(vovworld) - ວັນທີ 3/4, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ນຳໜ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມຊຸດຍອດອາຊຽນຄັ້ງທີ 20, ເຊິ່ງຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ, ແຫ່ງລາຊະອານາຈັກ ກຳປູເຈຍ. ທີ່ກອງປະຊຸມຄັ້ງນີ້, ຫວຽດນາມ ສືບຕໍ່ຢັ້ງຢືນແຜນນະໂຍບາຍ ແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງອາຊຽນ; ຕັ້ງໜ້າປະກອບສ່ວນເຂົ້າໃນບັນດາບັນຫາລວມເພື່ອຜົນປະໂຫຍດຂອງອາຊຽນ, ພ້ອມທັງຢັ້ງຢືນວ່າຫວຽດນາມ ສະໜັບສະໜູນຄວາມຕັດສິນໃຈຍູ້ໄວວິວັດການກໍ່ສ້າງປະຊາຄົມອາຊຽນໃນປີ 2015.
ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ Nguyen Tan Dung
ຢູ່ສະໜາມບິນ Pochentong (ພາບ: TTXVN)
ກອງປະຊຸມຊຸດຍອດອາຊຽນຄັ້ງທີ 20 ດຳເນີນໄປໃນສະຖານະການທີ່ອາຊຽນພວມສືບຕໍ່ມານະພະຍາຍາມຍູ້ໄວການຜັນຂະຫຍາຍຂະບວນການກໍ່ສ້າງປະຊາຄົມອາຊຽນ, ເພີ່ມທະວີການພົວພັນກັບບັນດາຄູ່ຮ່ວມມື, ພ້ອມທັງເປັນເຈົ້າການໃນການກຳນົດທິດ ແລະ ຊຸກຍູ້ການກໍ່ສ້າງໂຄງປະກອບພາກພື້ນໃຫ້ເໝາະສົມ ເພື່ອຜົນປະໂຫຍດຂອງປະເທດຕ່າງໆ ແລະລັກສະນະພິເສດຂອງພາກພື້ນ, ໃນນັ້ນອາຊຽນຮັກສາບົດບາດເປັນສູນກາງ. ດ້ວຍຫົວຂໍ້ວ່າ ”ອາຊຽນ: ປະຊາຄົມໜຶ່ງດຽວ, ຊາຕາກຳໜຶ່ງດຽວ”, ກອງປະຊຸມຄັ້ງນີ້ສຸມໃສ່ປຶກສາຫາລືກ່ຽວກັບການຍູ້ແຮງການຮ່ວມມື, ກໍ່ສ້າງປະຊາຄົມອາຊຽນ, ເພີ່ມທະວີການຮ່ວມສຳພັນ ແລະເຊື່ອມຈອດໃນອາຊຽນ, ເພີ່ມທະວີການຮ່ວມມືລະຫວ່າງອາຊຽນກັບບັນດາຄູ່ຮ່ວມມື, ປັບປຸງບົດບາດເປັນໃຈກາງຂອງອາຊຽນໃນໂຄງປະກອບພາກພື້ນທີ່ພວມເປັນຮູບເປັນຮ່າງ ແລະແລກປ່ຽນບັນດາບັນຫາທີ່ພາກພື້ນ ແລະ ສາກົນມີຄວາມສົນໃຈ.
ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມກອງປະຊຸມຄັ້ງນີ້ ເພື່ອແນໃສ່ສືບຕໍ່ຢັ້ງຢືນວ່າ ຫວຽດນາມແມ່ນສະມາຊິກໜຶ່ງທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງອາຊຽນ, ຕັ້ງໜ້າປະກອບສ່ວນເຂົ້າໃນບັນດາບັນຫາລວມ ເພື່ອຜົນປະໂຫຍດຂອງອາຊຽນ, ຫວຽດນາມ ມີແຜນນະໂຍບາຍຊຸກຍູ້ການກໍ່ສ້າງອາຊຽນ ໃຫ້ໝັ້ນຄົງ, ເຂັ້ມແຂງ, ມີຄວາມສາມັກຄີ ແລະ ຮ່ວມສຳພັນຢ່າງແໜ້ນແຟ້ນ, ມີບົດບາດສຳຄັນຢູ່ພາກພື້ນ, ຜ່ານນັ້ນເພີ່ມທະວີຄວາມສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບກວ່າອີກ, ຮ່ວມມືພັດທະນາຢູ່ພາກພື້ນ, ສະແຫວງຫາເວທີປາໄສຕ່າງໆຂອງອາຊຽນ ເພື່ອຮັບໃຊ້ຈຸດໝາຍກໍ່ສ້າງ ແລະພັດທະນາປະເທດຊາດ. ໃນ 17 ປີທີ່ເປັນສະມາຊິກຂອງອາຊຽນ, ຍາມໃດຫວຽດນາມ ກໍ່ກຳນົດວ່າ ການຮ່ວມມືອາຊຽນ ແມ່ນພາກສ່ວນໜຶ່ງທີ່ສຳຄັນໃນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເຈົ້າການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ໂລກ ຂອງພັກ ແລະ ລັດ ຫວຽດນາມ. ໃນໄລຍະປະຈຸບັນ, ການຮ່ວມມືໃນອາຊຽນຍິ່ງມີຄວາມຈຳເປັນ ເມື່ອຫວຽດນາມ ນັບມື້ນັບເຊື່ອມໂຍງກັບສາກົນຢ່າງເລິກເຊິ່ງ ແລະ ກວ້າງຂວງ. ເອກະສານກອງປະຊຸມໃຫຍ່ທົ່ວປະເທດ ພັກກອມມູນິດຫວຽດນາມ ຄັ້ງທີ 11 ຫວ່າງແລ້ວນີ້ ກໍ່ໄດ້ຢັ້ງຢືນວ່າ: ”ຫວຽດນາມຈະເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງ, ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ພ້ອມກັບປະເທດຕ່າງໆກໍ່ສ້າງປະຊາຄົມອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ. ດ້ວຍຈິດໃຈເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບ, ເສີມຂະຫຍາຍບັນດາໝາກຜົນອັນໃຫຍ່ຫຼວງທີ່ບັນລຸໄດ້, ຫວຽດນາມໄດ້ຕັ້ງໜ້າ ແລະ ຈະຕັ້ງໜ້າປະກອບສ່ວນ ເພື່ອກໍ່ສ້າງອາຊຽນ ໃຫ້ມີການຮ່ວມສຳພັນຢ່າງແໜ້ນແຟ້ນ, ມີຄວາມສາມັກຄີ, ໝັ້ນຄົງເຂັ້ມແຂງ, ນັບມື້ນັບມີບົດບາດ ແລະ ມີທີ່ຕັ້ງສຳຄັນຢູ່ພາກພື້ນ ແລະ ຢູ່ໃນໂລກ, ພ້ອມກັນສູ້ຊົນເພື່ອບັນດາຈຸດໝາຍລວມນັ້ນແມ່ນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢ່າງໝັ້ນຄົງ”.
