ອີຢິບພວມຢືນຢູ່ຕໍ່ໜ້າ ໄພອັນຕະລາຍຂາດສະຖຽນລະພາບ ຄັ້ງໃໝ່
ວິ້ງຟອງ -  
ຊາວອີຢິບຄັດຄ້ານ SCAF ພວມຊອກຫາວິທີທາງເພື່ອຮັກສາສິດອຳນາດ
(ພາບ: Internet)
|
(vovworld-)ເວທີການເມືອງອີຢິບພັດເກີດພາຍຸລົມແດງອີກຄັ້ງໜຶ່ງດ້ວຍບັນດາການຜັນແປ ໃໝ່ພາຍຫຼັງການເລືອກຕັ້ງປະທານາທິບໍດີຮອບທີ່ 2 ຊຶ່ງໄດ້ດຳເນີນໄປໃນໃນກາງເດືອນ 6 ທີ່ຜ່ານມາ. ຊາວອີຢິບຄິດວ່າຈະມີພື້ນຖານການເມືອງທີ່ີມີສະຖຽນລະພາບກ່ວາພາຍຫຼັງ ການເລືອກຕັ້ງປະທານາທິບໍດີ, ແຕ່ທຸກສິ່ງທຸກຢ່າງພວມເກີດຂຶ້ນຢູ່ປະເທດນີ້ພັດສະແດງໃຫ້ເຫັນສິ່ງທີ່ກົງກັນຂ້າມ ແລະ ເບິ່ງຄືວ່າ ການຕໍ່ສູ້ກັນເພື່ອຍາດເອົາສິດອຳນາດລະຫວ່າງບັນດາອິດທິກຳລັງຢູ່ອີຢິບແມ່ນຫາກໍເລີ່ມເກີດຂຶ້ນ.
ສິ່ງທີ່ໜ້າສົນໃຈທຳອິດໃນຊຸມມື້ທີ່ຜ່ານມາແມ່ນເລື່ອງທັງ 2 ຄູ່ແຂ່ງໂດຍກົງໃນ ການເລືອກຕັ້ງປະທານາທິບໍດີຮອບທີ່ 2 ຄື ທ່ານ Mohamed- Morsi ປະທານພັກເສລີ ແລະ ຍຸດຕິທຳ ຫຼືື FJP ຂອງອົງການອ້າຍນ້ອງອິດສະລາມ ແລະ ທ່ານ Ahmed Shafiq ອະດີດນາຍົກລັດຖະມົນຕີໃນສະໄໝທ່ານ Hosni Mubarak ລ້ວນແຕ່ຖະແຫຼງວ່າໄດ້ຮັບໄຊຊະນະໃນການເລືອກຕັ້ງ. ທີ່ການປະຊຸມຂ່າວທີ່ຈັດຂຶ້ນຢູ່ ກາຍໂຣເມື່ອວັນທີ 19/6, ໂຄສົກຂອງກຸ່ມຂົນຂວາຍຫາສຽງເລືອກຕັ້ງຂອງ ອະດີດນາຍົກລັດຖະມົນຕີ Ahmed Shafiq ໄດ້ຖະແຫຼງວ່າ ຜູ້ສະໝັກເລືອກຕັ້ງທ່ານນີ້ ໄດ້ຮັບໄຊຊະນະດ້ວຍບັດສະໜັບສະໜູນ 51,5%, ລືນກາຍຜູ້ສະໝັກເລືອກຕັ້ງຂອງ ອົງການອ້າຍນ້ອງອິດສະລາມ Mohamed- Morsi. ກ່ອນໜ້ານັ້ນ, ວັນທີ 18/6 ອົງການອ້າຍນ້ອງອິດສະລາມຍັງຖະແຫຼງວ່າ ທ່ານ Mohamed- Morsiໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີດ້ວຍບັດສະໜັບສະໜູນ 52,5%. ຄວາມເຄັ່ງຕຶງໃນເວທີການເມືອງໄດ້ເພີ່ມຂຶ້ນ ຂະນະທີ່ໂຄສົກຂອງ ອົງການອ້າຍນ້ອງອິດສະລາມໄດ້ກ່າວເຕືອນກ່ຽວກັບກໍລະນີເກີດການປະທະກັນລະຫວ່າງປະຊາຊົນກັບຝ່າຍກອງທັບຖ້າຫາກ ຜູ້ສະໝັກເລືອກຕັ້ງຂອງຕົນບໍ່ໄດ້ຮັບໄຊຊະນະ. ສະພາບການດັ່ງກ່າວໄດ້ເຮັດໃຫ້ຄະນະກຳມະການເລືອກຕັ້ງອີຢິບຕ້ອງຮຽກຮ້ອງໃຫ້ ຜູ້ສະໝັກເລືອກຕັ້ງທັງ 2 ທ່ານຈົ່ງຢຸດຕິເລື່ອງຍົກອອກຄຳຖະແຫຼງກ່ຽວກັບຜົນຂອງການເລືອກຕັ້ງ. ຕາມ ຄະນະກຳມະການເລືອກຕັ້ງນີ້ແລ້ວ, ໝາກຜົນທີ່ 2 ກຸ່ມຫາສຽງເລືອກຕັ້ງປະກາດນັ້ນ ລ້ວນແຕ່ບໍ່ຊັດເຈນ ແລະ ການປະກາດໝາກຜົນຂອງການເລືອກຕັ້ງປະທານາທິບໍດີຊຶ່ງຄາດວ່າຈະປະກາດໃນວັນທີ 21/6 ຈະຖືກເລື່ອນໄປມື້ໜ້າຍ້ອນວ່າມີຄວາມຕ້ອງການເວລາເພື່ອສືບສວນບັນດາກໍລະນີຮ້ອງທຸກສຳລັບຄວາມບໍ່ເປັນເອກະພາບກັນລະຫວ່າງຈຳນວນບັດເລືອກຕັ້ງ ແລະ ຈຳນວນຜູ້ມີສິດເລືອກຕັ້ງຈົດລາຍຊື່ຢູ່ຕາມສະຖານທີປ່ອນບັດເລືອກຕັ້ງ.
