ຮັບປະກັນຊີວິດສັງຄົມ ກໍ່ສ້າງສັງຄົມຍຸຕິທຳປະຊາທິປະໄຕແລະສີວິໄລ

(vovworld)-ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ນະ​ໂຍ​ບາຍ​ສັງ​ຄົມ​ພື້ນ​ຖານ ສະ​ແດງ​ໃຫ້​ເຫັນ​ແນວ​ທາງ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ​ຫວຽດ​ນາມ ມຸ່ງ​ໄປ​ສູ່​ຈຸດ​ໝາຍ​ພັດ​ທະ​ນາ​ມະ​ນຸດ, ຍົກ​ສູງ​ຄຸນ​ນະ​ພາບ​ຊີ​ວິດ​ຂອງ​ປະ​ຊາ​ຊົນ. ໄລ​ຍະ​ຜ່ານ​ມາ, ວຽກ​ງານ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ໄດ້​ຮັບ​ການ​ຜັນ​ຂະ​ຫ​ຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ປະ​ຕິ​ບັດ ມາດ​ຕາ 34, ​ໃນລັດ​ຖະ​ທຳ​ມະ​ນູນປີ 2013,  ນັ້ນ​ແມ່ນ ພົນ​ລະ​ເມືອງ ມີ​ສິດ​ໄດ້​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ.
ຮັບປະກັນຊີວິດສັງຄົມ ກໍ່ສ້າງສັງຄົມຍຸຕິທຳປະຊາທິປະໄຕແລະສີວິໄລ - ảnh 1
ພາບ​ປະ​ກອບ:internet

        ການ​ຮັບປະກັນຊີ​ວິດ​ສັງ​ຄົມ​ໄດ້​ຮັບ​ການກຳ​ນົດ​ວ່າ​ແມ່ນ​ພາກ​ສ່ວນ​ຫ​ນຶ່ງທີ່​ສຳ​ຄັນ​ຂອງ​ນະ​ໂຍ​ບາຍ​ສັງ​ຄົມ, ນອນ​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ. ຫວຽດ​ນາມ​ຖື​ວຽກ​ງານ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ແມ່ນ​ເນື້ອ​ໃນ​ແທດ​ຈິງ​ທີ່​ສຸດ ປະ​ຕິ​ບັດ​ບັນ​ດາ​ສິດ​ສັງ​ຄົມ​ຂອງ​ປະ​ຊາ​ຊົນ​ທຸກ​ຄົນ, ​ທັງ​​ແມ່ນ​ກຳ​ລັງ​ຫ​ນູນ ແລະ ​ແມ່ນຈຸດ​ໝາຍ​ຂອງ​ພາ​ລະ​ກິດ​ປ່ຽນ​ແປງ​ໃຫມ່​ປະ​ເທດ​ຊາດ.

ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ເສີມ​ຂະ​ຫ​ຍາຍ​ປະ​ສິດ​ທິ​ຜົນ​ໃນ​ທຸກ​ຂົງ​ເຂດ

