ເວທີການເມືອງຍີ່ປຸ່ນເກີດຄວາມສັບສົນຄືນໃໝ່

ຄວາມ​ຫຍຸ້ງຍາກ​ໃໝ່​ໄດ້​ເກີດ​ຂຶ້ນ​ຢູ່​ເວທີ​ການ​ເມືອງ​ຂອງ​ປະ​ເທດ​ຍີ່ປຸ່ນ. ​ໃນ​ສະພາບ​​ເສດຖະກິດ​ຖືກຊັກ​ຊ້າ, ຄວາມ​ເຄັ່ງ​ຕຶງ​ທີ່​ກ່ຽວຂ້ອງ​ເຖິງ​ເຂດ​ດິນ​ແດນ​ບໍ່​ທັນ​ມີ​ສັນຍານ​ຜ່ອນ​ຄາຍລົງ​ນັ້ນ, ຂໍ້​ຕົກລົງ​ຫວ່າງ​ແລ້ວ​ນີ້​ຂອງ​ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda ທີ່​ຈະ​ຍຸບ​ເລິກ​ສະພາ​ແຫ່ງ​ຊາດ​ໄວ​ສຸດ​ແມ່ນ​ໃນ​ວັນ​ທີ 16/11 ​ແລະ ການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ອາດ​ຈະ​ຖືກ​ດຳ​ເນີນ​ໄປ​ໃນ​ເດືອນ 12 ຈະ​ມາ​ເຖິງ​ນີ້​ໄດ້ເຮັດ​ໃຫ້ປະ​ເທດ​ຍີ່ປຸ່ນຕົກ​ເຂົ້າສູ່ສະພາບ​ຫຍຸ້ງຍາກ​ຂຶ້ນ​ຕື່ມ. ຫາງ​ສຽງ​ຖື​ວ່າ, ການ​ກະທຳ​ນີ້​ແມ່ນ​ຄຳ​ກ່າວ​ເຕືອນ​ກ່ຽວ​ກັບ​ການ​ເກີດກະ​ແສ​ຟອງ​ໃໝ່ໃນ​ເວທີ​ການ​ເມືອງ​ຍີ່ປຸ່ນ ​ແລະ ທ່ານ Yoshihiko Noda ອາດ​ຈະ​ຖືກປັດ​ເຂັ່ຍ​ອອກ​ຈາກ​ທີ່​ນັ່ງປະຈຸ​ບັນ.

ເວທີການເມືອງຍີ່ປຸ່ນເກີດຄວາມສັບສົນຄືນໃໝ່ - ảnh 1

ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda

(ພາບ:vietnamnet.vn)