ສັງເກດຕີລາຄາສະພາບການຢູ່ອີຢິບປະຈຸບັນ ຂະນະທີ່ຜູ້ສະໝັກເລືອກຕັ້ງທັງ 2 ທ່ານພວມຮ້ອງທຸກກ່ຽວກັບໝາກຜົນການເລືອກຕັ້ງນັ້ນ ແມ່ນອາດຈະເຫັນໄດ້ວ່າ ບໍ່ວ່າທ່ານໃດທີ່ສາມາດ ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ແມ່ນພຽງແຕ່ໃນນາມຖານະຕ່ຳແໜ່ງເທົ່ານັ້ນ, ຫາກບໍ່ມີສິດອຳນາດແທ້ໆ ຍ້ອນວ່າ ສິດອຳນາດໃນປະຈຸບັນແມ່ນພວມຂຶ້ນກັບຝ່າຍກອງທັບ. ຊ້ຳບໍໜຳ, ວົງການນັກໄຈ້ແຍກຍັງຕັ້ງຄຳຖາມວ່າ: ແມ່ນບໍ່ວ່າປະທານາທິບໍດີທີ່ຫາກໍ ໄດ້ຮັບໄຊຊະນະໃນ ການເລືອກຕັ້ງຈະບໍ່ມີຄວາມໝາຍຫຍັງ. ເວົ້າເຊັ່ນນັ້ນ, ແມ່ນຍ້ອນວ່າ ໃນ ການເລືອກຕັ້ງປະທານາທິບໍດີຮອບທີ່ 2 (17/6) ສະພາສູງສຸດບັນດາກຳລັງປະກອບອາວຸດ SCAF ຊຶ່ງແມ່ນກຳລັງພວມກຳສິດບໍລິຫານປະເທດຊາດນັ້ນ ໄດ້ປະກາດລັດຖະທຳມະນູນສະບັບປັບປຸງ, ຕາມນັ້ນແລ້ວ, ສະພານີ້ຈະກຳສິດນິຕິບັນຍັດຈາກສະພາແຫ່ງຊາດ, ຊຶ່ງແມ່ນອສຳນັກງານທີ່ ອົງການອ້າຍນ້ອງອິດສະລາມກວມເຖິງ 47%ຈຳນວນທີ່ນັ່ງ ຖືກສານ ລັດຖະທຳມະນູນອີຢິບອອກຄຳຕັດສິນໃຫ້ຍຸບເລີກກ່ອນນັ້ນ 2 ວັນ. ລັດຖະທຳມະນູນສະບັບປັບປຸງຍັງຊີ້ແຈ້ງວ່າ ສະພາສູງສຸດບັນດາກຳລັງປະກອບອາວຸດ ມີສິດຢັບຢັ້ງ ລັດຖະທຳມະນູນໃໝ່ ແລະ ມີສິດແຊກແຊງເຂົ້າວຽກງານບໍລິຫານຂອງປະທານາທິບໍດີ. ການກະທຳນີ້ໄດ້ເຮັດໃຫ້ຫາງສຽງບໍ່ພໍໃຈ ແລະ ຕຳນິຕິຕຽນ ສະພາສູງສຸດບັນດາກຳລັງປະກອບອາວຸດວ່າ ພວມຊອກຫາວິທີທາງເພື່ອຮັກສາສິດອຳນາດ. ທ່ານ Mohamed- Enbaradei ນັກການທູດຂອງອີຢິບ ອະດີດຜູ້ອຳນວນການອົງການພະລັງງານປະລະມານູສາກົນ IAEA ໄດ້ເອີ້ນວຽກງານປັບປຸງ ລັດຖະທຳມະນູນຂອງ ສະພາສູງສຸດບັນດາກຳລັງປະກອບອາວຸດແມ່ນຄວາມປະລາໄຊຢ່າງໜັກສຳລັບພື້ນຖານປະຊາທິປະໄຕ ແລະ ການປະຕິວັດຢູ່ອີຢິບ. ເຫດການນີ້ ຍັງກໍ່ໃຫ້ເກີດຄວາມຂັດແຍ້ງກັນຄັ້ງໃໝ່ບັນເວທີການເມືອງຂອງອີຢິບ. ວັນທີ 19/6 ປະຊາຊົນປະມານ 1.5000 ຄົນໄດ້ພາກັນມາເຕົ້າໂຮມຢູ່ສະໜາມຫຼວງ Tahrir ເພື່ອຄັດຄ້ານ ສະພາສູງສຸດບັນດາກຳລັງປະກອບອາວຸດຊອກຫາວິທີຮັກສາສິດອຳນາດ . ສ່ວນ ອົງການອ້າຍນ້ອງອິດສະລາມໄດ້ລະດົມສະມາຊິກນັບພັນຄົນຂອງຕົນຈາກບັນດາແຂວງນະຄອນຕ່າງໆຫຼັ່ງໄຫຼເຂົ້າມາ ກາຍໂຣ ເພື່ອເຂົ້າຮ່ວມການແຫ່ຂະບວນປະທ້ວງ. ໃນຂະນະນັ້ນ, ບັນດາພັກອິດສະລາມຂອງອີຢິບຍັງຕັດສິນຮ້ອງທຸກ ສະພາສູງສຸດບັນດາກຳລັງປະກອບອາວຸດ ແລະ ປະທານສານ ລັດຖະທຳມະນູນສູງສຸດພາຍຫຼັງທີ່ໄດ້ອອກຄຳຕັດສິນຍຸບເລີກສະພາແຫ່ງຊາດ. ບັນດາພັກນີ້ໄດ້ໃຫ້ຄຳອະທິບາຍວ່າ ສະພາສູງສຸດບັນດາກຳລັງປະກອບອາວຸດ ແລະ ສານແມ່ນບໍ່ມີສິດຍຸບເລີກສະພາແຫ່ງຊາດ. ພັກ Wasat ຍັງນາບຂູ່ນຳກໍລະນີນີ້ຂຶ້ນເວທີສາກົນດ້ວຍວິທີຮຽກຮ້ອງໃຫ້ບັນດາລັດຖະສະພາເອີລົບ, ອາຣັບ ແລະ ປະເທດຕ່າງໆ ຈົ່ງປຶກສາຫາລືບັນຫານີ້ ແລະ ມີການກະທຳທີ່ເໝາະສົມ, ໃນຂະນະນັ້ນ, ພັກ Nour ໄດ້ກ່າວເຕືອນວ່າ ສິ່ງນີ້ຈະກໍ່ບັນດາຜົນຮ້າຍຢ່ອນຫຼັງທີ່ບໍ່ດີຕໍ່ປະເທດຊາດ. ເພື່ອຮັບມືກັບສະພາບການດັ່ງກ່າວ, ກອງທັບອີຢິບໄດ້ເພີ່ມທະວີກຳລັງບົນເສັ້ນທາງເຊື່ອມຕໍ່ລະຫວ່າງນະຄອນຫຼວງ ກາຍໂຣ ແລະ ນະຄອນ Alexandria .
ໃນຂະນະທີ່ໝາກຜົນ ການເລືອກຕັ້ງປະທານາທິບໍດີຍັງບໍ່ທັນໄດ້ຮັບການປະກາດຢ່າງເປັນທາງການນັ້ນ, ເວທີການເມືອງອີຢິບພັດຖືກຕົກເຂົ້າສູ່ສະພາບເກີດຄວາມຂັດແຍ້ງກັນທາງດ້ານສິດອຳນາດຄັ້ງໃໝ່ ຫຼືເວົ້າແນວອື່ນວ່າ ອີຢິບຍັງພວມຕົກເຂົ້າສູ່ສະພາບດ້ານການເມືອງບໍ່ມີທາງອອກ. ເບິ່ງຄືວ່າ ຄວາມຂາດສະຖຽນລະພາບຍັງຄົງຈະແກ່ຍາວຢູ່ປະເທດທີ່ມີຈຳນວນປະຊາກອນຫຼາຍກ່ວາໝູ່ໃນໂລກອາຣັບນີ້
ວິ້ງຟອງ