ເດືອນກິນເຈ Ramadan ບໍ່ມີຄວາມໝາຍອີກແລ້ວ

   ເດືອ​ນກິນ​ເຈ Ramadan ຊຶ່ງ​ແມ່ນ​ເທດສະການທີ່​ສຳຄັນ​ທີ່​ສຸດ​ຂອງ​ຊາວ​ມຸດ​ສະ​ລິ​ມຈຳນວນ 1,2 ຕື້​ຄົນ ຫາ​ກໍ​ສິ້ນ​ສຸດ​ລົງ​ໃນ​ທົ່ວ​ໂລກ. ກົງກັນຂ້າມ​ກັບ​ຫຼັກການ​ຂອງ​ພິທີກຳ ​ແມ່ນ​ໃນ​ຊວງ​ເວລາ​ນີ້, ທຸກໆ​ຄົນ​ພ້ອມ​ກັນ​ພາວະນາ ​ແລະ ມຸ່ງ​ໄປ​ສູ່​ຄວາມ​ສຸດຈະລິດ​ນັ້ນ, ​ແຕ່ຢູ່​ຫຼາຍປະ​ເທດ​ໃນ​ໂລກ​ໃນ​ປະຈຸ​ບັນ, ການ​ປະ​ທະ​ກັນທີ່​ນອງ​ເລືອດ, ການ​ໃຊ້​ຄວາມ​ຮຸນ​ແຮງ​ປີນ​ຂັ້ນ​ໄດ ​ໄດ້​ກາຍ​ເປັນ​ເງົາ​ມືດ​ປົກ​ຄຸມ​ບັນຍາກາດ​ດຳ​ເນີນ​ພິທີກຳ​ທີ່​ສັກສິດ​ນີ້ ​ແລະ ບໍ່​ສາມາດ​ນຳ​ມາ​ຊຶ່ງ​ຄວາມ​ໝາຍ​ຢ່າງ​ເຕັມ​ສ່ວນ​ໃຫ້​ແກ່ຊາວ​ມຸດ​ສະ​ລິ​ມ.

ເດືອນກິນເຈ Ramadan ບໍ່ມີຄວາມໝາຍອີກແລ້ວ - ảnh 1
ເທດສະການ Ramadan ຊອງຊາວມຸດສະລິມປີ 2012
(ພາບ: internet)

      Ramadan ຕາມ​ພາສາ​ອາຣັບ ​ແມ່ນ​ຊື່​ຂອງ​ເດືອນ​ທີ່ 9 ຕາມປະຕິທິນ ຂອງຊາວ​ມຸດ​ສະ​ລິ​ມ. ເດືອ​ນ Ramadan ຕາມຄິດທະສັກກະຫຼາດ ​ແມ່ນ​ຖືກ​ປ່ຽນ​ແປງ​ໃນ​ແຕ່ລະ​ປີ, ​ໂດຍ​ບໍ່​ມີ​ມື້​ເປັນ​ເອກະ​ພາບ. ມີ​ຫຼາຍ​ຄົນ​ເອີ້ນ Ramadan ຢ່າງ​ງ່າຍດາຍ​ວ່າ​ແມ່ນ  “ ​ເດືອນ​ອົດ​ອາຫານ ” ຫຼື “ເດືອ​ນກິນ​ເຈ ” . ການ​ເຄື່ອນ​ໄຫ​ວນີ້​ແມ່ນ​ມີ​ຄວາມ​ໝາຍສະ​ແດງ​ໃຫ້​ເຫັນ​ຄວາມ​ເຫັນ​ໃຈ​ກັບ​ບັນດາ​ຜູ້​ອຶດຫິວ, ທຸກ​ຍາກຂາດ​ເຂີນ. ​ແຕ່​​ໃນ​ເວລາ​ດຳ​ເນີນເທດສະ ການ Ramadan ປີ​ນີ້, ການ​ປະ​ທະ​ກັນ ​ແລະ ການ​ໃຊ້​ຄວາມ​ຮຸນ​ແຮງພວມ​ນັບ​ມື້​ນັບ​ເພີ່ມ​ທະວີ​ຂຶ້ນ​ຢູ່​ບັນດາ​ປະ​ເທດ​ທີ່​ມີ​ປະຊາຊົນ​ເຊື່ອ​ຖື​ສາສະໜາ​ອິດສະ​ລາມ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ຄື ຊີຣີ, ອີຣັກ, ລີບັງ, ອາບ​ກາ​ນິສະຖານ… ຊຶ່ງ​ໄດ້ ​ແລະ ພວມ​ເປັນ​ໄພ​ນາບ​ຂູ່​ຕໍ່​ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ ​ແລະ ​ເຮັດ​ໃຫ້​ປະຊາຊົນ​ຕົກ​ສະທ້ານ​ຢ້ານ​ກົວ.