        ເຖິງວ່າ​ມີ​ການ​ຜັນ​ແປ​ຫລາຍ​ຢ່າງ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ແຫລ່ງ​ກຳ​ລັງ​ຂອງ​ປະ​ເທດ​ຊາດ​ຍັງ​ຈຳ​ກັດ​ຢູ່ ແຕ່​ພັກ ແລະ ລັດ ຍັງ​ຄົງ​ຖ​ື​ວຽກ​ງານ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ເປັນ​ສຳ​ຄັນ. ຖ້າ​ຫາກ​ປີ 2012 ຍອດ​ລາຍ​ຈ່າຍ​​ໃຫ້​ແກ່​ວຽກ​ງານ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົ​ມ ເທົ່າ​ກັບ 5,58% GDP, ຮອດ​ປີ 2015 ຕົວ​ເລກນີ້​​ໄດ້ເພີ່ມ​ຂຶ້ນ​ປະ​ມານ ກວ່າ 6,6% GDP. ເຖິງວ່າ​ເງື່ອນ​ໄຂ​ເສດ​ຖະ​ກິດ​ປະ​ສົບ​ກັບ​ຄວາມ​ຫ​ຍຸງ​ຍາກ ແຕ່​ລັດ​ຖະ​ບານ​ຫວຽດ​ນາມ ບໍ່​ຫລຸດ​ຜ່ອນ​ນະ​ໂຍ​ບາຍ​ໃດ, ຫາກບ້ວງ​ລາຍ​ຈ່າຍ​​ທີ່​ສະ​ຫງວນ​ໃຫ້​ຂົງ​ເຂດນີ້​ຍັງ​ເພີ່ມ​ຂຶ້ນ. ຫວຽດ​ນາມ ກໍ​​ໄດ້ປະ​ຕິ​ບັດ​​ບັນ​ດາ​ນະ​ໂຍ​ບາຍ​ສັງ​ຄົມ​ຈາກ​ຫລາຍ​ແຫລ່ງ​ກຳ​ລັງຢ່າງມີປະ​ສິດ​ທິ​ຜົນ​ຄື: ບັນ​ດາ​ໂຄງ​ການ​ຊ່ວຍ​ເຫລືອ​ລ້າ​ຂອງ​ຕ່າງ​ປະ​ເທດ, ແຫລ່ງ​ກຳ​ລັງ​ສັງ​ຄົມ​ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ, ອົງ​ການ​ຈັດ​ຕັ້ງ ແລະ ແຫລ່ງກ​ຳ​ລັງ​ຈາກ​ປະ​ຊາ​ຊົນ.

ຮັບປະກັນຊີວິດສັງຄົມ ກໍ່ສ້າງສັງຄົມຍຸຕິທຳປະຊາທິປະໄຕແລະສີວິໄລ - ảnh 2
ຊົ່ວ​ໂມງ​ຮຽນ​ຄອມ​ພິວ​ເຕີ​ຂອງ​ນັກ​ຮຽນ​ປະ​ຖົມ
ພາບ:baoquangninh

        ຈາກ​ການ​ລົງ​ທຶນ​ດັ່ງ​ກ່າວ, ບັນ​ດາ​ໂຄງ​ການລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທ​ຸກ​ຍາກ​ຂອງ​ຫວຽດ​ນາມ ໃນ​ລະ​ດັບ​ຊາດ ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ດີ​ສົມ​ຄວນ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ຫາງ​ສຽງ​ສາ​ກົນ. ອັດ​ຕາ​ສ່ວນ​ຄອບ​ຄົວ​ທຸກ​ຍາກ​ຫລຸດ​ລົງ​ສະ​ເລ່ຍ​ປະ​ມານ 2%/ປີ, ແຕ່ 14,2% (ທ້າຍ​ປີ 2010) ລົງ​ຕ່ຳ​ກວ່າ 4,5% (ປີ 2015). ເປັນ​ຫ​ນ້າ​ສົນ​ໃຈ, ເພື່ອ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ, ປີ 2015 ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ປະ​ກາດ​ໃຊ້​ຂໍ້​ຕົກ​ລົງ​ອະ​ນຸ​ມັດ​ຜ່ານ​ແຜນ​ຮ່າງ​ສັງ​ລວມ​ຫັນ​ປ່ຽນ​ວິ​ທີ​ສຳ​ພັດ​ຈາກ​ຄວາມ​ທຸກ​ຍາກ​ຍ້ອນ​ລາຍ​ຮັບ​ຕ່ຳ​ໄປ​ສູ່​ຄວາມ​ທຸກ​ຍາກ​​ທີ່ບໍ່​ໄດ້​ຊົມ​ໃຊ້​ບໍ​ລິ​ການ​ຕ່າງ​ໆ​ໃຫ​້​ແກ່ໄລ​ຍະ 2016 -2020. ນີ້​ແມ່ນ​ວິ​ທີ​ສຳ​ພັດ​ໃຫມ່ ຊື່ງ​ສາ​ກົນ​ໄດ້​ສະ​ເຫ​ນີ​ບັນ​ດາ​ປະ​ເທດ​ນຳ​ໃຊ້​ເພື່ອ​ເພີ່ມ​ລາຍ​ຮັບ, ຍົກ​ສູງ​ຄວາມ​ສາ​ມາດ​ສຳ​ພັດ​ຂອງ​ປະ​ຊາ​ຊົນ​​ກ່ຽວ​ກັບ​ບັນ​ດາ​ບໍ​ລິ​ການ​ສັງ​ຄົມ​ພື້ນ​ຖານກວ່າ​ອີກ. ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໃຫ້​ຮູ້​ວ່າ​:

        “ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແມ່ນ​ແຜນ​ນະ​ໂຍ​ບາຍ​​ໃຫ​ຍ່​ຂອງ​ພັກ ແລະ ລັດ, ແມ່ນ​ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຊື່ງ​ໄດ້​ຮັບ​ຄວາມເຫັນ​ດີ​ເຫັນ​ພ້ອມ​, ​ການສະ​ຫ​ນັບ​ສະ​ຫ​ນູນ​ຈາກ​ປະ​ຊາ​ຊົນ ແລະ ປະ​ຊາ​ຄົມ​ສາ​ກົນ. ເພື່ອ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ, ພວກ​ເຮົາ​ຕັດ​ສິນຫັນ​ມາ​ນຳ​ໃຊ້​ວິ​ທີ​ສຳ​ພັດ​ຄວາມ​ທຸກ​ຍາກ​ຫລາຍ​ດ້ານ. ນີ້​ກໍ​ແມ່ນ​ວິ​ທີ​ສອດ​ຄ່ອງ​ກັບ​ໂຄງ​ການ​ດຳ​ເນີນ​ງານ 2030 ຂອງສະຫະ​ປະຊາ​ຊາດ (ສ​ປ​ຊ) ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.”

        ນະ​ໂຍ​ບາຍ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ໄດ້​ຮັບ​ການ​ຜັນ​ຂະ​ຫ​ຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໄດ້​ຊ່ວຍ​ໃຫ້​ຫວຽດ​ນາມ ລື່ນ​ກາຍ​ແຜນ​ການທັງ 3 ຄາດ​ໝາຍ​ກ່ຽວ​ກັບ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ, ສອນ​ວິ​ຊາ​ຊີບ ໃນ​ປີ 2015. ໃນ​ນັ້ນ, ຈຳ​ນວນ​ຄົນ​ງ​ານ​ທີ່ມີ​ວຽກ​ເຮັດ​ງານ​ທຳ​ແມ່ນ​ກວ່າ 1,6 ລ້ານ​ຄົນ, ອັດ​ຕາ​ຄົນ​ງານ​ໄດ້​ຮັບ​ການ​ບຳ​ລຸງ​ສ້າງ 51,6%, ອັດ​ຕາ​ຜູ້​ຫວ່າງ​ງານ​ຢູ່​ເຂດ​ຕົວ​ເມືອງ 3,35%. ອົງ​ປະ​ກອບ​ແຮງ​ງານ​ມີ​ການ​ຫັນ​ປ່ຽນ​ຕາມ​ທິດ​ເພີ່ມ​ອັດ​ຕາ​ສ່ວນ​ອຸດ​ສາ​ຫະ​ກຳ​ບໍ​ລິ​ການ. ​ໃນ​ຂົງ​ເຂດ​ຫ​ນູ​ນ​ຊ່ວຍ​ຜູ້​ມີ​ຄຸນ​ງາມຄວາມ​ດີ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ດີກວ່າ ຍ້ອນ​​ມີ​ການປັບ​ປຸງ​ຫລາຍ​ນະ​ໂຍ​ບາຍ​ຕາມ​ທິດ​ເປີດກວ້າງ​ເປົ້າ​ໝາຍ, ຍົກ​ລະ​ດັບ​ຫ​ນູນ​ຊ່ວຍ​ຂຶ້ນ. ທ້າຍ​ປີ 2015 ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ​ປະ​ກັນ​ສັງ​ຄ​ົມ, ປະ​ກັນ​ສຸ​ຂະ​ພາບ, ປະ​ກັນ​ຜູ້​ຫວ່າງ​ງານ ແມ່ນ 70,2 ລ້ານ​ຄົນ, ກວມ 77% ຈຳ​ນວນ​ພົນ​ລະ​ເມືອງ, ຫລາຍກວ່າ 8,3% ເມື່ອ​ທຽບ​ໃສ່​ປີ 2014.

