ໂລກ ແລະ ບັນ​ຫາ​ປ້ອງ​ກັນ, ຕ້ານ​ການກໍ່​ການ​ຮ້າຍ

(VOVWORLD) -   ນັບແຕ່ປີ 2015, ສປຊ ໄດ້ເລືອກເອົາວັນທີ 21 ສິງຫາ ຂອງແຕ່ລະປີ ແມ່ນວັນສາກົນອາໄລຫາບັນດາຜູ້ເປະສົບເຄາະຮ້າຍ ຂອງລັດທິກໍ່ການຮ້າຍ. ໃນບັນດາສານໄດ້ຍົກອອກມາເນື່ອງໃນໂອກາດນີ້, ສປຊ ໄດ້ເນັ້ນໜັກເຖິງເລື່ອງຮຳບາດແຜດ້ານຈິດຕະສາດ ໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍ ພ້ອມທັງກ່າວເຕືອນລັດທິກໍ່ການຮ້າຍ ທີ່ພວມມີສັນຍານລຸກຂຶ້ນຢູ່ຫຼາຍພາກພື້ນໃນໂລກ.
ໂລກ ແລະ ບັນ​ຫາ​ປ້ອງ​ກັນ, ຕ້ານ​ການກໍ່​ການ​ຮ້າຍ - ảnh 1

ທ່ານເລຂາທິການໃຫ່ຍ ສປຊ Antonio Guterres (ພາບ: IRNA/TTXVN)

        ສປຊ ໄດ້ເລືອກເອົາຫົວເລື່ອງຂອງວັນສາກົນອາໄລຫາບັນດາຜູູ້ປະສົບເຄາະຮ້າຍຂອງລັດທິກໍ່ການຮ້າຍປີນີ້ ແມ່ນ “ບັນດາສຽງເວົ້າເພື່ອສັນຕິພາບ: ຜູູ້ປະສົບເຄາະຮ້າຍຂອງລັດທິກໍ່ການຮ້າຍ ດ້ວຍຖານະແມ່ນຜູ້ສະໜັບສະໜູນ ແລະ ການສຶກສາສັນຕິພາບ”.

ຮັບຟັງບັນດາຜູູ້ປະສົບເຄາະຮ້າຍ

  ໃນສານສົ່ງເຖິງທຸກຄົນໃນວັນທີ 21 ສິງຫາ, ທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ ໄດ້ເນັ້ນໜັກວ່າ ສປຊ ໄດ້ເລືອກເອົາຫົວເລື່ອງ “ສຽງເວົ້າຂອງສັນຕິພາບ” ຂອງປີນີ້ ແມ່ນເພື່ອແນໃສ່ຮັບປະກັນວ່າ ບັນດາຜູູ້ປະສົບເຄາະຮ້າຍ ແລະ ຜູ້ທີ່ລອດຕາຍໃນເຫດການກໍ່ການຮ້າຍຕ່າງໆ ຍາມໃດກໍ່ໄດ້ຮັບການຮັບຟັງ ແລະ ບໍ່ມີວັນທີ່ຈະຖືກຫຼົງລືມ. ຕາມ ສປຊ ແລ້ວ, ຜູູ້ປະສົບເຄາະຮ້າຍເກືອບທັງໝົດແມ່ນສາມັນຊົນ, ຍ້ອນເຫດນັ້ນ, ຊີວິດຂອງຜູ້ທີ່ລອດຕາຍຫຼັງການກໍ່ການຮ້າຍ ຫຼືພີ່ນ້ອງຂອງເຂົາເຈົ້າ ກໍ່ຖືກທຳລາຍຕາມວິທີທີ່ບໍ່ສາມາດດັດແປງໄດ້. ໃນຊຸມປີຜ່ານມາ, ຜູູ້ປະສົບເຄາະຮ້າຍຫຼາຍຄົນຂອງເຫດການກໍ່ການຮ້າຍຕ່າງໆ ປະຈຸບັນຍັງຢູ່ໃນຄວາມເຈັບປວດທາງດ້ານຈິດໃຈເປັນປະຈຳ. ຢູ່ ອາເມລິກາ, ເກືອບ 23 ປີຫຼັງເຫດການບຸກໂຈມຕີເລັ່ງໃສ່ອາຄານທາດຄູ່ທີ່ ນິວຢອກ (ວັນທີ 11 ກັນຍາປີ 2001), ມາຮອດປະຈຸບັນ, ນັບພັນຄົນຍັງຄົງຫຼອນ ແລະ ເປັນພາບຕິດຕາ, ຊ້ຳບໍ່ໜຳຕ້ອງປິ່ນປົວອາການປ່ວຍທາງຈິດພາຍຫຼັງພົບເຫດການສຸດສະເທືອນໃຈ.