     ເທດສະການ Ramadan ປີ​ນີ້​ແມ່ນ​ພິທີກຳ​ທີ່ 2 ນັບ​ຕັ້ງ​ແຕ່​ຂະ​ບວນການ “ ລະ​ດູ​ບານ​ໃໝ່​ອາຣັບ ” ລະ​ເບີດ​ຂຶ້ນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ. ຢູ່ປະ​ເທດ ອີຣັກ, ຕາມ​ຂໍ້​ມູນ​ຈາກ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ສາທາລະນະ​ສຸກ​ຂອງ​ປະ​ເທດ​ນີ້​ແລ້ວ,​ໃນ ເດືອ​ນກິນ​ເຈ Ramadan ຂອງ ຊາວ​ມຸດ​ສະ​ລິ​ມ, ​ໄດ້​ເກີດ​ມີ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຫຼາຍ​ຄັ້ງ, ອັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ກ່ວາ 400 ຄົນ ​ແລະ ​ເກືອບ 1000 ຄົນ​ໄດ້​ຮັບ​ບາດ​ເຈັບ. ​ແລະ ກໍ​ໃນຊວງ​ເວລາ​ດຳ​ເນີນ​ເທດສະການ, ມີ 2 ວັນ​ໄດ້​ເກີດການ​ໃຊ້​ຄວາມ​ຮຸນ​ແຮງທີ່​ນອງ​ເລືອດທີ່​ສຸດ ນັ້ນ​ແມ່ນ​ໃນ​ວັນ​ທີ 23/7 ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ກ່ວາ 113 ຄົນ ​ແລະ ​ໃນ​ວັນ​ທີ 16/8 ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ກ່ວາ 80 ຄົນ ​ແລະ ​ນັບ​ຮ້ອຍຄົນ​ໄດ້​ຮັບ​ບາດ​ເຈັບ ​​ແລະ ນີ້​ກໍ​ແມ່ນ​ຊວງ​ເວລາ​ທີ່​ນອງ​ເລືອດ​ທີ່​ສຸດ​ໃນ​ໄລຍະ 2 ປີຜ່ານມາ​ຢູ່​ປະ​ເທດ​ນີ້. ບັນດາກໍລະ​ນີໃຊ້​ຄວາມ​ຮຸນ​ແຮງ​ໃນ ເດືອ​ນ Ramadan ນັ້ນ, ຕົ້ນ​ຕໍ​ແມ່ນ​ພວກ​ກໍ່​ການ​ຮ້າຍ​ຫົວ​ຮຸນ​ແຮງ​ທີ່​ມີ​ການ​ພົວພັນ​ກັບ​ເຄື​່ອຂ່າຍ​ກໍ່​ການ​ຮ້າຍ Al – Qeada ກໍ່​ຂຶ້ນ.

