ອະ​ດີດ​ການ​ນຳ​ພັກ - ລັດ​ຖະ​ບານ ແຫ່ງ ສ​ປ​ປ.ລາວ: ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວ​ຽນ​ຝູ​ຈ້ອງ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ການຖະ​ໜຸ​ຖະ​ໜອມ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ ລາວ - ຫວຽດ​ນາມ

(VOVWORLD) - ວັນທີ 22 ກໍລະກົດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລາວ ໄດ້ອອກແຈ້ງການກ່ຽວກັບເລື່ອງຈັດຕັ້ງພິທີໄວ້ອາໄລລະດັບຊາດ ນັບແຕ່ວັນທີ 25 – 26 ກໍລະກົດ ເພື່ອອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ເພື່ອນມິດຜູ້ສະໜິດສະໜົມທີ່ສຸດຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ແມ່ນຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງ, ພິເສດແມ່ນສຳລັບການນຳພັກ, ລັດຖະບານລາວລຸ້ນຕ່າງໆທີ່ເຄີຍມີໂອກາດໄດ້ເຮັດວຽກ, ພົບປະກັບເພິ່ນມາເປັນຫຼາຍຄັ້ງ.
ອະ​ດີດ​ການ​ນຳ​ພັກ - ລັດ​ຖະ​ບານ ແຫ່ງ ສ​ປ​ປ.ລາວ: ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວ​ຽນ​ຝູ​ຈ້ອງ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ການຖະ​ໜຸ​ຖະ​ໜອມ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ ລາວ - ຫວຽດ​ນາມ - ảnh 1ທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ທ່ານເລຂາທິການໃຫຍ່ ຫວຽນຝູຈ້ອງ ຍ່າງກວດກອງກຽດຕິຍົດ ຢູ່ລາວ ໃນປີ 2019. 

ທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແບ່ງປັນວ່າ: ຂ້າພະເຈົ້າໄດ້ມີໂອກາດໄດ້ເຮັດວຽກກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຂ້າພະເຈົ້າມີຄວາມປະທັບໃຈ ແລະ ມີຄວາມຊົງຈຳອັນດີງາມຫຼາຍຢ່າງກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພິເສດແມ່ນໃນກອງປະຊຸມຮ່ວມຂອງ 2 ກົມການເມືອງ ລາວ - ຫວຽດນາມ, ໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ລະຄັ້ງ. ສະຫາຍ ຫງວຽນຝູຈ້ອງ ແມ່ນການນຳຜູ້ມີຄວາມສຳຄັນພິເສດ, ມີຄວາມເອົາໃຈຢ່າງໃກ້ຊິດ, ເລິກເຊິ່ງ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ ລາວ - ຫວຽດນາມ, ກໍຄື ມີຄວາມເອົາໃຈໃສ່ເປັນພິເສດເຖິງການຖະໜຸຖະໜອມ, ຮັກສາມໍລະດົກທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ເກີດດອກອກຜົນຍິ່ງໆຂຶ້ນ ແລະ ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ. 

« ໃນການຢ້ຽມຢາມລາວ ຂອງສະຫາຍ ຫງວຽນ ຟູ ຈ້ອງ ໃນປີ 2019, ໃນຖະແຫລງການຮ່ວມ ກໍໄດ້ລະບຸ ສາຍພົວພັນສອງປະເທດ ເປັນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຂ້າພະເຈົ້າເຫັນວ່າ ຄຳເວົ້າດັ່ງກ່າວ ມັນມີຄວາມໝາຍສຳຄັນ ແລະ ສ່ອດຄ່ອງກັບຕົວຈິງຂອງ ການພົວພັນຂອງສອງຝ່າຍ, ເພາະວ່າການພົວພັນ ລາວ - ຫວຽດນາມ ເປັນການພົວພັນທີ່ເປັນມູນເຊື້ອອັນດີງາມ, ມີຄວາມສາມັກຄີຜູກພັນທີ່ສະໜິດແໜ້ນ ຮ່ວມສູ້ຮົບໃນຂຸມຄອງດຽວກັນ, ຄຽງບ່າຄຽງໄຫຼ່ຮ່ວມສຸກຮ່ວມທຸກ, ຮ່ວມກັນສູ້ຮົບ, ພ້ອມກັນຕີເອົາຊະນະລັດທິລ່າເມືອງຂຶ້ນຂອງຝຣັ່ງ, ຈັກກະພັດອາເມລິກາ »

ອະ​ດີດ​ການ​ນຳ​ພັກ - ລັດ​ຖະ​ບານ ແຫ່ງ ສ​ປ​ປ.ລາວ: ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວ​ຽນ​ຝູ​ຈ້ອງ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ການຖະ​ໜຸ​ຖະ​ໜອມ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ ລາວ - ຫວຽດ​ນາມ - ảnh 2ທ່ານສົມສະຫວາດ ເລັ່ງສະຫວັດ, ອະດີດຮອງນາຍົກລັດຖະມົນຕີ ລາວ 

ທ່ານສົມສະຫວາດ ເລັ່ງສະຫວັດ, ອະດີດຮອງນາຍົກລັດຖະມົນຕີ ລາວ ໃຫ້ຮູ້ວ່າ, ໃນໄລຍະເວລາຮັບດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ, ຮອງນາຍົກລັດຖະມົນຕີ ລາວ,  ທ່ານໄດ້ມີໂອກາດພົບປະ ແລະ ເຮັດວຽກກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນຫຼາຍຄັ້ງ. ທ່ານ ສົມສະຫວາດ ເລັ່ງສະຫວັດ ເວົ້າຄວາມໃນໃຈສູ່ຟັງວ່າ: ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການນຳທີ່ມີຄວາມເອົາໃຈໃສ່ເປັນພິເສດເຖິງການສືບຕໍ່ຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລາວ - ຫວຽດນາມ. ທ່ານເນັ້ນໜັກວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນລູກສິດດີເດັ່ນຂອງປະທານ ໂຮ່ຈີມິນ, ອຸທິດທັງຊີວິດຂອງຕົນໃຫ້ແກ່ພັກ ແລະ ປະເທດຊາດ ຫວຽດນາມ: 