ບົນຈິດໃຈນັ້ນ, ທີ່ກອງປະຊຸມຄັ້ງນີ້, ຫວຽດນາມ ຕັ້ງໜ້າປະກອບບັນດາບັນຫາເຊິ່ງອາຊຽນ ແລະ ຫວຽດນາມ ມີຄວາມສົນໃຈ ເພື່ອຜົນປະໂຫຍດລວມ, ປະກອບສ່ວນຍົກສູງບົດບາດ, ແລະ ທີ່ຕັ້ງຂອງຫວຽດນາມ ຢູ່ໃນໂລກ ກໍ່ຄືຊຸກຍູ້ການພົວພັນສອງຝ່າຍລະຫວ່າງຫວຽດນາມ ກັບບັນດາຄູ່ຮ່ວມມືທີ່ສຳຄັນ. ພ້ອມກັນນັ້ນ, ຫວຽດນາມກໍ່ຢັ້ງຢືນສະໜັບສະໜູນຄວາມຕັດສິນໃຈຍູ້ໄວຂະບວນວິວັດແຫ່ງການກໍ່ສ້າງປະຊາຄົມອາຊຽນໃນ 3 ປີທີ່ຍັງເຫຼືອຂອງຂະບວນວິວັດແຫ່ງການກໍ່ສ້າງປະຊາຄົມອາຊຽນ, ເຊິ່ງໃນນັ້ນ, ມີເນື້ອໃນໜຶ່ງທີ່ສຳຄັນນັ້ນແມ່ນ ປະຊາຄົມອາຊຽນ ມຸ້ງໄປເຖິງປະຊາຊົນ. ທ່ານປະທານສະມາຄົມມິດຕະພາບຫວຽດນາມ - ອາຊຽນ Le Cong Phung, ຖືວ່າ:
”ການຮ່ວມສຳພັນລະຫວ່າງບັນດາສະມາຊິກໃນອາຊຽນນຳກັນ ບໍ່ສະເພາະແຕ່ທາງດ້ານເສດຖະກິດ, ການເມືອງເທົ່ານັ້ນ, ຫາກຍັງແມ່ນຄວາມເຫັນດີເຫັນພ້ອມ, ການເຊື່ອມໂຍງທາງດ້ານວັດທະນະທຳ, ແບບແຜນດຳລົງຊີວິດ, ການປະພຶດຕໍ່ໃນມະຫາຄອບຄົວອາຊຽນນຳກັນອີກດ້ວຍ. ເຮັດຄືແນວໃດເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນຫວຽດນາມກັບປະຊາຊົນບັນດາປະເທດອາຊຽນນຳກັນ, ເຮັດຄືແນວໃດເພື່ອມີຄວາມເຫັນອົກເຫັນໃຈໃນການກໍ່ສ້າງປະຊາຄົມອາຊຽນ, ນັບທັງທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະ ຊີວິດປະຈຳວັນ, ເພື່ອເຮັດໃຫ້ປະຊາຊົນປະເທດນີ້ ມີຄວາມເຂົ້າໃຈປະຊາຊົນປະເທດອື່ນຢ່າງເລິກເຊິ່ງກວ່າ. ເຮັດຄືແນວນັ້ນຈຶ່ງສາມາດຮ່ວມແຮງຮ່ວມໃຈ ເພື່ອເຮັດໃຫ້ກຸ່ມອາຊຽນ ມີຄວາມໝັ້ນຄົງເຂັ້ມແຂງ, ນັບມື້ນັບມີທີ່ຕັ້ງສຳຄັນຢູ່ພາກພື້ນ ແລະຢູ່ໃນໂລກ”.
ຄຽງຂ້າງນັ້ນ, ຫວຽດນາມກໍ່ຢັ້ງຢືນການສະໜັບສະໜູນ, ຍູ້ແຮງການຜັນຂະຫຍາຍແຜນການສັງລວມນັ້ນແມ່ນເຊື່ອມຈອດອາຊຽນ, ໂດຍສະເພາະແມ່ນບັນດາໂຄງການຈຸດສຸມກ່ຽວກັບພື້ນຖານໂຄງລ່າງ, ບັນດາຂໍ້ຕົກລົງກ່ຽວກັບຄວາມເສລີດ້ານສິນຄ້າ, ເຮັດໃຫ້ການແລກປ່ຽນສິນຄ້າ, ການບໍລິການມີຄວາມສະດວກສະບາຍ, ສະໜັບສະໜູນເລື່ອງຍູ້ແຮງການປະຕິບັດແຜນການປະຕິບັດຂໍ້ລິເລີ່ມຮ່ວມສຳພັນອາຊຽນ ໄລຍະ 2 ຢ່າງມີປະສິດທິຜົນ. ພິເສດແມ່ນຮັດແຄບຄວາມແຕກໂຕນໃນການພັດທະນາລະຫວ່າງບັນດາປະເທດອາຊຽນ ໂດຍໄວ. ນີ້ແມ່ນບັນຫາທີ່ຍາມໃດຫວຽດນາມ ກໍ່ມານະພະຍາຍາມພ້ອມກັບບັນດາປະເທດອາຊຽນ ຜັນຂະຫຍາຍປະຕິບັດ. ທ່ານ Le Cong Phung, ໃຫ້ຮູ້ຕື່ມອີກວ່າ:
”ບັນຫາເສດຖະກິດແມ່ນຈຸດໝາຍອັນດັບໜຶ່ງໃນການຮ່ວມມື ອາຊຽນ. ສິ່ງສຳຄັນໃນປະຈຸບັນນັ້ນແມ່ນ ອາຊຽນຕ້ອງຜັນຂະຫຍາຍບັນດາແນວຄວາມຄິດທີ່ໄດ້ຮັບຮອງເອົາ ແລະ ຕົກລົງນຳກັນແລ້ວ. ບັນດາປະເທດທີ່ມີຄວາມເຂັ້ມແຂງກວ່າ ຈະໃຫ້ການຊ່ວຍເຫຼືອບັນດາປະເທດທີ່ອ່ອນດ້ອຍກວ່າ. ບັນດາປະເທດທີ່ອ່ອນດ້ອຍກວ່າສູ້ຊົນເຮັດຄືແນວໃດເພື່ອເຊື່ອມໂຍງທາງດ້ານເສດຖະກິດກັບບັນດາປະເທດໃນພາກພື້ນໂດຍໄວ. ຫວຽດນາມ ມີຫຼາຍໂຄງການຮ່ວມມືໃນອາຊຽນທີ່ໄດ້ ແລະ ພວມຜັນຂະຫຍາຍປະສິດທິຜົນ. ດ້ວຍຈຸດໝາຍນັ້ນ, ສະມາຄົມມິດຕະພາບຫວຽດນາມ - ອາຊຽນ ຈະເຮັດໜ້າທີ່ເຊື່ອມຈອດ, ຊ່ວຍບັນດາວິສາຫະກິດເຊື່ອມຈອດນຳກັນ, ບົນພື້ນຖານນັ້ນ ສາມາດນຳມາເຊິ່ງຜົນປະໂຫຍດໃຫ້ທຸກຝ່າຍ, ພ້ອມທັງເຮັດໃຫ້ການຮ່ວມສຳພັນໃນອາຊຽນນັບມື້ນັບແໜ້ນແຟ້ນກວ່າ”
ຕາມໂຄງການດຳເນີນງານ, ເມື່ອກອງປະຊຸມສິ້ນສຸດລົງ, ບັນດາປະເທດອາຊຽນຈະຮັບຮອງເອົາຖະແຫຼງການພະນົມເປັນ ”ອາຊຽນ: ປະຊາຄົມໜຶ່ງດຽວ, ຊາຕະກຳໜຶ່ງດຽວ”; ຖະແຫຼງການກ່ຽວກັບອາຊຽນທີ່ປອດຢາເສບຕິດໃນປີ 2015; ຖະແຫຼງການປະທານອາຊຽນກ່ຽວກັບການສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງອາຊຽນ ແລະ ໝາກຜົນກອງປະຊຸມຂັ້ນສູງຄັ້ງທີ 20. ເຖິງວ່ານີ້ພຽງແຕ່ແມ່ນກອງປະຊຸມປະຈຳປີຂອງບັນດາການນຳອາຊຽນ ກໍ່ຕາມ, ແຕ່ດ້ວຍນະໂຍບາຍສະເໝີຕົ້ນສະເໝີປາຍຂອງຕົນ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ແລະຄະນະຜູ້ແທນຂັ້ນສູງຫວຽດນາມທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈະສືບຕໍ່ເສີມຂະຫຍາຍບົດບາດແມ່ນສະມາຊິກທີ່ຕັ້ງໜ້າໃນອາຊຽນ, ມີການປະກອບສ່ວນໃຫ້ແກ່ກອງປະຊຸມຢ່າງແທ້ຈິງ, ນຳມາເຊິ່ງຜົນປະໂຫຍດອັນລະອຽດໃຫ້ແກ່ກອງປະຊຸມຊຸດຍອດທຳອິດໃນປີ 2012.