ຮ່າໂນ້ຍ ນະຄອນເຊື່ອມໂຍງ ແລະ ພັດທະນາ


(vovworld)- 60 ປີ​ໄດ້​ຜ່ານ​ໄປ​ນ​ັບ​ແຕ່​ມື້​ໄດ້​ຮັບ​ການ​ປົດ​ປ່ອຍ (10/10/2014), ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໄດ້​ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ​ນາໆ​ປະ​ການ, ສ້າງ​ສາ ແລະ ພັດ​ທະ​ນາ​ເທື່ອ​ລະ​ກ້າວ, ສົມ​ກັບ​​ເປັນຫົວ​ໃຈ​ຂອງ​ທັງ​ປະ​ເທດ, ສົມ​ກັບ​ນາມ​ມະ​ຍົດ​ນະ​ຄອນ​ເພື່ອ​ສັນ​ຕິ​ພາບ ຊື່ງ​ໄດ້ຮັບ​ການ​ເຊີດ​ຊູ​ຈາກ ອົງ​ການ​ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ ແລະ ສຶກ​ສາ ຂອງ ສ​ປ​ຊ (UNESCO).

ຮ່າໂນ້ຍ ນະຄອນເຊື່ອມໂຍງ ແລະ ພັດທະນາ - ảnh 1
ຮ່າ​ໂນ້ຍ ຈະ​ໄດ້​ຮັບ​ການກໍ່​ສ້າງ​ຕາມ​ຮູບ​ແບບ​ກຸ່ມ​ເຂດຕົວ​ເມືອງ​
photo:dothi.net

        ຫວນ​ຄືນ​ວິ​ວັດ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ຂອງ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໃນ​ຊຸມ​ປີມໍ່ໆ​ມານີ້, ບໍ່​ພຽງ​ແຕ່​ຜູ້​ທີ່​ຢູ່ຫ່າງ​​ໄກຈາກ ຮ່າ​ໂນ້ຍ ເທົ່າ​ນັ້ນ ຫາກ​ຍັງ​ມີບັນ​ດາ​ຜູ້​​ພວມ​ດຳ​ລົງ​ຊີ​ວິດ​ຢູ່ ນະ​ຄອນ​ຫລວງ ກໍ​ຮູ້​ສຶກ​​ປະ​ຫລາດ​ຕໍ່​ກ​ານ​ປ່ຽນ​ແປງ​ຢ່າງວ່ອງ​ໄວ​ຂອງ​ ຮ່າ​ໂນ້ຍ. ພິ​ເສດ ນັບ​ແຕ່​ວັນ​ທີ 1/8/2010, ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໄດ້​ຮັບ​ການ​ເປີດກວ້າງ​​ເຂດ​ປົກ​ຄອງ ​ສ້າງ​ບາດ​ລ້ຽວ​ປະ​ຫວັດ​ສາດ, ນຳ​ຮ່າ​ໂນ້ຍ ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃຫມ່.

