາ​ຕ່າງປະ​ເທດ​ເປັນ​ປົກກະຕິ​ ​ແລະ​ຫລຸດຜ່ອນ​ໄພ​ເງິນ​ເຟີ້. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ ຫວຽດນາມ​ຄວນ​ສືບ​ຕໍ່​ຮັກສາ ຮັດ​ແໜ້ນ​ບັນດາ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ ຈົນ​ເຖິງ​ເວລາ​ຮັບປະກັນ​ຄວາມ​ມຸ້ງ​ຫວັງ​ກ່ຽວ​ກັບ​ໄພ​ເງິນ​ເຟີ້ ​ແລະ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຕະຫຼາດຄືນ​ໄດ້. ທ່ານ​ນາງ VictoriaKwakwa ​ໄດ້​ເນັ້ນໜັກ​ວ່າ: “ຫວ່າ​ແລ້ວ​ນີ້, ຫວຽດນາມ​ໄດ້​ກຳນົດ​ການ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຂອງ​ລັດ​ສຳລັບບັນດາ​ລັດ​ວິ​ສາ​ຫະກິດ ​ແລະ​ເຂດ​ການ​ເງິນຄືນ​ໃໝ່ ​ແມ່ນ​ການ​ໃຫ້​ບຸລິມະສິດ​ປະຕິ​ຮູບ​ໃນ 5 ປີ​ທີ່​ຈະ​ມາ​ເຖິງ. ນີ້​ແມ່ນ​ບາດກ້າວ​ພັດທະນາອັນ​ສຳຄັນ. ບາດກ້າວ​ຕໍ່​ໄປ​ແມ່ນ​ ຈຳ​ເປັນ​ຕ້ອງ​ມີ​ເຈດ​ຈຳນົງ​ການ​ເມືອງ​ອັນ​​ເຂັ້ມແຂງ​ ​ເພື່ອ​ຫັນ​ການ​ສ້າງ​​ໂຄງປະກອບ​ນີ້​ຄືນ​ໃໝ່​ເປັນ​ລະອຽດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານເສດຖະກິດຄືນ​ໃໝ່​ຢ່າງ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ. ຫວຽດນາມ​ຄວນ​ປະຕິບັດ​ຢ່າງ​ຮີບ​ດ່ວນ ຍ້ອນ​ວ່າ ການ​ກະທຳ​ຢ່າງ​ຊັກ​ຊ້າ​ ຈະ​ພາ​ໄປ​ເຖິງ​ເກີດ​ວິ​ກິດ​ການ​ເສດຖະກິດ. ພວກ​ຂ້າພະ​ເຈົ້າພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ຫວຽດນາມ​ຊຸກຍູ້​ໂຄງການ​ປະຕິ​ຮູບ​ນີ້”

