ຮັບປະກັນຊີວິດສັງຄົມເພື່ອຊຸກຍູ້ສິດທິມະນຸດ

​  ໃນ​ບັນດາ​ເນື້ອ​ໃນກ່ຽວຂ້ອງ​ເຖິງ​ສິດ​ທິມະນຸດ, ລັດ​ຫວຽດນາມ ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ຮັບປະກັນ​ຊີວິດ​ສັງຄົມ. ຍ້ອນ​ຜົນ​ກະທົບ​ຈາກ​ການ​ຊຸດ​ໂຊມ​ເສດຖະກິດ​ທົ່ວ​ໂລກ, ​ໃນ​ຊຸມ​ປີຜ່ານມາ, ຫວຽດນາມ ​ຖື​ການ​ປະຕິບັດ​ຊີວິດ​ສັງຄົມເປັນ​ສຳຄັນຍິ່ງ​, ຖື​ວ່າ​ຊີວິດ​ສັງຄົມ​ແມ່ນ​ປັດ​ໄຈ​ສຳຄັນ​ເພື່ອ​ປະກອບສ່ວນ​ສ້າງ, ປັບປຸງ ​ແລະ ພັດທະນາ​ສິດທິ​ມະນຸດ. ຕໍ່​ໄປ​​ແມ່ນບົດ​ຂອງ​ນັກ​ຂ່າວ​ທູ​ຮວາ​ ທີ່​ມີ​ຫົວ​ຂໍ້​ວ່າ: ຮັບປະກັນ​ຊີວິດ​ສັງຄົມ​ເພື່ອ​ຊຸກຍູ້​ສິດທິ​ມະນຸດ


ຮັບປະກັນຊີວິດສັງຄົມເພື່ອຊຸກຍູ້ສິດທິມະນຸດ - ảnh 1

ຮັບປະກັນ​ຊີວິດ​ສັງຄົມ​ແມ່ນ​ແຜນ​ນະ​ໂຍບາຍ​

ໃຫ່ຍຂອງ​ພັກ-​ລັດ​ຫວຽດນາມ​

(ພາບ:baodientu.chinhphu.vn)

  ການ​ຮັບປະກັນ​ຊີວິດ​ສັງຄົມ​ຕິດ​ພັນ​ກັບ​ສິດທິ​ມະນຸດ, ຊື່​ງລວມມີ​ວຽກ​ເຮັດ​ງານ​ທຳ, ລາຍ​ຮັບ, ​ເຮື​ອນຢູ່, ​ໄດ້​​ຮ່ຳຮຽນ, ​​ໄດ້​ຮັບ​ການເບິ່ງ​ແຍງ​ດູ​ແລ​ສຸຂະພາບ ​ແລະ ໃຊ້​ນ້ຳສະອາດ, ​ໄດ້​ດຳລົງ​ຊີວິດ​ໃນ​ສະພາບ​ແວດ​ລ້ອມ​ປອດ​ໄພ, ​ໄດ້​ຮັບ​ການສ້າງ​ເງື່ອນ​ໄຂ​ສ້າງ​ຄວາມ​ຜາ​ສຸກ…​    ຮັຫບປະກັນຊີວິດ​ສັງຄົມ​ໃຫ້​ແກ່​ທຸກ​ຄົນ, ​ໃນ​ນັ້ນມີ​ຄົນ​ພິການ, ຄົນ​ທຸກ​ຍາກ, ຜູ້​ເຖົ້າ​ແກ່​ຢູ່​ໂດດ​ດຽວ, ​ເດັກ​ກຳພ້າກຳພອຍ….​​ແມ່ນເໝາະ​ສົມ​ກັບ​ກຳລັງ​ໜູນ, ຈຸດໝາຍ​​ໃນ​ຕະຫຼອດ​ໄລຍະ​ການ​ປະຕິວັດ​ກ່ອນນີ້ ​ແລະ ​ໃນ​ພາລະກິດ​ປ່ຽນ​​ແປງໃໝ່ຢູ່​ຫວຽດນາມ ​ໃນ​ປະ​ຈຸບັນ. ​ແຜນ​ນະ​ໂຍບາຍ​ພັດທະນາ​ຊີວິດ​ສັງຄົມ ​ຊື່​ງ​ພັກ, ລັດ​ຫວຽດນາມ ​ໄດ້​ສະ​ແດງ​ອອກ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ດ້ວຍ​ບັນດາ​ເນື້ອ​ໃນ​ນັບ​ມື້​ນັບ​ໄດ້​ຮັບ​ການປັບປຸງ​​ໃຫ້​ສຳ​ເລັດ​​ໃນ​ບັນດາ​ຄຳໝັ້ນໝາຍ​ຢ່າງ​ຂັນແຂງ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ, ກໍ່​ຄື​ໃນ​ການ​ນຳພາ, ຄຸ້ມ​ຄອງ, ບໍລິຫານ​ວິວັດທະນາ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ​ໃນ​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ຢັ້ງຢືນສິ່ງ​ດັ່ງກ່າວທີ່​ກອງ​ປະຊຸມ​ລັດຖະມົນຕີ​ອາ​ແຊມ ກ່ຽວ​ກັບ​​ແຮງ​ງານ ​ແລະ ​ວຽກ​ເຮັດ​ງານ​ທຳ​ຄັ້ງທີ 4 ຊື່​ງດຳ​ເນີນ​ໃນຕົ້ນ​ເດືອນ 10/2012 ຜ່ານ​ມາ​ຢູ່​ຮ່າ​ໂນ້ຍ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ຊີ້​ແຈງ​ວ່າ:

