ອາບການິສຖານຕໍ່ໜ້າການມອບໂອນສິດຮັບປະກັນຄວາມສະຫງົບ

ອາບການິສຖານຕໍ່ໜ້າການມອບໂອນສິດຮັບປະກັນຄວາມສະຫງົບ - ảnh 1
ປະທານາທິບໍດີອາບ​ກາ​ນິສຖານ Hamid Karzai
(ພາບ: internet)

ວັນ​ທີ 19/6, ​ຊຶ່ງ​ເປັນ​ຂີດ​ໝາຍ​ສຳຄັນ​ສຳລັບ ອາບ​ກາ​ນິສຖານ ພາຍຫຼັງເກີດ ການປະ​ທະ​ກັນ​ຢ່າງ​ຕໍ່​ເນື່ອງ​ມາ​ເປັນ​ເວລາ​ເກືອບ 12 ປີ, ຂະນະ​ທີ່​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ອາບ​ກາ​ນິສຖານເຂົ້າຮັບໜ້າທີ່ ຮັບປະກັນຄວາມສະຫງົບ​ໃນ​ທົ່ວ​ປະ​ເທດ​ຢ່າງ​ເປັນ​ທາງ​ການ​ຈາກ​ກຳລັງ​ທະຫານ​ປະສົມ​ໂດຍ​ອາ​ເມ​ລິ​ກາ​ນຳ​ໜ້າ. ທາງ​ດ້ານ​ເນື້ອ​ແທ້, ການມອບໂອນສິດອຳນາດນີ້ບໍ່ເຮັດໃຫ້ສະພາບຄວາມ ສະຫງົບຢູ່ ອາບ​ກາ​ນິສຖານ​ປ່ຽນ​ແປງ​ໂດຍ​ພື້ນຖານ ຍ້ອນ​ບັນດາ​ການ​ຜັນ​ແປ​ໃນ​ປະຈຸ​ບັນ​ບໍ່​ເຮັດ​ໃຫ້ຫາ​ງສຽງ​ມີ​ຄວາມ​ປະ​ເອີ​ບ​ໃຈ​ຕໍ່​ວິວັດທະນາ​ການ​ສັນຕິພາບ​ຢູ່​ປະ​ເທດ​ນີ້.

     ຕາມ​​ແຜນການ​ແລ້ວ, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ອາບ​ກາ​ນິສຖານ​ຈະ​ຮັບຜິດຊອບການ​ ຮັບປະກັນ​ຄວາມ​ສະຫງົບຢູ່​ທຸກໆ ​ເມືອງ​ຂອງ 34 ​ແຂວງ​ໃນ​ທົ່ວ​ປະ​ເທດ. ​ໃນ​ທ້າຍ​ປີ​ນີ້, ກຳລັງ​ທະຫານ​ປະສົມຢູ່ ອາບ​ກາ​ນິສຖານຈະ​ຫຼຸດຜ່ອນ​ເຄິ່ງໜ່ຶງ ​ແລະ ຮອດ​ທ້າຍ​ປີ 2014, ກຳລັງ​ສູ້​ຮົບ​ທັງ​ໝົດ​ຈະ​ຖອນ​ອອກ​ຈາກ​ປະ​ເທດ​ນີ້, ຍັງ​ເຫຼືອ​ພຽງຈຳນວນ​ໜ້ອຍ​ເພື່ອ​ປະຕິບັດ​ໜ້າ​ທີ່​ບຳລຸງ​ສ້າງ ​ແລະ ​ເປັນ​ທີ່​ປຶກສາ​ຖ້າ​ຫາກ​ອຳນາດ​ການ​ປົກຄອງອາບ​ກາ​ນິສຖານ​ມີ​ຄວາມ​ຕ້ອງການ.