  ວັນ​ທີ 13/11, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda ​ໄດ້​ຕົກລົງ​ຍຸບ​ເລິກ​ສະພາ​ແຫ່ງ​ຊາດ​ໄວ​ທີ່​ສຸດ​​ແມ່ນໃນ​ວັນ​ທີ 16/11 ແລະ ການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ອາດ​ຈະ​ຖືກ​ດຳ​ເນີນ​​ໃນ​ເດືອນ 12 ຈະ​ມາ​ເຖິງ​ນີ້​. ບັນດາ​ສຳນັກ​ຂ່າວສານ​ສຳຄັນຂອງ​ຍີ່ປຸ່ນ ​ໄດ້​ພ້ອມ​ກັນ​ໃຫ້​ຂ່າວ​ທ່ານ ນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda ​ໃຫ້​ຮູ້​ວ່າ: ຈະດຳ​ເນີນ​ການ​​ເລືອກ​ຕັ້ງທົ່ວ​ປະ​ເທດ​ກ່ອນ​ກຳນົດ​ເວລາ​ໄວ​ສຸດ​ແມ່ນ​ໃນ​ວັນ​ທີ 16/12/2012 ​ແລະ ຊ້າ​ສຸດ​ແມ່ນ​ໃນ​ວັນ​ທີ 20/1/2013 ​ແລະ ຄາດ​ວ່າ​ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 9/12. ກ່ອນ​ໜ້ານັ້ນ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda ​ໄດ້​ປະຕິ​ເສດ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ຈຸດ​ເວລາ​ຈັດການ​ເລືອກ​ຕັ້ງ​​ເມື່ອ​ເຂົ້າຮ່ວມ​ວາລະ​ປະຊຸມ​ຂອງສະພາ​ແຫ່ງ​ຊາດ. ວົງ​ການ​ນັກ​ໄຈ້​ແຍກ​ໃຫ້​ຂໍ້​ສັງ​ເກດ​ວ່າ: ດ້ວຍ​ຂໍ້​ຕົກລົງ​ນີ້, ທ່ານ Yoshihiko Noda ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສະພາບ​ຄວາມ​ຫຍຸ້ງຍາກ​ໃນ​​ເລື່ອງ​​ເຮັດ​ໃຫ້​ພັກ​ປະຊາທິປ​ະ​ໄຕ (DPJ) ຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງທົ່ວ​ປະ​ເທດຄັ້ງ​ຈະ​ມາ​ເຖິງ​ຍ້ອນ​ວ່າ​ຫາງ​ສຽງ​ຍີ່ປຸ່ນ​ ພວມ​ເສຍ​ຫວັງ​ຕໍ່​ຜົນງານ​ບໍ່​ໄດ້​ດີ​ປານ​ໃດຂອງພັກ DPJ ​ໃນ 3 ປີຜ່ານມານັບ​ຕັ້ງແຕ່​ພັກ​ນີ້​ຂຶ້ນ​ກຳ​ອຳນາດ, ຢຸດຕິ​ໄລຍະ​​ເວລາຄວບ​ຄຸມ​ເວທີ​ການ​ເມືອງ​ອັນ​ເວລາ​ຍາວ​ນານ​ຂອງ​ພັກ​ປະຊາທິປະ​ໄຕ​ເສລີ (LDP).