   “ການ​ພັດທະນາ​ເສດຖະກິດຕິດ​ພັນກັບ​ການ​ຮັບປະກັນ​ຊີວິດ​ສັງຄົມ​ແມ່ນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ​ລັດຖະບານ​ຫວຽດນາມ. ​ໃນ​ຊຸມ​ປີຜ່ານມາ, ​ເຖິງ​ວ່າ​ຍັງ​ມີ​ຫຼາຍ​ສິ່ງ​ຄົງ​ຄ້າງ​​ໃນ​ດ້ານ​ແຫຼ່ງກຳລັງ​ກໍ່ຕາມ ​ແຕ່​ຍາມ​ໃດ​ລັດຖະບານ​ຫວຽດນາມ ກໍ່​ເອົາ​ໃຈ​ໃສ່​ສ້າງ ​ແລະ ປະຕິບັດ​ບັນດາ​ນະ​ໂຍບາຍ, ມາດ​ຕະການ​ກ່ຽວ​ກັບ​ວຽກ​ເຮັດ​ງານທຳ, ຮັບປະກັນ​ຊີວິດ​ສັງຄົມ. ລັດຖະບານ​ຫວຽດນາມ​ ໄດ້​ຜັນ​ຂະຫຍາຍບັນດາ​ມາດ​ຕະການ​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ, ສອນ​ວິຊາ​ຊີບ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ຮັບປະກັນ​ຊີວິດ​ສັງຄົມຢ່າງ​ຄົບ​ຊຸດ, ຂ້ຽວຂາດ ​ແລະ ບັນລຸ​ໄດ້​ໝາກຜົນ​ສຳຄັນ​ທີ່​ສຸດ“.

ຮັບປະກັນຊີວິດສັງຄົມເພື່ອຊຸກຍູ້ສິດທິມະນຸດ - ảnh 2

(ພາບ:tinmoi.vn)