   ​ແຕ່​ກົງກັນ​ຂ້າມ​ກັບ​ຄວາມ​ປະ​ເອີ​ບ​ໃຈ​ຂອງ​ອຳນາດ​ການ​ປົກຄອງ​ວໍ​ຊິງ​ຕັນ, ຊຶ່ງ​ຖື​ວ່າ ການ​ມອບ​ໂອນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແມ່ນ​ເປັນຫຼັກ​ໝາຍທີ່​ສຳຄັນ ​ເປັນ​ຂີດ​ໝາຍ​ກຳລັງ​ປ​້ອງ​ກັນ​ຄວາມ​ສະຫງົບ ອາບ​ກາ​ນິສຖານ​ໄດ້​ມີ​ກຳລັງ​ແຮງ​ຢ່າງ​ພຽງພໍ​ເພື່ອ​ຮັບປະກັນ​ໜ້າ​ທີ່​ປ​້ອງ​ກັນ​ຄວາມ​ສະຫງົບຂອງ​ປະ​ເທດ​ຊາດນັ້ນ, ຊາວ ອາບ​ກາ​ນິສຖານພັດ​ບໍ່​ເຊື່ອ​ໝັ້ນ​ຕໍ່​ກຳລັງ​ຄວາ​ມສາມາດ​ປ​້ອງ​ກັນ​ຄວາມ​ສະຫງົບຂອງ​ປະ​ເທດ​ເຂົາ​ເຈົ້າ​ເພື່ອ​ຮັບ​ມື​ກັບ​ບັນດາ​ເຄືອ​ຂ່າຍ​ຂອງ​ພວກ​ກະ​ຫານ​ສົງຄາມ. ຊ້ຳ​ບໍ​ໜຳ ຫາ​ງສຽງ​ຍັງ​ຖື​ວ່າ ການມອບໂອນສິດອຳນາດນີ້ພຽງ​ແຕ່​ແມ່ນ​ສາກ​ລະຄອນ​ເພື່ອ​ເຊີດ​ຊູ​ທີ່​ຕັ້ງ​ບົດບາດ​ຂອງ​ລັດຖະບານອາບ​ກາ​ນິສຖານ ​ແລະ ສໍ່​ສະ​ແດງຜົນງານ​ຂອງກຳລັງ​ທະຫານ​ປະສົມ ຫຼາຍ​ກ່ວາ​ໝາກຜົນ​ກ່ຽວ​ກັບ​ເລື່ອງ​ກອງທັບອາບ​ກາ​ນິສຖານມີ​ກຳລັງ​ແຮງ​ຢ່າງ​ພຽງພໍ, ອຳ​ນາດ​ການ​ປົກຄອງ​ມີ​ຄວາມ​ໝັ້ນ​ຄົງ​ໜັກ​ແໜ້ນ​ເພື່ອ​ສາມາດຮັບປະກັນ​ຄວາມ​ສະຫງົບ ​ແລະ ສະຖຽນ​ລະ​ພາບ. ພະຍານ​ຫຼັກ​ຖານ​ແມ່ນ​ເກືອບ​ຄື​ພ້ອມ​ກັບ​ເຫດການ​ດັ່ງກ່າວ​, ຕາ​ລີ​ບານ​ໄດ້​ປະກາດ​ສ້າງ​ຕັ້ງ​ຫ້ອງການ​ຜູ້ຕາງໜ້າ​ຢູ່​ກາ​ຕາ​ທີ່​ໃສ່​ຊື່ວ່າ “ ຫ້ອງການ​ການ​ເມືອງ​ຂອງອາບ​ກາ​ນິສຖານ”, ດ້ວຍ​ເຈດ​ຈຳນົງ​ເປີດ​ການ​ສົນ​ທະ​ນາ​ກັບ​ວົງ​ຄະນະ​ຍາດ​ສາກົນ ​ແລະ ລັດຖະບານອາບ​ກາ​ນິສຖານກ່ຽວ​ກັບ​ວິທີ​ການ​ແກ້​ໄຂ​ສັນຕິພາບ. ​ໃນ​ທັນ​ທີ່, ອາ​ເມລິ​ກາ​ໄດ້​ເຫັນ​ດີ​ເຂົ້າ​ຮ່ວມ​ການ​ເຈລະຈາ​ນີ້ ​ແລະ ຖື​ວ່າ ນີ້​ແມ່ນ​ບາດກ້າວ​ເດີນ​ທີ່​ສຳຄັນ, ​ເພາະ​ແຕ່​ດົນ​ນານ​ມາ​​ແລ້ວ, ຕາ​ລີ​ບານ​ຖະ​ແຫຼ​ງວ່າ ບໍ່​ເຂົ້າ​ຮ່ວມ​ການ​ເຈລະຈາ, ຕາບ​ໃດ​ທີ່​ກອງທັບ​ຕ່າງປະ​ເທດ​ຍັງ​ຕັ້ງ​ທັບ​ຢູ່ອາບ​ກາ​ນິສຖານ. ​ເສັ້ນທາງ​ແຫ່ງການ​ເຈລະ​ຈາຊຶ່ງ​ລວມມີ 3 ​ໄລຍະ​ທາງ. ​ໃນ​ໄລຍະ​ທຳ​ອິດ, ອາ​ເມ​ລິ​ກາ​ໄດ້​ວາງ​ເງື່ອນ​ໄຂ​ຕາ​ລີ​ບານ​ຕ້ອງ​ຕັດ​ສາຍ​ພົວພັຍ​ກັບ ອານ​ກິ​ດາ. ຕາ​ລີ​ບານ​ໄດ້​ໃຫ້​ສັນຍານ​ຕອບ​ວ່າ ຕາ​ລີ​ບານ​ບໍ່​ອະ​ນຸຍາດ​ໃຫ້​ໃຜ​ມີ​ສິດ​ນຳ​ໃຊ້​ອານາ​ເຂດ​ຂອງອາບ​ກາ​ນິສຖານ​ເພື່ອ​ນາບ​ຂູ່​ຄວາມ​ສະຫງົບ​ຂອງ​ປະ​ເທດ​ອື່ນໆ. ​ໄລຍະ​ຕໍ່​ໄປ, ຄາດ​ຄະ​ເນ​ວ່າ ອາ​ເມລິ​ກາ ​ແລະ ຕາ​ລີ​ບານ​ຈະ​ເຈລະ​ຈາກ່ຽວ​ກັບ​ການ​ແລກປ່ຽນ​ສະ​ເລີຍ​​ເສິກ, ກ່ຽວ​ກັບ ຄຸກ Guantanamo ​ແລະ​ ຊາຕາ​ກຳ​ຂອງ​ທະຫານ​ອາ​ເມ​ລິ​ກາ​ຄົນ​ໜຶ່ງ​ຊຶ່ງ​ຖືກ​ຕາ​ລີ​ບານ​ຈັບ​ຂັງ ​ແຕ່ 4 ປີມາ​ນີ້. ສຸດ​ທ້າຍ​ອາ​ເມ​ລິ​ກາ​ຕ້ອງ​ເກັ້ຍກອບ​ຕາ​ລີ​ບານຍິນຍອມ​ເຫັນ​ດີ​ເຂົ້າ​ຮ່ວມ​ການ​ເຈລະຈາ​ໂດຍ​ກົງ​ກັບ​ປະທານາທິບໍດີ Hamid Karzai. ນີ້​ແມ່ນ​ຈຸດໝາຍ​ທີ່​ຫຍຸ້ງຍາກ​ທີ່​ສຸດ. ດ້ວຍ​ເລື່ອງ​ເປ​ັນ​ເຈົ້າ​ການສະ​ເໜີ​ດຳ​ເນ​ີນການ​ເຈລະຈາ​ຄັ້ງ​ນີ້, ຫາກ​ສຽງ​ປາດ​ຖະໜາ​ວ່າ ວິວັດທະນາ​ການ​ສັນຕິພາບ​ຢູ່ອາບ​ກາ​ນິສຖານ​ຈະ​​ໄດ້​ຮັບ​ການ​ປະຕິບັດ, ຊຶ່ງຈະ​ເປັນ​ການ​ຊ່ວຍຢຸດຕິ​ການ​ປະ​ທະ​ກັນ​ທີ່​ແກ່ຍາວ​ເປັນ​ເວລາ 12 ປີ​ຢູ່​ປະ​ເທດ​ນີ້.