        ສ້າງ​ສາ​ຮ່າ​ໂນ້ຍ​ ໃຫ້​ກາຍ​ເປັນ​ນະ​ຄອນ​ສີ​ວິ​ໄລ, ທັນ​ສະ​ໄຫມ

        ໃນ​ໄລ​ຍະ 6 ປີ​ຜ່ານ​ມາ, ຮ່າ​ໂນ້ຍ ໄດ້​ພະ​ຍາ​ຍາມ​ແກ້​ໄຂ​ຫລາຍ​ບັນ​ຫາ​ໃຫ​ຍ່ ດ້ວຍ​ວຽກ​ງານ​ຫລາຍ​ຢ່າງ ເປັນ​ຕົ້ນ​ແມ່ນ​ປະ​ຕິ​ບັດ​ສຳ​ເລັດ​ວຽງານ​ວາງ​ແຜນ​ຜັງ, ສ້າງ​ກົງ​ຈັກ​ບໍ​ລິ​ຫານໃຫ້​ສົມ​ບູນ​ແບບ, ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ເປີດກວ້າງ​ນະ​ຄອນ​ຫລວງ. ນະ​ຄອນ ຮ່າ​ໂນ້ຍ ໄດ້​ພັດ​ທະ​ນາ​ທັງ​ລວງກວ້າງ ແລະ ລວງ​ເລິກ. ຮ່າ​ໂນ້ຍ ໄດ້​ຮັບ​ການ​ເປີດກວ້າງ ​ດ້ວຍ​ການ​ໂຮມ​ແຂວງ ຮ່າ​ໄຕ, ເມືອງ​ເມ​ລີງ ຂອງ​ແຂວງ ຫວີ​ງ​ຟຸກ, ສ່ວນ​ຫ​ນຶ່ງ​ຂອງ​ແຂວງ ບັກ​ນີງ ແລະ ຕາ​ແສງ​ຈຳ​ນວນ​ຫ​ນຶ່ງ​ຂອງ​ແຂວງ ຮ່​ວາ​ບີງຕື່ມ​ອີກ. ພຽງ​ໃນ​ໄລ​ຍະ​ສັ້ນ, ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ ແລະ ​ຕາ​ເວັນ​ຕົກ​​ສ່ຽງ​ໃຕ້​ຂອງ​ນະ​ຄອນ ​ມີ​ກິດ​ຈະ​ກຳ​ໃຫ​ຍ່​ຫລາຍ​ແຫ່​ງ​ ພ້ອມ​ກັບ​ບັນ​ດາ​ເຂດຊຸມ​ຊົນ​ທັນ​ສະ​ໄຫມໄດ້​ຮັບ​ການກໍ່​ສ້າງ​ຂຶ້ນ​ຢ່າງວ່ອງ​ໄວ, ນັ້ນ​ແມ່ນ​ບັນ​ດາ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ ແລະ ລະ​ບົບ​ຂົວ​ໃຫມ່​ຂ້າ​ມ​ແມ່​ນ້ຳ​ແດງຫລາຍ​ແຫ່ງ​ທັນ​ສະ​ໄຫມ ອັນໄດ້​ເຮັດ​ໃຫ້​ໂສມ​ຫ​ນ້າຂອງນະ​ຄອນ​ຫລວງ​ມີ​ການ​ປ່ຽນ​ແປງ​ໃຫມ່​ຫລາຍ​ຢ່າງ. ທ່ານ ຟ້າມກວາງ​ງີ້, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “​ປະ​ຈຸ​ບັນ ນະ​ຄອນ​ຫລວງ ຮ່າ​ໂນ້ຍ ມີ​ເນື້ອ​ທີ່​​ກວມ​ເອົາ 1% ຂອງ​ເນື້ອ​ທີ່​ທັງ​ປະ​ເທດ​ແມ່ນ 3.400 ຕາ​ລາງ​ກິ​ໂລ​ແມັດ, ມີ​ພົນ​ລະ​ເມືອງ  9 ລ້ານ​ຄົນ ກວມ 10%ຈຳ​ນວນ​ພົນ​ລະ​ເມືອງ​ຂອງ​ທັງ​ປະ​ເທດ. ບັນ​ດາ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ​ໄດ້​ປະ​ກອບ​ສ່ວນ 10% ຍອດ​ຜະ​ລິດ​ຕະ​ພັນ​ຂອງ​ຊາດ, ລາຍ​ຮັບ​ກວມ​ເອົາ​ປະ​ມານ 20%, ການ​ສົ່ງ​ອອກ ປະ​ມານ 9%. ບັນ​ດາ​ຕົວ​ເລກ​ດັ່ງ​ກ່າວ ພ້ອມ​ກັບ​ການຢັ້ງ​ຢືນ​ໃນ​ລັດ​ຖະ​ທຳ​ມະ​ນູນ, ໃນ​ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນ​ຫລວງ ໄດ້​ເຮັດ​ໃຫ້ ຮ່າ​ໂນ້ຍ ກາຍ​ເປັນ​ສູນ​ການ​ເມືອງ​ການ​ປົກ​ຄອງ​ແຫ່ງ​ຊາດ, ສູນ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ ແລະ ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ສູນ​ເສດ​ຖະ​ກິດ ການ​ຄ້າ ແລະ ການ​ພົວ​ພັນ​ກັບ​ສາ​ກົນ.”