​  ໃນ​ຫຼາຍປີຜ່ານມາ, ຫວຽດນາມ ບັນລຸ​ໄດ້​ຫຼາຍ​ຜົນງານ​ທີ່​ໜ້າ​ຮັບ​ຮູ້​ໃນ​ຂົງ​ເຂດ​ຮັບປະກັນ​ຊີວິດ​ສັງຄົມ​ຕິດ​ພັນ​ກັບ​ການ​ປະຕິບັດ​ສິດທິ​ມະນຸດ. ​ໄລ່​ສະ​ເພາະ​ໃນ​ປີ 2011, ທົ່ວ​ປະ​ເທດ​ມີ 10.130.000 ຄົນ​ເຂົ້າຮ່ວມການ ​ປະກັນ​ໄພ​ສັງຄົມ​ແບບ​ບັງຄັບ, ກ່ວາ 100.000 ຄົນ​ເຂົ້າຮ່ວມ​ການ​ປະກັນ​ໄພ​ສັງຄົມ​ໂດຍ​ສະໝັກ​ໃຈ, ປະມານ 7.600.000 ຄົນ​ເຂົ້າຮ່ວມ​ການ​ປະກັນ​ໄພ​ຫວ່າງ​ງານ, ກ່ວາ 57 ລ້ານ​ຄົນ ​ເທົ່າ​ກັບ​ປະມານ 62% ຈຳນວນ​ປະຊາກອນ​ເຂົ້າຮ່ວມ​ການ​ປະກັນ​​ສຸຂະພາບ. ບັນດາ​ດັດຊະນີ​ຊີວິດ​ສັງຄົມ​ຂອງ​ຫວຽດນາມ, ​ໃນ​ນັ້ນມີ​ການ​ລົບ​ລ້າງ​ສະພາບ​ທຸກ​ຍາກ​ທີ່​ສຸດ ​ແລະ ອຶດຫິວ; ການ​ສຶກສາຊັ້ນປະຖົມ​ພາກ​ບັງຄັບ; ​ເພີ່ມ​ທະວີ​ຄວາມສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ; ຫລຸດຜ່ອນ​ອັນ​ຕາ​ສ່ວນການ​ຕາຍ​ຂອງ​ເດັກ….​ເຄີຍ​ໄດ້​ຮັບ​ການ​ຮັບ​ຮອ​ງຈາກ ສປຊ ​ເມື່​ອປີ 2000, ຂະນະ​ທີ່​ຫວຽດນາມ​ປະຕິບັດ​​ເປົ້າໝາຍ​ສະຫັດ​ສະ​ວັດ​ທີ່​ໄດ້ວາງ​ອອກ​ໃນ​ປີ 2015 ສຳ​ເລັດ​ເກືອບ​​ທັງ​ໝົດ. ທ່ານນາງ​ຫງວຽນ​ທິກິມ​ເງິນ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​​ເຄີຍ​ຢັ້ງຢືນ​ໝາກຜົນ​​ແຫ່ງການ​ປະຕິບັດ​ຄວາມສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ​ຢູ່​ຫວຽດນາມ ຢ່າງ​ຈະ​ແຈ້ງວ່າ:

    “ໝາກຜົນ​ແຫ່ງ​ການ​ປະຕິບັດ​ສິດສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ​ຢູ່​ຫວຽດນາມ ​ແມ່ນ​ຖືກ​ຈັດ​ອັນ​ດັບ​ສູງ​ກວ່າ​ເມື່ອ​ທຽບ​ໃສ່​ຫຼາຍ​ປະ​ເທດ​ທີ່​ມີ​ລະດັບ​ການ​ພັດທະນາ ​ແລະ ລາຍ​ຮັບ​ຄື​ກັນ. ຫວຽດນາມ​ກໍ​ໄດ້​ຮັບ​ການ​ຮັບ​ຮູ້​ແມ່ນ​ປະ​ເທດ​ສາມາດ​ລົບ​ລ້າງ​ຄວາມ​ແຕກ​ໂຕນ​ກັນ​ລະຫວ່າງ ຍິງ-ຊາຍ ຢ່າງ​ໄວ​ທີ່​ສຸດ​ໃນ​ຮອບ​ເວລາ 20 ປີ ທີ່​ຜ່ານ​ມາ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ດ້ວຍ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ພ້ອມ​ກັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ​ເອງ, ​ແມ່ຍິງ​ຫວຽດນາມ​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ຫຼວງ​ຫຼາຍ​​ເຂົ້າ​ໃນ​ທຸກໆ​ຂົງ​ເຂດ​ຄື: ການ​ຄຸ​້ມຄອງ​ລັດ, ການ​ຜະລິດ ດຳ​ເນີນ​ທຸລະ​ກິດ, ການ​ພົວພັນ​ຕ່າງປະ​ເທດ, ວິທະຍາ​ຍສາດ-​ເຕັກ​ໂນ​ໂລ​ຢີ ແລະ ສ້າງ​ຄອບຄົວ​ທີ່​ກ້າວໜ້າ ”​