ສ້າງ​ລະ​ບົບ​ນະ​ໂຍ​ບາຍ​ຮັບ​ປະ​ກັນ​ຊີ​ວິ​ດ​ສັງ​ຄົມ​ໃນ​ທົ່ວ​ປວ​ງ​ຊົນ

        ຫວຽດ​ນາມ ກຳ​ນົດ​ຮອດ​ປີ 2020 ສ້າງ​ລະ​ບົບ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ໃນ​ທົ່ວ​ປວງ​ຊົນ​ໂດຍ​ພື້ນ​ຖານ, ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ໄດ້​ສຳ​ພັດ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ວຽກ​ເຮັດ​ງານ​ທຳ, ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ເຂົ້າ​ຮ່ວມ​ປະ​ກັນ​ສັງ​ຄົມ, ຫ​ນູນ​ຊ່ວຍ​ບັນ​ດາ​ຜູ້​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາ​ກ​ເປັນ​ພິ​ເສດ, ເພີ່ມ​ທະ​ວີ​ບັນ​ດາ​ບໍ​ລິ​ການ​ສັງ​ຄົມ​ໂດຍ​ພື້ນ​ຖານ​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ. ເພື່ອ​ບັນ​ລຸ​ຄາດ​ໝາຍນີ້, ໃນ​ຕໍ່ຫ​ນ້າ ຫວຽດ​ນາມ ຕັ້ງ​ຫ​ນ້າ​ຜັນ​ຂະ​ຫ​ຍາຍ​ວິ​ທີ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຫລາຍດ້ານ. ທ່ານ ຫງວຽນ​ຈ້ອງ​ດາມ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ພວກ​ເຮົາ​ຈະ​ຜັນ​ຂະ​ຫ​ຍາຍ​ ​ລາຍ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃຫມ່ໃຫ້​ໄລ​ຍະ 5 ປີ​ຈະ​ມາ​ເຖິງ ກໍ​ຄ​ື​ສຳ​ຫລວດກວດ​ກາ​ລະ​ບົບ​ນະ​ໂຍ​ບາຍ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ເພື່ອ​ເພີ່ມ​ເຕີມ, ປັບປຸງ​ຄື​​ແນວ​ໃດ​ໃຫ້ເໝາະ​ສົມກັບ​ວິ​ທີ​ສຳ​ພັດ​ໃຫມ່. ບັນ​ດາ​ມາດ​ຕະ​ການ​ນີ້​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ, ເປັນ​ຕົ້ນ​ແມ່ນ​ຜູ້​ທຸກ​ຍາກ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່ບໍ່​ພຽງ​ແຕ່​ດ້ານສະ​ບຽງ​ອ​າ​ຫານ, ທັນ​ຍາ​ຫານ​ເທົ່າ​ນັ້ນ ຫາກ​ຍັງ​ວິ​ທີ​ສຳ​ພັດ​ກັບ​ການບໍ​ລິ​ການ​​ໂດຍພື້ນ​ຖານ​ອີກ​ດ້ວຍ. ສຳ​ລັບ​ກຸ່ມ​ຄົນ​ດ້ອຍ​ໂອ​ກາດ ພວກ​ເຮົາ​ສືບ​ຕໍໍ່​ຄົ້​ນ​ຄ້​ວາ​ເພື່ອ​ ມີ​ນະ​ໂຍ​ບາຍ​ຫ​ນູນ​ຊ່ວຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ.”