   ​ແຕ່ ການ​ພົບ​ປະ​ຄັ້ງ​ທຳ​ອິດ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ຕາ​ລີ​ບານ​ໄດ້​ປະສົບ​ກັບ​ການ​ຄັດຄ້ານ​ຢ່່າງຮຸນ​ແຮງ​ຈາກ​ອຳນາດ​ການ​ປົກຄອງ Kabul, ປະທານາທິບໍດີ Hamid Karzai ​ເດັດ​ດຽວ​ປະຕິ​ເສດ​ການ​ເຈລະຈາ​ນີ້ ​ແລະ​ ຖື​ວ່າ ມີ​ຄວາມ​ຂັດ​ແຍ້​ງ ລະຫວ່າງ​ຄຳ​ເວົ້າ ​ແລະ ການ​ກະທຳຂອງ​ລັດຖະບານ​ອາ​ເມ​ລິ​ກາ​ຊຶ່ງ​ກ່ຽວຂ້ອງ​ເຖິງ​ວິວັດທະນາ​ການ​ສັນຕິພາບ​ຢູ່ ອາບ​ກາ​ນິສຖານ. ຕາມ Kabul ​ແລ້ວ, ​ເຫດຜົນ​ທີ່​ພາ​ໃຫ້ການ​ເຈລະຈາ​ຖືກ​ລົບ​ລ້າງ ​ແມ່ນ​ຍ້ອນ​ການ​ອະນຸຍາດ​ໃຫ້​ຕາ​ລີ​ບານ​ເປີດ​ຫ້ອງການ​ຢູ່ ກາ​ຕາ, ​ແຂວນ​ທຸງ “ປະ​ເທດ​ອິດສະລາມອາບ​ກາ​ນິສຖານ” ຊຶ່ງ​ແມ່ນ​ຊື່​ຂອງ​ອຳນາດ​ການ​ປົກຄອງ​ຕາ​ລີ​ບານ​ກ່ອນ​ທີ່​ຖືກ​ໂຄ່ນ​ລົ້ມ​ເມື່ອ​ປີ 2001 , ມັນ​ປຽບ​ເໝືອນ​ລັດຖະບານ​ໄປ​ຝືນ​ກັບ​ຄຳ​ໝັ້ນ​ສັນຍາ​ຂອງ​ອາ​ເມ​ລິ​ກາ​ກັບ ອາບ​ກາ​ນິສຖານ. ບັນດາ​ການ​ນຳ ອາບ​ກາ​ນິສຖານ ຍັງ​ກ່າວ​ປະນາມ​ເລື່ອງ​ອາ​ເມ​ລິ​ກາດຳ​​ເນີນ​ການ​ເຈລະຈາ​ໂດຍ​ກົງ ​ແລະ ​ເປີດ​ເຜີຍ​ກັບ​ຕາ​ລີ​ບານ​ຢູ່​ນອບ​ຜືນ​ແຜ່ນດິນ ອາບ​ກາ​ນິສຖານ ຊຶ່ງ​ຖືກ​ຖື​ວ່າ​ແມ່ນ​ການກະທຳ​ປົກ​ປິດ​ຄວາມ​ລັບ, ອັນ​ໄດ້​ເປັນ​ການ​ທຳລາຍ​ບົດບາດ​ຂອງ​ລັດຖະບານ ອາບ​ກາ​ນິສຖານ. ​ເຖິງ​ວ່າ ທາງ​ຝ່າຍ​ອາ​ເມ​ລິ​ກາ​ໄດ້​ມີ​ການ​ກະທຳ​ປອບ​ໃຈ ຄື​ໄດ້​ຢືນຢັນ​ບໍ່​ຮັບ​ຮູ້​“ປະ​ເທດ​ອິດສະ​ລາມ ອາບ​ກາ​ນິສຖານ” ​ແລະ ບໍ່ຖື​ຫ້ອງການ​ຂອງ​ຕາ​ລີ​ບານ​ຢູ່​ກາ​ຕາ​ແມ່ນ​ສຳນັກງານ​ຕາງໜ້າ, ​ແຕ່​ພ້ອມ​ກັນ​ນັ້ນ ​ໄດ້​ຢືນຢັນ​ວ່າການ​ເຈລະຈາທີ່​ຍັງ​ຄົງ​ດຳ​ເນີນ​ໄປ​ຕາມ​ແຜນ​ທີ່​ຄາດ​ຄະ​ເນ​ໄວ້ ​ແມ່ນ​ການ​ກະທຳ​​ເຮັດ​ໃຫ້​ອຳນາດ​ການ​ປົກຄອງ​ຂອງປະທານາທິບໍດີ Hamid Karzai ​ເກີດ​ຄວາມ​ໂມ​ໂຫ. ອຳນາດ​ການ​ປົກຄອງ ອາບ​ກາ​ນິສຖານ, ຊ້ຳ​ບໍ​ໜຳ​ຍັງ​ນາບ​ຂູ່​ລົບລ້າງການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ປ້ອງ​ກັນ​ຄວາມ​ສະຫງົບ 2 ຝ່າຍ​ຫຼັງ​ປີ 2014 ກັບ​ອາ​ເມ​ລິ​ກາ.