    ມາ​ຮອດ​ປະຈຸ​ບັນ, ຫວຽດນາມ​ໄດ້​ສ້າງ​ລະບົບ​ຮັບ​ປະກັນ​ຊີວິດ​ສັງຄົມ​ທີ່​ນັບ​ມື້​ນັບ​ມີ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ຮອບດ້ານ, ສອດຄ່ອງ​ກັບ​ບັນດາ​ຂໍ້​ກຳ​ນົດທີ່​ລະບຸ​ໃນ​ລັດຖະທຳ​ມະນູນ ສ.ປ.ຊ ກວ່າ. ນອກຈາກ​ນັ້ນ, ຫວຽດນາມ​ໄດ້​ບັນລຸ​ຈຸດໝາຍ​ເຖິງ​ປີ 2020 ກາຍ​ເປັນ​ປະ​ເທດທີ່​ມີ ລະບົບ​ຮັບ​ປະກັນ​ຊີວິດ​ສັງຄົມ​ທົ່ງ​ປວງ​ຊົນ. ຫວຽດນາມ​ສູ້​ຊົນ​ໃນ​ໄລຍະ 2012-2020 , ຄິດ​ສະ​ເລ​ຍ​ໃນ​ແຕ່ລະ​ປີ ຈະ​ຮັບປະກັນ​ຍອດ​ລາຍ​ຈາ​ຍ​ໃຫ້​ແກ່​ຂົງ​ເຂດຮັບ​ປະກັນ​ຊີວິດ​ສັງຄົມບັນລຸ​ປະມານ 13,5%GDP, ພ້ອມ​ກັນ​ນັ້ນ ກໍ​ຍູ້​ແຮງ​ການ​ປະຕິບັດ​ມະຕິ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນຍົງ​ໄລຍະ 2011-2020. ຫວຽດນາມ​ຈະ​ປະຕິບັດ​ການ​ສ້າງ​ບົດ​ລາຍ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຮັບ​ປະກັນ​ຊີວິດ​ສັງຄົມ, ສ້າງ​ປະມວນ​ມາດຖານ​ກ່ຽວ​ກັບ​ການຮັບ​ປະກັນ​ຊີວິດ​ສັງຄົມ ​ເພື່ອ​ເປັນ​ພື້ນຖານຕິດຕາມ ​ແລະ ຕີ​ລາຄາ​ປະສິດ​ຕິ​ຜົນ​ແຫ່ງ​ການ​ປະຕິບັດ​ການຮັບ​ປະກັນ​ຊີວິດ​ສັງຄົມ​ໃນ​ແຕ່ລະ​ໄລຍະ ​ແລະ ສົມ​ທຽບ​ກັບ​ສາກົນ, ທັງ​ນີ້​ກໍ​ເພື່ອ​ແນ​ໃສ່​ສ້າງ​ບັນດາ​ບາດກ້າວ​ເດີນ​ໃໝ່​ໃນ​ການ​ຮັບ​ປະກັນ​ຊີວິດ​ສັງຄົມ, ມັນ​ປຽບ​ເໝືອນ​ວຽກ​ງານ​ທີ່​ແທດ​ຈິງ​ທີ່​ສຸດ​ເພື່ອ​ຮັບປະກັນ​ສິດທິ​ມະນຸດ ./.

ຕອບກັບ

ຂ່າວ/ບົດ​ອື່ນ