     ສ່ວນ​ຢູ່​ປະ​ເທດ ຊີຣີ, ການ​ປະ​ທະ​ກັນທີ່​​ແກ່ຍາວ​ເກືອບ 17 ​ເດືອນ​ທີ່​ຜ່ານ​ມາ​ ໄດ້ປີນ​ຂັ້ນ​ໄດ​ຈົນ​ຂັ້ນ​ທີ່​ເປັນ​ອັນ​ຕາລາ​ຍທີ່​ສຸດ ຂະນະ​ທີ່ການ​ປະ​ທະ​ກັນ​ຢ່າງ​ດຸ​ເດືອດ​ລະຫວ່າງ​ກອງທັບ​ລັດຖະບານ ກັບ​ຝ່າຍ​ຄ້ານ​ໄດ້​ເກີດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ. ​ໂດຍ​ບໍ່​ຫົວຊາ​ຕໍ່​ເທດສະການ​ທີ່​ສັກສິດ, ການ​ສູ້​ຮົບ​ຍັງ​ຄົງ​ເກີດ​ຂຶ້ນ​ຢ່າງ​ດຸ​ເດືອ​ດ​ໃນ​ທົ່ວ​ເຂດ​ດິນ​ແດນ​ຂອງ​ຊີຣີ. ສະ​ເພາະ​ໃນ​ພິທີກຳ Eid al – Fitr ​​ເມື່ອ​ວັນ​ທີ 19/8 ​ໄດ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 60 ຄົນ, ອັນ​ໄດ້​ຍົກ​ຍອດ​ຈຳນວນ​ຜູ້​ເສຍ​ຊີວິດ​ນັບ​ແຕ່​ເວລາ​ເກີດ​ວິ​ກິດ​ການ​ມາ​ຮອດ​ປະຈຸ​ບັນ ຂຶ້ນ​ເຖິງ 23.000 ຄົນ. ຂະ​ບວນຄົນ​ຫຼົບ​ໄພຊາວ ຊີ​ຮີ ທີ່ພວມ​ຟ້າວ​ຟັງ​ແລ່ນ​ໄປ​ຍັງ​ບັນດາ​ປະ​ເທດ​ບ້ານໃກ້​ເຮືອນ​ຄຽງພວມ​ເພີ່ມ​ຂຶ້ນ​ຢ່າງ​ວອງ​ໄວ. ​ໄລ່​ມາ​ຮອດ​ປະຈຸ​ບັນ ​ໄດ້​ມີ​ຊາວ​ຊີຣີລວມທັງ​ໝົດ 70.000 ຄົນ ຕ້ອງ​ປະລະ​ເຮືອນ​ຊານ​ໄປ​ຫຼົບ​ໄພ​ຢູ່ບັນດາ​ປະ​ເທດ​ບ້ານໃກ້​ເຮືອນ​ຄຽງ. ປະຈຸ​ບັນ, ທຸກໆ​ຄວາມ​ມານະ​ພະຍາຍາມ​ເພື່ອ​ກອບ​ກູ້​ໃຫ້​ແກ່​ສັນຕິພາບ​ຢູ່ ຊີຣີ ພວມ​ຖືກ​ຕົກ​ເຂົ້າ​ສູ່​ສະພາບ​ບໍ່​ມີ​ທາງ​ອອກ. ​ໃນ 2 ມື້​ທີ່​ຜ່ານ​ມາ, ບັນດາ​ລົດ​ຂົນ​ສົ່ງ​ເຈົ້າ​ໜ້າ​ທີ​ຄົນ​ສຸດ​ທ້າຍ​ຂອງ​ຄະນະ​ນັກ​ສັງ​ເກດ​ການ ສ.ປ.ຊ ປະຈຳ​ຊີຣີ ​ໄດ້​​ເດີນທາງອອກ​ ຈາກ Damacus , ຢຸດຕິ​ພາລະ​ກຳ​ຢູ່​ປະ​ເທດ​ນີ້ ພາຍຫຼັງ 4 ​ເດືອນ​ທຳ​ການ​ເຄື່ອນ​ໄຫວ ​ແຕ່​ບໍ່​ສາມາດ​ນຳ​ມາ​ເຊິ່ງ​ໝາກຜົນ​ແຕ່​ຢ່າງ​ໃດ.