ໂລກ ແລະ ບັນ​ຫາ​ປ້ອງ​ກັນ, ຕ້ານ​ການກໍ່​ການ​ຮ້າຍ - ảnh 2

ທ່ານຮອງເລຂາທິການໃຫ່ຍ ສປຊ ຮັບຜິດຊອບການຕ້ານກໍ່ການຮ້າຍ Vladimir Voronkov (ພາບ: UN)

    ຢູ່ເອີລົບ, ເຫດການກໍ່ການຮ້າຍແນໃສ່ຂະບວນລົດໄຟເມື່ອເດືອນມີນາ ປີ 2004 ຢູ່ນະຄອນຫຼວງ ມາດຼິດ ປະເທດ ແອັດສະປາຍ ເຮັດໃຫ້ 193 ຄົນເສຍຊີວິດ ແລະ ເກືອບ 2.000 ຄົນຖືກບາດເຈັບ, ມາຮອດປະຈຸບັນ ຍັງມີບັນດາບາດແຜທີ່ບໍ່ສາມາດປິ່ນປົວໄດ້.

ຕາມທ່ານເລຂາທິການໃຫ່ຍ ສປຊ Antonio Guterres ແລ້ວ, ບັນດາຜູູ້ປະສົບເຄາະຮ້າຍຂອງລັດທິກໍ່ການຮ້າຍທີ່ຍັງມີຊີວິດລອດຢູ່ນັ້ນ ສ່ວນຫຼາຍ ຕ້ອງເສຍເວລາຫຼາຍປີ ຈຶ່ງຈະສາມາດຟື້ນຟູ ຫຼືຕ້ອງທຳຄວາມລື້ງເຄີຍກັບຄວາມເສຍຫາຍ ແລະ ຫຼາຍຄົນຍັງປ່ວຍທາງຈິດທີ່ແກ່ຍາວ ພາຍຫຼັງທີ່ພົບເຫດການສຸດສະເທືອນໃຈ. ຍ້ອນເຫດນັ້ນ, ປະຊາຄົມໂລກ ຕ້ອງຮັບຟັງ “ສຽງເວົ້າສັນຕິພາບ” ຂອງບັນດາຜູູ້ປະສົບເຄາະຮ້າຍນີ້, ພ້ອມທັງຕ້ອງມອບພາລະກຳໃຫ້ເຂົາເຈົ້າແມ່ນຜູ້ຂົນຂວາຍ ແລະ ສຶກສາສັນຕິພາບດ້ວຍວີທີສຸດຈິດສຸດໃຈທີ່ສຸດ, ຜ່ານນັ້ນ, ກໍ່ຈະຊ່ວຍໃຫ້ລຸ້ນຕ່າງໆໃນອະນາຄົດ ເຂົ້າໃຈໄດ້ເຖິງຜົນກະທົບວິນາດຕະກຳ ຂອງລັດທິກໍ່ການຮ້າຍ. ທ່ານ Antonio Guterres ກ່າວວ່າ:

   ການກະທຳກໍ່ການຮ້າຍໄດ້ສ້າງຄວາມເຈັບປວດທີ່ບໍ່ສາມາດຄາດຄິດໄດ້. ບັນດາຄອບຄົວ ແລະ ປະຊາຄົມຖືກທຳລາຍ ຍ້ອນບັນດາການກະທຳກໍ່ການຮ້າຍ ຫຼັງຈາກນັ້ນ ຈະຖືກປ່ຽນແປງໄປຕະຫຼອດການ. ເພາະສະນັ້ນ, ຕ້ອງເບິ່ງເຂົ້າບັນດາຄວາມເສຍຫາຍຂອງສ່ວນບຸກຄົນນັ້ນ ເພື່ອຈາກນັ້ນຈະສຶກສາຄົນອື່ນ ແມ່ນການກະທຳທີ່ກ້າຫານທີ່ສຸດ. ຍ້ອນເຫດນັ້ນ, ນີ້ແມ່ນໂອກາດຊຸກຍູ້ພວກເຮົາຮັບຟັງ ແລະ ຮ່ຳຮຽນເອົາ.

ບັນດາໄພນາບຂູ່ໃໝ່

   ວັນສາກົນອາໄລຫາບັນດາຜູູ້ປະສົບເຄາະຮ້າຍຂອງລັດທິກໍ່ການຮ້າຍ ກໍ່ແມ່ນໂອກາດເພື່ອໃຫ້ປາຊາຄົມໂລກ ຫວນຄືນບັນດາໄພນາບຂູ່ຂອງລັດທິກໍ່ການຮ້າຍໃນໂລກ ໃນຈຸດເວລານີ້. ໃນບົດລາຍງານດັດຊະນີກໍ່ການຮ້າຍທົ່ວໂລກ (GTI)  ປີ 2024 ນີ້, ປະຈຸບັນ, ລັດທິກໍ່ການຮ້າຍ ຍັງແມ່ນໜຶ່ງໃນໃນບັນດາໄພນາບຂູ່ທົ່ວໂລກທີ່ຮ້າຍແຮງທີ່ສຸດ. ໜ້າວິຕົກກັງວົນກ່ວານັ້ນແມ່ນ, ຕາມ ສປຊ, ລະດັບໂຫດຮ້າຍຂອງບັນດາເຫດການບຸກໂຈມຕີກໍ່ການຮ້າຍກໍ່ເພີ່ມຂຶ້ນ. ລະອຽດຄື: ຈຳນວນບັນດາຜູູ້ປະສົບເຄາະຮ້າຍເສຍຊີວິດສະເລ່ຍໃນບັນດາເຫດການກໍ່ການຮ້າຍປີ 2023 ເພີ່ມຂຶ້ນ 56% ເມື່ອທຽບກັບກ່ອນນັ້ນ ແລະ ແມ່ນອັດຕາສ່ວນສູງທີ່ສຸດໃນຮອບ 10 ປີຜ່ານມາ.

