ອີຢີບ ແລະ ບັນດາສິ່ງທະທາຍພາຍຫຼັງການເລືອກຕັ້ງ



(vovworld)-​​ ອີ​ຢີບ ພວມຜ່ານ​ຜ່າ​ຈຸດ​ເວລາ​ທີ່​ສຳຄັນ​ໃນ​ຂະນະ​ທີ່​ຍັງມີ​ເວລາບໍ່​ຮອດ 24 ຊົ່ວ​ໂມງ​ອີກ ຜູ້​ຍາດ​ໄດ້​ຈຳນວນ​ບັດ​ສະ​ນັບ​ສະ​ໜູນສູງ​ສຸດ​ໃນການ​ການ​ປ່ອນ​ບັດ​ເລືອກ​ຕັ້ງປະທານາທິບໍດີ ຈະ​ກຳ​ສິດ​ນຳພາ​ປະ​ເທດ​ຊາດ. ພາຍຫຼັງ​ເວລາ 3 ປີ​ນັບ​ແຕ່​ໄດ້​ໂຄ່ນ​ລົ້ມລະບອບ​ຜູກຂາດ​ຂອງ​ອະດີດ​ປະທານາທິບໍດີ Hosni Mubarack, ສິ່ງ​ທີ່​ຜູ້​ມີ​ສິດ​ເລືອ​ກຕັ້ງປະ​ເທດ​ອາ​ຟຼິກກາ​ເໜືອ​ນີ້​ປາດ​ຖະໜາ​ແມ່ນ​ຢາກ​ມີ​ຄວາມ​ສະຫງົບ​ປອດ​ໄພ​ເປັນ​ປົກກະຕິ, ຊີວິດ​ການ​ເປັນ​ຢູ່​ໄດ້​ຮັບ​ການ​ປັບປຸງ ​ແລະ ຫລຸດຜ່ອນ​ອັດຕາ​ຜູ້ອຶດຫິວ​ທຸກ​ຍາກ, ​ໄພ​ຫວ່າງ​ງານ. ​ແຕ່​ວ່າ, ການ​ແບ່ງ​ແຍກ​ຢ່າງ​ເລິກ​ເຊິ່ງ​ໃນ​ສັງຄົມ, ຄວາມ​ຄັດ​ແຍ້​ງລະຫວ່າງ​ພັກ​ຝ່າຍ​ຕ່າງໆ ຍັງ​ກີດຂວາງ​ການ​ພັດທະນາ​ຂອງ​ປະ​ເທດ ອາ​ຟຼິກກາ​ເໜືອ​ນີ້.

ອີຢີບ ແລະ ບັນດາສິ່ງທະທາຍພາຍຫຼັງການເລືອກຕັ້ງ - ảnh 1

ຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງປະທານາທິບໍດີອີຢີບ

      ການ​ເລືອກ​ຕັ້ງຖືກຈັດ​ຂຶ້ນ​ໃນ​ວັນ​ທີ 26-27/5 ​​ແລະ ​ມີ​ການ​ເຂົ້າຮ່ວມ​ຂອງຜູ້​ມີ​ສິດ​ເລືອ​ກຕັ້ງ​ເກືອບ 54 ລ້ານຄົນ. ຄາດ​ວ່າ, ໝາກຜົນ​ການນັບ​ບັດ​ທາງ​ການຈະ​ຖື​ກປະກາດ​ໃນ​ວັນ​ທີ 5/6 ຈະ​ມາ​ເຖິງ. ຕາມ​ບັນດາ​ນັກ​ສັງ​ເກດ​ການ​ແລ້ວ, ​ເຖິງ​ວ່າ​ບໍ່​ທັນ​ມ​ີໝາກຜົນ​ທາງ​ການ​ແຕ່ຄາດ​ວ່າທ່ານ Abdel Fattah al-Sisi ອະດີດ​ຜູ້​ບັນຊາ​ການ​ກອງທັບ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ຈະ​ຍາດ​ໄດ້​ໄຊຊະນະ ຍ້ອນ​ລື່ນ​ກາຍ​ຄູ່​ແຂ່ງ​ຄົນ​ດຽວ ​ແມ່ນ​ທ່ານ Hamdeen Sabani ນັກ​ການ​ເມືອງ​ຝ່າຍ​ຊ້າຍ. ກ່ອນ​ໜ້ານັນ, ທ່ານ Abdel Fattah al-Sisi ຍາດ​ໄດ້ 94% ຈຳນວນບັດ​ສະໜັບສະໜູນ​ຂອງຜູ້​ມີ​ສິດ​ເລືອ​ກຕັ້ງອີ​ຢີບ ທີ່​ພວມ​ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ​ໃນ​ການ​ເລືອກ​ຕັ້ງກ່ອນ​ກຳນົດ​ເວລາ.