   ນີ້​ບໍ່​​ແມ່ນ​ເປັນ​ຄັ້ງ​ທຳ​ອິດ​ທີ່​ການ​ພົວພັນ​ແບບ​ພັນທະ​ມິດ​ ວໍ​ຊິງ​ຕັນ-ກາ​ບຸນ ຖືກ​ແຕກ​ແຫງ, 12 ປີ, ນັບ​ແຕ່​ເວລາ​ປຸກລະດົມ​ສົງຄາມ, ໝາກຜົນ​ໃຫຍ່​ກ່ວາ​ໝູ່​ທີ່​ອາ​ເມ​ລິ​ກາ ​ແລະ ພັນທະ​ມິດ​ ບັນລຸ​ໄດ້​ແມ່ນ​ການ​ໂຄນ​ລົ້ມ​ອຳ​ນາດ​ການ​ປົກຄອງ ຕາ​ລີ​ບານ, ດັບ​ສູນ​ຫົວ​ໂປ​ກໍ່​ການ​ຮ້າຍ Osama bin Laden ​ແລະ ​ເຮັດ​ໃຫ້​ເຄືອ​ຂ່າຍ​ກໍ່​ການ​ຮ້າຍ​ອາ​ນກິ​ດາ ອ່ອນ​ແອ​ລົງ. ​ແຕ່​ສິ່ງ​ທີ່ ອາ​ເມ​ລິ​ກາ ​ແລະ ພັນທະ​ມິດຖືກ​ສູນ​ເສຍ​ໃນ 12 ປີ ຜ່ານ​ມາ​ກໍ​ບໍ່​ແມ່ນ​ໜ້ອຍ. ​ເຖິງ​ວ່າ ກຳລັງຕາ​ລີ​ບານຖືກ​ຮັດ​ແຄບ​​ໃນ​ດິນ​ແດນ ອາບ​ກາ​ນິສຖານກໍ​ຕາມ, ​ແຕ່​ພັດພວມ​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ຢູ່​ປາ​ກິດສຖານ, ​ເຢ​ແມນ, ​ໂຊມ​າລີ ​ແລະ ອື່ນໆ. ​ເພາະສະ​ນັ້ນ, ​ໃນ​ສະພາບ​ທີ່​ເກີດ​ຄວາມ​ຂັດ​ແຍ້​ງກັນ​ຢ່າງ​ເລິກ​ເຊິ່ງຄື​ປະຈຸ​ບັນ, ກາລະ​ໂອກາດ​ທີ່​ແກ່​ດຶງ​ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ການ​ເຈລະຈາ, ຊອກ​ຫາ​ວິທີ​ການ​ແກ້​ໄຂ​ສັນຕິພາບ​ຢູ່​ປະ​ເທດ​ອາຊີ​ໃຕ້​ນີ້ ​ແມ່ນ​ບໍ່​ແນ່ນອນ​ແຕ່​ຢ່າງ​ໃດ.

ຕອບກັບ

ຂ່າວ/ບົດ​ອື່ນ