“ເພິ່ນໄດ້ເຕືອນກັບບັນດາສະຫາຍ ຫວຽດນາມວ່າ ອັນໃດທີ່ໄດ້ຕົກລົງກັບຝ່າຍລາວ ແມ່ນຕ້ອງເຮັດແທ້ໆໄດ໊ ແລະ ເພີ່ນກໍໄດ້ບອກຝ່າຍລາວເຮົາຄືກັນ, ສະຫາຍລາວ ບໍ່ຕ້ອງຈົ່ງຈຽມກັນ ອັນໃດທີ່ການນຳທັງສອງຝ່າຍໄດ້ຕົກລົງກັນແລ້ວ ຕ້ອງພ້ອມກັນມາຊຸກຍູ້ໃຫ້ມັນເກີດໝາກເກີດຜົນ ບໍ່ແມ່ນມີແຕ່ເວົ້າ. ອັນນີ້, ຂ້າພະເຈົ້າເຫັນວ່າ ເພິ່ນເປັນການນຳຜູ້ໜຶ່ງທີ່ມີຄວາມເອົາໃຈໃສ່. ດັ່ງນັ້ນ, ໃນໄລຍະທີ່ຂ້າພະເຈົ້າດຳລົງຕຳແໜ່ງຢູ່ນັ້ນ, ດ້ວຍການຊີ້ນຳຢ່າງໃກ້ຊິດຂອງເພິ່ນ ໄດ້ເຮັດໃຫ້ການຮ່ວມມືທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ກໍຄືດ້ານອື່ນໆຂອງສອງພັກ, ສອງລັດ ພວກເຮົາໄດ້ຂະຫຍາຍຕົວ, ຢ່າງໜັກແໜ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງເລື້ອຍໆ.”

        ບັນດາສະຫາຍອະດີດການນຳພັກ, ລັດຖະບານ ລ້ວນແຕ່ຢັ້ງຢືນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ອຸດທິດທັງຊີວິດ, ກຳລັງເຫື່ອແຮງ ແລະ ສະຕິປັນຍາຂອງຕົນໃຫ້ແກ່ພາລະກິດປົດປ່ອຍຊາດ, ພາລະກິດສ້າງຄວາມສາມັກຄີທົ່ວປວງຊົນທັງຊາດ ແລະ ພາລະກິດປ່ຽນແປງໃໝ່ຂອງພັກຄອມມູນິດ ຫວຽດນາມ, ກໍຄືປະກອບສ່ວນສຳຄັນ, ຍິ່ງໃຫຍ່ ແລະ ມີຄຸນຄ່າເຂົ້າໃນການເພີ່ມທະວີການສ້າງສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ, ຫວຽດນາມ - ລາວ. ທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຖືວ່າ: 

"ເຖິງວ່າສະພາບການພາກພື້ນ ແລະ ສາກົນມີການຜັນແປຢ່າງສະຫຼັບຊັບຊ້ອນ, ບວກໃສ່ຄວາມຫຍຸ້ງຍາກຂອງສະພາບການພາຍໃນຂອງແຕ່ລະປະເທດ ລາວ-ຫວຽດນາມ ທີ່ໄດ້ປະເຊີນໜ້າກັບສິ່ງທ້າທາຍນາໆປະການ, ແຕ່ຍ້ອນຄວາມເອົາໃຈໃສ່ໃນການຊິີ້ນຳນຳພາຂອງ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ, ໄດ້ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຍິ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍ ທັງທາງກວ້າງ ແລະ ທາງເລິກ ຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດ ເຊັ່ນ: ການພົວພັນດ້ານເມືອງ ໄດ້ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນສູງ; ສອງພັກມີກົນໄກພົບປະຂັ້ນສູງ ເຊິ່ງ ຂ້າພະເຈົ້າ ໄດ້ມີໂອກາດນໍາພາຄະນະ ໄປພົບປະ ສອງກົມການເມືອງ ຮ່ວມ ສະຫາຍ ຫງວຽນ ຟູ ຈ້ອງ ຈໍານວນ 05 ຄັ້ງ, ມີການແລກປ່ຽນໄປມາຫາສູ່ກັນຢ່າງເປັນປະຈຳ ລະຫວ່າງ ການນຳຂັ້ນສູງ ພັກ, ລັດ, ສະພາແຫ່ງຊາດ ແລະ ບັນດາທ້ອງຖິ່ນ, ຂະແໜງການຕ່າງໆຂອງສອງປະເທດ, ການນຳຂັ້ນສູງຂອງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມທາງການ ແລະ ພາຍໃນເຊິ່ງກັນ ແລະ ກັນ ເປັນປະຈຳ »

ບັນດາອະດີດການນຳພັກ, ລັດຖະບານສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງ ຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ນີ້ແມ່ນການສູນເສຍອັນໃຫຍ່ຫຼວງ ທີ່ບໍ່ສະເພາະແຕ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເທົ່ານັ້ນ, ຫາກຍັງສຳລັບພັກ, ລັດລາວ ນຳອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