ອະດີດ​ລັດຖະມົນຕີ Abdel Fattah al – Sisi  ​ແມ່ນ​ຜູ້​ທີ່​ໄດ້​ນຳພາ​ກອງທັບ​ອີ​ຢີບ​ໂຄ່ນ​ລົ້ມ​ອະດີດ​ປະທານາທິບໍດີ Mohamed Morsi ​ເມື່ອ​ເດືອນ 7/2013. ທ່ານ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ​ເປັນ​ຜູ້​ບັນຊາ​ການ​ກອງທັບ​ເພື່ອສະໝັກ​ຮັບ​ເລືອກ​ຕັ້ງ​ໃນ​ຄັ້ງ​ນີ້. ອະດີດ​ພົນທະຫານ Abdel Fattah al – Sisi  ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ຖ້າ​ຫາກ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ ທ່ານຈະ​ສຸມ​ໃສ່​ພັດທະນາ​ກະ​ສີ​ກຳ, ​ເຮືອນ​ຢູ່, ການ​ສຶກສາ, ພັດທະນາ​ບັນດາ​ເຂດ​ທີ່​ຍັງ​ປະສົບ​ກັບ​ຄວາມທຸກ​ຍາກ ​ແລະ ວຽກ​ເຮັດ​ງານ​ທຳ​.

        ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕາມ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ຖ້າໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ, ທ່ານ Abdel Fattah al – Sisi ຈະ​ຕ້ອງຮັບຜິດ​ຊອບໜ້າທີ່ໜັກໜ່ວງ​ທີ່​ສຸດ. ການ​ທ້າ​ທາຍ​ໃຫຍ່​ສຸດ​ນັ້ນ​ແມ່ນ​ການ​ຟື້ນ​ຟູ​ສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ​ມະຫາ​ພາກ ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ວຽກ​ເຮັດ​ງານ​ທຳ ກໍ່​ຄື​ປັບປຸງ​ຊີວິດ​​ໃຫ້​ແກ່ປະຊາຊົນ. ຄຽງ​ຂ້າງ​ນັ້ນ, ການ​ຄັດຄ້ານ​ຢ່າງ​ແຮງ​ຂອງ​ບັນດາ​ສະມາຊິກ​ໃນ​ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ຊະ​ລິ​ມ ​ແລະ ການ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ນັກຮົບ​ອິດສະ​ລາມ​ຫົວ​ຮຸນ​ແຮງ ກໍ່​ແມ່ນ​ບັນດາ​ປັດ​ໃຈ​ທີ່​ກີດຂວາງ​ວິວັດ​ການ​ປະຕິ​ຮູບ​ຢູ່​ປະ​ເທດ​ນີ້.

        ສອງ​ໜ້າ​ທີ່ອັນຫຍຸ້ງຍາກ

        ພາຍຫຼັງ 3 ປີ ທີ່ຂາດ​ສະຖຽນ​ລະ​ພາບ, ອັດຕາ​ຂາດ​ດຸນ​ງົບປະມານ​ຂອງ​ອີ​ຢີບ​ໄດ້​ກວມ​ເຖິງ 14% GDP, ​ໃນ​ຂະນະ​ນັ້ນ​ໜີ້​ສິນ​ສາທາລະນະ​ກໍ່​ເພີ່​ມຂຶ້ນ​​ໃນ​ລະດັບ​ກວ່າ 100% GDP. ລັດຖະບານ​ຕ້ອງ​ສືບ​ຕໍ່​ກູ້​ຢືມ​ທຶນພາຍ​ໃນ​ປະ​ເທດ​ເພື່ອ​ຊົດ​ເຊ​ີຍ​ໃຫ້​ບ້ວງ​ເງິນຂາດ​ດຸນງົບປະມານ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ລະດັບ​ເຕີບ​ໂຕ​ເສດຖະກິດ​ບັນລຸ​ພຽງ​ປະມານ 2%/ປີ. ຄວາມ​ຂາດ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ພາຍ​ໃນ​ປະ​ເທດ ​ເຮັດ​ໃຫ້​ແຫຼ່ງລາຍ​ຮັບ​ເງິນຕາ​ຕ່າງປະ​ເທດ​ຈາກ​ການທ່ອງທ່ຽວ ​ແລະ ການ​ລົງທຶນ​ຕ່າງປະ​ເທດ​ຫຼຸດ​ລົງ, ສິ່ງ​ດັ່ງກ່າວ​ກໍ່​ເຮັດ​ໃຫ້​ສະກຸນ​ເງິນ​ພາຍ​ໃນ​ປະ​ເທດ​ຕົກ​ລາຄາ. ອັດຕາ​ໄພ​ຫວ່າງ​ງານ ​ແລະ ອັດຕາ​ໄພ​ເງິນ​ເຟີ້​ເພີ່ມ​ຂຶ້ນ​.

