ເສີມຂະຫຍາຍບົດບາດຂອງຫວຽດນາມໃນເວທີປາໄສ APEC

(vovworld)- ​ໂດຍນຳ​ຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນດາ​ການ​ນຳ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ-​ປາຊີ​ຟີ​ກ (APEC) ຄັ້ງ​ທີ 21 ຢູ່ ບາ​ລີ ປະ​ເທດ​ອິນ​​ໂດ​ເນ​ເຊຍ ​ແຕ່​ວັນ​ທີ 7-8/10/2013, ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ເຈືອງ​ເຕີນ​ຊາງ ນຳ​ເອົາ​ສານ​ທີ່​ຈະ​ແຈ້ງວ່າ: APEC ບໍ່​ພຽງ​ແຕ່​ແມ່ນ​ເວທີ​ປາ​ໄສ​ມີ​ບົດ​ບາດ​ສຳຄັນ​ສຳລັບ​ການ​ພັດທະນາ​ຂອງ​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຕ່າງປະ​ເທດ, ຄວາມ​ໝັ້ນຄົງ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ເວທີ​ປາ​ໄສ​ທີ່​ມີ​ປະສິດທິ​ຜົນ​ເພື່ອ​​ໃຫ້​ຫວຽດນາມ​ຍູ້​ແຮງ​ການ​ຮ່ວມ​ມື ​ແລະ ​​ເຮັດ​ໃຫ້ການ​ພົວພັນ​ສອງ​ຝ່າຍ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ເລິກ​ເຊິ່ງກວ່າ, ​ໃນ​ນັ້ນ ສ່ວນ​ຫລາຍ​ແມ່ນ​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານ​ຂອງ​ຫວຽດນາມ.

ເສີມຂະຫຍາຍບົດບາດຂອງຫວຽດນາມໃນເວທີປາໄສ APEC - ảnh 1
ທ່ານປະທານປະເທດເຈືອງເຕີນຊາງ ແລະ ທ່ານນາຍົກລັດຖະມົນຕີ
ຍີ່ປຸ່ນ Shinzo Abe ຢູ່ ເວທີປາໄສ APEC 21

ພາບ: tuoitre.vn

        APEC 21: ບາດກ້າວໃຫມ່​ໃຫ້​ແກ່​ການ​ເຊື່ອມ​ໂຍງ, ຮ່ວມ​ສຳພັນ​ກັບພາກ​ພື້ນ

        ​ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ເດືອນ 11/1989, APEC ​ແມ່ນ​ເວທີ​ປາ​ໄສ​ເສດຖະກິດ​ເປີດ, ​​ເພື່ອ​ຊຸກຍູ້​ບັນດາ​ມາດ​ຕະການ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ບັນດາ​ພື້ນຖາ​ນ​ເສດຖະກິດ​ສະມາຊິກ​ບົນພື້ນຖານ​ຄວາມ​ສະໝັກ​ໃຈ​ໃນ​ຂະນະ​​ເປີດ​ປະຕູ​ສຳລັບ​ທຸກ​ປະ​ເທດ ​ແລະ ພາກ​ພື້ນ​ອື່ນ​ຢ່າງ​ແທ້​ຈິງ. ປະຈຸ​ບັນ, APEC ມີ​ 21 ປະ​ເທດສະມາຊິກ, ກວມ​ເອົາ​ປະມານ 52% ​ເນື້ອ​ທີ່​ຜືນ​ແຜນ​ດິນ, 59% ຈຳນວນ​ພົນລະ​ເມືອງ, 70% ​ແຫ​ລ່ງຊັບພະຍາກອນ​ທຳ​ມະ​ຊາດ​ໃນ​ໂລກ ​ແລະ ປະກອບສ່ວນ​ປະມານ 57% GDP ທົ່ວ​ໂລກ ​ແລະ ກວ່າ 50%  ຈຳນວນ​ການ​ຄ້າ​ຂອງ​ໂລກ.