   ຕາມ​ການ​ຕີ​ລາຄາຂອງ​ຜູ້ຕາງໜ້າ​ສະຫະ​ປະຊາ​ຊາດ​ປະຈຳ​ຫວຽດນາມ ແລ້ວ, ຫວຽດນາມ​ບັນລຸໄດ້ລະດັບ​ພັດທະນາ​ໃນ​ກຸ່ມ​ປະ​ເທດ​ປະສົບ​ຜົນສຳ​ເລັດ​ກ່ວາ​ໝູ່​ໃນ​ພາກ​ພື້ນ. ການຈະ​ເລີ​ນ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຢ່າງ​ໄວວາ ໄດ້ຊ່ວຍ​ໃຫ້​ປະຊາຊົນ​ນັບ​ລ້ານໆ​ຄົນ ​ຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ. ທ່ານ​ນາງ Pratibha Mehta ຜູ້​ປະສານ​ງານ​ຂອງ​ສະຫະ​ປະຊາ​ຊາດ​ປະຈຳ​ຫວຽດນາມ​ຖື​ວ່າ, ລະດັບ​ການຈະ​ເລີ​ນ​ເຕີບ​ໂຕ​ເສດ​ຖະກິດຈະ​ສວມ​ບົດບາດ​ຕົ້ນຕໍ​ໃນ​ວຽກ​ງານ​ຫລຸດຜ່ອນ​ຄວາມທຸກ​ຍາກ. ທ່ານ​ນາງ Pratibha Mehta ​ເວົ້າວ່າ: “​​ຮັດ​ແໜ້ນ​ການ​ໃຊ້​ຈາ​ຍບໍ່​​ແມ່ນ​ມີໝາຍ​ຄວາມຄື​ກັນ​ກັບ​ການ​ຫລຸດຜ່ອນ​ການ​ລົງທຶນ​ຂອງ​ລັດ​ ໃຫ້​ແກ່​ວຽກ​ງານ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ​ອາລັກຂາ​ທາງ​ສັງຄົມ. ສະຫະ​ປະຊາ​ຊາດ​ສະໜັບສະໜູນ​ລັດຖະບານ​ຫວຽດນາມ ​ແລະ​ຊົມ​ເຊີຍ​ເລື່ອງ​ລັດຖະບານ​ຫວຽດນາມ​ຕັດສິນ​ສ້າງຕັ້ງ ຮູບ​ແບບ​ການຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ​ໃໝ່, ພ້ອມ​ທັງ​ຂົນຂວາຍ​ການ​ມຸ້ງ​ໄປ​ເຖິງ​ການຈະ​ເລີ​ນ​ເຕີບ​ໂຕ​ໃຫ້​ທຸກໆ​ຄົນ​, ການຈະ​ເລີ​ນ​ເຕີບ​ໂຕ​ຂຽວ ເພື່ອ​ຄົນ​ທຸກ​ຍາກ”

   ຕາມບັນດາ​ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມກຸ່ມ​ທີ່​ປຶກສາ​ບັນດາ​ນັກ​ອຸປະ ຖຳ​ໃຫ້​ແກ່​ຫວຽດນາມ​ປີ 2011 ​ແລ້ວ, ປີ 2012, ພື້ນຖານ​ເສດຖະກິດ​ຫວຽດນາມ​ຍັງ​ສືບ​ຕໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍູ້​ງຍາກ ການ​ທ້າ​ທາຍ​ຫລາຍ​ຢ່າງ. ນອກຈາກ​ນັ້ນ​ແລ້​ວ, ຄາ​ວ່າ ​ເສດຖະກິດ​ໂລກ​ປີ 2012 ຍັງ​ສືບ​ຕໍ່​ມີ​ການ​ຜັນ​ແປ່​ອັນ​ສັບສົນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ດ້ວຍ​ເລື່ອງ​ລັດຖະບານ​ປະ​ເທດ​ຕ່າງໆ, ບັນດາ​ອົງການ​ຈັດຕັ້ງສາກົນ, ບັນດາ​ນັກ​ອຸປະຖຳ​​ໄດ້ໃຫ້​ຄຳໝັ້ນສັນຍາຈະສະຫງວນ​ທຶນ ODA ​ເກືອບ 7 ຕື້ 400 ລ້ານ​ໂດ​ລາ​ສະຫະລັດ​ໃຫ້​ແກ່​ຫວຽດນາມ​ໃນ​ປີ 2012, ກໍ່​ແມ່ນ​ຄຳ​ຢືນຢັນ​ຈະ​ຮຽງ​ບ່າ​ຮຽງ​ໄລ່​ກັບ​ຫວຽດນາມ, ​ແບ່ງປັນ​ບົດຮຽນ, ຄວາມ​ຮູ້ ​ເພື່ອ​ຜ່ານ​ຜ່າ​ວິ​ກິດ​ການ​ເສດຖະກິດ​ໃນ​ໂລກ​ກັບ​ຫວຽດນາມ… ອີກ​ເທື່ອ​ໜື່ງ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ມຸ້ງ​ຫັວງຂອງ​ປະຊາ​ຄົມ​ໂລກ​ເຂົ້າ​ໃນ​ບັນດາ​ການ​ປະຕິ​ຮູບ​ດານ​ເສດຖະກິດ​ຢ່າງໝັ້ນຄົງ​ເຂັ້ມ​ແຂງ, ຖືກ​ທິດ ຊື່​ງລັດຖະບານ​ຫວຽດນາມ​ພວມ​ປະຕິບັດ.

ຫວີງ​ຟອງ

   

 

 

ຂ່າວ/ບົດ​ອື່ນ