        ປະຈຸ​ບັນ, ພົນລະ​ເມືອງ​ອີ​ຢີບກວ່າ 1/4 ພວມ​ດຳລົງ​ຊີວິດ​ໃນ​ສະພາບທຸກ​ຍາກ​ອຶດ​ຫິ​ວ ດ້ວຍ​ລາຍ​ຮັບ​ສະ​ເລ່ຍ​ແມ່ນ 2 USD/ວັນ. ​ໃນ​ຂະນະ​ນັ້ນ, ອັດຕາ​ຄົນ​ຫວ່າງ​ງານ​ ​ປະຈຸ​ບັນ​​ແມ່ນ​ໃນ​ລະດັບ 13,4%.

        ນັບ​ແຕ່​ເດືອນ 1/2011, ອີ​ຢີບ ​ໄດ້​ພະຍາຍາມ​ເຈລະຈາ​ກ່ຽວ​ກັບ​ການ​ກູ້​ຢືມ​ທຶນ​ຈາກກອງ​ທຶນ​ເງິນຕາ​ສາກົນ​ (IMF) ເຖິງ 3 ຄັ້ງ​ແລ້ວ ​ເພື່ອ​ແນ​ໃສ່​ຮັກສາ​ເສດຖະກິດ​ເປັນ​ປົກກະຕິ, ​ແຕ່​ພັດ​ບໍ່​ໄດ້​ຮັບ​ຜົນ, ຍ້ອນ​ຢາກ​ກູ້​ຢືມ​ທຶນ​ແມ່ນ​ຕ້ອງ​ດຳ​ເນີນການ​ປະ​ຕີ​ຮູບຢ່າງ​ເຄັ່ງ​ຄັດທີ່​ສຸດ ​ແລະ ສິ່ງ​ດັ່ງກ່າວ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ສະພາບ​ການ​ເມືອງ - ສັງຄົມ​ພາຍ​ໃນ​ປະ​ເທດ​ຢ່າງ​ງ່າຍດາຍ. ​ແຕ່​ໃນ​ຄັ້ງ​ນີ້, ດ້ວຍ​ສະພາບ​ເສດຖະກິດ​ມະຫາ​ພາກ​ພາຍ​ໃນ​ປະ​ເທດ ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ນັ້ນ, ທ່ານ​ປະທານາທິບໍດີ​ຄົນ​ໃໝ່​ຈະ​ບໍ່​ມີ​ເສັ້ນທາງ​​ເລືອກ​ເຟັ້ນໃດ​ນອກຈາກ​ການ​ອາ​ໄສ IMF, ຍອມຮັບ​ບັນດາ​ເງື່ອນ​ໄຂ​ຈັດ​ວາງ, ພ້ອມ​ກັບ “ຄ່າ​ທົດ​ແທນ“ ດ້ານ​ສັງຄົມ. ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ສ້າງ​ຄວາມ​ສົມ​ດູ​ນທາງ​ດ້ານ​ເສດຖະກິດ​ຄືນ​ໃໝ່ ນັ້ນ​ແມ່ນ​ຄຳ​ຖາມ​ທີ່​ວາງ​ອອກ​ແຕ່​ບໍ່​ທັນ​ມີ​ຄຳ​ຕອບ​ສຳລັບ​ປະທານາທິບໍດີ​ຜູ້​ຫາ​ກໍ່​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ເທື່ອ.