        ຫວຽດ​ນາມ ສືບ​ຕໍ່​ປັບປຸງ​ພື້ນ​ຖານ​ດ້ານ​ກົດ​ໝາຍ​, ບັນ​ດາ​ນະ​ໂຍ​ບາຍ ແລະ ມາດ​ຕະ​ການ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ ຄື​ຊຸກ​ຍູ້​ການກໍ່​ສ້າງ ແລະ ສ້າງ​​ລະ​ບົບກົດ​ໝາຍ​ວ່າ​ດ້ວຍ​ການ​ຮັບ​ປະ​ກັ​ນ​ຊີ​ວິດ​ສັງ​ຄົມ​, ໃນ​ນັ້ນ ຄົ້ນ​ຄ້​ວາ​ການສ້າງ ແລະ ປະ​ກາດ​ໃຊ້​ກົດ​ໝາຍ​ວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ, ກົດ​ໝາຍ​ວ່າ​ດ້ວຍ​ເງິນ​ເດືອນ​ພື້ນ​ຖານ, ກົດ​ໝາຍ​ວ່າ​ດ້ວຍ​ການ​ຫ​ນູນ​ຊ່ວຍ​ສັງ​ຄົມ, ກົດໝາຍບຸ​ລິ​ມະ​ສິດ​ສັງ​ຄົມ. ຄົ້ນ​ຄ້​ວາ​ປັບ​ປຸງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ແຮງ​ງານ, ກົດ​ໝາຍ​ວ່າ​ດ້ວຍ​ປະ​ກັນ​ສັງ​ຄົມ, ກົດ​ໝາຍ​ວ່າ​ດ້ວຍ​ຄົນ​ພິ​ການ, ກົດ​ໝາຍ​ວ່າ​ດ້ວຍ​ຜູ້​ອາ​ຍຸ​ສູງ…. ​ທ່ານ​ນາງ ເລ​ທິ​ອຽນ ກຳ​ມະ​ການ​ກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັງ​ຄົມ​ຂອງ​ສະ​ພາ​ແຫ່ງ​ຊາດ ຖື​ວ່າ:

“ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ການກໍ່​ສ້າງ, ສ້າງ​ລະ​ບົບ​ກົດ​ໝາຍ​ກ່ຽວ​ຂ້ອງ​ເຖິງ​ລະ​ບອບ​ນະ​ໂຍ​ບາຍ​ຂອງ​ຄົນ​ງານ, ຜູ້​ມີ​ຄຸນ​ງາ​ມ​ຄວາມ​ດີ​ຕໍ່​ການ​ປະຕິວັດ. ລັດ​ຖະ​ບານ ຕ້ອງ​ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ເງິນ​ເດືອນ​ພື້ນ​ຖານ​ໂດຍ​ໄວ​, ເພື່ອ​ຮັບ​ປະ​ກັນ​ລະ​ດັບ​ຄອງ​ຊີບ​ຂອງ​ຄົນ​ງານ… ເພື່ອ​ປະ​ຕິ​ບັດ​ວິ​ວັດ​ການ​ເປີດກວ້າງ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ປະ​ກັນ​ສັງ​ຄົມ, ປະ​ກັນ​ສຸ​ຂະ​ພາບ​​ໃນ​ທົ່ວ​ປວງ​ຊົນຮອດ​ປີ 2020, ລັດ​ຖະ​ບານ​ປະ​ກາດ​ໃຊ້​ບັນ​ດາ​ນະ​ໂຍ​ບາຍ​ຫ​ນູນ​ຊ່ວຍ​ໃຫ້​ແກ່​ຄົນ​ງານ, ເຂົ້າ​ຮ່ວມ​ປະ​ກັນ​ສຸ​ຂະ​ພາບ​ດ້ວຍ​ຄວາມ​ສະ​ຫມັກ​ໃຈ ພ້ອມ​ທັງ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​, ເປີດກວ້າງ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ປະ​ກັນ​ສຸ​ຂະ​ພາບ.”

        ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍບາຍ, ໝາກ​ຜົນ ແລະ ການ​ກຳ​ນົດ​ທິດ​, ຈຸດ​ໝາຍ​ສູ້​ຊົນ​ປະ​ຕິ​ບັດ​ການ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ໄດ້​ຢືນ​ຢັນ​ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ ແລະ ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ຄົບ​ຊຸດ​ລະ​ຫວ່າງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຫວຽດ​ນາມ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ສິດ​ທິ​ມະ​ນຸດ ແລະ ພັດ​ທະ​ນາ​ ​ເສດ​ຖະ​ກິດ​ສັງ​ຄົມຢ່າງຮອບ​ດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