     ໃນການປະຊຸມພິເສດຂອງສະພາຄວາມໝັ້ນຄົງ ສປຊ ທີ່ຈັດຂຶ້ນໃນວັນທີ 8 ສິງຫາ, ສປຊ ກໍ່ອອກສຽງກ່າວເຕືອນ ກ່ຽວກັບການປຸກລຸກຂອງບັນດາກຸ່ມກໍ່ການຮ້າຍ ແມ່ນສາຂາຂອງອົງການກໍ່ການຮ້າຍລັດ ອິດສະລາມ ອ້າງຊື່ເອງ (IS), ພິເສດແມ່ນຢູ່ພາກພື້ນ ອາຟຼິກກາຕາເວັນຕົກ ແລະ ເຂດ Sahel. ທ່ານ Vladimir Voronkov, ຮອງເລຂາທິການໃຫ່ຍ ສປຊ ຮັບຜິດຊອບການຕ້ານກໍ່ການຮ້າຍ ກ່າວເຕືອນວ່າ:

   ສະພາບການກໍ່ການຮ້າຍຢູ່ພາກພື້ນ ອາຟຼິກກາຕາເວັນຕົກ ແລະ Sahel ຍັງສັບສົນທີ່ສຸດ ແລະ ມີສິ່ງທ້າທາຍຫຼາຍຢ່າງ. ບັນດາກຸ່ມກໍ່ການຮ້າຍສືບຕໍ່ເປີດກ້ວາງຢູ່ Sahel ແລະ ກໍ່ໃຫ້ເກີດບັນດາຄວາມເສຍຫາຍໃຫ່ຍ, ເຮັດໃຫ້ຂາດສະຖຽນລະພາບໃນພາກພື້ນ. ສອງສາຂາຂອງ IS ຢູ່ພາກພື້ນກໍ່ໄດ້ເປີດກ້ວາງ ແລະ ປັບປຸງບໍລິເວນເຄື່ອນໄຫວ. ຖ້າຫາກບັນດາກຸ່ມນີ້ເປີດກ້ວາງຜົນສະທ້ອນໄປຍັງບັນດາປະເທດແຄມທະເລ ອາຟຼິກກາເໜືອ, ເຂດດິນແດນອັນກ້ວາງໃຫ່ຍຈາກ Mali ໄປ Nigeria ເໜືອ, ອາດຕະຕົກເຂົ້າສູ່ສິດຄວບຄຸມຕົວຈິງຂອງບັນດາກຸ່ມນີ້.

   ຕາມບັນດາຜູ້ຊ່ຽວຊານດ້ານຄວາມໝັ້ນຄົງແລ້ວ, ບັນດາການຜັນແປຫວ່າງມໍ່ໆມານີ້ຢູ່ພາກພື້ນ ອາຟຼິກກາຕາເວັນຕົກ ແລະ Sahel ອາດຈະເຮັດໃຫ້ເລື່ອງ IS ຍຶດຄອງບັນດາເຂດດິນແດນຄືນໃໝ່ ຄືກັນກັບເວລາກ່ອນນີ້ 1 ທົດສະວັດຢູ່ ຊີຣີ ແລະ ພາກເໜືອ ອີຣັກ, ຊື່ງໄດ້ສ້າງໄພນາບຂູ່ດ້ານຄວາມໝັ້ນຄົງປະຈຳສຳລັບພາກພື້ນ. ໃນສະພາບການທີ່ການປະທະກັນໄດ້ເປີດກ້ວາງໃນປະຈຸບັນຢູ່ຕາເວັນອອກກາງ, ພ້ອມດ້ວຍບັນດາຄວາມຂາດສະຖຽນລະພາບດ້ານການເມືອງຢູ່ບາງປະເທດ ອາຟຼິກກາ, ເຮັດໃຫ້ບັນດາຄວາມມານະພະຍາຍາມສະກັດກັ້ນໄພອັນຕະລາຍນີ້ ຍິ່ງປະສົບກັບຄວາມຫຍຸ້ງຍາກກ່ວາອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