ຮ່າໂນ້ຍ ນະຄອນເຊື່ອມໂຍງ ແລະ ພັດທະນາ - ảnh 2
ຮ່າໂນ້ຍປະຈຸບັນ
ພາບ:vietbao.vn

        ສຸມ​ກຳ​ລັງ​ເຫື່ອ​ແຮງ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ

        ພາຍ​ຫລັງ​ຊຸມ​ປີ​ທຳ​ອິດ​​ສຸມ​ກຳ​ລັງ​ເຫື່ອ​ແຮງ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​​ເປີດ​ກວ້າງ​ເຂດ​ປົກ​ຄອງ​ນະ​ຄອນ​ຫລວງ, ທຸ​ກ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ ຮ່າ​ໂນ້ຍ ພວມ​ໃນ​ທ່າ​ພັດ​ທະ​ນາ. GDP ຂອງ​ນະ​ຄອນ​ໄລ​ຍະ 2008-2014 ບັນ​ລຸ​ສະ​ເລ່ຍ 9,2%, ໃນ​ນັ້ນ ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ, ບໍ​ລິ​ການ, ກະ​ສິ​ກຳ​ປ່າ​ໄມ້, ສິນ​ໃນ​ນ້ຳ ລ້ວນ​ແຕ່​ມີ​ການ​ເຕີບ​ໂຕ​ສູງພໍ​ສົມ​ຄວນ. ສະ​ເພາະ 6 ເດືອນ​ຕົ້ນ​ປີ 2014, GDP ສະ​ເລ່ຍ​ບັນ​ລຸ 6,4% ແລະ ຄາດ​ວ່າ ທັງ​ປີ ຈະ​ບັນ​ລຸ ກວ່າ 9%, ເພີ່ມ​ຂຶ້ນ​ທົບ 1,5 ເທົ່າ​ເມື່ອ​ທຽບ​ໃສ່ GDP ຂອງ​ທັງ​ປະ​ເທດ. ໃນ​ຊຸມ​ປີມໍ່ໆ​ມານີ້, ຮ່າ​ໂນ້ຍ ແມ່ນ​ນະ​ຄອນ​ນຳ​ຫ​ນ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ທັງ​ປະ​ເທດ, ແລະ ກໍ​ແມ່ນ​ທ້ອງ​ຖິ່ນ​ນຳ​ຫ​ນ້າ​ທົ່ວ​ປະ​ເທດ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່.

        ຄ​ຽງ​ຄູ່​ກັບ​ການ​ເຕີບ​ໃຫ​ຍ່ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງວ່ອງ​ໄວ, ຮ່າ​ໂນ້ຍ ພວມ​ຍູ້​ແຮງ​ການ​ຮ່ວມ​ສຳ​ພັນ, ຮ່ວມ​ມື​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ. ມາ​ຮອດ​ປະ​ຈຸ​ບັນ, ຮ່າ​ໂນ້ຍ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ກັບ​ນະ​ຄອນ​ຫລວງ ແລະ ນະ​ຄອນກວ່າ 100 ແຫ່ງ​ຂອງ 50 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ. ປະ​ຈຸ​ບັນ ຮ່າ​ໂນ້ຍ ແມ່ນ​ສະ​ມາ​ຊິກ​ເປັນ​ທາງ​ການ​ຂອງ​ຫລາຍ​ອົງ​ການ​ສາ​ກົນ​ຄື: ສະ​ຫະ​ສະ​ມາ​ຄົມ​ຕົວ​ເມືອງ​ໃຫ​ຍ່​ໃນ​ໂລກ, ສະ​ຫະ​ສະ​ມາ​ຄົມ​ເຈົ້າ​ຄອງ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝ​ລັ່ງ, ເຄືອ​ຂ່າຍ​ບັນ​ດາ​ນະ​ຄອນ​ໃຫ​ຍ່​ຢູ່ ອາ​ຊີ…

