ເສີມຂະຫຍາຍລັກສະນະປະຊາທິປະໄຕໃນການສ້າງລັດຖະທຳມະນູນ

  ວັນ​ທີ 31/3 ຜ່ານ​ມາ, ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ຕາມ​ມະຕິ​ເລກທີ 38 ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ສິ້ນ​ສຸດ​ລົງ ​ແລະ ​ໄດ້​ຮັບ​ບັນດາ​ໝາກຜົນ​ອັນຕັ້ງໜ້າ. ພົ້ນ​ເດັ່ນ​ກ່ວາ​ໝູ່​ໃນ​ວິວັດທະນາ​ການ​ນີ້​ແມ່ນ​ລັກສະນະ​ເປີດ​ເຜີຍ, ປະຊາທິ ປະ​ໄຕ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ດ້ວຍ​ຫຼາຍ​ວິທີ​ປະຕິບັດ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ເພື່ອ​ແນ​ໃສ່​ສ້າງ​ລັດຖະທຳ​ມະນູນ​ທີ່​ມີ​ຄຸນ​ນະພາ​ບ.

ເສີມຂະຫຍາຍລັກສະນະປະຊາທິປະໄຕໃນການສ້າງລັດຖະທຳມະນູນ - ảnh 1

ກະຊວງ​ການ​ເງິນ​ຈັດການ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​

ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​

(ພາບ:baohaiquan.vn)

   ກ່ອນ​ອື່ນ​ໝົດ, ລັກສະນະ​ເປີດ​ເຜີຍ, ປະຊາທິປະ​ໄຕ​​ໄດ້​ສະ​ແດງ​ອອກ​ຢູ່​ບ່ອນ​ວ່າ​ລັດຖະທຳ​ມະນູນ​ໄດ້​ປະກອບ​ຄຳ​ເຫັນ​ຈາກທົ່ວ​ປວງ​ຊົນ. ອາດ​ເວົ້າ​ໄດ້​ວ່າ, ບໍ່​ທັນ​ມີ​ເວລາ​ໃດ​ທີ່​ລັດຖະທຳ​ມະນູນ​ໄດ້​ຮັບ​ການ​ໂຄສະນາ​ຢ່າງ​ກວ້າງຂວາງ, ຫຼວງ​ຫຼາຍ​​ໃນ​ບັນດາ​ພາຫະນະ​ສື່​ມວນ​ຊົນ ​ແລະ ​ເວທີ​ປາ​ໄສ​ສັງຄົມ​ຄື​ໃນ​ໄລຍະ​ເວລາ​ຜ່ານ​ມາ. ຈາກ​ເຂດ​ຕົວ​ເມືອງ​ເຖິງ​ເຂດ​ຊົນນະບົດ, ​ເຂດ​ພູດ​ອຍ, ​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ປະຊາຊົນ​ລ້ວນ​ແຕ່​ຮູ້ຈັກ​ເຖິງ​ບັ້ນດຳ​ເນີນ​ຊີວິດ​ດ້ານ​ການ​ເມືອງ​ສຳຄັນ​ນີ້​ຢູ່​ໃນ​ລະດັບ​ແຕກ​ຕ່າງ​ກັນ. ຄຽງ​ຄູ່​ກັນນັ້ນ​ແມ່ນ​​ກອງ​ປະຊຸມ, ສຳ​ມະ​ນາຄັ້ງຕ່າງໆ​ເພື່ອຮັບ​ເອົາ​ຄຳ​ເຫັນ​ຈາກຫາງ​ສຽງ ຖືກ​ຈັດ​ຂຶ້ນ​ແຕ່​ຂັ້ນສູນ​ກາງ​ຕະຫຼອດ​ຮອດ​ທ້ອງ​ຖິ່ນ​ຕ່າງໆ ​ແລະ ຢູ່​ຫຼາຍ​ກະຊວງ, ຂະ​ແໜງ​ການ. ທ່ານ​ຟານ​ຄັກ​ດຶກ, ​ເມືອງ​ເຕີນ​ບິ່ງ, ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ:

   “ບັນດາ​ຄອບຄົວ​ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ໂຄສະນາ​ຢ່າ​ງຄົບ​ຖ້ວນ, ຮັບ​ຂໍ້​ມູນ​ຂ່າວສານ​ຜ່ານ​ໜັງ​ສຶພິມ, ວິທະຍຸ. ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ໄດ້​ຜັນ​ຂະຫຍາຍ​​ ແລະ ສະໜອງ​ເອກະສານເຖິງ​​ແຕ່ລະຄອບຄົວ. ຂ້າພະ​ເຈົ້າ​ເຫັນ​ວ່າ, ນີ້​ແມ່ນ​ບັນຫາ​ປະຊາທິປະ​ໄຕ, ​ເປີ​ດເຜີຍ​ເຖິງ​ປະຊາຊົນ​ທຸກ​ຄົນ

ເສີມຂະຫຍາຍລັກສະນະປະຊາທິປະໄຕໃນການສ້າງລັດຖະທຳມະນູນ - ảnh 2

ອົງການຊາວ​ໜຸ່ມ​ແຂວງ​ບິ່ງ​ເຢືອງຈັດການ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​

ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ

(ພາບ:tuoitrebinhduong.vn)

    ລັກສະນະ​ປະຊາທິປະ​ໄຕ​ຍັງ​ສະ​ແດງ​ໃຫ້​ເຫັນ​ໃນ​ຂອບ​ເຂດ​ການ​ປະກອບ​ຄຳ​ເຫັນ. ປະຊາຊົນ​ທຸກ​ຄົນ​ມີ​ສິດສະ​ແດງ​ຄຳ​ເຫັນ​ຂອງ​ຕົນ​ກ່ຽວ​ກັບ​ບັນດາ​ບັນຫາ​ໃຫ່ຍຂອງ​ປະ​ເທດ​ຊາດ ຕະຫຼອດ​ຮອດ​ສິດ​ຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ​ທີ່​ສຸດ​ຂອງ​ຕົນ. ບໍ່​ທັນ​ມີ​ເວລ​ໃດ​ທີ່​ປະຊາຊົນ​ສາມາດ​ສະ​ແດງ​ຄຳ​ເຫັນ​ຂອງ​ຕົນ​ຢ່າງ​ເປີດ​ເຜີຍ​ບົນ​ເວທີ​ປາ​ໄສ​ຕ່າງໆ​ກ່ຽວ​ກັບລະບອບ​ການ​ເມືອງ, ກ່ຽວ​ກັບ​ການ​ຄວບ​ຄຸມ​ລະບົບ​ສິດ​ອຳນາດ, ກົນ​ໄກ​ຮັບປະກັນ​ລັດ​ຖະ​ທຳມະນູນ, ກ່ຽວ​ກັບ​ການ​ເພີ່ມສິດ ​ແລະ ຫລຸດຜ່ອນ​ສິດ​ໃຫ້​ບັນດາ​ຜູ້ນຳ​ອົງການ​ບໍລິຫານ, ຕຸລາການ. ທ່ານ​ຮ່ວາງ​ເທ​ລຽນ, ຮອງ​ລັດຖະມົນຕີ​ກະຊວງ​ຍຸດຕິ​ທຳ​ຫວຽດນາມ, ຜູ້ຕາງໜ້າອົງການ​ປະຈຳ​ຄະນະ​ຊີ້​ນຳ​ການ​ສະຫລຸບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ​ໃຫ້​ຂໍ້​ສັງ​ເກ​ດວ່າ:

  “ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ຄຳ​ເຫັນ​ປະກອບ​ໃຫ້​ຄຳ​ນຳ ​ແລະ 11 ພາກ​ຂອງ​ລັດຖະທຳ​ມະນູນ. ພາກ​ໄດ້​ຮັບ​ຄຳ​ເຫັນ​ຫຼາຍ​ທີ່​ສຸດ​ແມ່ນ​ພາກ​ກ່ຽວ​ກັບ​ສິດທິ​ມະນຸ​ດຄື: ​ໄດ້ຮັບຄຳ​ເຫັນ​ຂອງ 5 ລ້ານ​ຄົນ, ຕໍ່​ມາ​ແມ່ນ​ພາກ​ກ່ຽວ​ກັບ​ລະບອບ​ເສດຖະກິດ, ສະພາ​ແຫ່ງ​ຊາດ ​ແລະ ລະບອບ​ການ​ເມືອງ

   ​ໃນ 3 ​ເດືອນ​ຜ່ານ​ມາ, ມີ​ຄຳ​ເຫັນ​ປະກອບ​ເຂົ້າ​ໃນ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ຂອງເກືອບ 26 ລ້ານ​ຄົນ​ແມ່ນ​ຕົວ​ເລກ​ບໍ່​​ແມ່ນໜ້ອຍ. ມັນສະ​ແດງ​ໃຫ້​ເຫັນ​ຄວາມສົນໃຈ​ກໍ່​ຄື​ຄວາມ​ມຸ້ງ​ຫວັງ​ຂອງ​ປະຊາຊົນ​ເຂົ້າ​ໃນ​ວິວັດ​ທະ​ນາ​ການ​ປັບປຸງ​ລັດຖະທຳ​ມະນູນ​ຂອງ​ປະ​ເທດ​. ຕີ​ລາຄາ​ກ່ຽວ​ກັບ​ໝາກຜົນ​ນີ້, ທ່ານ​ພົງ​ຊັກ​ຜູ້ອຳນວຍການ​ຫ້ອງການ​ກົດໝາຍ​ສະ​ຖາ​ບັນ​ພູ​ພານ (​ໄທ) ​ໃຫ້​ຮູ້​ວ່າ:

   “ພວກ​ຂ້າພະ​ເຈົ້​າ​ເຫັນ​ແຈ້ງ​ຄວາມ​ຕັດສິນ​ໃຈ​ອັນ​ໃຫ່ຍຫຼວງ​ຂອງ​ຫວຽດນາມ​ ໃນ​ການ​ປັບປຸງ​ລັດຖະທຳ​ມະນູນ ​ແລະ ກໍ່​ມີ​ຄວາມ​ພາກພູມ​ໃຈ​ເມື່ອ​ເຫັນ​ວ່າ​ຫວຽດນາມ ​ໄດ້​ດຳ​ເນີນ​ຕາມ​ແຕ່ລະ​ຂັ້ນຕອນ, ວິທະຍາສາດ, ​ເປີດ​ເຜີຍ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ເນື້ອ​ໃນ​ປັບປຸງ​ເພື່ອ​ໃຫ້​ປະຊາຊົນ​ຊອກ​ຮູ້. ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບ​ສິດທິ​ມະນຸດ. ນີ້​ແມ່ນ​ສິ່ງ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ຫວຽ​ດນາມ

   ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​​​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງຖືຖື​ວ່າ​ແມ່ນ​ຊັບ​ສົມບັດ​ທີ່​ມີຄ່າ. ປະຊາຊົນ​ຈະ​ລໍຄອຍ​ການ​ຮັບ ​ແລະ ​ອະພິປາຍ​ຄື​ແນວ​ໃດ​ຕໍ່​ບັນດາ​ຄຳ​ເຫັນ​ແຕກ​ຕ່າງ​ກັນ ທີ່ປະກອບ​ໃຫ້ຮ່າງ​ລັດຖະທຳ​ມະນູນ. ສະນັ້ນ, ການ​ຮວມຮວມບັນດາ​ຄຳ​ເຫັນປະກອບ​ຂອງ​ປະຊາຊົນຢ່າງ​ຊັດ​ເຈນ, ຊື່​ຕົງ​ແມ່ນ​ສຳຄັນ​ທີ່​ສຸດ. ນີ້​ກໍ່​ແມ່ນ​ການສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ປະຊາທິປະ​ໄຕ​ໃນ​ການ​ສ້າງ​ລັດຖະ ທຳ​ມະນູນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ:

   “ພວກ​ຂ້າພະ​ເຈົ້າຈະ​ຮັບ​ເອົ​າ, ຍົກ​ອອກ​ມາ​ປຶກສາ​ຫາລື​ຢູ່​ສະພາ​ແຫ່ງ​ຊາດ, ສູນ​ກາງ, ກົມ​ການ​ເມືອງ, ກ່ອນ​ອື່ນ​ໝົດ​ແມ່ນ​ປຶກສາ​ຫາລື​ໃນ​ຄະນະ​ຮຽບຮຽງ​ລັດຖະທຳ​ມະນູນ, ​ໃນ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຫຼັງ​ຈາກ​ນັ້ນຈະ​ປຶກສາ​ຫາລື​ຢູ່​ສະພາ​ແຫ່ງ​ຊາດ ​ແລະ ​​ໃນ​ທົ່ວ​ປວງ​ຊົນ​ຢ່າງເປີດ​ເຜີຍ. ບໍ່​ປະລະ​ບໍ່​ວ່າ​ຄຳ​ເຫັນ​ໃດໆ. ສິ່ງ​ສຳຄັນ​ແມ່ນ​ພວກ​ເຮົາ​ຮວບ​ຮວບ​ເຈດ​ຈຳນົງຂອງ​ປະຊາຊົນ​​ສ່ວນ​ຫຼາຍ​ໄດ້“.

    ຜ່ານໄລຍະ​ເວລາ 3 ​ເດືອນ​ຈຸດ​ສຸມ​ດຳ​ເນີນ​ການ​ປະກອບ​ຄຳ​ເຫັນ​ເຂົ້າ​ໃນຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ໄດ້​ສະ​ແດງໃຫ້​ເຫັນ​ວ່າ: ການ​ປຶກສາ​ຫາລື ​ແລະ ປະກອບ​ຄຳ​ເຫັນ​ໃຫ້ຮ່າງ​ລັດຖະທຳ​ມະນູນ ​ໄດ້​ຊ່ວຍ​ຍົກ​ອອກ​ທັດສະນະ​ຕ່າງໆ​ກ່ຽວ​ກັບ​ບັນດາ​ບັນຫາ​ສຳຄັນ​ຍິ່ງ​ຂອງ​ປະ​ເທດ​ຊາດ, ຍົກ​ສູງ​ລັກສະນະ​ປະຊາທິປະ​ໄຕ​ໃນ​ບັ້ນດຳ​ເນີນ​ຊີວິດ​ການ​ເມືອງ​ຂອງ​ຫວຽດນາມ, ພ້ອມ​ທັງ​ກໍ່​ຊ່ວຍ​​ໃຫ້ການ​ເຄື່ອນ​ໄຫວ​ສ້າງ​ລັດຖະທຳ​ມະນູນ ສາມາດ​ສ່ອງ​ແສງ​ຄວາມ​ມຸ້ງ​ຫວັງ​ຂອງ​ປະຊາຊົນ​ທຸກ​ຊັ້ນວັນນະ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້./.

ຕອບກັບ

ຂ່າວ/ບົດ​ອື່ນ