        ກອງ​ປະຊຸມ​ສຸດ​ຍອດ APEC ປີ​ນີ້ ພາຍ​ໃຕ້​ຫົວ​ຂໍ້​ວາ: “ອາຊີ ປາຊີ​ຟີ​ກ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ: ກຳລັງ​ຫນູນ​ຂອງ​ການ​ເຕີບ​ໂຕ​ທົ່ວ​ໂລກ”. ​ໃນ​ສອງ​ມື້​ດຳ​ເນີນ​​ເວທີ​ປາ​ໄສ, ກອງ​ປະຊຸມ​ໄດ້​ສຸມ​ໃສ່​ແລກປ່ຽນ​ບັນດາ​ເນື້ອ​ໃນ​ຄື: ສະພາບ​ການ​ເສດຖະກິດ​ທົ່ວ​ໂລກ​ປະ​ຈຸ​ບັນ ​ແລະ ບົດບາດ​ຂອງ APEC ​ໃນ​ການ​ຊຸກຍູ້​ລະບົບ​ການ​ຄ້າ​ຫລາຍ​ຝ່າຍ, ວິ​ໄສ​ທັດ APEC ກ່ຽວ​ກັບ​ການ​ເຊື່ອມ​ຈອດ​ໃນ​ອົງ​ປະກອບ​ສາກົນ ​ແລະ ພາກ​ພື້ນ​ທີ່​ພວມ​ສ້າງ​ຂຶ້ນ; ​ການ​ຈະ​ເລີ​ນ​ເຕີບ​ໂຕ​ແບບ​ຍືນ​ຍົງ​ຕິດ​ພັນ​ກັບ​ຄວາມ​ຍຸດຕິ​ທຳ, ຄ້ຳ​ປະກັນ​ສະບຽງ​ອາຫານ, ​ແຫ​ລ່ງນ້ຳ ​ແລະ ພະລັງງານ. ຕາມ​ການ​ຕີ​ລາຄາ​ຂອງ​ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ໂລກ​ແລ້ວ, ພ້ອມ​ກັບ​ກອງ​ປະຊຸມ​ສຸດ​ຍອດ ອາຊີ​ຕາ​ເວັນ​ອອກ (EAS) ​ຊື່​ງ​ເຕົ້າ​ໂຮມ​ບັນດາ​ການ​ນຳ​ໂລກ​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ໝັ້ນຄົງ ​ແລະ ​ເສດຖະກິດ, ​ໂຄງການ​ດຳ​ເນີນ​ງານ​ເສ​ດຖະກິດ​ມີ​ລັກສະນະ​ສ້າງສັນ​ຢູ່​ເວທີ​ປາ​ໄສ APEC ຄັ້ງ​ນີ້ ​ໄດ້​ຮັບ​ຄວາມ​ມຸ່ງ​ຫວັງ​ຈະ​ສ້າງ​ບາດກ້າວໃຫມ່​​ໃຫ້​ແກ່​ການ​ເຊື່ອມ​ໂຍງ, ຮ່ວມ​ສຳພັນ​ກັບພາກ​ພື້ນ​ຢ່າງ​ແຂງ​ແຮງ​ກວ່າ. ຕາມ​ທ່ານ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ບູ່​ຍ​ແທງ​ເຊີນ ​ແລ້ວ,​ ທີ່​ກອງ​ປະຊຸມ​ຄັ້ງ​ນີ້ APEC ຢາກ​ມີ​ການ​ປະກອບສ່ວນ​ລວມບໍ່​ພຽງ​ແຕ່​ສຳລັບ​ບັນດາ​ປະ​ເທດສະມາຊິກ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ​ອີກ​ດ້ວຍ. ສະ​ນັ້ນ ​ເພື່ອ​ຫັນ​​ເປັນ​ລະອຽດ ກອງ​ປະຊຸມ​ຄັ້ງນີ້ ຈະ​ຈັດບັນດາ​ວາລະ​ແລກປ່ຽນ​ກ່ຽວ​ກັບສະພາບ​ການ​ລວມຂອງ​ພາກ​ພື້ນ ນັບ​ທັງ​ເສດຖະກິດ​ກໍ​ຄື​ຄວາມ​ໝັ້ນຄົງ. ພ້ອມ​ກັນ​ນັ້ນ ການ​ແລກປ່ຽນ​​ກວດກາຄືນບັນດາ​ຈຸດໝາຍ​ປະຕິບັດ​ເປົ້າ​ໝາຍ BOGO ​ໃນ​ການ​ຊຸກຍູ້​ການ​ຄ້າ​ການ​ລົງທຶນ​ຢູ່​ພາກ​ພື້ນ.