        ນະ​ຄອນ​ຫລວງ ຮ່າ​ໂນ້ຍ ມຸ່ງ​ໄປ​ສູ່​ອະ​ນາ​ຄົດ

        ເພື່ອກໍ່​ສ້າງ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໃຫ້​ນັບ​ມື້​ນັບ​ສີ​ວິ​ໄລ, ທັນ​ສະ​ໄມ ໃນ​ຍຸດ​ທະ​ສາດ​ວາງ​ແຜນ​ຜັງ​ສັງ​ລວມ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ປີ 2020 ວິ​ໄສ​ທັດ​ຮອດ​ປີ 2030, ພ້ອມ​ກັບ​ການ​ປະ​ກາດ​ໃຊ້​ບັນ​ດາ​ນະ​ໂຍ​ບາຍ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຮ່າ​ໂນ້ຍ ຍູ້​ແຮງ​ການ​ສຸມ​ໃສ່​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ຕາ​ມ​ທິດ​ຄົບ​ຊຸດ ຊື່ງ​ຈຸ​ດ​ສຸມ​ແມ່ນກໍ່​ສ້າງ​ລະ​ບົບ​ຄົມ​ມະ​ນ​າ​ຄົມ​ທັນ​ສະ​ໄຫມ. ທ່ານ ໂຮ່ກວາງ​ເລີ້ຍ, ຫົວ​ຫ​ນ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “​ໃນ​ການ​ວາງ​ແຜນ​ຜັງ ຮ່າ​ໂນ້ຍ ຈະ​ໄດ້​ຮັບ​ການກໍ່​ສ້າງ​ຕາມ​ຮູບ​ແບບ​ກຸ່ມ​ເຂດຕົວ​ເມືອງ​ ລວມ​ມີ​ບັນດາເຂດ​ຕົວ​ເມືອງ​ໃຈ​ກາງ ດ້ວຍ​ເຂດ​ຊຸມ​ຊົນ​ທັນ​ສະ​ໄຫມ 5 ແຫ່ງ ແລະ ບັນ​ດາ​ເທດ​ສະ​ບານ​ອ້ອມ​ແອ້ມ. ເຂດ​ ຊຸມ​ຊົນ​ທັນ​ສະ​ໄຫມ ​ແຕ່​ລະ​ແຫ່ງ​ມີ​ ການ​ເຄື່ອນ​ໄຫວ​ຕ່າງ​ຫາກ, ເອ​ກະ​ລາດ, ແຕ່​ຫ​ນູນ​ຊ່ວຍ​ເຊິ່ງ​ກັນ ແລະ ກັນ, ພ້ອມ​ກັນ​ພັດ​ທະ​ນາ​ເສດ​ຖະ​ກິດ”

        ການ​ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ຄື​ວັນ​ທີ 10/10/2014 ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊ​າ​ຊົນ​ນະ​ຄອນ​ຫລວງ ຫວນ​ຄືນ​ວິ​ວັດ​ການ​ສ້າງ​ສາ ແລະ ພັດ​ທະ​ນາ. ບ​ັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫລີມ​ສະ​ຫລອງ ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ນະ​ຄອນ ເຫັນ​ໄດ້​ກາ​ລະ​ໂອ​ກາດ, ສິ່ງ​ທ້າ​ທາຍ, ບົດ​ຮຽນ​ອັນ​ລ້ຳ​ຄ່າ​ຢ່າງ​ຈະ​ແຈ້ງກວ່າ ແລະ ຈາກນັ້ນ ມຸ່ງ​ໄປ​ສູ່​ອະ​ນາ​ຄົດ​ເພື່ອກໍ່​ສ້າງ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ​ໃຫ້​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ຮອບ​ດ້ານ​ໃນ​ໄລ​ຍະ​ຕໍ່​ໄປ.

ຂ່າວ/ບົດ​ອື່ນ