   ວິ​ກິດ​ການ​ຢູ່​ຊີຣີ ​ໂດຍ​ປະຊາ​ຄົມ ​Sunni ​ເປີດ​ສາກ​​ເພື່ອຕ້ານ​ຄືນ​ປະທານາທິບໍດີ Bashar Al Assad ຊື່ງ​ແມ່ນ​ສາສະ​ນິກກະ​ຊົນ​ນິກາຍ Alawite ກໍ່​ຂະຫຍາຍ​ອອກ​ສູ່ລີ​ບັງ ​ເຮັດ​ໃຫ້​ເພີ່ມ​ຂໍ້​ຄັດ​ແຍ້​ງກັນລະຫວ່າງ​ສອງ​ປະຊາ​ຄົມ​ຊາວ​ມຸດ​ສະ​ລິ​ມນິກາຍ ​Sunni ​ແລະ Alawite ຢູ່​ນະຄອນ Tripoli ຂອງລີ​ບັງ. ການ​ໃຊ້​ຄວາມ​ຮຸນ​ແຮງ​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ທີ 6 ສຸດ​ທ້າຍ​ຂອງ​ເດືອນກິນ​ເຈ Ramadan ລະຫວ່າງ​ສອງ​ປະຊາ​ຄົມ​ນີ້​ຢູ່​ເມືອງ Bab El Tebbaneh ​ແລະ ​ເມືອງ Jabal Mohsen ຢູ່​ຊາຍ​​ແດນ​ລະຫວ່າງ​ສອງ​ເມືອງ ອັນໄດ້​ເຮັດ​ໃຫ້ຢ່າງ​ໜ້ອຍ​ສຸດ 15 ຄົນ​ເສຍ​ຊີວິດ ​ແລະ ​ນັບ​ສີ​ບຄົນ​ຖືກ​ບາດ​ເຈັບ. ສະພາບ​ຂາດ​ສະຖຽນ​ລະ​ພາບ​ຢູ່ ລີ​ບັງ ​ໄດ້ບັງຄັບ​ໃຫ້​ຫຼາຍ​ປະ​ເທດ​ໃນ​ເຂດ​ອ່າວ​ຕ້ອງ​ຮຽກຮ້ອງ​ໃຫ້​ພົນລ​ະ​ເມືອງ​ຂອງ​ຕົນ​ອອກ​ຈາກ ລີ​ບັງ ​ໂດຍ​ທັນທີ.

   ​ໃນ​ຂະນະ​ນັ້ນ, ຂ່າວ​ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ​ດ້ານ​ການ​ທະຫານ​ຂອງ​ອິດສະຣາ​ແອນ ​ເຂົ້າບັນດາ​ຮາກ​ຖານ​ນິວ​ເຄຼຍຂອງ​ອີຣານ ​ໃນ​ລະດູ​ໃບ​ໃມ້ຫຼົ່ນ​ປີ​ນີ້​ຖືກ​ເປີດ​ເຜີຍ ​ໄດ້​ເຮັດ​ໃຫ້​ເດືອນກິນ​ເຈ Ramadan ຂາດ​ຄວາມ​ສະຫງົບ​ງຽບ. ​ໃນວັນ​ທີ 17/8, ວັນ Jerusalem ຊື່​ງ​​​ເຄີຍຈັດ​ຂຶ້ນ​ໃນ​ວັນ​ທີ 6 ສຸດ​ທ້າຍ​ຂອງ​ເດືອນ​ກິນ​ເຈ Ramadan ຂອງ​ແຕ່ລະ​ປີ, ມີ​ຊາວປາ​ແລດ​ສະຕິ​ນ​ເກືອບ 1500 ຄົນ​ໄດ້​ເຂົ້າຮ່ວມ​ການ​ລາດ​ຕາ​ເວັນ​ໃນ​ຖະໜົນ​ສາຍ​ຕ່າງໆ​ຢູ່​ເຂດ​ກາຊາ, ​ເຂດ​ດິນ​ແດນ​ປາ​ແລດ​ສະຕິ​ນ ​ເພື່ອ​ຄັດຄ້ານ​ເລື່ອງ​ອິດສະ​ຮາ​ແອນ ​ຍຶດຄອງ Jerusalem ຊື່​ງ​ແມ່ນ 1 ​ໃນ 3 ນະຄອນທີ່​ສັກສິດ​ຂອງ​ຊາວ​ມຸດ​ສະ​ລິ​ມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ໂດຍ​ລັດຖະບານ​ອີຣານ ​ເປີດ​ສາກ ສະຫງວນ​ໃຫ້​ແກ່​ປະຊາຄົມ​ຊາວ​ມຸດ​ສະ​ລິ​ມ ນິກາຍ ​Shiite ​ເປັນຕົ້ນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປີ​ນີ້, ການ​ເຄື່ອນ​ໄຫວ​ນີ້ມີສີສັນ​ທີ່​ແຕກ​ຕ່າງ, ມັນ​ໄ​ດ້​ເກີດ​ຂຶ້ນ​ໃນ​ສະພາບ​ການ​ມີ​​ຫຼາຍຄຳ​ເຫັນ​ສະ​ແດງ​ຄວາມວິຕົກ​ກັງວົນ ກ່ຽວ​ກັບ​ສົງຄາມ​ຢູ່​ຕາ​ເວັນ​ອອກ​ກາງ​ທີ່​ອາດຈະ​​ເກີດ​ຂຶ້ນ ຂະນະ​ທີ່​ການ​ນຳ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ ​ໄດ້​ມີ​ບັນດານ​ການ​ກະທຳ ຫລື​ຄຳ​ເຫັນ​ທີ່​ກໍ່​ຄວາມ​ເຄັ່ງ​ຕຶງ​ຢ່າງ​ລຽນຕິດ. ພາຍຫຼັງ​ທີ່​ນາຍົກລັດຖະມົນຕີ ອິດສະຣາ​ແອນ Netanyahu ​ແລະ ລັດຖະມົນຕີກະຊວງປ້ອງ​ກັນ​ປະ​ເທດ Barak ​ໄດ້​ກ່າວ​ຄຳ​ເຫັນ​ຢ່າງ​ເປີດ​ເຜີຍ​ກ່ຽວ​ກັບ​ຄວາມ​ສາມາດ​ປຸກລະດົມ​ການ​ບຸກ​ໂຈມ​ຕີ​ດ້ານ​ການ​ທະຫານ​ຕ້ານ​ອີຣານ, ສ່ວນ​ທ່ານ​ປະທານາທິບໍດີ​ອີຣານ Mamoud Ahmadinejat ກໍ່​ໄດ້​ມີ​ຄຳປະກາດ​ຢ່າງ​ແຮງ​ໂດຍ​ຖືວ່າ, ບໍ່​ມີ​ບ່ອນຂອງອິດສະຣາ​ແອນ ​ໃນ​ເຂດ​ຕາ​ເວັນ​ອອກ​ກາງ​ໃໝ່.

   ​ເປັນ​ທີ່​ຈະ​ແຈ້ງ​ແລ້ວວ່າ, ສຳລັບ​ຊາວ​ມຸດ​ສະ​ລິ​ມ, ເດືອນ​ກິນ​ເຈ Ramadan ປີ​ນີ້​ບໍ່​ມີ​ຄວາມ​ໝາຍອີກ​ແລ້ວ, ​ແທນ​​ໃຫ້ຈະ​ມຸ້ງເຖິງ​ສິ່ງ​ທີ່​ສຸດຈະລິດ, ພາວະນາ​​ໃຫ້​ບັນດາ​ສິ່ງ​ທີ່​ດີງາມ​ໃນອະນາຄົດ, ເດືອນ​ກິນ​ເຈ Ramadan ​ໄດ້​ຕົກ​ເຂົ້າສູ່​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ, ​ເກີດ​ຄວາມ ບາດ​ເຈັບ​ລົ້ມຕາຍ ​ແລະ ຜູ້​ປະສົບ​ເຄາະ​ຮ້າຍ​ແມ່ນ​ສາມັນ​ຊົນ​ຜູ້​ບໍລິສຸດ. ການ​ປະ​ທະ​ກັນ​ອັນ​ນອງ​ເລືອດ ​ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ​ປິນຂັ້ນ​ໃດ ​ໄດ້ ​ແລະ ພວມ​ສ້າງ​ຄວາມ​ຂາດ​ສະຖຽນລະ​ພາບ​ໃຫ້​ແກ່​ຄວາມ​ສະຫງົບ​ປອດ​ໄພ​ໂລກ ​ແລະ ບໍ່​ຮູ້​ວ່າ​ຮອດ​ເວລາ​ໃດ​ທີ່​ຊາວ​ມຸດ​ສະ​ລິ​ມຈະ​​ໄດ້​ຕ້ອນຮັບເດືອນ​ກິນ​ເຈ Ramadan ​ອັນ​ສັກສິດ​ຂອງ​ຕົນ​ໃນ​ຄວາມ​ສະຫງົບ​ສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