        ​ເປັນ​ເຈົ້າການ​ໃນ​ວິວັດ​ການ​ເຊື່ອມ​ໂຍງ

        ສຳລັບ​ຫວຽດນາມ​ແລ້ວ, ນັບ​ແຕ່​ເມື່ອ​ເຂົ້າ​ເປັນ​ສະມາຊິກ APEC (11/1998), ຍາມ​ໃດ​ຫວຽດນາມ​ກໍ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ, ​ເປັນ​ເຈົ້າ​ການ ​ແລະ ມີ​ຄວາມ​ຮັບຜິດຊອບ​ໃນ​ກົນ​ໄກ​ເວທີ​ປາ​ໄສ APEC. ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ APEC ​ໄດ້​ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດບາດ​​ໃນ​ພາກ​ພື້ນ ​ແລະ ​ໃນ​ເວທີ​ສາກົນ, ພ້ອມ​ທັງ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ​ກັບ​ຄູ່​ຮ່ວມ​ມື​ສຳຄັນ​ຢູ່​ພາກ​ພື້ນ         ອາຊີ ປາຊີ​ຟີ​ກ. ຫວຽດນາມ ​ໄດ້​ເປັນ​ເຈົ້າ​ການສະ​ເຫ​ນີຫລາຍ​ຂໍ້​ລິ​ເລີ່​ມ, ຮັບ​ບົດບາດ​ເປັນ​ປະ​ເທດ​ຊີ້​ນຳ​ຫນ່ວຍ​ວຽກ​ງານ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ສະພາບ​ສຸກ​ເສີນ, ຫນ່ວຍ​ວຽກ​ງານ​ກ່ຽວ​ກັບ​ການ​ຄ້າ​ເອ​ເລັກ​ໂຕ​ນິກ, ຜັນ​ຂະຫຍາຍ​ກວ່າ 70 ຂໍ້​ລິ​ເລີ່​ມສຳ​ເລັດ​ຜົນ​ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ, ຮ່ວມ​ມື​ເຕັກນິກ, ສາທາລະນະ​ສຸກ, ຮັບ​ມື​ກັບ​ສະພາບ​ສຸກ​ເສີນ, ການກໍ່​ການ​ຮ້າຍ… ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ​ຫວຽດນາມ ຢືນຢັນ​ວ່າ: “APEC ​ແມ່ນ​ພາກ​ພື້ນ​ມີ​ຜົນ​ປະ​ໂຫຍ​ດທີ່​ສຸດ​ສຳລັບ​ຫວຽດນາມ, ກວມ​ເອົາ​ປະມານ 65% ຍອດ​ການ​ລົງທຶນ​ຂອງ​ບັນດາ​ປະ​ເທດ​ທີ່​ລົງທຶນ​ເຂົ້າ​ຫວຽດນາມ. ມີ 60% ຈຳນວນ​ສິນຄ້າ​ສົ່ງ​ອອກ​ຂອງ​ຫວຽດນາມ​​ໄປ​ຍັງ​ບັນດາ​ປະ​ເທດ​ສະມາຊິກຂອງ APEC, 70% ຈຳນວນ​ນັກ​ທ່ອງ​ທ່ຽວ​ເຂົ້າຢ້ຽມຢາມຫວຽດນາມ​ກໍ​ມາຈາກ​ບັນດາ​ປະ​ເທດ​ສະມາຊິກ​ຂອງ APEC. ນີ້​ກໍ​ແມ່ນ​ພາກ​ພື້ນ​ທີ່​ພວກ​ເຮົາ​ມີ​ເຄືອ​ຂ່າ​ຍພົວພັນ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບດ້ານ​ກັບ​ຫລາຍ​ປະ​ເທດ​ສະມາຊິກ. ​ເລີ່​ມຈາກ​ບັນດາ​ຄວາມ​ຮັບ​ຮູ້​ນັ້ນ ພວກ​ເຮົາ​ເປັນ​ເຈົ້າ​ການ,​ຕັ້ງຫນ້າ​ເຂົ້າ​ຮ່ວມ APEC.”