    ​ແຕ່ຄວາມ​ຈິງ​ແລ້ວ, ​ເພື່ອ​ຍົກ​ອອກ​ຂໍ້​ຕົກລົງ​ນີ້, ການ​ນຳ​ຍີ່ປຸ່ນ ຜູ້ນີ້​ ໄດ້ຢືນ​ຢູ່​ຕໍ່ໜ້າ​ການ​ເລືອກ​ເຟັ້ນຕ່າງໆ. ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ​ເລື່ອງທ່ານ Yoshihiko Noda ປະກາດ​ຍຸບ​ເລິກສະພາ​ຕ່ຳ​ນັ້ນ​ເພື່ອ​ແນ​ໃສ່​ຫລີກ​ເວັ້ນ​​ເລື່ອງ​ລັດຖະບານ​ປະຈຸ​ບັນ​ຕ້ອງປະ​ເຊີ​ນໜ້າ​ກັບ​ການ​ປ່ອນ​ບັດບໍ່​ໄວ້​ວາງ​ໃຈ​ຕາມ​ຂໍ້​ສະ​ເໜີ​ຂອງ​ຝ່າຍ​ຄ້ານ. ທ່ານ​ນາຍົກລັດຖະມົນຕີຜູ້ນີ້​ມີ​ຄວາມ​ວິຕົກ​ກັງວົນ​ວ່າ ຖ້າ​ບໍ່​ສາມາດ​ຜ່ານ​ການ​ປ່ອນ​ບັດ​ໄດ້, ລັດຖະບານ​ປະຈຸ​ບັນ​ຂອງ​ທ່ານ​ຈະ​ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ. ກ່ອນໜ້າ​ນັ້ນ, ​ໃນ​ການ​ຕອບ​ຄຳ​ຊັກ​ຖາມ​ທີ່​ສະພາ​ສູງ (​ໂດຍ​ຝ່າຍ​ຄ້ານ​ຄວບ​ຄຸມ), ທ່ານ Yoshihiko Noda ​ໄດ້​ເວົ້າວ່າ: ຄະນະລັດຖະບານ​ລາ​ອອກ​ຈາກ​ຕຳ​ແໜ່​ງກໍ່​ມີຄວາມ​ໝາຍ​ດຽວກັນ​ກັບ​ເລື່ອງ​ທ່ານ “ປະລະຄວາມ​ຮັບຜິດຊອບ​ຂອງ​ນາຍົກລັດຖະມົນຕີຜູ້​ໜຶ່ງ“. ທ່ານ​ສະ​ເໜີ​ໃຫ້​ບັນດາ​ທ່ານ​ສະມາຊິກ​ສະພາ​ສູງ​ຈົ່ງ​ຮ່ວມ​ມື​ຮັບ​ຮອງ​ເອົາ​ບັນດາ​ຮ່າງ​ກົດໝາຍ​ສຳຄັນ​ໃນ​ວາລະ​ປະຊຸມວິສາມັນ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ປະຈຸ​ບັນ​ຊື່​ງຄາດ​ວ່າ​ຈະ​ອັດ​ລົງ​ໃນ​ວັນ​ທີ 30/11 ຈະ​ມາ​ເຖິງ.  ທ່ານ Yoshihiko Noda ກໍ່​ໄດ້​ເນັ້ນໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ປະຕິບັດ​ບັນດາ​ມາດ​ຕະການ​ກະຕຸກ​ຊຸກຍູ້​ເສດຖະກິດ​ໃນ​ສະພາບ​ເສດຖະກິດ​ຍີ່ປຸ່ນ ​ພວມ​ມີ​ສັນຍານ​ຫລຸດຜ່ອນລົງ ຍ້ອນ​ສະກຸນ​ເງິນ​ເຢັນ​ເພີ່ມ​ລາຄາ ​ໃນ​ຂະນະ​ທີ່​ເສດຖະກິດ​ໂລກ​ພວມ​ຢຸດ​ສະ​ງັກ ຍ້ອນ​ຜົນ​ສະທ້ອນ​ຂອງ​ວິ​ກິດ​ການ​ໜີ້​ສາທາລະນະ​ຢູ່​ເອີ​ລົບ.

   

ເວທີການເມືອງຍີ່ປຸ່ນເກີດຄວາມສັບສົນຄືນໃໝ່ - ảnh 2

ສະພາບ​ເສດ​ຖະກິດ​ຍີ່ປຸ່ນ​ຫຍຸ້ງຍາກ

(ພາບ:viet.rfi.fr)

   ​ເຖິງ​ຢ່າ​​ງ​ໃດ​ກໍ່ຕາມ, ພາຍຫຼັງ​ຂໍ້​ຕົກລົງ​ດັ່ງກ່າວ, ທ່ານ​ນາຍົກລັດຖະມົນຕີ  Yoshihiko Noda ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ຄວາມ​ຫຍຸ້ງຍາກ​ບໍ່​ແມ່ນ​ໜ້ອຍ. ຍ້ອນ​ວ່າ​ປະຈຸ​ບັນ, ສະມາຊິກ​ລັດຖະສະພາ​ DPJ ຍັງ​ຄົງ​ຄັດຄ້ານ​ເລື່ອງຈັດຕັ້ງການ​ເລືອກ​ຕັ້ງທົ່ວ​ປະ​ເທດກ່ອນ​ກຳນົດ​ເວລາ, ພ້ອມ​ກັນນັ້ນ, ອັດຕາ​ສ່ວນ​ການສະໜັບສະໜູນ​ລັດຖະບານ​ຍີ່ປຸ່ນ ​ໄດ້​ຫລຸດ​ລົງ​ຕ່ຳ​ກ່ວາລະ​ດັບ 20%, ສ່ວນ​ໜຶ່ງ​ແມ່ນ​ຍ້ອນ​ຂໍ້​ສະ​ເໜີ​ເພີ່ມ​ພາສີ​ອາກອນ​ຂອງທ່ານ Yoshihiko Noda.

   ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ທ່ານ Yoshihiko Noda ມີ​ໄພ​ອາດຈະ​ບໍ່​ບັນລຸ​ໄດ້​ຈຳນວນ​ບັດ​ໄວ້​ວາງ​ໃຈ​ໃນ​ການ​ເລືອກ​ຕັ້ງທົ່ວ​ປະ​ເທດ. ນີ້​ບໍ່​ແມ່ນ​ຄັ້ງທຳ​ອິດ​ທີ່​ເວທີ​ການ​ເມືອງ​ຍີ່ປຸ່ນ ​ເກີດ​ຄວາມ​ສັບສົນ. ​ໃນຕົວ​ຈິງ​ແລ້ວ, ​ໃນ​ຮອບ​ເວລາ 5 ປີຜ່ານມາ,​ ບັນດາບັນຫາ​ກ່ຽວຂ້ອງ​ເຖິງ​ພາສີ​ອາກອນ​ຫລື​ເພີ່ມ​ງົບປະມານ​ເພີ່ມ​ເຕີມ​ເພື່ອ​ສ້າງສາ​ປະ​ເທດ​ຄືນ​ໃໝ່​ໄດ້ ​ແລະ ພວມ​ກາຍ​ເປັນ​ສາຍ​ເຫດ​ທີ່​ພາ​ໃຫ້​ບັນດາ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ ​ຕ້ອງ​ປະລະ​ສິດ​ອຳນາດ​ໂດຍ​ໄວ. ​ໃນ​ເດືອນ 8/2011, ທ່ານ​ອະດີ​ດ ນາຍົກລັດຖະມົນຕີຍີ່ປຸ່ນ Naoto Kan ​ໄດ້​ຍົກ​ກອອກ​ຄຳໝັ້ນໝາຍລາ​ອອກ​ຈາກ​ຕຳ​ແໜ່​ງ​ເພື່ອ​ເປີດຊ່ອງ​ທາງ​ໃຫ້​ແກ່​ເລື່ອງ​ສະພາ​ແຫ່ງ​ຊາດ​ໃຫ້​ສັດຕະ ຍາບັນ​ຮ່າງ​ກົດໝາຍ​ສຳຄັນ 3 ສະບັບ​ຊື່​ງທ່ານ​ໄດ້​ສະໜັບສະໜູນ. ຖ້າ​ຫາກ​ວ່າ​ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຄົນ​ປະຈຸ​ບັນ Yoshihiko Noda ບໍ່​ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ​ເພື່ອຜ່ານ​ຜ່າ​ໄລຍະຫຍຸ້ງຍາກ​ນີ້, ​ເວທີ​ການ​ເມືອງ​ຍີ່ປຸ່ນ ອາດ​ຈະ​ຕ້ອນຮັບທ່ານ​ນາຍົກລັດຖະມົນຕີຜູ້ທີ 7 ​ໃນ​ຮອບ​ເວລາ 5 ປີ. ຖ້າ​ເປັນ​ຄື​ແນວ​ນັ້ນ, ຫາງ​ສຽງ​ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ທີ່​ຕັ້ງ ​ແລະ ຜົນ​ສະທ້ອນ​ຂອງ​ປະ​ເທດ​ຍີ່ປຸ່ນ ທີ່​ມີຕໍ່ຂົງ​ເຂດ​ເສດຖະກິດ-​ການ​ເມືອງ​ໂລກ. ຍ້ອນ​ມີ​ບັນດາ​ຄວາມ​ສັບສົນ​ກ່ຽວ​ກັບ​ຕຳ​ແໜ່​ງການ​ນຳ​ຂັ້ນສູງ​ນີ້​ເປັນ​ປະຈຳ ​ໄດ້​​ເຮັດ​ໃຫ້​ຜົນ​ສະທ້ອນຂອງ​ຍີ່ປຸ່ນ ທີ່​ມີ​ຕໍ່​ເວທີ​ສາກົນຖືກ​ຫລຸດ​ລົງ, ​ພິ​ເສດ​ແມ່ນ​ໃນຂົງ​ເຂດ​ເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