ສືບ​ຕໍ່​ການ​ແບ່ງ​ແຍກ​ໃນ​ສັງຄົມ

    ​  ​ໃນ​ຂະນະ​ທີ່ປະຊາຊົນ​ຫຼາຍ​ຄົນ​ໄດ້​ປ່ອນບັດ​ສະໜັບສະໜູນ​ທ່ານ​ອະດີດ​ລັດຖະມົນຕີ Abdel Fattah al-Sisi ດ້ວຍ​ຄວາມ​ຫວັງ​​ວ່າ, ການ​ນຳ​ກອງທັບ​ຜູ້​ໜຶ່ງ​ເປັນ​ປະທານາທິບໍດີ ຈະ​ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ​ເພື່ອ ນຳພາ​ປະ​ເທດ​ຊາດໃນ​ຫຼາຍ​ປີຜ່ານ​ມາ, ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ຊະ​ລິ​ມ ຊື່​ງ​ແມ່ນ​ອົງການ​ສວມ​ບົດບາດ​ສຳຄັນ​ໃນ​ເວທີ​ການ​ເມືອງ​ອີ​ຢີບ ​ ​ໄດ້ຄັດຄ້ານ​ຢ່າງ​ແຮງ.

   ກ່ອນ​ການ​ເລືອກ​ຕັ້ງ, ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ຊະ​ລິ​ມ ປະກາດ​ຈະ​ປະຕິ​ເສດ​ການ​ເລືອກ​ຕັ້ງຍ້ອນ​ຢ້ານ​​ວ່າ, ຖ້າ​ຫາກໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ, ທ່ານAbdel Fattah al-Sisi ​ ຈະ​ປາບ​ປາມ​ຢ່າງ​ແຮງ,  ​ໃນ​ຂະນະ​ທີ່​ກ່ອນ​ນັ້ນ, ອຳນາດ​ການ​ປົກຄອງ​ຊົ່ວ​ຄາວອີ​ຢີບ ຖື​ວ່າ, ອົງກາ​ນນີ້​ແມ່ນ “ອົງການ​ກໍ່​ການ​ຮ້າຍ“. ຄວາມ​ວິຕົກ​ກັງວົນ​ນີ້​ຍິ່ງ​ປະກົດ​ຜົນ​ເປັນ​​ຈິງ​ໃນ​ຂະນະ​ທີ່​ທ່ານ ​ Abdel Fattah al-Sisi ເອງ​ໄດ້ປະກາດ​ວ່າ, ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ຊະ​ລິ​ມ ຈະ​ບໍ່​ມີ​ໂອກາດ​ກັບ​ຄືນ​ສູ່ເວທີ​ການ​ເມືອງ ຖ້າ​ຫາກ​ທ່ານ​ໄດ້​ຮັບ​​ໄຊ​ຊະນະ​ໃນການ​ເລືອກ​ຕັ້ງ​​ປະທານາທິບໍດີອີ​ຢີບ. ປະຊາຊົນ​ພາກສ່ວນ​ໜຶ່ງ​ສະໜັບ​ສະ​ໜູນ​ທ່ານ Hamdeen Sabani ກໍ່​ພວມປະກອບສ່ວນ​ເຮັດ​ໃຫ້​ຂໍ້​ຂັດ​ແຍ້​ງ​ໃນ​ສັງຄົມ​ຂຶ້ນ​ສູງ ​ໃນ​ຂະນະ​ທີ່​ເຂົ້າ​ເຈົ້າຖື​ວ່າ: ຖ້າ​ຫາກ​ວ່າ​ທ່ານ Abdel Fattah al-Sisi ໄດ້​ຮັບໄຊ​ຊະນະ​ໃນ​ການ​ເລືອກ​ຕັ້ງ​ ຈະ​ປາບ​ປາມ​ບັນດາ​ສິດ​ອະທິປະ​ໄຕ.

   ຈາກ​ບັນດາ​ການ​ຜັນ​ແປ​ດັ່ງ​ກ່າວ, ຫາງ​ສຽງ​ຖື​ວ່າ, ຖ້າ​ຫາກ​ວ່າ ໄດ້​ຮັບ​ການ​ເລືອກ​ຕັ້ງ, ​ແນ່ນອນ​ວ່າ, ​​ທ່ານ Abdel Fattah al-Sisi ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ ​ແລ​ະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ​ເຖິງ​ວ່າ, ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ໄດ້​ສ່ອງ​ແສງ​​ໃຫ້​ເຫັນ​ການ​ເລືອກ​ເຟັ້ນ ​ຂອງ​ຊາວ​ອີ​ຢີບ ຢ່າງ​ສີ​ເລກໍ່ຕາມ, ​ແຕ່​ວິວັດ​ການ​ປະຕິ​ຮູບ​ຂອງ​ປະ​ເທດ​ອີ​ຢີບ ຍັງ​ຈະ​ຕ້ອງ​ເສຍ​ເວລາ​ຫຼາຍ​ຈຶ່ງ​ປະສົບ​ຜົນສຳ​ເລັດ​ໄດ້./.

ຕອບກັບ

ຂ່າວ/ບົດ​ອື່ນ