        ​ເມື່ອ​ເຂົ້າ​ຮ່ວມ APEC, ຫວຽດນາມ ກໍ​ມີ​ເງື່ອນ​ໄຂ​ສຳ​ພັດ​ກັບ​ແຫ​ລ່ງທຶນ​ດີກ​ວ່າ, ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄຫມ​ກວ່າ ​ແລະ ບົດຮຽນ​ຄຸ້ມ​ຄອງ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ລົງທຶນ, ການ​ຄ້າ​ກັບ​ບັນດາ​ປະ​ເທດ​ສະມາຊິກ APEC, ​ໃນ​ນັ້ນ ມີ​ບັນດາ​ພື້ນຖານ​ເສດຖະກິດ​ຊັ້ນ​ນຳ​ໃນ​ໂລກ. ບັນດາ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ຂອງ APEC ​ໄດ້​ຊ່ວຍ​ຫວຽດນາມ ​ເຊື່ອມ​ຈອດ​ກັບ​ປະຊາ​ຄົມ​ວິ​ສາ​ຫະກິດ​ໃນ​ພາກ​ພື້ນ​ຢ່າງ​ມີ​ປະສິດທິ​ຜົນ ບົນ​ພື້ນຖານ​ການ​ພົວພັນ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ​ໃນ​ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ ສືບ​ຕໍ່​ມີ​ການ​ຜັນ​ແປທີ່ວ່ອງ​ໄວຫລາຍ​ຢ່າງ ​ ​ແລະ ຍາກ​ທີ່​ຄາດ​ຄະ​ເນ​ໄດ້, ຫວຽດນາມ ມີ​ຜົນ​ປະ​ໂຫຍ​ດ ​ແລະ ປາດ​ຖະຫນາ​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອພ້ອມ​ກັບບັນດາ​ປະ​ເທດ​ສະມາຊິກ APEC ​ແບກ​ຫາບ​ບັນດາ​ຄວາມ​ຮັບຜິດຊອບ​ລວມ. ສິ່ງ​ດັ່ງກ່າວ​​​ໂດຍ​ແມ່ນທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ ຢືນຢັນຢ່າງ​ຈະ​ແຈ້ງ​ໃນ​ສານ​ອ່ານ​ທີ່​ກອງ​ປະຊຸມ​ສຸດ​ຍອດ​ APEC ເມື່ອ​ປີ 2012 ຊື່​ງ ຖືກຈັດ​ຂຶ້ນ​ຢູ່ ສະຫະພັນ​ລັດ​ເຊຍ. ຫວຽດນາມ ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ຍຸດ​ທະ​ສາດ​ພັດທະນາ​ໃຫມ່- ສືບ​ຕໍ່​ປ່ຽນ​ໃຫມ່​ຢ່າງຮອບດ້ານ, ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່ ​ແລະ ​ເປັນ​ເຈົ້າ​ການ, ຕັ້ງຫນ້າ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງ​ຂວາງ, ​ໃນ​ນັ້ນ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ໂລກ ​ແມ່ນ​ພື້ນຖານ​ເພື່ອ​ຍູ້​ແຮງ​ກາ​ນຫັນປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ. ສະ​ນັ້ນ ອາຊີ ປາຊີ​ຟີ​ກ ​ເວົ້າ​ລວມ ​ແລະ ​ເວທີ​ປາ​ໄສ ​ເວົ້າ​ສະ​ເພາະ ຍິ່ງ​ມີ​ຄວາມ​ໝາຍ​ພິ​ເສດ​ສຳລັບ​ຫວຽດນາມ.

        ມານະ​ພະຍາຍາມ​ຊຸກຍູ​້ການ​ຮ່ວມ​ມື​ຫລາຍ​ຝ່າຍ.

        ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ການ​ປະກອບ​ສ່ວນ​ຢ່າງ​ຕັ້ງຫນ້າ​ໃນ APEC ​ໃນ​ 2 ມື້​ແຫ່ງ​ການ​ເຄື່ອນ​ໄຫວ​ຢູ່ APEC 21, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ເຂົ້າ​ຮ່ວມ​ບັນດາ​ວາລະ​ປະຊຸມ​ຄົບ​ຄະນະ, ການ​ໂອ້​ລົມ​ສົນທະນາ​ຕາມ​ຫນ່ວຍ, ພົບ​ປະ​ຂັ້ນ​ສູງ, ພົບ​ປະ​ສອງ​ຝ່າຍ​ກັບ​ການ​ນຳ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ, ​ເພື່ອ​ສືບ​ຕໍ່​ຜັນ​ຂະຫຍາຍ​ແນວທາງ​ຂອງ​ກອງ​ປະຊຸມ​​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ ກ່ຽວ​ກັບ​ການ​ເປັນ​ເຈົ້າ​ການ, ຕັ້ງຫນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ສະ​ແດງ​ໃຫ້​ເຫັນ​ນະ​ໂຍບາຍ​ຖື​ເປັນ​ສຳຄັນ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຢູ່​ບັນດາ​ກົນ​ໄກ​ຮ່ວມ​ມື ອາຊີ ປາຊີ​ຟິກ, ​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຝ່າຍ ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ສະມາຊິກ​ຫລັກ​ແຫ​ລ່ງຂອງ APEC. ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ສຸດ​ຍອດ APEC ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ​ ສະ​ແຫວງຫາບ​ັນດາ​ໂຄງການ​ຮ່ວມ​ມືທີ່​ເໝາະ​ສົມ​ຂອງ APEC ​ເພື່ອ​ປະກອບສ່ວນ​ຮັກສາ​ເສດຖ​ະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັບ​ໃຊ້​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ​ສັງຄົມ, ປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕີບ​​ໂຕ​ຢູ່​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